Norkhame
ໃຜຄ້າທາງອອນໄລ? ໃຜຄ້າທາງອອນໄລ?
ການຄ້າທາງອອນໄລຕ້ອງການສິ່ງອຳນວຍຄວາມສະດວກຂັ້ນມະຫາພາກ ແລະ ການຕື່ນຕົວຂອງບໍລິສັດ, ອົງກອນ ລວມທັງສ່ວນບຸກຄົນ. ໃຜໆກະເບິ່ງໜ້າຈໍ. ທ່ານຕ້ອງນຳເອົາທຸລະກິດຂື້ນໜ້າຈໍເຊັ່ນດຽວກັນ. ຜູ້ມີສ່ວນຮ່ວມຫຼັກໆກໍ່ແມ່ນ: ອົງ​ການຈັດຕັ້ງພາກ​ລັດຖະບານ, ບັນດາ​ທຸລະ​ກິດ​ເອກະ​ຊົນ ​ເຊິ່ງກວມ​ເອົາ (SMEs), ຜູ້​ສະໜອງດ້ານ​ເຕັກ​ໂນ​ໂລ​ຢີ່, ລູກ​ຄ້າ ​ແລະ ບັນດາ​ຄູ່​ຄ້າ​ ຖື​ເປັນ​ສ່ວນ​ຫລັກ ທີ່​​ສຳຄັນ​ໃນ​ການ​ດຳ​ເນີນ​ວຽກງານ E-Business. ສາຍ​ພົວພັນຂອງ E-​Business ​ມີຮູບ​ແບບການ​ເປັນ​ຜູ້​ຖື​ເງິນ​ເດີມ​ພັນດັ່ງ​ຕໍ່​ໄປ​ນີ້: ຜູ້​ມີ​ສ່ວນຮ່ວມພາຍ​ໃນ:  ຂັ້ນບໍລິຫານ... ໃຜຄ້າທາງອອນໄລ?

ການຄ້າທາງອອນໄລຕ້ອງການສິ່ງອຳນວຍຄວາມສະດວກຂັ້ນມະຫາພາກ ແລະ ການຕື່ນຕົວຂອງບໍລິສັດ, ອົງກອນ ລວມທັງສ່ວນບຸກຄົນ. ໃຜໆກະເບິ່ງໜ້າຈໍ. ທ່ານຕ້ອງນຳເອົາທຸລະກິດຂື້ນໜ້າຈໍເຊັ່ນດຽວກັນ.

ຜູ້ມີສ່ວນຮ່ວມຫຼັກໆກໍ່ແມ່ນ: ອົງ​ການຈັດຕັ້ງພາກ​ລັດຖະບານ, ບັນດາ​ທຸລະ​ກິດ​ເອກະ​ຊົນ ​ເຊິ່ງກວມ​ເອົາ (SMEs), ຜູ້​ສະໜອງດ້ານ​ເຕັກ​ໂນ​ໂລ​ຢີ່, ລູກ​ຄ້າ ​ແລະ ບັນດາ​ຄູ່​ຄ້າ​ ຖື​ເປັນ​ສ່ວນ​ຫລັກ ທີ່​​ສຳຄັນ​ໃນ​ການ​ດຳ​ເນີນ​ວຽກງານ E-Business. ສາຍ​ພົວພັນຂອງ E-​Business ​ມີຮູບ​ແບບການ​ເປັນ​ຜູ້​ຖື​ເງິນ​ເດີມ​ພັນດັ່ງ​ຕໍ່​ໄປ​ນີ້:

  1. ຜູ້​ມີ​ສ່ວນຮ່ວມພາຍ​ໃນ:  ຂັ້ນບໍລິຫານ ແລະ ພະນັກງານ
  2. ຜູ້​ສະໜອງ ​ແລະ ຜູ້​ຜະລິດ
  3. ລູກ​ຄ້າ
  4. ນາຍໜ້າ
  5. ສະ​ຖາ​ບັນ​ການ​ເງິນ
  6. ຜູ້​ສະໜອງບໍລິການ
  7. ສະມາຄົມ
  8. ບັນດາ​ເວັບ​ໄຊ​ຕ່າງໆ
  9. ອື່ນໆ.

ບັນດາ​ຕົວຢ່າງ​ຕໍ່​ໄປ​ນີ້, ເປັນ​ບໍລິສັດ ​ແລະ ອົງການ​ນຳໜ້າ ​ເຊິ່ງມີ​ບົດບາດ​ສຳຄັນ​ໃນ​ການ​ປ່ຽນ​ແປງຮູບ​ແບບ​ການ​ເຮັດທຸລະ​ກິດ ​ແລະ ການ​ຄ້າ.

(B2B): www.alibaba.com ເວັບ​ໄຊ​ເປັນ​ພາສາ​ອັງກິດ ທຳ​ອິດໃນຈີນ​ໃຫ້​ບໍລິການ​ແກ່​ ວິ​ສາ​ຫະກິດ​ຂະໜາດນ້ອຍ ​ແລະ ກາງ (SME’s), ສຳລັບ​ການ​ຄ້າ​ໃນ​ລະດັບ​ສາກົນ, ​ເຊິ່ງມີ ຫຼາຍລ້ານຄົນນຳໃຊ້ ຈາກ 200 ປະ​ເທດ ສະໝັກ​ເປັນ​ສະມາຊິກ​ນຳ​ໃຊ້ ວັບໄຊ. ສ່ວນໃຫຍ່ປະກອບມີ ​ຜູ້​ຊື້ ແລະ ຜູ້​ນຳ​ເຂົ້າຊອກ​ຫາ ​ແລະ ຄ້າຂາຍ ກັບຜູ້​ຂາຍ​ສິນຄ້າຈາກ​ປະ​ເທດ​ຈີນ ແລະ ຜູ້​ຜະລິດ​ທີ່​ສຳຄັນ​ຈາກ​ປະ​ເທດ​ອື່ນໆ.

(B2C): www.amazon.com ເປັນ​ເວັບ​ໄຊ ​ຂາຍ​ເຄື່ອງ​ຍ່ອຍ​ທີ່ຮູ້ຈັກ​ກັນ​ດີ​ທີ່​ສຸດ​ໃນ​ອິນ​ເຕີ​ເນັດ. ອອກ​ໃຫ້​ບໍລິການໃນ​ ​ເດືອນ 7/1995 ແລະ ​ໃນ​ປະຈຸ​ບັນ​ສະໜອງ​ໃຫ້​ແກ່​ລູກ​ຄ້າ​ອອນລາຍ​ເຊິ່ງ ປະກອບ​ມີ ຫຼາກຫຼາຍປະ​ເພດ​ສິນຄ້າ ​ເຊັ່ນ: ປື້ມ, CD, ​ເຄື່ອງຫຼີ້ນ, ​ເຄື່ອງ​ໃຊ້​ໃນ​ບ້ານ, ​ເຄື່ອງ​ສຳລັບ​ແມ່​ຍິງ, ເກີບ ​ແລະ ອື່ນໆ. ເວັບ​ໄຊ​ພະຍາຍາມ​ເປັນ​ເວັບ​ໄຊ​ທີ່​ ​ເປັນ​ສູນ​ກາງ​ໃຫ້​ຜູ້​ຊື້ ທາງ​ອອນລາຍ ອັນ​ດັບ​ທີ່ໜຶ່ງ​ໃນ​ໂລກ, ​ເປັນ​ບ່ອນ​ທີ່​ລູກ​ຄ້າ​ສາມາດ​ຊອກ​ຫາ ​ແລະ ພົບ​ສິ່ງ​ທີ່ຕົນ​ຕ້ອງການ​ທຸກໆຢ່າງ​ຜ່ານ​ທາງ​ອອນ​ລາຍ.

(C2C): www.ebay.com, eBay ເປັນ​ເຄື່ອງໝາຍການ​ຄ້າ ທີ່​ມີ​ຄຳ​ຂວັນວ່າ: “​ໂລກຕະຫຼາດ ຂອງ​ການຄ້າຂາຍທາງອອນ​ລາຍ”  ຄົນ​ເຂົ້າມາ eBay  ເພື່ອ​ຊື້ ແລະ ຂາຍຫລາກຫຼາຍກວ່າ 1000 ປະ​ເພດ​ສິນຄ້າ ນັບ​ຕັ້ງ​ແຕ່ຕຸກກະຕາ, ​ເຄື່ອງ​ເກົ່າ​ແກ່, ​ເຄື່ອງ​ໃຊ້​ໃນ​ບ້ານ ຈົນ​ໄປຮອດລົດ​ມື​ສອງ, ​ເຄື່ອງນຸ່ງ, ປື້ມ ​ແລະ ​ຊີ​ດີ. ຜູ້​ຊື້ມີ​ທາງ​ເລືອກ​ໃນ​ການ​ຊື້ສິນຄ້າ ​ໃນຮູບ​ແບບ​ການ​ປະມູນ ຫຼື ສິນຄ້າ​ສາ ມາດ​ຊື້​ໃນ​ລາຄາ​ຂາຍ ​ໃນຮູບ​ແບບ​ຂອງ​ ຊື້ດຽວນີ້  Buy It Now. ເວັບ​ໄຊ​ ມີ​ສະຖິຕິ​ການ​ຊື້ຂາຍ ຫຼາຍລ້ານ​ຄັ້ງ ຕໍ່ມື້.

ການເຮັດທຸລະກິດຈະບໍ່ກັບໄປຄືເກົ່າອີກແລ້ວ. ຖ້າທ່ານບໍ່ຢາກເອົາທຸລະກິດອອກສູ່ໂລກອອນໄລ ຜ່ານເວັບໄຊ໊ຕົນເອງ, ຫຼື ຝາກຂາຍ, ທ່ານກຳລັງປິດກັ້ນຄວາມສຳເລັດໃນການເຮັດທຸລະກິດຍຸກໃໝ່. ທີ່ອອນໄລ, ທ່ານສາມາດສະແດງສິນຄ້າໄດ້ 24 ຊົວໂມງ, ທຸກໆວັນ. ທ່ານສາມາດສື່ສານກັບທຸລະກິດດ້ວຍກັນ, ຫຼື ກັບລູກຄ້າ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.