Norkhame
ຄົ້ນຄິດແຜນ ຄົ້ນຄິດແຜນ
ມີຫຼາຍຄົນນິຍາມກ່ຽວກັບແຜນທຸລະກິດ. ໃນຂໍນິຍາມວ່າ: ແຜນ​ທຸລະ​ກິດ​​ຄື​​ເປົ້າໝາຍອັນ​ຊັດ​ເຈນ​ຂອງ​ທຸລະ​ກິດ. ​ເຊິ່ງປະກອບ​ມີ​ລາຍ​ລະອຽດກ່ຽວກັບ​ຈຸດປະສົງ​ການ​ດຳ​ເນີນ​ງານຂອງ​ທຸລະ​ກິດ ​ແລະ ວິທີ​ສ້າງ​ກຳ​ໄລ. ແຜນ​ທຸລະ​ກິດຈະ​ຊ່ວຍ​ຫຍັງ​ທ່ານ​ໄດ້​ແດ່? ​ແຜນ​ທຸລະ​ກິດຈະ​ເນັ້ນ​ໄປ​ທີ່​ເປົ້າໝາຍຂອງ​ທຸລະ​ກິດ. ມັນ​ຈະ​ຊ່ວຍ​ໃຫ້​ທ່ານ​ສາມາດ​ດຳ​ເນີນ​ວຽກງານ​ຕາມ​ແຜນການ​ໃນ​ອານາ​ຄົດ, ​ເພາະ​ທຸກໆຢ່າງ​ແມ່ນ​ໄດ້​ວາງ​ແຜນ​ໃນ​ການ​ດຳ​ນີນງານ​ໄວ້​ກ່ອນໜ້ານີ້​ແລ້ວ. ​ແນ່ນອນ​ເມື່ອ​ກິດຈະກຳ​ຖືກ​ຄາດ​ເດົາ​ໄວ້​ກ່ອນໜ້າ, ທ່ານ​ຈະ​ສາມາດ​ກຳນົດ​ງົບປະມານ ​ແລະ ຄາດ​ເດົາ​ເງີ​ນໜູນວຽນທີ່​ຕ້ອງການ​ໃນ​ການ​ເຮັດ​ທຸລະ​ກິດ ​ເຊິ່ງຈ​ະ​ເຮັດ​ໃຫ້​ທ່ານ​ສາມາດ​ດຳ​ເນີນ​ທຸລະ​ກິດ​ໄປ​ສູ່​ເປົ້າໝາຍທີ່​ຕັ້ງ​ໄວ້. ​ໃນ​ແຜນ​ທຸລະ​ກິດ​ກິດຈະ​ຊ່ວຍ​ໃຫ້​ທ່ານ​ສາມາດ​ຄາດ​ຄະ​ເນ​ສິ່ງ​ທີ່​ທ່ານ​ຕ້ອງ​ໄດ້​ປັບປຸງ, ຂໍ​ການ​ຮ່ວມ​ມື ​ແລະ ການ​ເຝິກອົບຮົມ​ທັກ​ສະ​ຕ່າງໆ​ໃຫ້​ແກ່​ທີ​ມງານ ​ເພື່ອ​ກ້າວ​ສູ່​ຄວາມ​ສຳ​ເລັດທາງ​ທຸລະ​ກິດ. ​ແຜນ​ທຸລະ​ກິດ​ສຳຄັນ​ກັບ​ວຽກງານ​ອື່ໆ​ແນວ​ໃດ​ແດ່? ​ແຜນ​ທຸລະ​ກິດ​ສຳຄັນ​ໃນ​ເວລາ​ທີ່​ທ່ານ​ຕ້ອງການ​​​ເຂົ້າສູ່ການ​ເງິນ​ເພື່ອ​ກູ້​ຢືມ ຫຼື ຄູ່​ຮ່ວມ​ທຶນ.... ຄົ້ນຄິດແຜນ

ມີຫຼາຍຄົນນິຍາມກ່ຽວກັບແຜນທຸລະກິດ. ໃນຂໍນິຍາມວ່າ: ແຜນ​ທຸລະ​ກິດ​​ຄື​​ເປົ້າໝາຍອັນ​ຊັດ​ເຈນ​ຂອງ​ທຸລະ​ກິດ. ​ເຊິ່ງປະກອບ​ມີ​ລາຍ​ລະອຽດກ່ຽວກັບ​ຈຸດປະສົງ​ການ​ດຳ​ເນີນ​ງານຂອງ​ທຸລະ​ກິດ ​ແລະ ວິທີ​ສ້າງ​ກຳ​ໄລ.

ແຜນ​ທຸລະ​ກິດຈະ​ຊ່ວຍ​ຫຍັງ​ທ່ານ​ໄດ້​ແດ່?

​ແຜນ​ທຸລະ​ກິດຈະ​ເນັ້ນ​ໄປ​ທີ່​ເປົ້າໝາຍຂອງ​ທຸລະ​ກິດ. ມັນ​ຈະ​ຊ່ວຍ​ໃຫ້​ທ່ານ​ສາມາດ​ດຳ​ເນີນ​ວຽກງານ​ຕາມ​ແຜນການ​ໃນ​ອານາ​ຄົດ, ​ເພາະ​ທຸກໆຢ່າງ​ແມ່ນ​ໄດ້​ວາງ​ແຜນ​ໃນ​ການ​ດຳ​ນີນງານ​ໄວ້​ກ່ອນໜ້ານີ້​ແລ້ວ. ​ແນ່ນອນ​ເມື່ອ​ກິດຈະກຳ​ຖືກ​ຄາດ​ເດົາ​ໄວ້​ກ່ອນໜ້າ, ທ່ານ​ຈະ​ສາມາດ​ກຳນົດ​ງົບປະມານ ​ແລະ ຄາດ​ເດົາ​ເງີ​ນໜູນວຽນທີ່​ຕ້ອງການ​ໃນ​ການ​ເຮັດ​ທຸລະ​ກິດ ​ເຊິ່ງຈ​ະ​ເຮັດ​ໃຫ້​ທ່ານ​ສາມາດ​ດຳ​ເນີນ​ທຸລະ​ກິດ​ໄປ​ສູ່​ເປົ້າໝາຍທີ່​ຕັ້ງ​ໄວ້. ​ໃນ​ແຜນ​ທຸລະ​ກິດ​ກິດຈະ​ຊ່ວຍ​ໃຫ້​ທ່ານ​ສາມາດ​ຄາດ​ຄະ​ເນ​ສິ່ງ​ທີ່​ທ່ານ​ຕ້ອງ​ໄດ້​ປັບປຸງ, ຂໍ​ການ​ຮ່ວມ​ມື ​ແລະ ການ​ເຝິກອົບຮົມ​ທັກ​ສະ​ຕ່າງໆ​ໃຫ້​ແກ່​ທີ​ມງານ ​ເພື່ອ​ກ້າວ​ສູ່​ຄວາມ​ສຳ​ເລັດທາງ​ທຸລະ​ກິດ.

ແຜນ​ທຸລະ​ກິດ​ສຳຄັນ​ກັບ​ວຽກງານ​ອື່ໆ​ແນວ​ໃດ​ແດ່?

​ແຜນ​ທຸລະ​ກິດ​ສຳຄັນ​ໃນ​ເວລາ​ທີ່​ທ່ານ​ຕ້ອງການ​​​ເຂົ້າສູ່ການ​ເງິນ​ເພື່ອ​ກູ້​ຢືມ ຫຼື ຄູ່​ຮ່ວມ​ທຶນ. ​​ເຂົາ​ຈະ​ອ່ານ​ບົດ​ສັງ​ລວມກ່ຽວກັບ​ທຸະລະກິດ ຜ່ານ​ແຜນ​ທຸລະ​ກິດ​ຂອງ​ທ່ານ ​ແລະ ຈະ​ພິດ​ຈາລະ​ນາ​ປະສິດທິ​ຜົນ​ຂອງ​ທຸລະ​ກິດ​ຜ່ານ​ການ​ນຳ​ສະ​ເໜີ​ໃນ​ແຜນ​ດັ່ງກ່າວ. ​ແນ່ນອນ​ເຂົາ​ເຈົ້າອາດຕັ້ງຄຳ​ຖາມ​ຫຼາຍອັນ​ໃນ​ຈຸດ​ທີ່​ສົງ​ໃສ ​ແລະ ທ່ານ​ຕ້ອງ​ໄດ້​ຕອບ​ຄຳ​ຖາມ​ພ້ອມ​ດ້ວຍ​ຄຳ​ຕອບ​ທີ່ໜ້າ​ເຊື່ອ​ຖື​ເພື່ອ​​ໃຫ້​ໄດ້​ຮັບ​ການສະໜັບສະໜູນທາງ​ການ​ເງິນ. ​ແຜນ​ທຸລະ​ກິດຈະ​ເປັນ​ເຄື່ອງມື​ໃນ​ການ​ສ້າງ​ມະ​ໂນ​ພາບ​ທຸລະ​ກິດ​ທັງໝົດ​ແລະສ້າ​ງມະ​ໂນ​ພາບ​ໃຫ້​ແກ່​ທ່ານ​ສາມາດ​ມີ​ແນວທາງ​ໃນ​ການ​ຕອບ​ທຸໆກຄຳ​ຖາມ​ແກ່​ນັກ​ການ​ເງິນ.

ເລີ່​ມ​ເບິ່ງ​ນຳ​ກັນ​ວ່າ ຈະ​ເລີ່​ມ​ແຜນ​ທຸລະ​ກິດ​​ໄດ້​ແນວ​ໃດ?

ຮູບ​ແບບ​ການ​ຂຽນ​ແຜນ​ທຸລະ​ກິດ​ມີຫຼາຍ​ໂຄງ​ຮ່າງ. ບາງ​ທະນາຄານ​ມີ​​ໂຄງ​ຮ່າງ​ສະ​ເພາະ​ໃຫ້​ແກ່​ບັນດາ​ທຸລະ​ກິດ ​ໄດ້​ສ້າງ​ຂື້ນ​ເພື່ອ​ຂໍ​ການສະໜັບສະໜູນທາງ​ການ​ເງິນ. ​ໃນ​ນີ້, ​ສັງ​ລວມ​ເອົາອົງປະກອບໃນແຜນທຸລະກິດທີ່ມັກຖືກຖາມ ເພື່ອເປັນແນວທາງໃຫ້ແກ່ທ່ານສາມາດນຳໄປຂຽນ ແລະ ດັດປັບໃຫ້ເຂົ້າກັບທຸລະກິດຂອງທ່ານ​ໄດ້​ດ້ວຍ​ຕົນ​ເອງ.

ຈຸດປະສົງຫຼັກຂອງຫຼັກສູດນີ້ ກໍ່ເພື່ອເນາະນຳໃຫ້ບັນດາທ່ານສາມາດເລີ່ມຂຽນແຜນທຸລະກິດ​ເບື້ອງຕົ້ນໄດ້ດ້ວຍຕົວເອງ.

ທຸກໆຫົວຂໍ້ທີ່ແນະນຳໃນຫຼັກສູດນີ້ ບັນຈຸ​ເອົາ​ສິ່ງ​ຈຳເປັນທີ່ສຸດ ​ທີ່​ທ່ານຄວນນຳໃຊ້ເຂົ້າໃນການສ້າງເປັນແຜນທຸລະກິດ. ແຜນທຸລະກິດທີ່ທ່ານຈະສ້າງຂື້ນຈາກການສຶກສາຫຼັກສູດນີ້ ຈະເຮັດໃຫ້ທ່ານສ້າງແຜນທຸລະກິດກາຍເປັນແຜນການທີ່ສາມາດນຳໃຊ້ໄດ້ຕົວຈິງ ແລະ ແທດເໜາະກັບທຸລະກິດທີ່​ມີ​ເອກະລັກ​ສະ​ເພາະ​ຕົວ. ​​

ບໍ່ມີ​ສິ່ງ​ທີ່​ສົມບູນ​ແບບ

ເນື່ອງ​ຈາກ​ສະພາບ​ສັງຄົມ​ມີ​ການ​ປ່ຽນ​ແປງ​ໄວ​ຫຼາຍ, ​ແຜນ​ທຸລະ​ກິດ​ຂອງ​ທ່ານ​ກໍ່ອາດ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ໄດ້​ດັດ​ປັບ. ​​ແນ່ນອນ​ທ່ານ​ສາມາດ​ດັດ​ປັບ ​ແລະ ປ່ຽນ​ແປງ​ໃຫ້​ແທດ​ເໜາະຕາມ​ແຕ່ລະ​ໄລຍະ ​ໂດຍ​ການ​ນຳ​ໃຊ້​ຂໍ້​ມູນ​ແນະນຳ​ເບື້ອງຕົ້ນນີ້.

ທ່ານ​ຕ້ອງ​ໄດ້ໜັ່ນສຶກສາ​ເພື່ອ​ນຳ​ໃຊ້​ເຕັກນິກການ​ຂຽນ​ດັ່ງກ່າວ​ເຂົາ​ໃນ​ການ​ດັດ​ປັບ​ແຜນ​ທຸລະ​ກິດ​ໃຫ້​ເໜາະສົມ. ​ເປັນຕົ້ນ​ແມ່ນ​ເຕັກນິກ​ການ​ຕະຫຼາດ ​ເພື່ອ​ໃຫ້​ສາມາດ​ສ້າງ​ການ​ຂາຍ ​ແລະ ​ເຂົ້າສູ່​ລູກ​ຄ້າ​ກຸ່ມ​ໃໝ່ໆ. ​ແຜນ​ທຸລະ​ກິດ​ທີ່​ສົມບູນ​ແບບ, ຄົງ​ຈະ​ບໍ່ມີ. ການ​ສ້າງ​ແຜນ​ທຸລະ​ກິດ​ແມ່ນ​ເນັ້ນ​ໃຫ້ ສາມາດ​ສ້າງ​ຜົນ​ກຳ​ໄລຈາກ​ການ​ດຳ​ເນີນ​ທຸລະ​ກິດ. ​​ເພື່ອ​​ໃຫ້​ໄດ້​ແນວ​ນັ້ນ, ທ່ານ​ກໍ່ຕ້ອງ​ໄດ້​ຄົ້ນຄິດ​ນຳ​ໃຊ້​ຫຼາຍໆທັກ​ສະ​ເຂົ້າ​ໃນ​ຊ່ວງ​ການ​ສ້າງ​ແຜນ ​ແລະ ການ​ດຳ​ເນີນ​ງານ​ຕົວ​ຈິງ.

ດັ່ງ​ທີ່​ກ່າວ​ໄວ້​​ແລ້ວ​ວ່າ, ​ແຜນ​ທຸລະ​ກິດ​ທີ່​ດີ ຄື​ແຜນ​ທຸລະ​ກິດ​ທີ່​ສ້າງ​ຜົນ​ກຳ​ໄລ. ໂດຍ​ພື້ນຖານ, ​ຄຸນ​ລັກສະນະ​ຂອງ​ແຜນ​ທຸລະ​ກິດ​ທີ່​ດີ ຕ້ອງ​ຕອບ​ຄຳ​ຖາມ ​ເປັນ​ຢ່າງ​ຕໍ່າ​ໃນ​ຂົງ​ເຂດ​ດັ່ງ​ຕໍ່​ໄປ​ນີ້:

  1. ປະ​ເພດ​ທຸລະ​ກິດ​ທີ່​ທ່ານ​ຕ້ອງການ​ລົງທຶນ​ແມ່ນ​ອັນ​ໃດ?
  2. ​ໃຜ​ຄື​ລູກ​ຄ້າ ​ແລະ ​ເປັນ​ຫຍັງ​ເຂົາ​ຈິ່ງ​ສົນ​ໃຈ​ໃນ​ການ​ຊົມ​ໃຊ້​ຜະລິດ​ຕະພັນ​ແລະ​ການ​ບໍລິການ​ຂອງ​ທ່ານ?
  3. ລູກ​ຄ້າ​ຈະ​ສາມາດ​ຊອກ​ຫາກ່ຽວກັບ​ທຸລະ​ກິດ​ຂອງ​ທ່ານ​ໄດ້​ແນວ​ໃດ?
  4. ​ໃຜ​ແດ່​ທີ່​ສະໜອງສິນຄ້າ​ແລະ​ການ​ບໍລິການ​ທີ່​ຄ້າຍໆຄື​ທ່ານ? ​ທ່ານ​ກຳລັງ​ແຂ່ງ​ກັບ​ໃຜ?
  5. ຄົນ​ໃນ​ທີ​ມງານຂອງ​ທ່ານ​​ໄດ້​ຮັບ​ການ​ເຝິກອົບຮົມ ຫຼື ມີປະສົບການໃນການສະໜອງການບໍລິການຫຼືການຜະລິດສິນຄ້າແລ້ວບໍ່?​
  6. ທ່ານມີພ້ອມປັດໃຈການຜະລິດ, ຫຼື ຍັງຂາດອັນໃດແດ່ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ – ຫຼື ທ່ານຈະຊອກຫາເພີ່ມເຕີມທີ່ໃດແດ່?

ພາຍຫຼັງການສ້າງແຜນແລ້ວ, ການເນາະນຳກ່ຽວກັບແຜນທຸລະກິດ ໃຫ້ຄົນອື່ນ ພາຍໃນທີມຮູ້ຈັກ ເປັນການສ້າງໃຫ້ເຂົາເຈົ້າມີຄວາມກຽມພ້ອມ ແລະ ທຸ້ມເທ. ສິ່ງທີ່ທ່ານຄົ້ນຄິດໃນແຜນ ຈະເປັນການເຮັດໃຫ້ແຕ່ລະໜ່ວຍງານ ສ້າງກິດຈະກຳ ໃນການດຳເນີນງານ ເພື່ອຜົນປະໂຫຍດທາງທຸລະກິດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.