Norkhame
ແຜນດຳເນີນງານ ແຜນດຳເນີນງານ
ຈຸດປະສົງ​ຂອງ​ພາກ​ນີ້ ຈະ​ຊ່ວຍ​ໃຫ້​ທ່ານ​ສາມາດ​ສ້າງ​ແຜນການ​ຈັດຕັ້ງປະຕິບັດ​ໄດ້ ​ແລະ ​ເຂົ້າ​ໃຈຄວາມ​ສຳຄັນ​ແລະ ຜົນ​ປະ​ໂຫຍ​ດ ຂອງການສ້າງກິດຈະກຳການດຳເນີນງານ. ທັງຍັງຈະເປັນການສ້າງທີມງານເຮັດວຽກເພື່ອເປົ້າໝາຍດຽວກັນ. ພາຍຫຼັງການ​ສຶກສາ​ພາກ​ນີ້, ທ່າ​ຈະ​ສາມາດ​ເຂົ້າ​ໃຈ​ດັ່ງນີ້: ​ແຜນການ​ຈັດຕັ້ງປະຕິບັດ​ແມ່ນ​ຫຍັງ? ​ແລະ ສິ່ງ​ທີ່​ຈະ​ນຳ​ໃຊ້​​​ແນວ​ໃດ? ສິ່ງ​​ໃດ​ທ່ານ​ຄວນ​ຈະ​ບັນຈຸ​ເຂົ້າ ​ແລະ ວິທີ​ຂຽນ​ ຜ່ານ​ການ​ກະກຽມ​ໃນ​ພາ​ກກ່ອນໆ, ທ່ານ​ຈະ​ມີ​ແນວ​ຄວາມ​ຄິດທີ່​ຊັດ​ເຈນ​ກ່ຽວກັບ​ທຸລະກິດທີ່ທ່ານຕ້ອງການສ້າງຂື້ນ. ທ່ານຈະ​ຮູ້ຈັກ​ດີ​ກ່ຽວກັບ​ທຸລະ​ກິດ​ຂອງ​ທ່ານ, ​ແລະ ທ່ານ​ຈະ​ມີ​ຄວາມໜັ້ນ​ໃຈ​ກ້ຽວກັບ​ປະ​ລິ​ມານ​ຄວາມ​ຕ້ອງການ​ສິນຄ້າ​ຂອງ​ທ່ານ. ທ່າ​ນຈະ​ສາມາດ​ເບິ່ງ​ເຫັນ​ຄູ່​ແຂ່ງ​ວ່າ​ເຂົາ​ເຈົ້າ​ເຮັດ​ແນວ​ໃດ? ​ແລະ ຈະ​ພົບ​ເຫັນ​ຊ່ອງ​ທາງ​ທີ່​ທ່ານ​ຈະ​ສາມາດ​ໄດ້​ປຽບຈາກ​ທຸລະ​ກິດ​. ທ່ານ​ອາດ​ມີຫຼາຍ​ແນວ​ຄວາມ​ຄິດ​ໃນ​ການຈັດຕັ້ງຍຸດ​ທະ​ສາດ... ແຜນດຳເນີນງານ

ຈຸດປະສົງ​ຂອງ​ພາກ​ນີ້ ຈະ​ຊ່ວຍ​ໃຫ້​ທ່ານ​ສາມາດ​ສ້າງ​ແຜນການ​ຈັດຕັ້ງປະຕິບັດ​ໄດ້ ​ແລະ ​ເຂົ້າ​ໃຈຄວາມ​ສຳຄັນ​ແລະ ຜົນ​ປະ​ໂຫຍ​ດ ຂອງການສ້າງກິດຈະກຳການດຳເນີນງານ. ທັງຍັງຈະເປັນການສ້າງທີມງານເຮັດວຽກເພື່ອເປົ້າໝາຍດຽວກັນ.

ພາຍຫຼັງການ​ສຶກສາ​ພາກ​ນີ້, ທ່າ​ຈະ​ສາມາດ​ເຂົ້າ​ໃຈ​ດັ່ງນີ້:

  1. ​ແຜນການ​ຈັດຕັ້ງປະຕິບັດ​ແມ່ນ​ຫຍັງ? ​ແລະ ສິ່ງ​ທີ່​ຈະ​ນຳ​ໃຊ້​​​ແນວ​ໃດ?
  2. ສິ່ງ​​ໃດ​ທ່ານ​ຄວນ​ຈະ​ບັນຈຸ​ເຂົ້າ ​ແລະ ວິທີ​ຂຽນ​

ຜ່ານ​ການ​ກະກຽມ​ໃນ​ພາ​ກກ່ອນໆ, ທ່ານ​ຈະ​ມີ​ແນວ​ຄວາມ​ຄິດທີ່​ຊັດ​ເຈນ​ກ່ຽວກັບ​ທຸລະກິດທີ່ທ່ານຕ້ອງການສ້າງຂື້ນ. ທ່ານຈະ​ຮູ້ຈັກ​ດີ​ກ່ຽວກັບ​ທຸລະ​ກິດ​ຂອງ​ທ່ານ, ​ແລະ ທ່ານ​ຈະ​ມີ​ຄວາມໜັ້ນ​ໃຈ​ກ້ຽວກັບ​ປະ​ລິ​ມານ​ຄວາມ​ຕ້ອງການ​ສິນຄ້າ​ຂອງ​ທ່ານ. ທ່າ​ນຈະ​ສາມາດ​ເບິ່ງ​ເຫັນ​ຄູ່​ແຂ່ງ​ວ່າ​ເຂົາ​ເຈົ້າ​ເຮັດ​ແນວ​ໃດ? ​ແລະ ຈະ​ພົບ​ເຫັນ​ຊ່ອງ​ທາງ​ທີ່​ທ່ານ​ຈະ​ສາມາດ​ໄດ້​ປຽບຈາກ​ທຸລະ​ກິດ​.

ທ່ານ​ອາດ​ມີຫຼາຍ​ແນວ​ຄວາມ​ຄິດ​ໃນ​ການຈັດຕັ້ງຍຸດ​ທະ​ສາດ ​ເພື່ອ​ເຮັດ​ໃຫ້​ລູກ​ຄ້າ​ທ່າ​​ແຮງ​ຂອງ​ທ່ານ​ຮັບ​ຊາບ​ກ່ຽວກັບ​ຜະລິດ​ຕະພັນ​ແລະ​ການ​ບໍລິການ, ບ່ອນ​ຊື້, ລາຄາ​ທີ່​ຕ້ອງ​ຈ່າຍ​ເພື່ອ​ແລກປ່ຽນຄຸນ​ນະພາ​ບຂອງ​ສິນຄ້າ. ສິ່ງ​ທີ່​ທ່ານ​ຍັງ​ບໍ່ທັນ​ໄດ້​ອະທິບາຍ, ທ່າ​ຈະ​ຕ້ອງ​ໄດ້​ເຮັດ​ຜະລິດ​ຕະພັນ-ວິທີ​ຂຽນ ​ແຜນ​ດຳ​ເນີນ​ງານ.

ຈຸດປະສົງ​ແຜນ​ດຳ​ເນີນ​ງານ

​ແຜນ​ດຳ​ເນີນ​ງານ, ​ເປັນ​ສິ່ງ​ທີ່​ກ່າວ​ເຖິງ ວິທີ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​​ໃຫ້​ເກີດ​ຜົນ​ເປັນ​ຈິງ. ບໍ່ວ່າ​ຍຸດ​ທະ​ສາດ​ການ​ດຳ​ເນີນ​ແຜນການ​ຕະຫຼາດ ​ແລະ ການ​ຂາຍ​ຈະ​ດີ​ຫຼາຍປານ​ໃດ, ຖ້າ​ຫາກ​ທ່ານ​ບໍ່ສາມາດ​ສ້າງ​ຜະລິດ​ຕະພັນ, ທ່ານ​ກໍ່ຈະ​ບໍ່ສາມາດ​ຂາຍ​ໄດ້. ເຊັ່ນ​ດຽວກັນ, ຖ້າ​ຫາກທ່ານ​ສາມາດ​ສ້າງ​ຜະລິດ​ຕະພັນ, ​ແຕ່​ຫາກ​ບໍ່ສາມາດ​ສ້າງ​ຜົນ​ກຳ​ໄລ​ໄດ້ ກໍ່ຈະ​ເຮັດ​ໃຫ້​ທຸລະ​ກິດ​ຂອງ​ທ່ານ​ບໍ່ສາມາດ​ຄົງ​ຕົວ​ໄດ້.

​ແຜນການ​ດຳ​ເນີນ​ງານ​ສາມາດ​ອະທິບາຍ​ໄດ້​ວິທີ​ໃນ​ການ​ສ້າງ​ຜະລິດ​ຕະພັນ,ຂະ​ບວນການຈັດ​ສົ່ງ, ການ​ບໍລິການ​ເສີມ​ອື່ນໆ ​ແລະ ຈະ​ຕົກ​ເປັນ​ມູນ​ຄ່າ​ເທົ່າ​ໃດ. ສິ່ງ​ດັ່ງກ່າວ​ຄາດວ່າເປັນພຽງພື້ນຖານ. ຖ້າຫາກການຄາດຄະເນມີຄວາມງ່າຍດ່າຍ, ກໍ່ຈະເຮັດໃຫ້ຄົນທຸ.ຄົນເປັນເສດຖິໝົດ. ສິ່ງໜື່ງທີ່ທ່ານຕ້ອງໄດ້ຮັບຊາບກໍ່ຄືວ່າ: ບໍ່ແມ່ນທຸກໆຢ່າງຈະເປັນໄປຕາມແຜນການ. ແຜນການຈັດຕັ້ງປະຕິບັດຈະເປັນການກະຕວງຄວາມສ່ຽງຕ່າງໆທີ່ທາງທຸລະກິດຈະໄດ້ພົບ ແລະ ວິທີທາງໃນການແກ້ໄຂ.

​ໂດຍ​ການ​ລິ​ເລີ່​ມ​ແຜນການ​ຈັດຕັ້ງກິດຈະກຳ​ດັ່ງກ່າວ ຈະ​ເຮັດ​ໃຫ້​ທ່ານ ສາມາດ​ນຳ​ໃຊ້​​ເຂົ້າ​ໃນ​ກິດຈະກຳ​ວຽກງານ​ຕົວ​ຈິງ, ​ແລະ ສ້າງຄວາມໜັ້ນ​ໃຈ​ໃຫ້​ແກ່​ຄົນ​ອື່ນໆ​ໃນ​ທີ​ມງານ ວ່າ​ຈະ​ສາມາດ​ສ້າງ​ຄວາມ​ສຳ​ເລັດ​ໃນ​ການ​ດຳ​ເນີນ​ງານ​ເຊິ່ງນອນ​ໃນ​ທຸກໆ​ເອກະສານ​ດຳ​ເນີນ​ງານ​ຂອງ​ທຸລະ​ກິດ​ທີ່​ທ່ານ​ສະ​ເໜີ.

​ເອກະສານ​ດັ່ງກ່າວ​ຈະ​ປະກອບ​ມີ​ການ​ອ້າງ​ອີງ​ຫຼາຍໆກິດຈະກຳ​ທີ່​ຈະ​ຊ່ວຍ​ໃຫ້​ທ່ານ​ສາມາດ​ກວດ​ສອບ​ເບິ່ງ​ການ​ປະຕິບັດ​ງານ ​​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ທຸກໆສິ່ງ​ທີ່​ວາງ​ແຜນ​ໄດ້​ເຮັດ​ໄປໝົດ​ຕາມ​ຍຸດ​ທະ​ສາດ​ທີ່​ວາງ​ໄວ້ ບໍ່​ແມ່ນ​ການ​​ເຮັດ​ວຽກທີ່​ຄົ້ນຄິດ​​ເພື່ອ​​ແກ້​ບັນຫາ​ສະ​ເພາະໜ້າ​ແກ​້ສະຖານະ​ການ​ທີ່​ເກີດ​ຂື້ນ. ທັງ​ຍັງ​ຈະ​ຊ່ວຍ​ໃຫ້​ທ່ານ​ສາມາດ​ກວດ​ສອບ ວ່າ​ມີ​ອັນ​ໃດ​ບົກ​ຜ່ອງ, ສາມາດ​ປັບປຸງ ​ແລະ ​ ປັບ​ປ່ຽນ​ໃນຕໍ່ໜ້າ.

​​ຈະ​ເປັນ​ການ​ບັນຈຸ​ເອົາ​ທຸກໆ​ເຫດກາ​ນທີ່​ມີ​ຄວາມ​ສຳຄັນ​ໃນ​ແຜນການ​ດຳ​ເນີນ​ງານ. ​ແຕ່​ລະ​ກິດຈະກຳ​ຈະ​ມີ​ການ​ຕໍ່​ເນື່ອງ​ກັນ​ໃນ​ທຸລະ​ກິດ. ຕົວຢ່າງ, ການ​ນຳ​ໃຊ້​ການ​ໂຄສະນາ​ທາງ​ອອນ​ໄລ ​ເພື່ອ​ໃຫ້​ຄົ​ນ​ໄດ້​ເຫັນ​ພາບ​ພົດ​ຂອງ​ບໍລິສັດ ຈະ​ເປັນ​ການ​ສ້າງ​ຄວາມໜ້າ​ເຊື່ອ​ຖື​ໄດ້​ດີ​ໃນ​ຍຸກ​ປະ​ຈຸ​ບັນ. ກົງກັນຂ້າມ​ຫາກ​ກຸ່ມ​ລູກ​ຄ້າ​ເປົ້າໝາຍບໍ່​ແມ່ນ​ຄົນ​ໃຊ້​ສື່​ອອນ​ໄລ, ກໍ່ຈະ​ບໍ່​ເຮັດ​ໃຫ້​ສິນຄ້າ​ຂອງ​ທ່ານ​ສາມາດ​ເຂົ້າກຸ່ມ​ຄົນ​ນັ້ນ​ໄດ້. ການ​ເລືອກ​ການ​ໂຄສະນາ​​ຜ່ານ​ທາງ​ສິງ​ພີ​ມອາ​ດຕ້ອງ​ໄດ້​ຖືກ​ນຳ​ມາ​ໃຊ້​ແທນ.

ສະຫຼຸບລວມ​ແລ້ວ, ​ໃນ​ແຜນການ​ດຳ​ເນີນ​ງານ ຈະ​ເປັນ​ການ​ກຳນົດ​ທຸກໆກິດຈະກຳ ​ບໍລິຫານ​ງານ​ໃນ​ແຕ່​ລະ​ວັນ ​ເພື່ອ​ສ້າງ​ການ​ຜະລິດ ຫຼື ​ໃຫ້​ບໍລິການ ຜ່ານ​ທຸລະ​ກິດ​ຂອງ​ທ່ານ, ຫຼຸດຜ່ອນ​ຄວາມ​ສ່ຽງ ​ແລະ ຮັບປະກັນ​ກຳ​ໄລ.

ກາ​ນສ້າງ​ແຜນ​ດຳ​ເນີນ​ງານ

​ແຜນການ​ດຳ​ເນີນ​ງານ​ຄວນ​ລະບຸ​ສິ່ງ​ດັ່ງ​ຕໍ່​ໄປ​ນີ້:

  • ສັງ​ລວມ
  • ຂະ​ບວນການ​ຜະລິດ
  • ຕ໋ອງ​ໂສ້​ການສະໜອງ
  • ຕົ້ນທຶນ​ການ​ຜະລິດ
  • ປະສົບ​ການ​ການ​ຜະລິດ
  • ການ​ບໍລິຫານ​ຄວາມ​ສ່ຽງ

​ຕອນ​ທີ່​ຂຽນ​ແຜນການ​ດຳ​ເນີນ​ງານ ບໍ່ຄວນ​ຂຽນ​ເປັນ​ໃນ​ດ້ານ​ເຕັກນິກ​ຫຼາຍ​ເກີນ​ໄປ ​ແລະ ສ້າ​ງຄວາມ​ສັບສົນ; ​ເພາະ​ຈະ​ເຮັດ​ໃຫ້ການ​ວິ​ໄຈ​ມີ​ຄວາມ​ສັບສົນ​ຫຼາຍຂື້ນ, ​ເປັນ​ຜົນ​ໃຫ້​ເກີດ​ມີ​ຄວາມ​ຜິດພາດ​ໃນ​ການ​ວິ​ໄຈ. ຕ້ອງ​ໄດ້​ຄຳນືງວ່າ:

1.) ​ເຮັດ​ໃຫ້​ຄົນ​ອ່ານ​ເຂົ້າ​ໃຈ​ເນື້ອ​ໃນ​ທີ່​ທ່ານ​ຂຽນລົງ​ໄປ

2.) ຂໍ້​ມູນ​ທີ່​ນຳ​ສະ​ເໜີຕ້ອງ​ເປັນ​ສິ່ງ​ທີ່​ທຸກໆຄົນ​ສາມາດ​ເຂົ້າ​ໃຈ​ໄດ້ ກ່ຽວກັບທຸລະກິດຂອງທ່ານ

ສັງລວມ

ກ່າວພາບລວມໆກ່ຽວກັບວິທີການດຳເນີນທຸລະກິດ ໄປພ້ອມໆກັບການຜະລິດ ແລະ ໃຫ້ບໍລິການ

ການ​ຜະລິດ

  • ອະທິບາຍ​​ໃຫ້​ຊັດ​ເຈນ​ວ່າ ວິທີ​ໃດ​ທ່າ​ຈະ​ຜະລິດ​ສິນຄ້າ​​ໃຫ້​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ໂຮງງານ​ທີ່​ລະບຸ​ໄວ້, ອົງ​ປະກອບ​ທີ່​ມີ​ຢູ່, ວັດຖຸ​ດິຍທີ່​ມີ ​ແລະ ​ແຮງ​ງານ​ທີ່​ມີ​ຢູ່.
  • ເຕັກ​ນິກ ​ແລະ ຂະ​ບວນການ​ຜະລິດ ທີ່​ຈະ​ລວມ​ເອົາ​ທຸກໆອົງ​ປະກອບ ​ເຂົ້າ​ໃນ​ຂະ​ບວນການ​ຜະລິດ​ເພື່ອ​ໃຫ້​ໄດ້​ເຕັມ​ຕາມ​ຄວາມ​ສາມາດ​ສູງ​ສຸດ​ຂອງ​ການ​ຜະລິດ.
  • ຄວາມ​ເປັນ​ໄປ​ໄດ້​ຂອງ​ຂະ​ບວນການ​ຜະລິດ​ເພື່ອ​ຕອບ​ສະໜອງກັບ​ການ​ເພີ່ມ​ຂື້ນຂອງ​ປະລິມານ​ຄວາມ​ຕ້ອງການ
  • ວິທີ​ໃນ​ການກວດ​ສອບ​ຄຸນ​ນະພາ​ບສິນຄ້າ ​ແລະ ການ​ບໍລິການ

ການ​ຮັກສາ ​ແລະ ການຍົກລະດັບດ້ານວິຊາການ: ຄວນ​ບັນ​ຈຸ​ເອົາ​ຂໍ້​ມູນ​ໃນ​ການສະໜັບສະໜູນ ຫຼື ການ​ຊ່ວຍ​ເຫຼືອດ້ານ​ວິຊາ​ການ ທີ່​ຈະ​ເປັນ​ຜົນ​ໃຫ້​ທ່ານ​ສາມາດຍົກ​ລະດັບ​ການ​ພັດທະນາ​ສິນຄ້າ​ໃຫ້​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ພາຍຫຼັງການ​ອອກ​ຈຳໜ່າຍ ​ແລະ ​ໃຫ້ການ​ບໍລິການ. ຄວາມ​ຕ້ອງການ​ດັ່ງກ່າວ​ມີ​ຄວາມ​ຈຳ​ເປັນ​ຫາກ​ທ່ານ​ຕ້ອງການ​ສ້າງ​ຜະລິດ​ຕະພັນ​ໃໝ່ ຫຼື ປັບປຸງ​ຜະລິດ​ຕະພັນ​ໃຫ້​ມີ​ຄວາມ​ຫຼາກຫຼາຍ.

  1. ວິທີ​ການ​ກຳນົດ​ຂະ​ບວນການ​ຜະລິດ​ໃຫ້​ໄດ້​ຕາມ​ເປົ້າໝາຍ?
  2. ວັດຖຸ​ສຳລັບ​ການ​ຜະລິດ​ອັນ​ໃດ​ທີ່​ສຳຄັນ​ທີ່​ສຸດ? ທີ່​ມາ​ຈາກ​ໃສ?
  3. ​ເຕັກນິກ​ການ​ຜະລິດ​ໃດ​ຈະ​ຖືກ​ນຳ​ມາ​ໃຊ້​ໃນ​ຂະ​ບວນການ​ຜະລິດ?
  4. ຄຸນ​ນະ​ວຸດ​ທິການ​ສຶກສາ ​ແລະ ການ​ເຝິກອົບຮົມ​ໃດ​ຈະ​ສອນ​ໃຫ້​ແກ່​ພະນັກງານ
  5. ວິທີ​ໃດ​ຈະ​ຖືກ​ນຳ​ມາ​ໃຊ້​ໃນ​ຂະ​ບວນການຈັດ​ຈຳໜ່າຍ?

ປັດ​ໃຈ​ກະທົບ​ທາງ​ນອກ ເຊິ່ງປະກອບ​ມີຄື:

  • ການ​ປ່ຽນ​ແປງ​ຂະ​ບວນການ​ຜະລິດ
  • ການ​ປ່ຽນ​ແປງ​ດ້ານ​ເຕັກ​ໂນ​ໂລ​ຍີ່
  • ດໍາລັດ​ຂອງ​ລັດຖະບານ

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.