Norkhame
ສົມມຸດ…ມື້ອື່ນບໍ່ມີອີກແລ້ວ ສົມມຸດ…ມື້ອື່ນບໍ່ມີອີກແລ້ວ
ບໍ່ຢາກໃຊ້ສັບວ່າ “ຕາຍ” ໃນຫົວຂໍ້ໃດໆກະຕາມ. ເຮັດໃຫ້ຮູ້ສຶກຫົດຫູຫຼາຍ. ເຖິງຫຼາຍຄົນຈະຮູ້. ມັນບໍ່ໄດ້ໜ້າຢ້ານຄືທີ່ຄິດ. ຄວາມຕາຍເຮົາຄິດວ່າມັນຈະເຈັບຫຼາຍ. ຕົວຈິງບໍ່ເປັນແນວນັ້ນ. ເຊື່ອແນວນັ້ນ. ເພາະເຄີຍລອດຕາຍມາຫຼາຍ ຄັ້ງຈາກ ອຸບັດຕິເຫດ. ຫາກວັນນັ້ນເປັນວັນສຸດທ້າຍອີຫຼີ, ສິ່ງໜ້າຢ້ານທີ່ສຸດສຳລັບຂ້າພະເຈົ້າ ຄືການບໍ່ບັນລຸໜ້າທີ່ ຂອງການ ມີຊີວິດ. ນັ້ນຄືໄດ້ຮັກ ແລະ ເຮັດໃນສິ່ງທີ່ຮັກ. ທ່ານລອງຕັ້ງຄຳຖາມໃສ່ຕົນເອງເບິ່ງ. 1. ສິ່ງທີ່ທ່ານ ຕ້​ອງ​ການ... ສົມມຸດ…ມື້ອື່ນບໍ່ມີອີກແລ້ວ

ບໍ່ຢາກໃຊ້ສັບວ່າ “ຕາຍ” ໃນຫົວຂໍ້ໃດໆກະຕາມ. ເຮັດໃຫ້ຮູ້ສຶກຫົດຫູຫຼາຍ. ເຖິງຫຼາຍຄົນຈະຮູ້. ມັນບໍ່ໄດ້ໜ້າຢ້ານຄືທີ່ຄິດ. ຄວາມຕາຍເຮົາຄິດວ່າມັນຈະເຈັບຫຼາຍ. ຕົວຈິງບໍ່ເປັນແນວນັ້ນ. ເຊື່ອແນວນັ້ນ. ເພາະເຄີຍລອດຕາຍມາຫຼາຍ ຄັ້ງຈາກ ອຸບັດຕິເຫດ. ຫາກວັນນັ້ນເປັນວັນສຸດທ້າຍອີຫຼີ, ສິ່ງໜ້າຢ້ານທີ່ສຸດສຳລັບຂ້າພະເຈົ້າ ຄືການບໍ່ບັນລຸໜ້າທີ່ ຂອງການ ມີຊີວິດ. ນັ້ນຄືໄດ້ຮັກ ແລະ ເຮັດໃນສິ່ງທີ່ຮັກ. ທ່ານລອງຕັ້ງຄຳຖາມໃສ່ຕົນເອງເບິ່ງ.

1. ສິ່ງທີ່ທ່ານ ຕ້​ອງ​ການ ແລະ ​ຄວາມ​ຝັນ​ທີ່​ແທ້​ຈິງ​ ໃນ​ຊີ​ວິດ? ​​ ເມື່ອເຫັນແລ້ວ, ໃຫ້​ເລີ່ມ​ເຮັດ​ຄວາມ​ຝັນ. ​ຖ້າ​ເຮົາ​ບໍ່​ຕ້ອງ​ຄຳ​ຖາມ​ເຮົາ​ກໍ​ຈະ​ຫາ​ຈຸດ​ມຸ່ງ​ຫມາຍ​ໃນ​ຊີ​ວິດ​ບໍ່​ເຫັນ ຈຶ່ງ​ໃຊ້​ຊີ​ວິດ​ໄປ​ແບບ​ໄຮ້​ສາ​ລະ ລ່ອງ​ລອຍ. ​ສາ​ເຫດ​ທີ່​ຫລາ​ຍ​ຄົນ​ເວົ້າ​ວ່າ​ເບື່ອ​ເພາະ​ຫາ​ຈຸດ​ມຸ່ງ​ຫມາຍ​ໃນ​ຊີ​ວິດ​ບໍ່​ເຫັນ.

2. ໄດ້​ເຮັດ​ວຽກ​ທີ່​ຕົນ​ເອງ​ຮັກແລ້ວບໍ່? ວຽກ​ທີ່​ເຮັດ​ແລ້ວ​ເປັນ​ສຸກ. ​ບໍ່​ຕ້ອງ​ທົນ​ທຸກ​ໄດ້​ຮຽນ​ຮູ້​ສິ່ງ​ທີ່​ບໍ່​ຮູ້ ແລະ ​ເຮັດ​ວຽກ​ໜັກ​ຈົນ​ບໍ່​ມີ​ເວ​ລາ​ໃຊ້​ຊີ​ວິດ. ​ມີວຽກເຮັດດີກວ່າບໍ່ມີຫຍັງເຮັດ. ຫາກຈະເຮັດສິ່ງທີ່ທ່ານບໍ່ມັກ, ທ່ານຈະບໍ່ຈົດຈໍກັບ​ການ​ວາງ​ແຜນ​ງານ​ຢ່າງ​ມີ​ລະ​ບົບ ເພາະຢາກ​ໃຫ້​ຕົວ​ເອງ​ໃຊ້​ເວ​ລາ​ເຮັດ​ວຽກ​ນ້ອຍກວ່າ​ທີ່​ເຄີຍ​ເປັນ. ຈົນເຮັດໃຫ້ມີ​ປະ​ສິດ​ທິ​ພາບ​ຫລາຍກວ່າ​ທີ່ທ່ານສາມາດເຮັດໄດ້. ການເຮັດວຽກດັ່ງກ່າວຈະເຮັດໃຫ້ບໍ່ຢາກພັດທະນາທັກສະການເຮັດ ວຽກ. ແນ່ນອນຈະເຮັດໃຫ້ທ່ານບໍ່ສາມາດເສີມສ້າງທັກສະໃນອານາຄົດ ແລະ ບໍ່ອົດທົນເມື່ອພົບກັບບັນຫາໃນ ໜ້າທີ່ວຽກງານ.

3. ຕົນເອງຮູ້ສຶກແນວໃດໃນໜ້າທີ່? ຢ່າ​ລັງ​ເລ​ທີ່​ຈະ​ສະແດງຄວາມ​ຮູ້​ສຶກທີ່ແທ້ຈິງອອກມາ​. ທ່ານເອງຮູ້ດີ. ໃນບາງກໍລະນີ, ຫຼາຍຄົນຍອມເຮັດວຽກເພາະມີໝູ່ຫຼາຍ. ການຍອມເຮັດວຽກທີ່ບໍ່ມັກເພື່ອໃຫ້ໄດ້ຢູ່ໃກ້ໆໝູ່ ອາດເຮັດໃຫ້ທ່ານເສຍຄວາມຮູ້ສຶກ ໃນເມື່ອເຂົາເຈົ້າອາດມີການໂຍກຍ້າຍໜ້າທີ່ ຫຼື ປ່ຽນທີ່ພັກອາໃສ. ມັນມີ ຄວາມຈຳເປັນແທ້ບໍ່ທີ່ຈະຕ້ອງຢູ່ໃກ້ໆກັບໝູ່ທີ່ທ່ານມັກ ໃນທຸກໆວັນ. ການເຮັດວຽກເໜາະສົມກັບອຸດົມ ການຂອງ ທ່ານ ໜ້າຈະເປັນການສ້າງມິດໃໝ່ດີໆໄດ້ຄືກັນ. ທ່ານອາດຍອມເສຍເພື່ອນໃນວັນນີ້ ເພື່ອວຽກທີ່ຕົນເອງມັກ ແລະ ອາດເຮັດໃຫ້ທ່ານໄດ້ພົບເພື່ອນໃໝ່ໃນອານາຄົດ.

4. ໃຫ້ຄວາມສຳຄັນກັບໃຜແດ່? ຄວນຈັດ​ເວ​ລາ​ໃຫ້​ກັບ​ຄົນ​ສຳ​ຄັນ​ຫລາຍ​ຂຶ້ນ ຄົນ​ສຳ​ຄັນ​ທີ່​ຫມາຍ​ເຖິງ​ ພໍ່​ແມ່​ພີ່​ນ້ອງ​ຄົນ​ໃນ​ຄອບ​ຄົວ. ໃນຊີວິດຈິງ, ບາງຄອບຄົວແຕກແຍກ, ຄົນໃກ້ຕົວ ບໍ່ໄດ້ເຮັດໃຫ້ຊີວິດເຂົາເຈົ້າດີຂື້ນ. ຊໍ້າບໍ່ໜໍາ ອາດເປັນສັດຕູກັບພີ່ນ້ອງກັນເອງ. ຄຳ​ວ່າ “ຄົນ​ສຳ​ຄັນ” ໃນ​ຄວາມ​ຫມາຍ​ຂອງ​ທ່ານ, ອາດ​ບໍ່​ຈຳ​ເປັນ​ຕ້ອງ​ຄື​ດັ່ງທີ່ໄດ້ຍົກ ຂື້ນມາກ່ອນໜ້ານີ້. ​ຄຳ​ວ່າ​ຄົນ​ສຳ​ຄັນ​ໃນ​ຄວາມ​ຫມາຍ​ຂອງ​ຂ້າພະເຈົ້າ​ນັ້ນ​ຄື ຄົນ​ທີ່​ມີ​ຄວາມ​ສຸກ​ທີ່​ໄດ້​ໃຊ້​ເວ​ລາ​ນຳກັນ, ຄົນ​ທີ່​ເຮັດ​ໃຫ້​​ມີ​ຄວາມ​ສຸກ​ເມື່ອ​ໄດ້​ຢູ່​ໃກ້, ຄົນ​ທີ່​ຮັກ​ແລະ​ຫ່ວງ​ໃຍ​ ຫລື​ ຄົນ​ທີ່​ເຮົາ​ຮູ້​ສຶກ​ຫ່ວງ​ໃຍ, ຄົນທີ່ນຳພາຊີວິດ ທ່ານໃນຍາມລຳບາກໃຫ້ດີຂື້ນ ແລະ ຍາມດີໃຫ້ດີຂື້ນອີກ. ​ຄົນໃດ​ທີ່​ບໍ່​ມີ​ຄວາມ​ສຸກ​ກັບ​ການ​ຢູ່​ໃກ້ ​ຫລື ​ຄົນ​ທີ່​ມີ​ທັດ​ສະ​ນະ​ຄະ​ຕິ​ລົບ, ຄົນ​ທີ່​ບໍ່​ເຄິຍ​ສະ​ຫ​ນັບ​ສະ​ຫ​ນຸນສົ່ງ​ເສີມ ​ແລະ​ ເຮັດ​ໃຫ້ເປັນ​ທຸກ​ສະ​ເຫມີ, ​ຂ້າພະເຈົ້າຈະບໍ່​ຈັດ​ເປັນ​ຄົນ​ສຳ​ຄັນ.

5. ຈັດ​ເວ​ລາ​ໃຫ້​ຊີ​ວິດ​ຢ່າງ​ສົມ​ດຸນແລ້ວບໍ່? ທ່ານຄວນໃຫ້​ຂອງ​ຂັວນ​ກັບ​ຕົວ​ເອງ​ໄດ້ເຮັດກິດຈະກຳອື່ນໆນອກຈາກ ວຽກງານ. ເປັນຕົ້ນ ​ໄປ​ທ່ອງ​ທ່ຽວ, ອ່ານ​ຫ​ນັງ​ສື, ຟັງ​ເພັງ, ເບິ່ງ​ຫ​ນັງດີ, ອອກ​ກຳ​ລັງ​ກາຍ, ສ້າງງານ​ສິນລະປະ, ເບິ່ງ​ແຍງ​ຕົວ​ເອງ​ໃຫ້​ມີ​ສຸ​ຂະ​ພາບ​ກາຍ ​ແລະ​ໃຈ​ທີ່​ດີ. ການ​ເລືອກ​ຄິດສິ່ງ​ດີໆ​ ແລະ ຫາໂອກາດໃຫ້ຕົນເອງຢູ່ກັບ​ທຳ​ມະ​ຊາດ​, ອອກ​ກຳ​ລັງ​ກາຍ​ໃຫ້​ເປັນ​ນິດໃສ, ​ພະ​ຍາ​ຍາມ​ໃຫ້​ອະ​ໄພ​ແກ້​ບັນ​ຫາ​ ແລະ ​ປ່ອຍ​ວາງ​ທຸກ​ເລື່ອງ​ໃຫ້​ໄວ​ທີ່​ສຸດ​ເພາະ​ບໍ່​ຢາກ​ໃຫ້​ຕົວ​ເອງ​ຄຽດ​ແລະ​ຄິດ​ຫລາຍ. ​ເພາະ​ຄວາມ​ຄຽດ​ເປັນ​ຕົ້ນ​ກຳ​ເນີດ​ຂອງ​ໂລກ​ຮ້າຍ​ຫລາຍ​ຊະ​ນິດ.

ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຄື​ເບິ່ງແຍງຮ່າງ​ກາຍ ​ແລະ​ ຈິດ​ໃຈ​ໃຫ້​ດີ ໃຊ້​ຊີ​ວິດ​ຢ່າງ​ສົມ​ດຸນ, ໃຫ້​ຂອງ​ຂັວນ​ຊີ​ວິດ​ກັບ​ຕົວ​ເອງ​ສະໜໍ່າສະໜີ.ຮ່າງ​ກາຍ​ຂອງ​ເຮົາ ​ຄື​ບ້ານຫຼັງ​ສຸດ​ທ້າຍ​ຂອງ​ຊີ​ວິດ​ ທີ່ທ່ານຕ້ອງ​ຮັກ​ສາ​ໃຫ້​ດີ​. ໃນ​ຊ່ວງ​ເວ​ລາ​ສຸດ​ທ້າຍ​ສິ່ງ​ທີ່​ທ່ານ​ຕ້ອງ​ການ​ທີ່​ສຸດ​ບໍ່​ແມ່ນ​ບ້ານ​ຫລັງ​ໃຫ່​ຍ​ແຕ່​ເປັນ​ຮ່າງ​ກາຍ​ທີ່​ແຂງ​ແຮງ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.