Norkhame
ແຜນການເງີນ ແຜນການເງີນ
ຈຸດປະສົງຂອງພາກນີ້ກໍ່ຄືການຊ່ວຍໃຫ້ທ່ານສາມາດເຂົ້າໃຈແນວຄວາມຄິດການເງິນແບບພື້ນຖານ ແລະ ການນຳໃຊ້ການບໍລິຫານການເງິນເຂົ້າໃນທຸລະກິດ. ພາຍຫຼັງການອ່ານພາກນີ້ແລ້ວ, ທ່ານຈະສາມາດເຂົ້າໃຈບັນຫາດັ່ງນີ້: 1.) ການເງິນແມ່ນຫຍັງ? 2.) 
ບົດລາຍງານສະຖານະພາບການເງິນ 3.) ການຄາດຄະເນລາຍຮັບ 4.) ອັດຕາດອກເບ້ຍການເງິນ 5.) ອັດຕາດອກເບ້ຍດັ່ງກ່າວມີຜົນແນວໃດ? ສະຖານະພາບການເງິນ ເປັນການສະແດງຖານະການເງິນຂອງບໍລິສັດ. ເຊິ່ງສະແດງໃຫ້ເຫັນຄວາມອາດສາມາດຂອງທຸລະກິດວ່າ ມີກໍາໄລ ຫຼື ຂາດທຶນໃນຊ່ວງເວລາໃດໜຶ່ງ. ການເຄື່ອນໃຫວການເງິນ ສະແດງໃຫ້ເຫັນການໃຊ້ຈ່າຍຂອງບໍລິສັດໃນຊ່ວຍເວລາໃດໜຶ່ງ ເພື່ອຊີໃຫ້ເຫັນວ່າອັນໃດສ້າງລາຍຮັບ... ແຜນການເງີນ

ຈຸດປະສົງຂອງພາກນີ້ກໍ່ຄືການຊ່ວຍໃຫ້ທ່ານສາມາດເຂົ້າໃຈແນວຄວາມຄິດການເງິນແບບພື້ນຖານ ແລະ ການນຳໃຊ້ການບໍລິຫານການເງິນເຂົ້າໃນທຸລະກິດ.

ພາຍຫຼັງການອ່ານພາກນີ້ແລ້ວ, ທ່ານຈະສາມາດເຂົ້າໃຈບັນຫາດັ່ງນີ້:

1.) ການເງິນແມ່ນຫຍັງ?

2.) 
ບົດລາຍງານສະຖານະພາບການເງິນ

3.) ການຄາດຄະເນລາຍຮັບ

4.) ອັດຕາດອກເບ້ຍການເງິນ

5.) ອັດຕາດອກເບ້ຍດັ່ງກ່າວມີຜົນແນວໃດ?

ສະຖານະພາບການເງິນ

ເປັນການສະແດງຖານະການເງິນຂອງບໍລິສັດ. ເຊິ່ງສະແດງໃຫ້ເຫັນຄວາມອາດສາມາດຂອງທຸລະກິດວ່າ ມີກໍາໄລ ຫຼື ຂາດທຶນໃນຊ່ວງເວລາໃດໜຶ່ງ.

ການເຄື່ອນໃຫວການເງິນ

ສະແດງໃຫ້ເຫັນການໃຊ້ຈ່າຍຂອງບໍລິສັດໃນຊ່ວຍເວລາໃດໜຶ່ງ ເພື່ອຊີໃຫ້ເຫັນວ່າອັນໃດສ້າງລາຍຮັບ ແລະ ອນໃດສ້າງລາຍຈ່າຍ.

ເງິນໜູນວຽນ

ເປັນແຫຼ່ງເງີນທີ່ມີການຄາດຄະເນລວງໜ້າວ່າຈະມີເງິນນຳໃຊ້ໃນການດຳເນີນທຸລະກິດຫຼາຍເທົ່າໃດ? ສະຖານະພາບເງິນໜູນວຽນເປັນການສະແດງໃຫ້ເຫັນວ່າ ຊ່ວງໃດຈະຂາດເງິນ ແລະ ຈະຕ້ອງຢືມເງີນມາ ຊ່ວຍທຸລະກິດໃນຊ່ວງໃດ? ຫຼື ທ່ານອາດຕ້ອງໄດ້ຈັດສັນງົບປະມານເພີ່ມຫຼາຍເທົ່າໃດເພື່ອ ສືບຕໍ່ດຳເນີນທຸລະກິດ ແລະ ສ້າງຜົນກຳໄລ.

ງົບປະມານ

ງົບປະມານເປັນແຜນການເງິນທີ່ສ້າງຂື້ນເພື່ອໃຫ້ໄດ້ຕາມເປົ້າໝາຍການເງິນ, ລະບຸຊັດເຈນເປັນຕົວເລກ ໃນໄລຍະເວລາທີ່ແນ່ນອນ ແລະ ພາຍໃຕ້ເງື່ອນໄຂທີ່ຄາດກະໄວ້ລ່ວງໜ້າ. ເຊິ່ງແນວຄວາມຄິດດັ່ງກ່າວແມ່ນຕອບສະໜອງກັບທຸກໆຂົງເຂດວຽກງານຂອງອົງການຈັດຕັ້ງ.

ຄາດຄະເນຍອດຂາຍ

ສິ່ງໜື່ງທີ່ມີຄວາມອ່ອນໃຫວຫຼາຍກໍ່ຄືການຄາດຄະເນຍອດຂາຍ ເຊິ່ງເປັນສ່ວນໜຶ່ງສຳຄັນຫຼາຍໃນທຸລະກິດ. ເຊິ່ງຕ້ອງໄດ້ກຳນົດອັດຕາການເີ່ມຂື້ນຍອດຂາຍ ຕາມແຕ່ລະລະດັບລາຄາ.

ຈຳເປັນຕ້ອງໄດ້ສ້າງເປົ້າໝາຍທີ່ສາມາດເປັນຈິງໄດ້ ເພື່ອນຳມາກຳນົດການຂາຍໃຫ້ມີຄວາມເປັນຈິງຫຼາຍທີ່ສຸດ. ເປັນຕົ້ນ, ຫາກກໍລະນີທຸລະກິດຕົກໃນສະພາວະວິກິດ, ການປະເມີນຕົວເລກການຂາຍອາດຈະເຮັດໃຫ້ຜິດພາດ. ການປະເມີນຕ້ອງໄດ້ມີການເບິ່ງສະພາບທີ່ເກີດຂື້ນຜ່ານມາ ແລະ ກໍ່ບໍ່ສະເໜີໄປວ່າຈະຖືກຕ້ອງຕາມຕົວຈິງ. ເນື່ອງຈາກແຕ່ລະວັນມີການປ່ຽນແປງ. ເຖິງຈະບໍ່ສາມາດຄາດກະຄວາມຊັດເຈນໄດ້, ການປະເມີນຍອດຂາຍກໍ່ສ້າງໃຫ້ທ່ານສາມາດດຳເນີນທຸລະກິດຢ່າງມີເປົ້າໝາຍ.

ປັດໄຈທີ່ກະທົບໃສ່ຍອດຂາຍມີຫຼາຍ. ເປັນຕົ້ນແມ່ນລະດູການ, ການປ່ຽນແກງດຳລັດ, ການນຳເຂົ້າສິນຄ້າທີ່ທ່ານກຳລັງຜະລິດ, ຄ່ານິຍົມ, ແລະ ອື່ນໆ. ການສຶກສາປັດໃຈດັ່ງກ່າວ ທຽບໃສ່ຍອດຂາຍຕົວຈິງ ຈະເຮັດໃຫ້ທ່ານສາມາດດັດປັບຜະບິດຕະພັນຂອງທ່ານແຂ່ງຂັນໃນຕະຫຼາດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.