ຜູ້ປົກຄອງເດັກ ມັກຄດວ່າ: ອິນເຕີເນັດປ່ຽນຄວາມຕ້ອງການຂອງເຮົາໄປໃນທິດທາງໃດ? ໂດຍສະເພາະພຶດຕິກຳຂອງລູກໆເຂົາເຈົ້າ. ອິນເຕີເນັດຄືກ່ອງຂອງຫຼິ້ນທີ່ຊ່ວຍເຕີມເຕັມຄວາມຕ້ອງການ ໃນຍາມພໍ່ແມ່ບໍ່ມີເວລາໃສ່ໃຈລູກໆ.
Tag Archives: ສຸກກະພາບຈິດ
ຍິງນອກລະບົບ
ແມ່ຍິງຫາເງິນທາງເພດ ທີ່ປະເທດອິນເດຍ ກຳລັງຕໍ່ສູ້ເພື່ອຄວາມຢູ່ລອດ ທ່າມກາງການປິດລ້ອມໂຣກໂຄວິດ19. ການສູນເສຍລາຍໄດ້ໃນຊ່ວງຈຳກັດການເຄື່ອນຍ້າຍມາຫຼາຍຄືນ ໄດ້ເຮັດໃຫ້ກຸ່ມຄົນນີ້ ເກີດຄວາມກັງວົນໃຈ ແລະຂາດເຂີນລາຍຮັບ.
ຈຳໃຈຢູ່
ຈະເຮັດແນວໃດຖ້າຕ້ອງໄດ້ຢູ່ກັບຄົນບໍ່ຖືກກັນ? ໂຄວິດ19, ເຮັດໃຫ້ລັດຖະບານຕ້ອງໃຊ້ມາດຕະການສັ່ງໃຫ້ຄົນຢູ່ ເຮືອນ. ຜົວເມຍທີ່ພະຍາຍາມບໍ່ເຫັນໜ້າກັນໃນແຕ່ລະວັນຕ້ອງມາເບິ່ງໜ້າກັນທຸກໆວັນ ແລະ ມີເລື່ອງຂັດກັນສະເໜີ.
ໂຄວິດຕິດຈໍ
ເຊື້ອພະຍາດໂຄວິດ, ຍັງເປັນທີ່ຈັບຕາ ແລະ ເຝົ້າລະວັງຂອງຫຼາຍໆປະເທດ. ຕາມໜ້າຈໍໃດ, ກະມີແຕ່ຂ່າວນີ້. ໃນຊ່ວງເວລາທີ່ຫຍຸ້ງຍາກນີ້ ຄົນໃນທົ່ວໂລກ ແຕ່ລະຄົນມີບົດບາດ ສຳຄັນໃນການຊ່ວຍຫຼຸດຜ່ອນຜົນກະທົບ ດ້ວຍການເບິ່ງແຍງຕົວເອງ ແລະ ເຊິ່ງກັນແລະກັນ.
…ຕອນຈາກລາ
ບໍ່ມີຫຍັງເປັນຂອງເຮົາ, ຫຼື ເຮົາບໍ່ໄດ້ເປັນເຈົ້າຂອງຊີວິດໃຜ, ເຮົາມາພົບ ແລະ ກະຈາກ. ຄຳເວົ້າຂອງພະພຸດທະເຈົ້າ ປະເພດແນວນີ້ຄືແມ່ນຕົວຈິງຫຼາຍ. ການຈາກລາ ມີຄຸນຄ່າທີ່ເຊື່ອງຊ້ອນຢູ່ໃນຄວາມສູນເສຍ. ລອງເປີດໃຈເບິ່ງ.
ຫົນທາງພົບສຸກ
ການເຄື່ອນໄຫວສູ່ຄວາມເຂົ້າໃຈຕ້ອງເລີ່ມຈາກການເຂົ້າໃຈພາຍໃນຕົນເອງ. ການຕາຍໃຈກັບສິ່ງທີ່ຄິດວ່າສາມາດ ຄຸມ ສະຖານະການທີ່ເຄີຍເຝົ້າເບິ່ງ ກາຍເປັນຄວາມນິ້ງເສີຍ ແລະ ປ່ອຍປະລະເລີຍຈາກສິ່ງທີ່ເຄີຍຄິດວ່າ ບໍ່ຫນ້າຈະເຮັດໃຫ້ຊີວິດປ່ຽນໄປ ກໍ່ຕ້ອງກັບມາເສຍໃຈ. ເພາະເຮົາປະມາດເອງ.
ປັບຕາມສະພາບ
ການປັບຕົວ, ກາຍເປັນປັດໃຈສຳຄັນ ໃນການເຮັດວຽກ. ສຳລັບສັງຄົມທີ່ມີຫຼາກຫຼາຍເຊື້ອຊາດ, ການຕອບສະໜອງ ແລະ ຕອບຮັບ ບົນໜ້າທີ່ຮັບຜິດຊອບ, ມີຄວາມສຳຄັນ ສຳລັບການພິຈາລະນາຄວາມສຳເລັດ. ມັນຂື້ນຢູ່ກັບຄວາມສາມາດທີ່ຈະຮັບຮອງສະຖານະການອັນບໍ່ຄາດຝັນ ແລ້ວດຳເນີນການຕໍ່ໄປໃຫ້ໄດ້.
ຮູ້ຢ່ອນຈິດ
ຄວາມຕືງຄຽດ ເປັນພຶດຕິກໍາທີ່ທໍາລາຍສຸກກະພາບຈິດ, ສຸກກະພາບກາຍ ແລະ ການເຮັດວຽກໄດ້. ສະຖານະການແບບໃດ? ເຫດການແບບໃດ? ບັນຫາປະເພດໃດ? ຫຼືການຕັດສິນໃຈແບບໃດ ທີ່ເຮັດໃຫ້ເກີດຄວາມຄຽດ ຈົນເຖິງຈຸດໜຶ່ງ ແລະ ໃນສະຖານະການໃດ ທີ່ເຈົ້າຮູ້ສຶກວ່າ ມີຄວາມຄຽດຈົນຕ້ອງເພິ່ງຢາ ເພື່ອຫຼຸດຄວາມຄຽດ ຫຼື ເພິ່ງສິ່ງເສບຕິດ.
ຄາຖານຳໂຊກ
ຈົ່ງຮູ້ວ່າທ່ານໂຊກດີ. ຄົນບາງຄົນຕາບອດມືດມິດບໍ່ສາມາດເບິ່ງເຫັນວັນທີ່ສວຍງາມໄດ້. ສ່ວນຄົນຕາດີມາແຕ່ເກີດຢ່າງທ່ານ ຢ່າໄດ້ຄິດວ່າຊີວິດທ່ານບໍ່ດີແບບໃດ? ທ່າານໜ້າຈະ ເບິ່ງໄປອ້ອມໆ ເບິ່ງໃຫ້ເຫັນວັນທີ່ສວຍງາມ ແລະ ຮູ້ສຶກເຖິງສິ່ງເກີດຂື້ນດ້ວຍຄວາມຮັກ ແລະ ຄວາມໃສ່ໃຈ. ບໍ່ເພັ້ງສິ່ງທີ່. ຢ່າໄປເບິ່ງແຕ່ສິ່ງບໍ່ດີທີ່ເຮັດໃຫ້ທ່ານຂຸ້ມມົວ.
ຄົນຜິດ, ຄົນງາມ
ໃນຄວາມຜິດພາດລ້ວນມີຄວາມງາມໃຫ້ຄົ້ນຫາ. ຊີວິດທີ່ຫນ້າສຶກສາບໍ່ແມ່ນຊີວິດທີ່ສົມບູນພ້ອມພຽງ. ແຕ່ການຮູ້ຈັກຢູ່ກັບຄວາມບົກພ່ອງທີ່ມີ ແລະ ຮູ້ຈັກໃຊ້ສະຕິປັນຍາແກ້ໄຂ ຢ່າງມີສີລະປະຕ່າງຫາກ ທີ່ສ້າງໃຫ້ຊີວິດຫນ້າສົນໃຈ. ບໍ່ມີໃຜຈ້າງປີ້ເຂົ້າໄປເບິ່ງໜັງທີ່ບໍ່ມີປັນຫາ. ໃຜລະຈະຢາກເບິ່ງຊີວິດສຸກສະບາຍ? ຊີວິດແນວນັ້ນ, ບໍ່ໄດ້ສ້າງພະເອກ, ນາງເອກ ໃຫ້ກາຍເປັນຄົນໜ້າສົນໃຈ.