Norkhame
ເດີນໄປກັບສຸກກະພາບດີ ເດີນໄປກັບສຸກກະພາບດີ
ຈົ່ງ​ເດີນ​ຕາມ​ເສັ້ນ​ທາງ​ຊີ​ວິດທີ່ທ່ານຕ້ອງການ ​ແລະ​ ສານຄວາມ​ຝັນ​ຂອງ​ຕົວ​ເອງ​ໄປ​ພ້ອມໆ​ກັບ​ການເບິ່ງແຍງ​​ສຸ​ຂະ​ພາບ​ຂອງ​ຕົນເອງ. ກ່ອນຈະໄດ້ສິ່ງທີ່ມັກ, ຄົນເຮົາຈະຍອມທຸ້ມເທທັງກາຍ ແລະ ໃຈສະເໜີ. ຈົນບາງຄັ້ງເຮັດ ໃຫ້ຮ່າງກາຍ ຊຸດໂຊມ. ບາງທີ່ກະເຜີຕົວໄປແລ້ວ. ຈົນຮອດຍາມເຈັບ, ເຮົາຈິ່ງຮູ້ວ່າເຮົາໄດ້ທຸ້ມເທຫຼາຍປານໃດ. ຂ້າພະເຈົ້າຫວັງ​ວ່າ​ຕົວ​ທ່ານເອງ​ຈະ​ບໍ່​ໄດ້​ເຮັດ​ວຽ​ກ​ຢ່າງ​ຫ​ນັກ​ແບບ​ທີ່​ຜ່ານ​ມາ. ຫາກຕ້ອງເຈັບປວຍ ເພາະວຽກງານ, ທ່ານຕ້ອງໄດ້ພັກ ຮັກສາຕົວເປັນວັນໆ, ອາທິດ ຫຼື ອາດເປັນປີ. ແນວໃດກະຍັງດີກວ່າ ການເສຍເວລາໄປກັບສິ່ງທີ່ບໍ່ເປັນປະໂຫຍດ. ເປັນຕົ້ນເສເພ... ເດີນໄປກັບສຸກກະພາບດີ

ຈົ່ງ​ເດີນ​ຕາມ​ເສັ້ນ​ທາງ​ຊີ​ວິດທີ່ທ່ານຕ້ອງການ ​ແລະ​ ສານຄວາມ​ຝັນ​ຂອງ​ຕົວ​ເອງ​ໄປ​ພ້ອມໆ​ກັບ​ການເບິ່ງແຍງ​​ສຸ​ຂະ​ພາບ​ຂອງ​ຕົນເອງ. ກ່ອນຈະໄດ້ສິ່ງທີ່ມັກ, ຄົນເຮົາຈະຍອມທຸ້ມເທທັງກາຍ ແລະ ໃຈສະເໜີ. ຈົນບາງຄັ້ງເຮັດ ໃຫ້ຮ່າງກາຍ ຊຸດໂຊມ. ບາງທີ່ກະເຜີຕົວໄປແລ້ວ. ຈົນຮອດຍາມເຈັບ, ເຮົາຈິ່ງຮູ້ວ່າເຮົາໄດ້ທຸ້ມເທຫຼາຍປານໃດ. ຂ້າພະເຈົ້າຫວັງ​ວ່າ​ຕົວ​ທ່ານເອງ​ຈະ​ບໍ່​ໄດ້​ເຮັດ​ວຽ​ກ​ຢ່າງ​ຫ​ນັກ​ແບບ​ທີ່​ຜ່ານ​ມາ. ຫາກຕ້ອງເຈັບປວຍ ເພາະວຽກງານ, ທ່ານຕ້ອງໄດ້ພັກ ຮັກສາຕົວເປັນວັນໆ, ອາທິດ ຫຼື ອາດເປັນປີ.

ແນວໃດກະຍັງດີກວ່າ ການເສຍເວລາໄປກັບສິ່ງທີ່ບໍ່ເປັນປະໂຫຍດ. ເປັນຕົ້ນເສເພ ແລະ ຫຼີ້ນກິນຟູມເຟືອຍ. ຫຼາຍຄົນປວຍໂຊເພາະການເສບສິ່ງເສບຕິດ. ສ່ວນ​ໃຫ່​ຍ​ສາ​ລະ​ພາບວ່າ: ຫາກເຂົາເຈົ້າມີໂອກາດອີກຄັ້ງ, ພວກ​ເຂົາ​ຄົງບໍ່ປ່ອຍ ເວລາໃນຍາມ​ໜຸ່ມສາວ ​ມ່ວນ​ກັບ​ຫມູ່ໆ​ຂອງ​ພວກ​ເຂົາ. ສິ່ງນີ້ເປັນປະຫັວດອັນໝາງໃຈ ຂອງຄົນໄວ ລຸ້ນຫຼາຍໆຄົນ. ທີ່ຍົກເອົາບັນຫານີ້ຂື້ນ, ບໍ່ແມ່ນເພື່ອເປັນການປະນາມ. ພຽງເປັນການສະແດງຮູບແບບ ການບໍ່ຮັກ ໃນຕົນເອງ. ໂດຍມີສິ່ງອາບາຍຍາມຸກມາຄອບງໍາຈິດໃຈ ແລະ ເສຍໂອກາດທາງດ້ານການສຶກສາ. ຫຼາຍຄົນກັບຕົວທັນ ແລະ ສ້າງສັນວຽກງານໄດ້ດີຫຼາຍອັນ ຫຼັງຈາກອອກໄພສັງຄົມ.

ບໍ່ສະເພາະເດັກຕິດໄພສັງຄົມ ທີ່ເສຍໂອກາດສານຝັນ, ​ຜູ້​ຍິງ​ກໍ​ເວົ້າ​ເຖິງ​ຄວາມ​ເສຍ​ໃຈ​ນີ້ເຊັ່ນດຽວກັນ. ພວກ​ເຂົາ​ຮູ້​ສຶກວ່າ​ບໍ່​ເຄີຍ​ໄດ້​ຮັບ​ຄຳ​ຍົກ​ຍ້ອງ​ເທົ່າ​ທີ່​ຄວນຈາກສັງຄົມ. ໂດຍ​ສະ​ເພາະ​ທີ່​ຜູ້​ຍິງ​ຕ້ອງ​ເບິ່ງ​ແຍງ​ລູກ​ແລະ​ເປັນ​ແມ່​ບ້ານ ເມື່ອ​ເຖິງ​ຊ່ວງ​ເວ​ລາ​ທີ່​ລູກ​ເຕີບ​ໃຫ່​ຍ​ຂຶ້ນ​ພວກ​ເຂົາ​ຈະ​ຈົມ​ຢູ່​ກັບ​ອາ​ດີດ​ຮູ້​ສຶກ​ດຽວ​ດາຍ​ແລະ​ພົບ​ວ່າ​ຊີ​ວິດ​ຂອງ​ຕົນ​ຫາຍ​ໄປ ກັບການໃສ່ໃຈຄົນອື່ນ ທີ່ຕົນເອງຮູ້ວ່າເປັນຕົວເຮົາອີກຄົນ ແຕ່ຕອນນີ້ລູກຫຼານກໍ່ໄດ້ອອກໄປສ້າງຄອບຄົວແລ້ວ. ເຂົ້າໃຈດີວ່າ ສຳລັບແມ່ຍິງທີ່ເກີດໃນຄອບຄົວທຸກຍາກ, ມີວັດຖະນະທຳບໍ່ສົ່ງເສີມສິດທິຍິງ ແລະ ຢູ່ຫ່າງໃກຈາກ ຕົວເມື່ອງ, ທາງເລືອກໃນການເຮັດຕາມອຸດົມການຕົນເອງນັ້ນມີຈຳກັດຫຼາຍ.

ແນ່ນອນ, ຄົນທີ່ບໍ່ໄດ້ອ່ານຫົວຂໍ້ນີ້ທີ່ເວັບໄຊ໊ www.norkhame.com ກໍ່ຈະບໍ່ໄດ້ມີໂອກາດທົບທວນວ່າ ຄວນຫັນ ມາໃຫ້ຄວາມສຳຄັນແກ່ແນວຄິດຈິດໃຈ, ຮ່າງກາຍ ແລະ ຄວາມຕ້ອງການຕົນເອງຫຼາຍປານໃດ? ຂໍ​ແນ​ະ​ນຳ​ໃຫ້​ທ່ານພິຈາລະນາ​ເງື່ອນໄຂທີ່ມີໃນຊີວິດຕົວທ່ານເອງ. ສຳລັບຂ້າພະເຈົ້າກໍ່ເປັນ. ກ່ອນຈະຮູ້ວ່າຕົນເອງສຳຄັນ, ເຮົາກະເສຍເວລາໄປເຮັດໃຫ້ຄົນອື່ນພໍໃຈ ດົນສົມຄວນ. ໃນທີ່ສຸດ ເຂົາກະຍັງບໍ່ພໍໃຈ. ມັນສະຫຼັບຊັບ​ຊ້ອນ​ທີ່ຈະອະທິບາຍ ແລະ ຊີ້ທາງໃຫ້ທ່ານ ເຮັດໄດ້ພາຍໃນມື້ນີ້ ຫຼື ໃນຊ່ວງເວລາສັ້ນໆ. ຂ້າພະເຈົ້າຫວັງວ່າ ຫົວຂໍ້ໃນທີ່ນີ້ ຈະເປັນແນວຄິດແກ່ທ່ານໄດ້ທົບທວນ ເພື່ອ​ທຸກ​ຄັ້ງກ່ອນຕັດສິນໃຈ, ທ່ານ​​ຕ້ອງເລືອກສິ່ງ​ຕ່າງໆ​ໃນ​ຊີ​ວິດ ຈົ່ງ​ໃສ່​ໃຈ​ກັບ​ຄວາມ​ຮູ້​ສຶກ​ຕົວ​ເອງ​ຢ່າງ​ຈິງ​ຈັງ​ໂດຍ​ບໍ່​ຄຳ​ນຶງ​ເຖິງ​ເງິນ​ຫລື​ລາຍ​ໄດ້​ໃນ​ການ​ຕັດ​ສິນ​ໃຈ.

ຍາມໃດທີ່ທ່ານໄປໃສ່ໃຈ ຈິດໃຈຄົນອື່ນ, ຮ່າງກາຍຄົນອື່ນ ແລະ ພະຍາຍາມສະໜອງຄວາມຕ້ອງການຂອງເຂົາເຈົ້າ, ກະໝາຍວ່າເຮົາສູນເສຍເວລາໃສ່ໃຈຈິດໃຈ, ຮ່າງກາຍ ແລະ ສະພາບແວດລ້ອມທີ່ເຮົາອາໃສຢູ່. ກະດີ, ຫາກຝ່າຍທີ່ເຮົາໃຫ້ຄວາມສຳຄັນ ເຫັນຄຸນຄ່າກັບເວລາທີ່ເຮົາເສຍໄປ. ການສູນເສຍເວລາໄປກັບຄົນມີຄ່າດັ່ງກ່າວ ອາດເຮັດໃຫ້ສຸກກະພາບຈິດ ແລະ ກາຍຂອງທ່ານດີເຊັ່ນດຽວກັນກັບເວລາທີ່ເຮົາໃຫ້ໄປ. ເປັນຕົ້ນ ພໍ່ແມ່ ເບິ່ງແຍງ ລູກໆ. ເພີ່ນຈະທັງເມື່ອຍແລະເປັນສຸກທີ່ໄດ້ໃຫ້ການເບິ່ງແຍງສະເໜີ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.