Norkhame
ສ້າງແຜນທຸລະກິດ ສ້າງແຜນທຸລະກິດ
ຈຸດປະສົງຂອງພາກນີ້ກໍ່ຄືການຊ່ວຍໃຫ້ບັນດາທ່ານເຂົ້າໃຈໃນການບັນຍາຍພາບລວມຂອງບໍລິສັດເພື່ອສ້າງໃຫ້ຄົນທີ່ອ່ານເຂົ້າໃຈວ່າຈະສາມາດສ້າງກຳໄລໄດ້ແນວໃດ? ແນ່ນອນຈະຕ້ອງໄດ້ກ່າວຈຸດປະສົງທີ່ຈະສ້າງຜົນກຳໄລທາງທຸລະກິດ ແລະ ທາງສ້າງສັງຄົມໄປພ້ອມໆກັນຖ້າມີ. ພາຍຫຼັງການສຶກສາພາກນີ້ແລ້ວ, ທ່ານຈະມີຄວາມສາມາດອະທິບາຍບັນຫາດັ່ງນີ້: ສິ່ງທີ່ທ່ານຕ້ອງການຈະບັນລຸຜົນ ເປັນຫຍັງທ່ານຕ້ອງຍົກບັນຫາດັ່ງກ່າວຂື້ນມາ ວິທີໃນການຂຽນຄຳອະທິບາຍ ໃນພາກນີ້ຈະເປັນການນຳສະເໜີເບື້ອງຫຼັງແຮງບັນດານໃຈໃນການສ້າງທຸລະກິດ. ຈຸດປະສົງໃນການສະໜອງຜະລິດຕະພັນແລະການບໍລິການ ພາຍໃຕ້ກິດຈະກຳທາງທຸລະກິດທີ່ຫຼາກຫຼາຍ. ການບັນຍາຍກ່ຽວກັບທຸລະກິດຂອງທ່ານ ພາກນີີ້ອາດຖືໄດ້ວ່າເປັນພາກທີ່ສຳຄັນຫຼາຍ ແລະ ຍາກຫຼາຍ ໃນການກະກຽມແຜນທຸລະກິດຂອງທ່ານ. ເປົ້າໝາຍຂອງພາກນີ້ຈະເປັນການອະທິບາຍວ່າທຸລະກິດຂອງທ່ານແມ່ນຫຍັງ, ຈະມີການດຳເນີນງານແນວໃດ? ແລະ ເປັນຫຍັງທ່ານຈິ່ງຄິດວ່າມັນຈະປະສົບຜົນສຳເລັດ? ການກຳນົດຮູບແບບທຸລະກິດ ແລະ ສິ່ງທີ່ຕ້ອງການເຮັດໃຫ້ປະສົບຜົນສຳເລັດໃນອາ... ສ້າງແຜນທຸລະກິດ

ຈຸດປະສົງຂອງພາກນີ້ກໍ່ຄືການຊ່ວຍໃຫ້ບັນດາທ່ານເຂົ້າໃຈໃນການບັນຍາຍພາບລວມຂອງບໍລິສັດເພື່ອສ້າງໃຫ້ຄົນທີ່ອ່ານເຂົ້າໃຈວ່າຈະສາມາດສ້າງກຳໄລໄດ້ແນວໃດ? ແນ່ນອນຈະຕ້ອງໄດ້ກ່າວຈຸດປະສົງທີ່ຈະສ້າງຜົນກຳໄລທາງທຸລະກິດ ແລະ ທາງສ້າງສັງຄົມໄປພ້ອມໆກັນຖ້າມີ.

ພາຍຫຼັງການສຶກສາພາກນີ້ແລ້ວ, ທ່ານຈະມີຄວາມສາມາດອະທິບາຍບັນຫາດັ່ງນີ້:

  • ສິ່ງທີ່ທ່ານຕ້ອງການຈະບັນລຸຜົນ
  • ເປັນຫຍັງທ່ານຕ້ອງຍົກບັນຫາດັ່ງກ່າວຂື້ນມາ
  • ວິທີໃນການຂຽນຄຳອະທິບາຍ

ໃນພາກນີ້ຈະເປັນການນຳສະເໜີເບື້ອງຫຼັງແຮງບັນດານໃຈໃນການສ້າງທຸລະກິດ. ຈຸດປະສົງໃນການສະໜອງຜະລິດຕະພັນແລະການບໍລິການ ພາຍໃຕ້ກິດຈະກຳທາງທຸລະກິດທີ່ຫຼາກຫຼາຍ.

ການບັນຍາຍກ່ຽວກັບທຸລະກິດຂອງທ່ານ

ພາກນີີ້ອາດຖືໄດ້ວ່າເປັນພາກທີ່ສຳຄັນຫຼາຍ ແລະ ຍາກຫຼາຍ ໃນການກະກຽມແຜນທຸລະກິດຂອງທ່ານ. ເປົ້າໝາຍຂອງພາກນີ້ຈະເປັນການອະທິບາຍວ່າທຸລະກິດຂອງທ່ານແມ່ນຫຍັງ, ຈະມີການດຳເນີນງານແນວໃດ? ແລະ ເປັນຫຍັງທ່ານຈິ່ງຄິດວ່າມັນຈະປະສົບຜົນສຳເລັດ?

ການກຳນົດຮູບແບບທຸລະກິດ ແລະ ສິ່ງທີ່ຕ້ອງການເຮັດໃຫ້ປະສົບຜົນສຳເລັດໃນອາ ນາຄົດຂ້າງໜ້າ ເປັນສິ່ງທີ່ສຳຄັນ. ການວາງເປົ້າໝາຍສູງເກີນ ໄປອາດເຮັດໃຫ້ເປັນ ການສ້າງຄວາມເພີ້ຝັນ ແລະ ບໍ່ສາມາດກ້າວໄປໄດ້. ກົງກັນຂ້າມ, ການວາງເປົ້າໝາຍ ຕໍ່າອາດເຮັດໃຫ້ເພື່ອນຮ່ວມທຸລກິດຂາດຄວາມເຊື່ອໜັ້ນໃນການສ້າງຜົນກຳໄລ. ທຸລະກິດຂະໜາດນ້ອຍອາດມີງົບປະມານນ້ອຍໃນການດຳເນີນກິດຈະກຳ. ໃນກໍລະນີນີ້, ການຕັດສິນໃຈວ່າກິດຈະກຳໃດຈະເປັນຫຼັກຕ້ອງໄດ້ໃສ່ໃຈ.

ຖ້າຫາກທ່ານສາມາດຕັດສິນໃຈໃນຈຸດນີ້ໄດ້, ໂອກາດໃນການປະສົບຜົນສຳເລັດກໍ່ຈະມີ ສູງຫຼາຍ. ດັ່ງນັ້ນ, ໃນການສ້າງແຜນການ, ທ່ານຕ້ອງໄດ້ໃຊ້ຈິດສຳນຶກຢ່າງລະອຽດໃນ ການກຳນົດແຜນ.

  • ສິ່ງທີ່ທ່ານຕ້ອງການສະໜອງຜ່ານທາງທຸລະກິດຂອງທ່ານແມ່ນຫຍັງ? ຮູບແບບທຸລະກີດຂອງທ່ານແມ່ນ: ການຄ້າ, ການຜະລິດ ຫຼື ການບໍລິການ?​
  • ຮູບແບບການເປັນເຈົ້າຂອງທຸລະກິດແມ່ນ: ຈຳກັດຜູ້ດຽວ, ຄູ່ຮ່ວມທຶນ ຫຼື ມະຫາຊົນ?
  • ສະຖານະພາບຂອງທຸລະກິດແມ່ນ: ສ້າງຕັ້ງໃໝ່, ຫຼື ມີການຂະຫຍາຍຕົວ ຫຼື ເປັນສ່ວນໜຶ່ງຂອງການໃຫ້ບໍລິການທຸລະກິດອື່ນ?
  • ຕະຫຼາດໃດທີ່ທ່ານຕ້ອງການຮັບໃຊ້; ຂະໜາດຂອງຕະຫຼາດ ແລະ ລາຍລະອຽດຂອງຕະຫຼາດທີ່ທ່ານຕ້ອງການເຂົ້າໄປມີອິດທິພົນ?
  • ເປັນຫຍັງທຸລະກິດຂອງທ່ານຈິ່ງສະໜອງການບໍລິການດີກວ່າຄູ່ແຂ່ງຄົນອື່ນໆ? ເປັນຫຍັງທຸລະກິດຂອງທ່ານຈິ່ງຈະສ້າງຜົນກຳໄລໄດ້?
  • ເປັນຫຍັງທ່ານຈິ່ງຕ້ອງເລືອກຂົງເຂດລູກຄ້າໃນເຂດດັ່ງກ່າວ?
  • ທ່ານ​ຈະ​ມີ​ວິທີການບໍລິຫານພະນັກງານທີ່ມີ ແລະ ນຳ​ໃຊ້ສິ່ງທີ່ມີ​​ເປັນ​ເຄື່ອງ​ພັກ​ດັນໃນການດຳເນີນທຸລະກິດ?
  • ເມື່ອໃດທ່ານຈະເປີດການໃຫ້ບໍລິການແກ່ທຸລະກິດ? ວັນແລະເວລາເປີດໃຫ້ບໍລິການ? ຫຼື ຈະເປີດເປັນຊ່ວງລະດູການ?
  • ຫາກຈຳເປັນເຂົ້າສູ່ແຫຼ່ງທືນ, ທ່ານຈະເຂົ້າຫາການກູ້ຢືມໄດ້ຈາກໃຜເພື່ອມານຳໃຊ້ເປັນທຶນໜູນວຽກໃນການດຳເນີນທຸລະກິດ?

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.