Norkhame
ໃຊ້ກົນເກົ່າ ໃຊ້ກົນເກົ່າ
ສີ່ ພີ….4 Ps ຍັງບໍ່ຕົກຍຸກ. ການຕະຫລາດປະສົມ 4P ຫໍ້ມາຈາກພາສາອັງກິດ. ເປັນການນຳໃຊ້ທີ່ໄດ້ຮັບຄວາມນິຍົມ ແລະ ໜ້າຈະເປັນພື້ນຖານຂອງນັກການຕະຫຼາດ ຕ້ອງໄດ້ລົງເລິກ. ມັນແມ່ນຮູບ ແບບການສົ່ງເສີມຜະລິດຕະພັນ, ໂດຍສະເພາະການໂຄສະນາ ແລະ ການສ້າງຕັ້ງຍີ່ຫໍ້. ແນວໃດກໍ່ຕາມ ສຳລັບນັກການຕະຫຼາດໃນລະດັບມືອາຊີບຈະຖືວ່າ: ການຕະຫຼາດ ຖືເອົາລູກຄ້າເປັນສູນກາງ. ຜະລິດຕະພັນ ຈະຕ້ອງໄດ້ຮັບການພັດທະນາຕະຫຼອດ ເພື່ອໃຫ້ໄດ້ຕາມຄວາມຕ້ອງການຂອງລູກຄ້າ ຫຼື... ໃຊ້ກົນເກົ່າ

ສີ່ ພີ….4 Ps ຍັງບໍ່ຕົກຍຸກ. ການຕະຫລາດປະສົມ 4P ຫໍ້ມາຈາກພາສາອັງກິດ. ເປັນການນຳໃຊ້ທີ່ໄດ້ຮັບຄວາມນິຍົມ ແລະ ໜ້າຈະເປັນພື້ນຖານຂອງນັກການຕະຫຼາດ ຕ້ອງໄດ້ລົງເລິກ. ມັນແມ່ນຮູບ ແບບການສົ່ງເສີມຜະລິດຕະພັນ, ໂດຍສະເພາະການໂຄສະນາ ແລະ ການສ້າງຕັ້ງຍີ່ຫໍ້. ແນວໃດກໍ່ຕາມ ສຳລັບນັກການຕະຫຼາດໃນລະດັບມືອາຊີບຈະຖືວ່າ: ການຕະຫຼາດ ຖືເອົາລູກຄ້າເປັນສູນກາງ.

ຜະລິດຕະພັນ ຈະຕ້ອງໄດ້ຮັບການພັດທະນາຕະຫຼອດ ເພື່ອໃຫ້ໄດ້ຕາມຄວາມຕ້ອງການຂອງລູກຄ້າ ຫຼື ວ່າໃຫ້ໄດ້ຕາມ ຄວາມຕອງການສະເພາະເຈາະຈົງ ຕາມຄວາມຕ້ອງການຂອງລູກຄ້າກຸ່ມໃດໜຶ່ງ. ອົງປະກອບຂອງການຕະຫຼາດປະສົມມີດັ່ງນີ້: ຜະລິດຕະພັນ (Product), ການວາງລາຄາ (Price), ການນຳອອກຂາຍ (Place) ແລະ ການໂຄສະນາຈະ (Promotion). ໃນເຕັກນິກການຕະຫູາດທາງອອນໄລ, ຖືກນຳເອົາເຕັກນິກພື້ນຖານເຫຼົ່ານີ້ມານຳໃຊ້ຄືກັນ ເພາະມັນຕິດພັນກັບລູກຄ້າ ທີ່ຍັງຊອກຫາຜະລິດຕະພັນ ແລະ ການບໍລິການຜ່ານໜ້າຈໍ. ແນວຄິດການ

1. ຜະລິດຕະພັນ (Product)

ຜະລິດຕະພັນໜາຍເຖິງ: ສິນຄ້າ ຫຼື ການບໍລິການ ທີ່ທຸລະກິດເຮັດຂຶ້ນມາ ເພື່ອສະໜອງໃຫ້ແກ່ ລູກຄ້າຂອງຕົນເອງ. ອິນເຕີເນັດສ້າງການບໍລິການ ທີ່ມີປະສິດທິຜົນແບບໃໝ່ຂຶ້ນມາ ເຊັ່ນ: ສະແດງສິນຄ້າ ແລະ ການບໍລິການຜ່ານທາງອອນລາຍ ແລະ ໃຫ້ການບໍລິການສື່ສານກັບລູກຄ້າໄດ້ທັນກັບເວລາ. ສາມາດສັ່ງຊື້້ ຜະລິດຕະພັນ ແລະ ການບໍລິການ ຜ່ານ ຈຸດບໍລິການອອນໄລໃດໜຶ່ງສະເພາະໄດ້ທັນກັບເວລາ. ເຊິ່ງມັນສະແດງໃຫ້ເຫັນ ສາຍພົວພັນດ້ານຄວາມຕ້ອງການ ແລະ ຄວາມຢາກໄດ້ ຂອງຜູ້ຊົມໃຊ້ ຫາຜູ້ສະໜອງຜະລິດຕະພັນ.

2. ການວາງລາຄາ (Price)

ການວາງລາຄາສຳລັບຜະລິດຕະພັນໃດໜຶ່ງ ໝາຍເຖິງ: ຮູບການທີ່ກຳນົດປະລິມານ ທີ່ຈະເກັບ ລາຍໄດ້ຈາກການບໍລິການ ອັນໃດອັນໜຶ່ງສະເພາະ. ອິນເຕີເນັດໄດ້ ສະເໜີ ສະຖານທີ່ໃໝ່ ແກ່ນັກການ ຕະຫຼາດເພື່ອເຮັດການຜະລິດ ໃນຫຼາກຫຼາຍຮູບແບບ ແລ້ວນຳມາສ້າງ ຍຸດທະສາດລາຄາ ທີ່ມີຄວາມສົນ ໃຈຫລາຍຂຶ້ນ. ບາງເວັບໄຊໃຫ້ການບໍລິການຟຣີ ສຳລັບຜູ້ເຂົ້າເບິ່ງເວັບໄຊ ເພື່ອສ້າງໃຫ້ຄົນອື່ນສາມາດ ໂຄສະນາກ່ຽວກັບຜະລິດຕະພັນຂອງຕົນເອງໄດ້. ລະບົບການຊື້ເປັນປະຈຳ ສາມາດນຳໃຊ້ ໄດ້ໂດຍການ ສ້າງຄວາມໜ້າເຊື່ອຖື ແລະ ຜັກດັນໃຫ້ມີການກັບເຂົ້າມາຊື້. ໂດຍການນຳໃຊ້ເຕັກນິກການຄົ້ນຫາ. ລູກຄ້າສາມາດປຽບທຽບລາຄາຜະລິດຕະພັນ ທີ່ນຳມາສະເໜີຂາຍໃນອິນເຕີເນັດ ໄດ້ຢ່າງ່າຍດ່າຍ. ວິທີ່ທີ່ໄດ້ ຮັບຄວາມສົນໃຈຫຼາຍ ສຳລັບການກຳນົດລາຄາຂອງຜະລິດຕະພັນ ໃນອິນເຕີເນັດ ກໍ່ແມ່ນເລີ່ມມາ ຈາກລູກຄ້າໃນກຸ່ມດັ່ງກ່າວນັ້ນເອງ ຕົວຢ່າງ: ອານຸຍາດໃຫ້ຜູ້ຊື້ ສາມາດສະເໜີລາຄາ ຂອງຕົນເອງ ໃນການຊື້ປີ້ຍົນ, ການຈອງໂຮງແຮມ, ລົດ ແລະ ການເງິນ. ເພື່ອໃຫ້ຄົນທີ່ເຂົ້າມາຊື້ເຄື່ອງປາດສະຈາກ ຄວາມກັງວົນ, ໄດ້ຕາມຄວາມຕ້ອງການ ໃນລະດັບລາຄາລູກຄ້າພໍໃຈຈ່າຍ.

3. ສະຖານທີ່ (Place)

ສະຖານທີ່ ໂດຍທົ່ວໆໄປແລ້ວໝາຍເຖິງ ການບໍລິການຂົນສົ່ງ ຫຼື ການຈຳໜ່າຍ. ລະບົບການຈຳ ໜ່າຍ ໝາຍເຖິງການນຳເອົາຜະລິດຕະພັນ ຈາກຜູ້ຜະລິດ ມາໃຫ້ແກ່ລູກຄ້າ. ຜະລິດຕະພັນສາມາດເດີນ ທາງໂດຍກົງຈາກຜູ້ຜະລິດຫາລູກຄ້າ ຫຼື ມັນອາດຖຶກສົ່ງຜ່ານນາຍໜ້າ, ເຊັ່ນ ພໍ່ຄ້າຂາຍຍົກ, ສາງເກັບເຄື່ອງ, ແລະ/ຫຼື ພໍ່ຄ້າຂາຍຍ່ອຍ. ລວມເອົາການຂາຍສິນຄ້າທີ່ສາມາດຈັບບາຍໄດ້, ຈົນກາຍມາເປັນ ການແລກປ່ຽນຂໍ້ມູນລະຫວ່າງທຸລະກິດ ແລະ ບໍລິສັດຂົນສົ່ງ. ລະບົບການຮ່ວມຕົວການຂາຍ ຫຼື ການຊື້ ດ້ວຍການຂົນສົ່ງຂອງບໍລິສັດ ຈະເຮັດໃຫ້ສາມາດຮັບເຄື່ອງໄດ້ໄວຂຶ້ນ ຈາກສາງເກັບເຄື່ອງ ແລະ ຮ້ານຂາຍເຄື່ອງເພື່ອຈັດເຂົ້າສູ່ລະບົບສຳລັບການຂົນສົ່ງທີ່ໄວຂຶ້ນໃຫ້ແກ່ລູກຄ້າ.

4. ການໂຄສະນາ (Promotion)

ບົດບາດການຂາຍ ແລະ ການຕະຫຼາດ ເປັນສອງສ່ວນທີ່ແຕກຕ່າງກັນ ໃນແງ່ການເພີ່ມມູນຄ່າ ໃຫ້ແກ່ລູກຄ້າ, ແລະ ໃນດ້ານຄວາມສາມາດ ຈັດຕັ້ງປະຕິບັດກິດຈະກຳ ທີ່ນອນໃນປະເພດການຕະຫຼາດຮູບແບບເກົ່າ ເຊິ່ງເອີ້ນວ່າ: ການໂຄສະນາ.   ການໂຄສະນາຜະລິດຕະພັນໃຫ້ປະສົບຜົນສຳເລັດ ຈຳເປັນຕ້ອງມີ ຂໍ້ຄວາມໃນດ້ານດີ ເພື່ອສືສານກັບລູກຄ້າເປົ້າໝາຍ. ຂໍ້ຄວາມດັ່ງກ່າວ ອາດຈະຖືກ ໂຄສະນາ ຜ່ານກົນໄກການໂຄສະນາຫຼາຍໆແບບ. ການຄວບຄຸ່ມສື່ໂຄສະນາ ເປັນວິທີການແບບທົ່ວໆ ໄປທີ່ນຳໃຊ້ໂດຍບໍລິສັດ. ໃນແຕ່ລະປີ, ຕາມທຳມະດາແລ້ວ ທຸລະກິດຈະຈັດສັນງົບປະມານ ສຳລັບການໂຄສະນາ ແລະ ຈັດງົບປະມານໂຄສະນາຜ່ານໜັງສືພິມ, ປ້າຍໂຄສະນາ, ການໂຄສະນາອອນລາຍ, ວາລະສານ ແລະ ອື່ນໆ. ການນຳໃຊ້ອິນເຕີເນັດເພື່ອສ້າງ ຄວາມຮັບຮູ້ກ່ຽວກັບຜະລິດຕະພັນມີລາ ຄາຂ້ອນຂ້າງຕໍ່າ ແລະ ມີປະສິດທິຜົນຫລາຍຂຶ້ນ.  ບໍລິສັດເຮັດທາງດ້ານການຕະຫຼາດທາງອິນເຕີເນັດ ຈະສ້າງການບໍລິການສະເພາະຂອງຕົນ ໃຫ້ແກ່ນັກທຸລະກິດ ຢ່າງຈິງຈັງ. ເຂົາເຈົ້າສະໜອງການບໍລິການ ທີ່ສ້າງຄວາມດຶງດູດ ຜູ້ໃຊ້ທາງອິນເຕີເນັດ ໃນກຸ່ມທທີ່ເປັນລູກຄ້າສະເພາະຂອງເວັບໄຊ.

ເຖິງການຄ້າທາງອອນໄລ ຈະມີກົນໄກ ແລະ ເຕັກນິກໃໝ່ໆ ທີ່ນັກທຸລະກິດຕ້ອງໄດ້ໃສ່ໃຈ ແລະ ປະຕິບັດ, ກະບໍ່ໝາຍວ່າຮູບ ແບບການເຮັດທຸລະກິດແບບເກົ່າ ເປັນຕົ້ນການໂຄສະນາ ນຳໜັງສືພິມ ແລະ ປະຊາສຳພັນຕົວຕໍ່ຕົວ ຈະບໍ່ເປັນທີ່ຕ້ອງການ. ແນວຄິດການໜູນໃຊ້ ທັງແບບເກົ່າ ແລະ ແບບໃໝ່ ຍັງຈຳເປັນຢູ່. ມີແຕ່ວ່າອັດຕາການນຳໃຊ້ທາງອອນໄລ ຈະຖືກຍົກມາ ນຳໃຊ້ກັນຫຼາຍຂື້ນດ້ວຍຫຼາຍສາເຫດ. ອັນຫຼັກໆແມ່ນລາຄາຖືກລົງ ແລະ ສາມາດກວດສອບ ຜົນການໂຄສະນາໄດ້ ວ່າມີຄົນ ກຸ່ມໃດແດ່ເຂົ້າເຖິງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.