Norkhame
ໂຄສະນາລັກສະນະເດັ່ນຂອງສິນຄ້າ ໂຄສະນາລັກສະນະເດັ່ນຂອງສິນຄ້າ
ສິ່ງສຳຄັນອັນໜຶ່ງຂອງການກຳນົດທີ່ຕັ້ງຂອງຍີ່ຫໍ້ສິນຄ້າ ໃນຕະຫຼາດແມ່ນຕ້ອງມີຄວາມເຂົ້າໃຈ ໜ້າທີ່ ແລະ ຜົນປະ ໂຫຍດຂອງການໃຊ້ງານຂອງສິນຄ້າຂອງທ່ານ ທີ່ກຳລັງສະໜອງໃຫ້ແກ່ລູກ ຄ້າ.​  ທ່ານເຮັດສິ່ງ ໃດເພື່ອກຸ່ມລູກຄ້າເປົ້າ ໝາຍ? ສິ່ງທີ່ທ່ານເວົ້າ ກ່ຽວກັບຜະລິດຕະພັນຂອງທ່ານ ເປັນການສະແດງຈຸດຢືນ ກ່ຽວກັບການໃຫ້ບໍລິ ການລູກຄ້າ. ເບິ່ງຄືວ່າງ່າຍ, ແຕ່ຄວາມຍາກມັນມີຢູ່ບ່ອນວ່າການເຮັດວຽກແບບມີຈຸດສຸມ ແລະ ການຕັດສິນ ໃຈຢາກໜັກແໜ້ນ ໃນການສ້າງສິນຄ້າ ແລະ ການບໍລິການທີ່ທ່ານຫັວງ... ໂຄສະນາລັກສະນະເດັ່ນຂອງສິນຄ້າ

ສິ່ງສຳຄັນອັນໜຶ່ງຂອງການກຳນົດທີ່ຕັ້ງຂອງຍີ່ຫໍ້ສິນຄ້າ ໃນຕະຫຼາດແມ່ນຕ້ອງມີຄວາມເຂົ້າໃຈ ໜ້າທີ່ ແລະ ຜົນປະ ໂຫຍດຂອງການໃຊ້ງານຂອງສິນຄ້າຂອງທ່ານ ທີ່ກຳລັງສະໜອງໃຫ້ແກ່ລູກ ຄ້າ.​  ທ່ານເຮັດສິ່ງ ໃດເພື່ອກຸ່ມລູກຄ້າເປົ້າ ໝາຍ? ສິ່ງທີ່ທ່ານເວົ້າ ກ່ຽວກັບຜະລິດຕະພັນຂອງທ່ານ ເປັນການສະແດງຈຸດຢືນ ກ່ຽວກັບການໃຫ້ບໍລິ ການລູກຄ້າ.

ເບິ່ງຄືວ່າງ່າຍ, ແຕ່ຄວາມຍາກມັນມີຢູ່ບ່ອນວ່າການເຮັດວຽກແບບມີຈຸດສຸມ ແລະ ການຕັດສິນ ໃຈຢາກໜັກແໜ້ນ ໃນການສ້າງສິນຄ້າ ແລະ ການບໍລິການທີ່ທ່ານຫັວງ ຈະສະໜອງໃຫ້ແກ່ ຜູ້ຊົມໃຊ້ ຕາມທີ່ທ່ານໄດ້ກ່າວໃນສັງຄົມ. ຂ້າພະເຈົ້າເຊື່ອວ່າທ່ານຈະຕ້ອງໄດ້ເຮັດຫຼາຍ ສິ່ງຫຼາຍຢ່າງ ແຕ່ວ່າສິ່ງໃດເປັນສິ່ງທີ່ ສຳຄັນທີ່ສຸດສຳລັບການສ້າງ ຈຸດຢືນໃຫ້ແກ່ຜະລິດຕະພັນຂອງທ່ານ?

ໃນກໍລະນີທີ່ທ່ານ ກຳລັງສ້າງຈຸດຢືນໃຫ້ແກ່ຍີ່ຫໍ້ສິນຄ້າຂອງທ່ານ, ທ່ານຈະຕ້ອງໄດ້ ເບິ່ງອົງປະກອບ ທີ່ມີຄວາມສຳຄັນ ທີ່ສຸດໃນຍີ່ຫໍ້ຂອງທ່ານ, ແລ້ວບັນຈຸສິ່ງທີ່ມັນເຮັດໄດ້ດີທີ່ສຸດອອກໂຄສະນາ.

ນັ້ນໝາຍວ່າທ່ານຈະຕ້ອງໄດ້ເລັ່ງໃສ່ສິນຄ້າຂອງທ່ານໃນຈຸດ ທີ່ເປັນລັກສະນະພິເສດ ເຊິ່ງເປັນ ເຫດຜົນໃຫ້ຄົນອື່ນຕ້ອງ ໄດ້ຊົມໃຊ້. ຈາກຈຸດນັ້ນໃຫ້ທ່ານກຳນົດເຂົ້າເປັນອົງປະກອບ ໃນສິນຄ້າ ຂອງທ່ານ. ຖ້າຫາກທ່ານບໍ່ສາມາດ ເບິ່ງເຫັນວ່າ ອັນໃດເປັນລັກສະນະເດັ່ນຂອງສິນຄ້າ ແລະ ຜົນປະໂຫຍດຂອງມັນແລ້ວ ເຖິ່ງວ່າມັນຈະເປັນສ່ວນໜຶ່ງຂອງຜະລິດຕະ ພັນຂອງທ່ານ ມັນຈະບໍ່ເປັນທີ່ຮັບຮູ້ຂອງລູກຄ້າ ແລະ ພວກເພີ່ນກໍ່ຈະບໍ່ມີຄວາມສົນໃຈໃນລັກສະນະນັ້ນໆ. ດັ່ງນັ້ນ ທ່ານ ຕ້ອງມີຄວາມສາມາດໃນການ ເລັງເຫັນຄວາມຕ້ອງການຂອງລູກຄ້າ ແລະເຂົ້າໃຈຄວາມຕ້ອງການ ແລະ ສິນຄ້າຂອງ ທ່ານ ຈະສະໜອງລັກສະນະ ໃດແດ່ໃຫ້ແກ່ກຸ່ມຄົນ.

ໃຫ້ທ່ານຄຳນຶງວ່າ ຖ້າຫາກທ່ານຕ້ອງເລືອກໜຶ່ງລັກສະນະເດັ່ນຂອງສິນຄ້າແລ້ວ ທ່ານຈະເລືອກຕົວໃດ. ດັ່ງນັ້ນໃຫ້ທ່ານ ເລີ່ມຈາກຈຸດນັ້ນ ເພື່ອເປັນຈຸດເດັ່ນໃນການໂຄສະນາຍີ່ຫໍ້ອອກສູ່ສັງຄົມ.

ທ່ານເຮັດສິງໃດທີ່ເປັນລັກສະນະພິເສດ?

ມັນບໍ່ງ່າຍຄືເວົ້າ ເພາະວ່າສິນຄ້າໃນຂະແໜງອຸດສາຫະກຳດຽວກັນ ຈະມີຄວາມຄ້າຍຄືກັນ ແລະ ຫວັງທີ່ ຈະສະໜອງ ຜົນປະໂຫຍດໃຫ້ແກ່ກຸ່ມລູກຄ້າທີ່ມີຄວາມຕ້ອງການອັນດຽວກັນ. ດັ່ງນັ້ນ ຜູ້ຜະລິດຈະເນັ້ນໃສ່ ຄວາມຕ້ອງການລູກຄ້າ ທີ່ມີຢູ່ແລ້ວໃນກຸ່ມນັ້ນໆ. ມັນເປັນການຢາກທີ່ຈະສ້າງຜົນປະໂຫຍດ ອັນໃດໜຶ່ງ ທີ່ແຕກຕ່າງຈາກຄົນອື່ນໆ. ເນື່ອງຈາກ ວ່າແຕ່ລະບໍລິສັດຕ່າງເຮັດສິ່ງທີ່ ຄ້າຍໆຄືກັນ ຫຼື ອາດຈະມີ ຄວາມແຕກຕ່າງຫຼາຍກວ່າ ຫຼື ໜ້ອຍກວ່າ ເລັກໆນ້ອຍໆ. ດັ່ງນັ້ນ ທ່ານຈະຕ້ອງໄດ້ເລືອກສິ່ງທີ່ມີຄວາມແຕກຕ່າງທີ່ສຸດ ລະຫວ່າງຍີ່ຫໍ້ຂອງທ່ານ ແລະ ຍີ່ຫໍ້ອື່ນໆ.

ສິ່ງໃດທີ່ທ່ານເຮັດໄດ້ດີທີ່ສຸດ?

ວິທີການລືອກລັກສະນະເດັ່ນຂອງຍີ່ຫໍ້ຂອງທ່ານນັ້ນ ຕ້ອງບໍ່ກ່າວສິ່ງທີ່ມີລັກສະນະທົ່ວໆໄປ ແຕ່ ຕ້ອງເປັນສິ່ງທີ່ສຳຄັນ ທີ່ສຸດ ສຳລັບລູກຄ້າຂອງທ່ານ, ຖ້າຫາກທ່ານເລືອກໂຕທີ່ມີລັກສະນະລວມໆ ມັນຈະເປັນການ ກ່າວເຖິງສິນຄ້າຕົວອື່ນ ໆ.

ດັ່ງທີ່ໄດ້ກ່າວມາແລ້ວວ່າ ການກຳນົດລັກສະນະເດັ່ນຂອງຍີ່ຫໍ້ມັນເປັນເລື່ອງຍາກຫຼາຍ.

ຕົວຢ່າງ ຢານວດຫຼຸດຜ່ອນກ້າມເນື້ອເຄັ່ງຕືງ, ມັນບໍ່ແມ່ນເລື່ອງງ່າຍທີ່ຈະສ້າງສິ່ງແຕກຕ່າງ ຂື້ນມາອີກ ຫຼື ບັນຍາຍຈຸດ ແຕກຕ່າງຂອງສິນຄ້າ. ຢາປະເພດຫຼຸດຜ່ອນຄວາມເຈັບກ້າມເນື້ອ, ດີຫວັດ, ໄອ ຕ່າງກໍ່ມີຄຸນ ຄ່າຄ້າຍໆຄືກັນ. ຈະເຮັດ ແນວໃດໃຫ້ມັນມີຄວາມແຕກຕ່າງກັນ ຫຼືບັນຍາຍ ສິ່ງທີ່ແຕກຕ່າງໃຫ້ເຫັນ.

ຫຼືອາດຈະກ່ຽວກັບການບໍລິການໃຫ້ຄຳປຶກສາ ເຊັ່ນ: ດ້ານກົດໝາຍ, ທ່ານຈະເຮັດແນວໃດສະແດງ ໃຫ້ເຫັນຜົນປະ ໂຫຍດການບໍລິການທີ່ປຶກສາ ທີ່ມີລັກສະນະເດັ່ນກ່ວາຄູ່ແຂ່ງຄົນອື່ນໆ ເພາະມັນຕ່າງກໍ່ເປັນສິ່ງດຽວກັນ. ມັນເກືອບເປັນ ໄປບໍ່ໄດ້ເລີຍ.

ແຕ່ສິ່ງທີ່ທ່ານສາມາດເລືອກຜົນປະໂຫຍດທີ່ມີລັກສະນະເດັ່ນກວ່າຜູ້ໃຫ້ບໍລິການ ຫຼື ສະໜອງສິນ ຄ້າຈາກຄົນອື່ນ ໂດຍ ເລືອກໃນສິ່ງທີ່ທ່ານເຮັດໄດ້ດີທີ່ສຸດ ໂດຍທີ່ບໍ່ມີໃຜເຮັດໄດ້ດີກວ່າທ່ານອີກແລ້ວ. ການໂຄສະນາອາດຈະບໍ່ເປັນໃນສິ່ງທີ່ ທ່ານເຮັດໄດ້ດີທີ່ສຸດ ແຕ່ໃຫ້ຖືວ່າມັນເປັນສິ່ງໄດ້ປຽບກວ່າຜູ້ ສະໜອງການບໍລິການອື່ນໆ.

ສິ່ງໃດທີ່ທ່ານເຮັດໄດ້ດີກວ່າຄົນອື່ນ? ເປັນຫຍັງລູກຄ້າຕ້ອງເຂົ້າມາຫາທ່ານ ພາຍຫຼັງການໃຊ້ເຄື່ອງ ຫຼື ການບໍລິການ ຈາກຄົນອື່ນ ຫຼື ກ່ອນທີ່ຈະເລືອກບໍລິໂພກແລ້ວເປັນຫຍັງ ຕ້ອງພິຈາລະນາການບໍລິການ ຂອງທ່ານເປັນຫຼັກ?

ໃຫ້ທ່ານເລືອກລັກສະນະທີ່ໂດດເດັ່ນທີ່ສຸດຢ່າງລະມັດລະວັງ ແລະ ເນັ້ນໃສ່ການກະຈາຍຂໍ້ຄວາມ ໂຄສະນາຍີ່ຫໍ້ສິນຄ້າ ແລະ ການບໍລິການ ທຸລກິດຂອງທ່ານ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.