Norkhame
ບັດອ່ວຍພອນ ອັນຊົງພະລັງ ບັດອ່ວຍພອນ ອັນຊົງພະລັງ
ດຽວກ່ອນ…., ກ່ອນຈະສົ່ງ ບັດອອຍພອນ ເນື່ອງໃນໂອກາດ ຕ່າງໆ ໃຫ້ທ່ານອ່ານເບິ່ງບົດຄວາມ ນີ້ກ່ອນ. ບັດອວຍພອນມີຄວາມໝາຍແກ່ທຸລະກິດຂອງທ່ານ. ເພາະມັນ ສາມາດເປັນເຄື່ອງມືໃນ ການໂຄສະນາ ທຸລະກິດຂອງທ່ານ. ຈະເສຍເງິນສ້າງບັດອ່ວຍພອນ ຕ້ອງໄດ້ຄຳນຶງເຖິງຫຼາຍໆ ບັນຫາ. ໃນນີ້ ຈະສະເໜີ ສາມ-ສີ່ວິທີ່ ໃຫ້ທ່ານໄດ້ລອງໄປນຳໃຊ້ເບິ່ງ. ການສົ່ງບັດອວຍພອນເນື່ອງໃນໂອກາດຕ່າງໆນັ້ນ ເປັນການສະແດງສາຍພົວພັນລະຫວ່າງລູກ ຄ້າ ແລະ ບໍລິສັດ.... ບັດອ່ວຍພອນ ອັນຊົງພະລັງ

ດຽວກ່ອນ…., ກ່ອນຈະສົ່ງ ບັດອອຍພອນ ເນື່ອງໃນໂອກາດ ຕ່າງໆ ໃຫ້ທ່ານອ່ານເບິ່ງບົດຄວາມ ນີ້ກ່ອນ. ບັດອວຍພອນມີຄວາມໝາຍແກ່ທຸລະກິດຂອງທ່ານ. ເພາະມັນ ສາມາດເປັນເຄື່ອງມືໃນ ການໂຄສະນາ ທຸລະກິດຂອງທ່ານ. ຈະເສຍເງິນສ້າງບັດອ່ວຍພອນ ຕ້ອງໄດ້ຄຳນຶງເຖິງຫຼາຍໆ ບັນຫາ. ໃນນີ້ ຈະສະເໜີ ສາມ-ສີ່ວິທີ່ ໃຫ້ທ່ານໄດ້ລອງໄປນຳໃຊ້ເບິ່ງ.

ການສົ່ງບັດອວຍພອນເນື່ອງໃນໂອກາດຕ່າງໆນັ້ນ ເປັນການສະແດງສາຍພົວພັນລະຫວ່າງລູກ ຄ້າ ແລະ ບໍລິສັດ. ມັນຈະດີຊຳໃດ ຖ້າຫາກມີຄົນສົ່ງບັດອ່ວຍພອນໃນວັນເກີດ, ປີໄໝ່ ແລະ ໂອ ກາດຕ່າງໆ. ໂດຍສະເພາະປີໄໝ່ສາກົນ ເປັນໂອກາດໃນການ ສະແດງຄວາມຂອບໃຈ ໃນປີຜ່ານ ມາ ແລະ ສ້າງໂອກາດໃນ ການເຮັດວຽກນຳກັນທີ່ດີໃນຕໍ່ໜ້າ. ຜູ້ໄດ້ຮັບ ແລະ ຜູ້ສົ່ງໜ້າຈະມີ ຄວາມເພິງພໍໃຈຕໍ່ກັບການສະແດງ ຄວາມເວົ້າ ອັນຈົບງາມ ລົງໃນເຈ້ຍພິມ ຫຼື ຜ່ານທາງບັດ ອວຍພອນເອເລັກໂທຼນິກ.

ໃນແຕ່ລະປີພົບວ່າ, ຜູ້ປະກອບການ ແລະ ຫົວໜ່ວຍທຸລະກິດ ໄດ້ສົ່ງບັດອ່ວຍພອນເນື່ອງໃນ ໂອ ກາດຕ່າງໆ ເປັນຈຳນວນນັບລ້ານໆ ສະບັບ. ຂ້າພະເຈົ້າບໍ່ມີຕົວເລກທີ່ແນ່ນອນ. ໃນປະສົບການ ຕົວຈິງຈາກການໄດ້ ຮັບບັດອວຍພອນແລ້ວ ບັດອວຍພອນຈະຖືກ ອ່ານພຽງແຕ່ຄັ້ງດຽວໃນເວ ລາອັນສັ້ນໆ ແລ້ວກໍ່ຖືກລືມໄປ. ດັ່ງນັ້ນ ຖ້າຫາກບໍລິສັດຢາກຈະ ຖືໂອກາດອວຍພອນ ແລະ ໂຄ ສະນາບໍລິສັດ ບໍ່ວ່າຈະເປັນຄຳຂັວນໂຄສະນາ ຫຼື ສະແດງສິນຄ້າໄໝ່ແລ້ວ. ຕ້ອງໄດ້ໃສ່ໃຈໃນ ບັນຫາເລັກໆນ້ອຍ ທີ່ຈະກ່າວໃນບົດນີ້.

“ການປະກົດຕົວສິ່ງພິມທີ່ສະແດງລັກສະນະຄວາມເປັນຕົວຕົນຂອງບໍລິສັດ ມັນເປັນການສ້າງ ພາບພົດ. ທ່ານບໍ່ຄວນເສຍເງິນໄປ ລ້າໆໃນການສົ່ງບັດອວຍພອນ, ແຕ່ຈົງໃຊ້ມັນໃຫ້ກາຍເປັນ ເຄື່ອງມີໃນການໂຄສະນາ.

1. ສະແດງຄວາມເປັນສ່ວນຕົວ

ເນື່ອງຈາກບໍລິສັດເປັນຕົວຕົນຂອງທ່ານ. ການຈະສົ່ງບັດອວຍພອນທີ່ຊື້ຈາກຮ້ານທຳມະດາ ແລະ ບໍ່ມີຫຍັງກ່ຽວກັບສັນຍາລັກຂອບໍລິສັດເປັນສິ່ງທີ່ຄວນຫຼີກລ່ຽງ. ທ່ານ ສາມາດສ້າງບັດ ອວຍພອນ ໄດ້ດ້ວຍຕົວເອງ ໂດຍການດັດປັບ ແລະ ນຳເຄື່ອງໝາຍສັນຍາລັກບໍລິສັດ ອອກໂຄສະ ນາ. ການມີບັດອອກແບບສະເພາະ ມັນເປັນການສະແດງ ລັກສະນະສະເພາະຕົວຂອງບໍລິສັດ, ວັດຖະນະທຳການເຮັດວຽກຂອງບໍລິສັດ ເຊິ່ງຈະເປັນການສະແດງເຖິງລັກສະນະເດັ່ນ ແລະ ຄວາມແຕກຕ່າງຈາກບັດອວຍພອນທີ່ ຊື້ຕາມຮ້ານທົ່ວໆໄປ. ເຖິງວ່າຈະບໍ່ມີຄຳເວົ້າມ່ວນໆ ໃນບັດ ກໍ່ຕາມ ມັນຈະເປັນການສົ່ງຂໍ້ຄວາມໃຫ້ແກ່ຜູ້ອ່ານ ໄດ້ຮັບຮູ້ ຕົວຕົນທີ່ແທ້ຈິງວ່າ ບໍລິສັດນີ້ເຮັດ ຫຍັງ ແລະ ມີຕົວຕົນແບບໃດ.

2. ຂໍ້ຄວາມ

ໃນທຸກມື້ນີ້, ຄົນທີ່ເປີດບັດອອກມາອ່ານ ແມ່ນບໍ່ຕ່າງຫຍັງກັບອ່ານຂໍ້ມູນທາງອອນໄລ.  ດັ່ງນັ້ນ ຂໍ້ ຄວາມຕ້ອງສັ້ນ ແລະ ອ່ານງ່າຍ ເພື່ອເຮັດໃຫ້ສາມາດສື່ສານໄດ້ໄວທີ່ສຸດ ທັງຕ້ອງສ້າງຄວາມ ສົນໃຈ. ສິ່ງສຳຄັນທີ່ສຸດ ຕ້ອງສະແດງຄວາມອ່ອນໂຍນ ແລະ ທີ່ແນ່ນອນ ສະແດງຄວາມເປັນ ຕົວຕົນຂອງບໍລິສັດ.

ຄຳເວົ້າທີ່ຂາດບໍ່ໄດ້ກໍ່ຄື “ຂອບໃຈ”, ລາຍເຊັນເຈົ້າຂອງບໍລິສັດ ໃນແຕ່ລະບັດ ຫຼື ອາດຈະລວມ ພະ ນັກງານສຳຄັນໆໃນບໍລິສັດ.​ ລາຍເຊັນດ້ວຍມື ຈະເປັນການສະແດງໃຫ້ຄົນອ່ານໄດ້ເຫັນວ່າ ຜູ້ໃຫ້ ເຫັນຄວາມສຳຄັນຂອງຄົນຮັບບັດ.​ ສິ່ງເລັກນ້ອຍເຫຼົ່ານີ້ເຮັດໃຫ້ ບັດອວຍພອນ ມີຄວາມງົດງາມ ແລະ ໜ້າອ່ານຫຼາຍຂື້ນ.

3. ການນຳສະເໜີ

ວິທີການສົ່ງບັດອາດບໍ່ມີຄວາມສຳຄັນຫຼາຍ. ຊອງບັດອວຍພອນ ຈະເປັນສິ່ງທຳອິດກະຕຸ້ນໃຫ້ ຄົນເປີດອ່ານຂໍ້ຄວາມທາງໃນ ຫຼື ຈະບໍ່ເປີດອ່ານເລີຍ. ເມື່ອເປັນດັ່ງນັ້ນ ຢ່າໄດ້ໃຫ້ຄວາມສົນໃຈ ໜ້ອຍລົງກັບບັນຫາ ເລື່ອງຊ່ອງ. ບັດຄວນຖືກຫຸ້ມຫໍ່ ດ້ວຍການອອກແບບເປັນລັກສະນະດຶງດູດ ແລະ ຕິດພັນກັບການສະແດງ ຕົວຕົນຂອງບໍລິສັດ. ເປັນໄປໄດ້ອາດມີ ການອອກແບບກຼາບຟິກ ທີ່ເປັນລັກສະນະສະເພາະຕົວທີ່ຊອງ.

4. ຈຸດປະສົງ

ແນ່ນອນການສົ່ງບັດອວຍພອນເປັນການສະແດງ ຄວາມມີນຳ້ໃຈ ແລະ ການນັບຖື ແຕ່ມັນໝາຍ ເຖິງວຽກງານການຕະຫຼາດ. ບໍ່ມີຫຍັງທີ່ຈະເປັນສິ່ງໜ້າອັບອາຍ ໃນການສະແດງຄວາມປື້ມປິຕິ ຍິນດີໃນນາມບໍລິສັດ ແລະ ໃນເວລາດຽວກັນ ກໍ່ເປັນໂອກາດອັນດີໃນການສ້າງໂອກາດ ແລະ ສະ ແດງຄວາມຕັ້ງໃຈໃນການສ້າງຄວາມປະທັບໃຈ ເພື່ອໂອກາດໃນການເຮັດທຸລະກິດຮ່ວມກັນຕື່ມ ອີກ. ສິ່ງທີ່ຄວນບັນຈຸໃນບັດ ແມ່ນການກະຕຸ້ນໃຫ້ມີການເຮັດວຽກຮ່ວມກັນໃນຕໍ່ໜ້າ. ຕົວຢ່າງ:

  • ສະໜອງການຫຼຸດລາຄາ ໃນການເຮັດວຽກຮ່ວມກັນໃນຕໍ່ໜ້າ ຫຼື ຄັດຕິດເອກະສານກ່ຽວ ກັບ ການສະໜອງສິດທິພິເສດທາງທຸລະກິດ ໃສ່ທາງດ້ານຫຼັງບັດອວຍພອນ.
  • ຄັດຕິດນາມບັດທາງທຸລະກິດ ໃສ່ໃນບັດອວຍພອນ ໃນວາລະຕ່າງໆ.
  • ບັນຈຸລະຫັດຫຼຸດລາຄາຊື້ສິນຄ້າໃສ່ໃນບັດ
  • ສະໜອງລາງວັນ ຫຼື ອັດຕາສ່ວນຫຼຸດໃນການເຮັດທຸລະກິດໃນຕໍ່ໜ້າ

ທ່ານຄວນບັນທຶກ ຮູບແບບ ແລະ ເນື້ອໃນຂອງບັດອວຍພອນທີ່ສົ່ງອອກໄປໃນແຕ່ລະຄັ້ງ. ເພາະ ການສົ່ງຂໍ້ຄວາມອວຍພອນ ແລະ ຮູບແບບບັດແນວຊຳ້ກັນມັນເປັນສິ່ງທີ່ບໍ່ໜ້າຕື່ນເຕັ້ນ ແລະ ມັນໜ້າເບື່ອ ສຳລັບຄົນອ່ານທີ່ຕ້ອງອ່ານແນວເກົ່າໆ. ການສົ່ງບັດ ມັນເປັນການສະແດງຄວາມ ນອບນ້ອມຂອງບໍລິສັດ ໃນຂະນະດຽວກັນ ມັນເປັນການສ້າງຄວາມປະທັບໃຈ ໃນກາລະໂອກາດ ສຳຄັນ ເຊັ່ນ: ປີໄໝ່. ທ່ານ ຄວນໃຊ້ເວລາກັບມັນໃນການຄົ້ນຄິດ ເພາະຜົນໄດ້ຮັບແກ່ທຸລະກິດນັ້ນ ມີຫຼາຍ.

ທ່ານມີປະສົບການ ຫຼືແນວຄວາມຄິດໃດບໍ່ໃນການສົ່ງບັດອວຍພອນ? ທ່ານສາມາດນຳມາສົນ ທະນາ ຫຼື ປະກອບຄຳເຫັນໄດ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.