Norkhame
ສ້າງຈາກຈຸດເດັ່ນ ສ້າງຈາກຈຸດເດັ່ນ
ຊີວິດທີ່ເຂັ້ມແຂງນັ້ນເປັນແນວໃດ? ເມື່ອເຮົາປະສົບຜົນສຳເລັດໃນຊີວິດດ້ວຍການໃຊ້ຈຸດແຂງຂອງຕົວເອງແລ້ວ ຊີວິດຂອງເຮົາຈະເປັນແນວໃດແດ່? ລອງມາເບິ່ງຕົວຢ່າງຊີວິດຂອງຄົນທີ່ເຮັດເຊັ່ນນັ້ນໄດ້. ທີ່ກອງປະຊຸມພົບປະກັບນັກຮຽນມະຫາວິທະຍາໄລຄັ້ງໜຶ່ງ,  ທ່ານ     ວໍເຣັນ ບັບເຟດ, ຜູ້ທີ່ປະສົບຜົນສຳເລັດຈາກທຸລະກິດ ແລະ ມີສັບສິນຫຼາຍຕິດອັນດັບໂລກໄດ້ເວົ້າວ່າ: “ທີ່ຈິງແລ້ວຂ້ອຍບໍ່ຕ່າງຫຍັງກັບພວກເຈົ້າເລີຍ”. ລາວໃສ່ເສື້ອຜ້າທີ່ເບິ່ງຫຍໍ່ໆເລັກນ້ອຍ ຕາມປົກກະຕິ, ເຖິງລາວເປັນຄົນທີ່ລວຍທີ່ສຸດໃນໂລກຄົນໜຶ່ງ. ລາວເວົ້າອີກວ່າ ‘‘ຂ້ອຍອາດຈະມີເງິນຫຼາຍກວ່າພວກເຈົ້າ ແຕ່ເງິນບໍ່ໄດ້ເຮັດໃຫ້ເຮົາຕ່າງກັນ. ແນ່ນອນວ່າຂ້ອຍສາມາດຊື້ຊຸດສູດ ທີ່ເຮັດດ້ວຍມື ແບບຫຼູຫຼາທີ່ສຸດ ແຕ່ພໍຂ້ອຍເອົາມາໃສ່ກໍຈະເບິ່ງດ້ອຍລາຄາໄປທັນທີ. ຂ້ອຍສາມາດກິນອາຫານທີ່ຮ້ານ ແພງໆໄດ້ທຸກໆຄາບ.... ສ້າງຈາກຈຸດເດັ່ນ

ຊີວິດທີ່ເຂັ້ມແຂງນັ້ນເປັນແນວໃດ? ເມື່ອເຮົາປະສົບຜົນສຳເລັດໃນຊີວິດດ້ວຍການໃຊ້ຈຸດແຂງຂອງຕົວເອງແລ້ວ ຊີວິດຂອງເຮົາຈະເປັນແນວໃດແດ່? ລອງມາເບິ່ງຕົວຢ່າງຊີວິດຂອງຄົນທີ່ເຮັດເຊັ່ນນັ້ນໄດ້.

ທີ່ກອງປະຊຸມພົບປະກັບນັກຮຽນມະຫາວິທະຍາໄລຄັ້ງໜຶ່ງ,  ທ່ານ     ວໍເຣັນ ບັບເຟດ, ຜູ້ທີ່ປະສົບຜົນສຳເລັດຈາກທຸລະກິດ ແລະ ມີສັບສິນຫຼາຍຕິດອັນດັບໂລກໄດ້ເວົ້າວ່າ: “ທີ່ຈິງແລ້ວຂ້ອຍບໍ່ຕ່າງຫຍັງກັບພວກເຈົ້າເລີຍ”. ລາວໃສ່ເສື້ອຜ້າທີ່ເບິ່ງຫຍໍ່ໆເລັກນ້ອຍ ຕາມປົກກະຕິ, ເຖິງລາວເປັນຄົນທີ່ລວຍທີ່ສຸດໃນໂລກຄົນໜຶ່ງ. ລາວເວົ້າອີກວ່າ ‘‘ຂ້ອຍອາດຈະມີເງິນຫຼາຍກວ່າພວກເຈົ້າ ແຕ່ເງິນບໍ່ໄດ້ເຮັດໃຫ້ເຮົາຕ່າງກັນ. ແນ່ນອນວ່າຂ້ອຍສາມາດຊື້ຊຸດສູດ ທີ່ເຮັດດ້ວຍມື ແບບຫຼູຫຼາທີ່ສຸດ ແຕ່ພໍຂ້ອຍເອົາມາໃສ່ກໍຈະເບິ່ງດ້ອຍລາຄາໄປທັນທີ. ຂ້ອຍສາມາດກິນອາຫານທີ່ຮ້ານ ແພງໆໄດ້ທຸກໆຄາບ. ລາວຍອມຮັບຂໍ້ແຕກຕ່າງອັນໜຶ່ງວ່າ ລະຫວ່າງນັກສຶກສາ ກັບຕົວລາວ ກໍອາດເປັນພຽງແຕ່ວ່າທຸກເຊົ້າເມື່ອລາວຕື່ນຂື້ນມາ ລາວຈະມີໂອກາດໄດ້ເຮັດໃນສິ່ງທີ່ຕົນເອງຮັກທຸກມື້. ນີ້ເປັນຄຳແນະນຳທີ່ດີທີ່ສຸດທີ່ຂ້ອຍຈະໃຫ້ໄດ້ແກ່ນັກສຶກສາ.

ຟັງເຜີນໆແລ້ວ ກໍຄືວ່າຄຳເວົ້າຄ່ອງປາກຢ່າງບໍ່ໄດ້ຄິດຫຍັງ ແບບທີ່ທ່ານບອກຄົນອື່ນຫຼັງຈາກທີ່ທ່ານຫາເງິນໄດ້ພັນລ້ານໄປແລ້ວ ແຕ່ທ່ານ ບັບເຟດ ເວົ້າຈາກໃຈຈິງ. ລາວຮັກໃນສິ່ງທີ່ລາວເຮັດ ແລະ ເຊື່ອແທ້ໆວ່າຊື່ສຽງຂອງລາວທີ່ເປັນນັກລົງທຶນຜູ້ຍິ່ງໃຫຍ່ທີ່ສຸດໃນໂລກນັ້ນເປັນຜົນຈາກການທີ່ລາວສາມາດສ້າງບົດບາດໃຫ້ກັບຕົວເອງ. ໂດຍໃຊ້ປະໂຫຍດຈາກຈຸດແຂງພິເສດສະເພາະຂອງຕົນ. ໜ້າແປກໃຈທີ່ຈຸດແຂງຂອງລາວນັ້ນບໍ່ແມ່ນຢ່າງທີ່ເຈົ້າຄາດຫວັງຈາກນັກລົງທຶນຜູ້ປະສົບຄວາມສຳເລັດ. ຕະຫຼາດໂລກສະໃໝນີ້ກ້າວໜ້າຢ່າງໄວວາ ສະຫຼັບຊັບຊ້ອນເປັນພິເສດ ແລະ ບໍ່ມີສິນທໍາ ດັ່ງນັ້ນເຈົ້າອາດຄິດວ່າຄົນ ຕ້ອງປັບຕົວໄດ້ ຈະເໝາະສົມທີ່ສຸດກັບໂລກແນວນີ້. ຈະມີນິໄສທີ່ບໍ່ເຊື່ອຜູ້ອື່ນ ແລະ ມີສະໝອງທີ່ວ່ອງໄວ ພະຍາຍາມຄິດຄົ້ນຫາແບບແຜນເຊິ່ງປາກົດຂື້ນໃນຕະຫຼາດອັນຊັບຊ້ອນ.

ທ່ານ ບັບເຟດບໍ່ມີຈຸດແຂງແນວນັ້ນເລີຍ. ທຸກຄົນເວົ້າເປັນສຽງດຽວກັນວ່າ ລາວເປັນຄົນໃຈເຢັນ ລາວເນັ້ນຄວາມເປັນຈິງຫຼາຍກວ່າຈະເນັ້ນຄວາມຄິດ. ລາວຍອມເຊື່ອຖືແທນທີ່ຈະໄປສົງໄສເຈດຕະນາຂອງຜູ້ອື່ນ. ລາວຈະເລີນໄດ້ແນວໃດຖ້າເປັນແນວນີ້.

ລາວຄົ້ນພົບວິທີຝຶກຝົນຈຸດແຂງທີ່ມີຢູ່ແລ້ວນໍາມາໃຊ້ໃຫ້ເກີດປະໂຫຍດ. ໃນທໍານອງດຽວກັນກັບຜູ້ທີ່ປະສົບທັງຄວາມສຳເລັດ ແລະ ຄວາມສຸກອື່ນໆເຊັ່ນ ລາວປ່ຽນແປງຄວາມໃຈເຢັນທີ່ມີມາໂດຍທຳມະຊາດຂອງຕົນໃຫ້ກາຍເປັນ ‘‘ມູມມອງໃນອານາຄົດ 20 ປີຂ້າງໜ້າ’’ ອັນມີຊື່ສຽງໂດ່ງດັງເຊິ່ງເຮັດໃຫ້ລາວເລືອກລົງທຶນສະເພາະກັບບໍລິສັດທີ່ລາວສາມາດທຳນາຍວິທີທາງກາຍໃນເວລາ 20 ປີ ໄດ້ຢ່າງໝັ້ນໃຈ. ສະໝອງສິ່ງທີ່ເນັ້ນຄວາມເປັນຈິງ, ເຮັດໃຫ້ລາວສົງໄສ ‘‘ທິດສະດີ’’ ການລົງທຶນຕ່າງໆ ແລະ ແນວໂນ້ມແບບກ້ວາງໆຂອງຕະຫຼາດ. ສຸດທ້າຍແລ້ວລາວໃຊ້ນິໄສເຊື່ອໃຈຜູ້ອື່ນໃຫ້ເປັນປະໂຫຍດ ດ້ວຍການກວດສອບຜູ້ບໍລິຫານລະດັບສູງຂອງບໍລິສັດທີ່ລາວລົງທຶນຢ່າງລະມັດລະວັງ. ຈາກນັ້ນກໍຈະບໍ່ໄປແຊກແຊງການດຳເນີນທຸລະກິດຂອງບໍລິສັດໃນແຕ່ລະວັນ

     ທ່ານ ວໍເຣັນ ບັບເຟດ ໃຊ້ວິທີໃຈເຢັນ ເນັ້ນຄວາມເປັນຈິງ ແລະ ເຊື່ອໃຈແນວນັ້ນມາຕັ້ງແຕ່ລາວຈັດຕັ້ງບໍລິສັດລົງທຶນຮ່ວມເປັນຄັ້ງທຳອິດດ້ວຍເງິນທຶນ 100 ໂດລາ, ໃນປີ 1956 ລາວຝຶກຝົນວິທີນັ້ນຈົນສົມບູນແບບ ແລະ ຍຶດໝັ້ນກັບມັນ. ເຖິງແມ່ນວ່າມີຜົນປະໂຫຍດໜ້າດຶງດູດໃຫ້ລາວເລືອກໃຊ້ກົນອຸບາຍອື່ນກໍຕາມ ( ຢ່າລືມວ່າລາວບໍ່ລົງທຶນກັບໄມໂຄຼຊອບ ຫຼື ອິນເຕີເນັດ ເພາະລາວຮູ້ສຶກວ່າບໍ່ອາດຈະຄາດໄດ້ຊັດເຈນວ່າພາຍໃນ 20 ປີ ຂ້າງໜ້າ ວົງການເທັກໂນໂລຢີຂັ້ນສູງຈະເປັນແນວໃດ ) ວິທີທີ່ແຕກຕ່າງຈາກຜູ້ອື່ນນີ້ເປັນສາເຫດໃຫ້ລາວປະສົບຄວາມສຳເລັດໃນອາຊີບ ແລະ ລາວບອກວ່າເຮັດໃຫ້ມີຄວາມສຸກສ່ວນຕົວນຳ. ລາວເປັນນັກລົງທຶນລະດັບໂລກເພາະລາວຈົງໃຈນຳຈຸດແຂງມາໃຊ້ໃຫ້ເປັນປະໂຫຍດ ລາວຮັກໃນສິ່ງທີ່ລາວເຮັດເພາະລາວຈົງໃຈນຳຈຸດແຂງມາໃຊ້ໃຫ້ເປັນປະໂຫຍດ.

ໃນຈຸດນີ້ ແລະ ອາດຈະມີແຕ່ຈຸດນີ້ເທົ່ານັ້ນທີ່ ທ່ານ ວໍເຣັນ ບັບເຟດເວົ້າຖືກທີ່ວ່າລາວບໍ່ໄດ້ຕ່າງຫຍັງໄປຈາກຄົນອື່ນ. ລາວດຳລົງຊີວິດໃນໂລກພາຍນອກ ດ້ວຍວິທີທີ່ພິເສດສະເພາະຕົວເຊັ່ນດຽວກັນກັບຜູ້ອື່ນ. ວິທີທີ່ລາວຈັດການຄວາມສ່ຽງ ວິທີທີ່ລາວສ້າງສຳພັນກັບຜູ້ອື່ນ ວິທີທີ່ລາວຕັດສິນໃຈ ວິທີທີ່ລາວຫາຄວາມເພິ່ງພໍໃຈ ທຸກຢ່າງນີ້ລ້ວນແຕ່ບໍ່ແມ່ນເຫດບັງເອີນ ແຕ່ເປັນສ່ວນໜຶ່ງຂອງແບບແຜນພິເສດສະເພາະຕົວທີ່ໝັ້ນຄົງ ຈົນຄອບຄົວ ແລະ ເພື່ອນມິດສາມາດລະນຶກໄດ້ວ່າລາວເປັນແນວນີ້ຕັ້ງແຕ່ລາວເປັນເດັກນ້ອຍທີ່ເມືອງບ້ານນອກທີ່ລາວເຕີບໃຫຍ່ມາ ເມື່ອເຄິ່ງສະຕະວັດມາແລ້ວ.

ທ່ານ ບັບເຟ, ມີຈຸດພິເສດກວ່າຄົນອື່ນບ່ອນວິທີທີ່ລາວນໍາແບບແຜນນີ້ມາໃຊ້. ປະການທໍາອິດລາວຮັບຮູ້ວ່າ ພວກເຮົາຫຼາຍຄົນບໍ່ສາມາດເຮັດແນວນີ້ໄດ້ສຳເລັດ, ປະການທີສອງເຊິ່ງສໍາຄັນທີ່ສຸດ ລາວເລືອກທີ່ຈະບໍ່ເນັ້ນການສ້າງເສີມສາຍໃຍທີ່ອ່ອນແອ. ລາວພັດເຮັດໃນສິ່ງກົງກັນຂ້າມ ລາວຈໍາແນກຫາສາຍໃຍທີ່ເຂັ້ມແຂງທີ່ສຸດ ແລ້ວສານການສຶກສາ ແລະ ປະສົບການເສີມເຂົ້າໄປ ເພື່ອສ້າງໃຫ້ເປັນຈຸດແຂງທີ່ໂດດເດັ່ນຢ່າງທີ່ເຮົາເຫັນກັນຢູ່ທຸກມື້ນີ້.

ລາວມີຄວາມສໍາຄັນໃນທີ່ນີ້ບໍ່ແມ່ນເພາະລາວຮັ່ງມີ ແຕ່ເພາະລາວເຂົ້າໃຈໃນເລື່ອງນທີ່ສາມາດຊີ້ທາງປະຕິບັດໃຫ້ພວກເຮົາທຸກຄົນ. ນັ້ນແມ່ນພິຈາລະນາຕົວເຮົາເອງ. ພະຍາຍາມຈຳແນກຫາສາຍໃຍທີ່ເຂັ້ມແຂງທີ່ສຸດຂອງຕົນ. ເສີມສ້າງມັນດ້ວຍການຝຶກຝົນ ແລະ ການຮຽນຮູ້ ຈາກນັ້ນກໍໃຫ້ຫາ ຫຼື ສ້າງ (ຢ່າງທີ່ລາວສ້າງ) ບົດບາດທີ່ໃຊ້ຈຸດແຂງພວກນີ້ທຸກມື້. ຖ້າທ່ານເຮັດແນວນັ້ນ ທ່ານກໍຈະສ້າງປະໂຫຍດໄດ້ຫຼາຍກວ່າເກົ່າ, ຮູ້ສຶກສົມຫວັງກວ່າເກົ່າ ແລະ ປະສົບຄວາມສຳເລັດກວ່າເກົ່າ.

     ແນ່ນອນວ່າ ທ່ານ ບັບເຟດ ບໍ່ແມ່ນຜູ້ດຽວທີ່ຄິດເຖິງພະລັງຂອງການສ້າງຊີວິດຂື້ນມາຈາກຈຸດແຂງຂອງຕົນ. ເມື່ອທ່ານໄປສຳພາດຜູ້ທີ່ປະສົບຄວາມສຳເລັດຢ່າງແທ້ຈິງໃນອາຊີບທີ່ຕົນເອງເປັນຄົນເລືອກປະຕິບັດໜ້າທີ່ນັ້ນ. ບໍ່ວ່າຈະເປັນຄູ, ພະນັກງານຂາຍເຄື່ອງທາງໂທລະສັບ, ນັກສະແດງ ຫຼື ນັກບັນຊີ. ທ່ານ ຈະພົບວ່າເຄັດລັດລັບຄວາມສຳເລັດຂອງພວກເຂົາຢູ່ທີ່ການຄົ້ນພົບຈຸດແຂງຂອງຕົນ ແລ້ວສາມາດຈັດຊີວິດໃຫ້ນຳຈຸດແຂງເຫຼົ່ານີ້ໄປປະຍຸກໃຊ້ໄດ້.

ບໍ່ໝາຍວ່າຄວາມສຳເລັດ ຈະແມ່ນກາຍເປັນຄົນຮັ່ງມີທີ່ສຸດໃນໂລກ. ຫາກແມ່ນການຄົ້ນພົບຈຸດດີເດັ່ນຂອງຕົນເອງ ແລະ ນຳຈຸດນັ້ນອອກມາໃຊ້. ຖ້າທ່ານເຮັດວຽກ ເປັນພະນັກງານ ອອກແບບ ແລະ ກຳລັງປະຕິບັດ ການບູລະນະຕົວເມື່ອງ, ໃນໂຄງການໃດໜຶ່ງ. ຖ້າບັນລຸ ຄວາມສຳເລັດ ໃນບົດບາດນີ້ ກໍຕ້ອງອາໄສຈຸດແຂງເຊັ່ນພອນສະຫວັນໃນການຄິດໃນຮູບແບບກໍສ້າງ ຫຼື ຢ່າງໜ້ອຍໃນການວິເຄາະ ແລະ ການວາງແຜນຢ່າງແຜນພັງເມື່ອງຢ່າງລະອຽດ. ໄປພ້ອມໆກັບທັກສະຄວາມສາມາດວິຊາການ, ສາຍພົວພັນທາງດ້ານຈິດໃຈ, ບວກກັບການລົງມືເສີມສ້າງດ້ວຍຄວາມຕື່ນເຕັ້ນ ແລະ ຄວາມຫຼົງໄຫຼໃນງານ, ສ້າງໃຫ້ແກ່ພະນັກງານມີຄວາມປອງດອງ, ຕັດສິນໃຈແບບຮັບຜິດຊອບ,

ການຫັນໄປປັບປຸງຈຸດອ່ອນຂອງຕົນເອງ, ສ້າງພາບພົດທີ່ດີແກ່ອົງກອນ ແລະ ພະຍາຍາມບັນລຸ ເປົ້າໝາຍທີ່ສາມາດບັນລຸໄດ້ ແລະ ສາມາດເຮັດກິດຈະກຳປະຈຳວັນໃຫ້ສຳເລັດ. ທັງຍັງພັກດັນ ໃຫ້ພະນັກງານຄົນອື່ນໆ ໃຫ້ເຫັນເຖິງວັດຖຸປະສົງໃນງານຂອງຕົນທີ່ເໜືອກວ່າສິ່ງອື່ນໃດ ແລະ ມອບໝາຍໃຫ້ທີ່ປຶກສາພາຍນອກຈັດຂະບວນການວາງແຜນກົນລະຍຸດຢ່າງເປັນປະຈຳ ເພື່ອໃຫ້ທີມງານ ຊຸກດັນແນວທາງໜ້າ ທີ່ຕົກລົງກັນສາມາດຈັດຕັ້ງປະຕິບັດໄດ້ຕາມ ‘‘ແຜນຍຸດທະສາດ’’

ທ່ານກໍ່ສາມາດ ສ້າງຊີວິດຂື້ນມາຈາກຈຸດແຂງຂອງຕົນດ້ວຍການເນັ້ນຄວາມເປັນຈິງທໍານອງດຽວກັນ. ຫາກທ່ານເຮັດວຽກທີ່ບໍ່ມັກເດ, ຈະເຮັດແນວໃດໃຫ້ສຳເລັດ? ເຊັ່ນ: ຖ້າທ່ານເລືອກຮຽນແພດ, ແຕ່ຮູ້ວ່າຕົນເອງພັດບໍ່ມັກເຫັນຄົນແຂ່ງກຸດຂາຂາດ ຫຼື ເຈັບໜັກ. ແລ້ວຈະປະສົບຜົນສຳເລັດໄດ້ແນວໃດ? ເນື່ອງຈາກໝໍທີ່ບໍ່ມັກຜູ້ປ່ວຍເບິ່ງຄືຜິດປົກກະຕິ. ຄ້າຍໆກັບນັກລົງທຶນບໍ່ມັກຄວາມສ່ຽງ ຫຼື ທະຫານທີ່ບໍ່ມັກສົງຄາມ. ທ່ານອາດສົງໄສໃນອາຊີບທີ່ເລືອກ. ແຕ່ແທນທີ່ຈະກັງວົນວ່າເລືອກຜິດ. ທ່ານຄວນກັບມາພິນິດພິຈາລະນາແບບແຜນການຄິດ ແລະ ຄວາມຮູ້ສຶກຂອງຕົນເອງ. ຄົນມັກຊ່ວຍຄົນຢູ່ແລ້ວ. ແນວຄິດນີ້, ມັນຈະເຮັດໃຫ້ລາວຮູ້ສຶກເລີ່ມມັກການເປັນໝໍ ທີ່ປະສົບຜົນສຳເລັດ ໃນການສຶກສາວິທີ ແລະ ໃຫ້ການປີ່ນປົວຄົນເຈັບພາຍຫຼັງຈົບການສຶກສາ. ທ່ານອາດເລືອກ ສາຍສະເພາະ ທີ່ບໍ່ຕ້ອງພົບຄົນເຈັບໜັກ, ເປັນຕົ້ນ: ໝໍຜິວໜັງ, ໝໍຈິດຕະແພດ. ການຄິດແນວນັ້ນ, ເຮົາບໍ່ຈຳເປັນຕ້ອງປ່ຽນຈຸດດ້ອຍ ຫຼື ບໍ່ມັກ. ມັນກັບກາຍມາເສີມ ຈຸດແຂງ. ມັນກະຈະເປັນ ເຊັ່ນດຽວກັນກັບ ທ່ານ ບັບເຟດ, ທີ່ເຮັດວຽກດ້ວຍການຊື່ສັດຕໍ່ຈຸດແຂງຂອງຕົນທີ່ລາວຮູ້ຢູ່ແລ້ວ.

ບຸກຄົນໃນຫຼາຍປະເທດ ຫຼາກຫຼາຍສາຂາອາຊີບ ທີ່ສາມາດບັນລຸເປົ້າ ການເຮັດວຽກຂອງຕົນເອງ, ເຂົາເຈົ້າ ຈະມີລັກສະນະພິເສດໃນທໍານອງດຽວກັນກັບ ທ່ານ ວໍເຣັນ ບັບເຟດ ຄືພວກເຂົາຮູ້ຈຳແນກທ່າແຮງຂອງພຶດຕິກຳຂອງຕົນ. ທີ່ມີການພັກດັນໃຫ້ເກີດຂື້ນແລ້ວເກີດຂື້ນອີກເປັນປະຈຳ, ແລ້ວຫາວິທີພັດທະນາແບບແຜນພວກນີ້ໃຫ້ເປັນຈຸດແຂງທີ່ແທ້ຈິງ. ໃນທີ່ສຸດ ກໍ່ໃຫ້ເກີດປະໂຫຍດແກ່ຕົນເອງ ແລະ ສັງຄົມ. ທ່ານເດ, ຮູ້ຈັກຕົນເອງມີຈຸດເດັ່ນ ຫຼື ພິເສດໃດແດ່ບໍ່?

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.