Norkhame
ແນວໃດກໍ່ເປັນສຸກ ແນວໃດກໍ່ເປັນສຸກ
ເມື່ອເຮົາເປີດຕົວເອງຫາການດຳລົງຊີວິດໃນແຕ່ລະວັນ ຫຼື ການປະຕິບັດໜ້າທີ່ໃນແຕ່ລະວັນແລ້ວເຮົາຈະເຫັນວ່າ, ໃນປະຈຸບັນທີ່ເຮັດວຽກ ຫຼື ນັ່ງທີ່ໃດໜຶ່ງ ເຮົາສາມາດເປັນສຸກໄດ້. ພວກເຮົາບໍ່ຕ້ອງເປັນກັງວົນກັບອານາຄົດ. ສິ່ງທີ່ເປັນຢູ່ໃນປະຈຸບັນຈະນຳເຮົາໄປໃນວັນຂ້າງໜ້າບໍ່ວ່າຈະເຮັດ ຫຼື ບໍ່ເຮັດຫຍັງເວລາກໍ່ຈະປຽນໄປ. ແຕ່ວ່າຄົນເຮົາສ່ວນຫຼາຍນັ້ນ ປະປ່ອຍໃຫ້ຈິດສຳນຶກຂອງເຮົາສ້າງພາບໃນອານາຄົດ ແລະ ລືມການຮັບຮູ້ໃນປະຈຸບັນ. ບາງຄັ້ງເຮົາກໍ່ເກັບເອົາປະສົບການທີ່ບໍ່ດີມາໃນວັນປະຈຸບັນ. ສິ່ງນີ້ເຮັດໃຫ້ຄົນເຮົາ ບໍ່ສາມາດຫາຄວາມສຸກໄດ້ທີ່ມີໃນປະຈຸບັນ. ນີ້ຄືການຄິດທີ່ເປັນຜົນເສຍກັບສະຖານະພາບຄວາມສຸກຂອງເຮົາໃນປະຈຸບັນ ແລະ ທັງຍັງເສຍເວລາທີ່ຕ້ອງໄດ້ເກັບເອົາເລື່ອງບໍ່ດີ ຫຼື ກັງວົນໃນອານາຄົດ. ຫຼາຍຄັ້ງຈະເຫັນຄົນຫຼົບຫຼີກປັນຫາ... ແນວໃດກໍ່ເປັນສຸກ

ເມື່ອເຮົາເປີດຕົວເອງຫາການດຳລົງຊີວິດໃນແຕ່ລະວັນ ຫຼື ການປະຕິບັດໜ້າທີ່ໃນແຕ່ລະວັນແລ້ວເຮົາຈະເຫັນວ່າ, ໃນປະຈຸບັນທີ່ເຮັດວຽກ ຫຼື ນັ່ງທີ່ໃດໜຶ່ງ ເຮົາສາມາດເປັນສຸກໄດ້. ພວກເຮົາບໍ່ຕ້ອງເປັນກັງວົນກັບອານາຄົດ. ສິ່ງທີ່ເປັນຢູ່ໃນປະຈຸບັນຈະນຳເຮົາໄປໃນວັນຂ້າງໜ້າບໍ່ວ່າຈະເຮັດ ຫຼື ບໍ່ເຮັດຫຍັງເວລາກໍ່ຈະປຽນໄປ.

ແຕ່ວ່າຄົນເຮົາສ່ວນຫຼາຍນັ້ນ ປະປ່ອຍໃຫ້ຈິດສຳນຶກຂອງເຮົາສ້າງພາບໃນອານາຄົດ ແລະ ລືມການຮັບຮູ້ໃນປະຈຸບັນ. ບາງຄັ້ງເຮົາກໍ່ເກັບເອົາປະສົບການທີ່ບໍ່ດີມາໃນວັນປະຈຸບັນ. ສິ່ງນີ້ເຮັດໃຫ້ຄົນເຮົາ ບໍ່ສາມາດຫາຄວາມສຸກໄດ້ທີ່ມີໃນປະຈຸບັນ. ນີ້ຄືການຄິດທີ່ເປັນຜົນເສຍກັບສະຖານະພາບຄວາມສຸກຂອງເຮົາໃນປະຈຸບັນ ແລະ ທັງຍັງເສຍເວລາທີ່ຕ້ອງໄດ້ເກັບເອົາເລື່ອງບໍ່ດີ ຫຼື ກັງວົນໃນອານາຄົດ. ຫຼາຍຄັ້ງຈະເຫັນຄົນຫຼົບຫຼີກປັນຫາ ຫຼື ບໍ່ມ່ວນກັບຊີວິດທີ່ເປັນຢູ່ ຈົນເຮັດໃຫ້ບໍ່ຄົ້ນພົບຄວາມສຸກໃນປະຈຸບັນ.

ຫຼາຍໆຄົນໜີປັນຫາດ້ວຍຫຼາຍໆຮູບແບບ ຫຼື ບໍ່ໃສ່ໃຈ ແລະ ປະຄວາມຮັບຜິດຊອບໄປເລີຍ. ທັງນີ້ກໍ່ເນື່ອງຈາກຄວາມຄິດທີ່ສ້າງພາບໄວ້ວ່າເຂົາເຈົ້າບໍ່ໄດ້ ຫຼື ອາດຈະບໍ່ໄດ້ສິ່ງທີ່ເຂົາເຈົ້າຕ້ອງການ. ການສ້າງຄວາມຮູ້ສຶກມີຊີວິດມ່ວນຊື່ນໃນແຕ່ລະວັນບໍ່ວ່າ ສະຖານະການຂອງຊີວິດໃນແຕ່ລະວັນຈະເປັນແນວໃດກໍ່ຕາມ, ບໍ່ຄວນມີເງື່ອນໄຂໃດໆຕັ້ງຂື້ນ.

ຄົນລາວເຮົາມັກເວົ້າ, ຖ້າຖືກຫວຍຈັກ 100 ລ້ານ ຈະມີຄວາມສຸກ ຂະໜາດ, ຖ້າລູແຕ່ງງານ ຫຼື ຈະເປັນແນວນັ້ນແນວນີ້, ຫຼື ວ່າຄົນຈະມີຄວາມສຸກຖ້າຫາກຕົກຫຼຸມຮັກ ຫຼື ແຕ່ງງານແລ້ວຊີວິດຄົງຈະດີຂື້ນ. ຫຼື ຫຼາຍຄົນຢາກເຮັດວຽກໃນສະຖານທີ່ຕົນເອງຕ້ອງການຄົງຈະເປັນສຸກ.

ຖ້າຫາກທ່ານຢາກໃຫ້ຊີວິດເປັນສຸກທຸກໆເວລາ. ຄວາມສຸກສາມາດເກີດຂື້ນໄດ້ແບບບໍ່ມີເງື່ອນໄຂ. ຊີວິດທີ່ເປັນສຸກ ກໍ່ຄືການຮັບຮູ້ວ່າເຮົາມີຊີວິດໃນໂລກນີ້ກໍ່ໜ້າຈະພໍ. ແລ້ວເປີດຫາໂອກາດການຮຽນຮູ້ໃນຂະນະທີ່ທ່ານຢູ່ໃນສະຖານທີ່ນັ້ນໆ. ຮັບຮູ້ ແລະ ເບິ່ງປະສົບການທີ່ອາດມີທັງດີ, ບໍ່ຄາດຝັນ ແລະ ຮຽນປະສົບການໃໝ່ໆວ່າເປັນສ່ວນໜຶ່ງຂອງການມີຊີວິດ.

ໃນທາງທຸລະກິດ ແລະ ການງານຫຼາຍໆຂົງເຂດ ອາດຈະມີເຄື່ອງມືວັດແທກຄວາມກ້າວໜ້າຂອງວຽກງານ; ແຕ່ໃນຊີວິດຕົວຈິງແລ້ວ ເຮົາບໍ່ສາມາດບອກໄດ້ຊັດເຈນວ່າ ສິ່ງທີ່ໄດ້ມາ ກັບສິ່ງທີ່ຄາດຫວັງນັ້ນເປັນຄືກັນບໍ່? ຫຼາຍໆຄົນມັກຜິດຫວັງ ແລະ ຄິດວ່າຄວາມເປັນຈິງ ກັບສິ່ງທີ່ຕ້ອງການນັ້ນແຕກຕ່າງກັນ. ເຊັ່ນ: ໄດ້ແຕ່ງດອງ ແຕ່ກໍ່ແຕ່ງກັບຄົນທີ່ບໍ່ໄດ້ຮັກແທ້ໆ, ຫຼື ໄດ້ເຮັດວຽກ ແຕ່ກໍ່ບໍ່ໄດ້ເຮັດວຽກທີ່ມັກແທ້ໆ. ສິ່ງນີ້ເຮັດໃຫ້ຊີວິດເຮົາຜິດຫວັງໄດ້ງ່າຍ ແລະ ບໍ່ເປັນສຸກ.

ເວລາທີ່ປະສົບຜົນສຳເລັດໃນວຽກງານໃຫຍ່ໆອັນໃດໜຶ່ງ, ເຮົາຕ່າງກໍ່ມີຄວາມພາກພູມໃຈ ແລະ ຍຶດຕິດກັບວັດຖຸ, ຫຼື ຖານະຕໍແໜ່ງ. ທີ່ແນ່ນອນຢ້ານທີ່ຈະເສຍສິ່ງດັ່ງກ່າວໄປໃນຕໍ່ໜ້າ. ຫຼື ວ່າກັງວົນກັບສິ່ງທີ່ໄດ້ຮັບມາວ່າເປັນສິ່ງທີ່ຍັງບໍ່ທັນຫຼາຍພໍກັບຄວາມຕ້ອງການ. ເຊັ່ນ: ເງິນ, ວັດຖຸ, ຍົດຖາບັນດາສັກ.

ຖ້າເຮົາຖືຄວາມສຸກດ້ວຍການມີສັບສິນ ແລະ ວັດຖຸ ເພື່ອມາເປັນເຄື່ອງວັກແທກ ຫຼື ສ້າງເປັນຄວາມສຸກແລ້ວ, ຄົນເຮົາຈະບໍ່ເຫັນຄວາມຄິດ ແລະ ຈິດສຳນຶກທີ່ເຮົາມີຂ້າງໃນ ທີ່ກໍ່ໃຫ້ເກີດມີການປະພຶດໃນແຕ່ລະວັນ. ຫາກຄົນເຮົາສາມາດ ເຫັນຄວາມຄິດຂອງຕົນເອງແລ້ວ ຈະເປັນການສ້າງຄວາມສຸກທີ່ໜັ້ນຄົງໄດ້ດົນກວ່າການ ຖືເອົາວັດຖຸມາເປັນເງື່ອນໄຂຂອງການສຸກ ຫຼື ທຸກ.

ເຖິງວ່າໃນປະຈຸບັນ ທ່ານຈະບໍ່ມີໃນສິ່ງທີ່ທ່ານຢາກມີ ຫຼື ບໍ່ໄດ້ເປັນໃນສິ່ງທີ່ທ່ານຢາກເປັນ ຄືດັ່ງທີ່ທ່ານຄິດໄວ້ນັ້ນ. ສິ່ງນັ້ນບໍ່ແມ່ນສິ່ງຕັດສິນຄວາມສຸກຂອງຊີວິດ. ເຮົາຈົ່ງມາພິຈາລະນາການມີຄວາມສຸກໃນການເຮັດວຽກປະຈຳວັນ. ສ້າງປະສົບການ, ແລະ ການຮຽນຮູ້ທີ່ດີໆໃນແຕ່ລະວັນຢ່າງເຕັມທີ່. ເມື່ອທ່ານເຮັດໄດ້ແນວນັ້ນ, ຊີວິດຂອງທ່ານຈະຍິງມີຄວາມສຸກຫຼາຍຂື້ນ. ເພາະທ່ານຈະບໍ່ຄ່ອງຄອຍ ກັບສິ່ງທີຈະເກີດຂື້ນ ແຕ່ກັບມ່ວນກັບການສ້າງສັນ ແລະ ການເດີນທາງຫາຈຸດທີ່ຝັນໃນທຸກໆຂະນະ.

ເຫັນຫຼາຍໆຄົນໄດ້ດັ່ງຫວັງ ແຕ່ເຂົາເຈົ້າກໍ່ວ່າໃຊ້ເວລາມາຫຼາຍປີໃນການເຮັດວຽກຢາກບາກບັ່ນ. ນັກກິລາຫຼຽນຄຳໂອລຳປິກ ຫຼາຍຄົນເກີດມາແລ້ວມີແຕ່ການຊ້ອມຢ່າງໜັກເປັນສິບໆປີ. ຫຼາຍໆຄົນມ່ວນກັບການຊ້ອມໃນແຕ່ລະວັນ. ນາງ ມິເຊວ ຄະວັນ, ນັກກິລາສະເກັດນຳ້ແຂງທີ່ເກັ່ງກາດ, ເຊື້ອ ສາຍຈີນ ສັນຊາດອາເມລິກາ ໄດ້ເວົ້າວ່າ: ຄວາມສຸກທີ່ລາວມີ ບໍ່ແມ່ນການໄດ້ແຊ໊ມສະເກັດຍິງ, ແຕ່ຄວາມວ່ນຊື່ນຈາກການຊ້ອມ. ເຖິງວ່າບາງຄັ້ງຈະບາດເຈັບຈາກການຊ້ອມຫຼາຍ ແຕ່ຄວາມສຸກໃນແຕ່ລະວັນເປັນສິ່ງສຳຄັນ. ບໍ່ວ່າແມ່ນຫຍັງຈະເກີດຂື້ນ ລາວກໍ່ຈະຊ້ອມ. ຈົນກາຍເປັນຕຳນານຈາລຶກໄວ້.

ການສ້າງຄວາມສຸກແບບ ບໍ່ຕ້ອງມີເງື່ອນໄຂ ຄືການປ່ອຍໃຫ້ຄວາມຮູ້ສຶກດີໆຂ້າງໃນ; ສ້າງຄວາມເພີດເພີນໃນກິດຈະກຳ ແລະ ການຮຽນຮູ້ສູ່ເປົ້າໝາຍ. ຫາປະສົບການໃຫ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້ໃນແຕ່ລະວັນທີ່ມີເຂົ້າມາ ບໍ່ວ່າຈະເປັນສິ່ງທີ່ດີ ຫຼື ບໍ່ດີກໍ່ຕາມ. ຕ້ອງມີຈິດສຳນຶກ ສຳພັດກັບທຸກໆ ສິ່ງທຸກຢ່າງທີ່ເຂົ້າມາໃນຊີວິດ. ແລະ ກໍ່ໃຫ້ວາດພາບຫາສິ່ງທີ່ດີໆ ເພາະນັ້ນຈະກໍ່ໃຫ້ເກີດ ມີການສ້າງປະສົບການທີ່ດີໆ. ເພື່ອເຮັດໃຫ້ຊີວິດມີຄວາມສຸກໄດ້ໂດຍບໍ່ຕ້ອງມີເງື່ອນໄຂ.

ຄົນເຮົາໃນຍຸກປະຈຸບັນນີ້ມີຄວາມອົດທົນໜ້ອຍຫຼາຍ. ຫຼາຍໆອັນມີສິ່ງອຳນວຍຄວາມສະດວກ ຈົນເຮັດໃຫ້ມະນຸດເຮົາເຮັດວຽກໄດ້ໄວ ແລະ ສະດວກຂື້ນ. ຈົນເຮັດໃຫ້ຄົນເຮົາຜິດຫວັງກັບຜົນທີ່ເກີດຂື້ນ ແລະ ມັກຈະໝົດຄວາມອົດທົນ ແລະ ຄິດໃນແງ່ບໍ່ດີໄປເລີຍ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.