ທ່ານເຄີຍຖາມຕົວເອງບໍ່ວ່າ: ຄວາມຕ້ອງການເກີດຂຶ້ນຈາກສ່ວນໃດຂອງສະໝອງ? ຄວາມຕ້ອງການມີວິວັດທະນາການມາຈາກ “ການຢາກມີຊີວິດຢູ່ລອດ” ມາສູ່ “ຄວາມເປັນຢູ່ທີ່ດີຂຶ້ນ” ໃນສະໝອງຂອງເຮົາມີຄວາມຕ້ອງການພື້ນຖານທີ່ລະອຽດຊັບຊ້ອນຢູ່ຄູ່ກັນມາດົນແສນດົນ.
Tag Archives: ຈິດໃຈ
ຢາກແລະບໍ່ຢາກເຮັດ
ຄວາມຕ້ອງການຢາກເຮັດ ຄວາມຕ້ອງການບໍ່ຢາກເຮັດ ມັກເກີດຂື້ນກັບທຸກໆຄົນ. ຄົນສ່ວນຫຼາຍມັກຄິດວ່າ ຄວາມຕ້ອງການຈະຕ້ອງເປັນສິ່ງທີ່ກໍ່ໃຫ້ເກີດຄວາມກະຕືລືລົ້ນ. ຄວາມຮູ້ສຶກຢາກລົງມືເຮັດເພື່ອກ້າວໄປຂ້າງໜ້າ ເຊັ່ນ “ຢາກເຮັດ…” ສິ່ງເຫຼົ່ານີ້ບໍ່ແມ່ນຄວາມຈິງສະເໝີໄປວ່າຈະຕ້ອງເປັນເຊັ່ນນີ້.
ຄວາມຕ້ອງການດີ
ເຮັດໃດຈິ່ງຮູ້ວ່າ ຄວາມຕ້ອງການຂອງທ່ານ ຈັດໃນໝວດຄວາມຕ້ອງການທີ່ດີ ຫຼື ຄວາມຕ້ອງການທີ່ບໍ່ດີ. ຫົວຂໍ້ນີ້ສຳຄັນ ສຳລັບທຸກໆຄົນ. ບາງທີ່ເຮົາມີແຮງພັກດັນໃນການເຮັດສິ່ງໃດໜຶ່ງ ໂດຍບໍ່ໍຮູ້ວ່າມັນກາຍເປັນສິ່ງທຳຮ້າຍຄົນອື່ນໃນສັງຄົມ ຫຼື ຄົນໃນຊີວິດເຮົາ.
…ຕອນຈາກລາ
ບໍ່ມີຫຍັງເປັນຂອງເຮົາ, ຫຼື ເຮົາບໍ່ໄດ້ເປັນເຈົ້າຂອງຊີວິດໃຜ, ເຮົາມາພົບ ແລະ ກະຈາກ. ຄຳເວົ້າຂອງພະພຸດທະເຈົ້າ ປະເພດແນວນີ້ຄືແມ່ນຕົວຈິງຫຼາຍ. ການຈາກລາ ມີຄຸນຄ່າທີ່ເຊື່ອງຊ້ອນຢູ່ໃນຄວາມສູນເສຍ. ລອງເປີດໃຈເບິ່ງ.
ສຸກສຳເລັດ
ຄວາມສໍາເລັດຄືຄວາມລົ້ມແຫຼວທີ່ຍັງບໍ່ປະກົດ. ມັນບໍ່ມີເຫດຜົນພໍຈະເຮັດໃຫ້ເຮົາເປັນທຸກ. ກົງກັນຂ້າມ, ມັນແມ່ນ ກົນໃກການເຮັດວຽກ ປະກອບກັບ ທັກສະອື່ນໆໃນການ ເຮັດວຽກ. ເມືອເຮັດວຽກແລ້ວ ຖ້າອອກມາດີເຮົາບໍພຽງແຕ່ດີໃຈທີ່ວຽກແລ້ວເທົ່ານັ້ນ ຫາກຍັງອົດບໍ່ໄດ້ທີ່ຈະພູມໃຈໃນຜົນງານ. ເຫັນວ່າວຽກນັ້ນສຸດຍອດແລ້ວ ຫຼື ພູມໃຈ ໃນຄວາມເກັ່ງກາດຂອງຕົນເອງ.
ເລືອກເຮັດ
ຈົ່ງປ່ຽນຂໍ້ອ້າງເປັນຫາວິທີເຮັດວຽກ. ເມື່ອທ່ານປ່ຽນວິທີທີ່ທ່ານເບິ່ງ ສິ່ງອ້ອມຂ້າງສິ່ງເຫລົ່ານັ້ນກໍປ່ຽນໄປ. ການບໍ່ເລືອກຄືທາງເລືອກທີ່ທ່ານເລືອກ. ທ່ານເລືອກທີ່ຈະບໍ່ເຮັດຫຍັງໃຫ້ດີຂຶ້ນບໍ່? ຫຼື ທ່ານເລືອກທີ່ຈະໃຊ້ຊີວິດໄປເລື່ອຍໆ? ທ່ານເລືອກທີ່ຈະໃຊ້ຊີວິດແບບນີ້ຕໍ່ໄປເປັນຕົ້ນ.
ລະກ່ອນບິນ
ຄົນອື່ນມັກເວົ້າແນວບໍ່ດີໃສ່ກັນແລະກັນຢູ່ແລ້ວ. ທ່ານບໍ່ຄວນເປັນຄົນເວົ້າແນວບໍ່ດີໃສ່ຕົນເອງ. ຄຳເວົ້າບໍ່ດີ, ຢ່າເວົ້າໃຫ້ຕົນເອງເດັດຂາດ. ມັນເປັນການພາວະນາເອົາແນວບໍ່ດີມາໃນຊີວິດຕົນເອງ. ຄົນທີ່ປະສົບຄວາມສຳເລັດ ເຂົາບໍ່ເຄີຍເວົ້າກັບຕົວເອງໃນດ້ານລົບ. ໄດ້ຍົກເອົາສິ່ງສຳຄັນທີ່ສຸດ ທີ່ບໍ່ຄວນເວົ້າມີຄື:
ຫົນທາງພົບສຸກ
ການເຄື່ອນໄຫວສູ່ຄວາມເຂົ້າໃຈຕ້ອງເລີ່ມຈາກການເຂົ້າໃຈພາຍໃນຕົນເອງ. ການຕາຍໃຈກັບສິ່ງທີ່ຄິດວ່າສາມາດ ຄຸມ ສະຖານະການທີ່ເຄີຍເຝົ້າເບິ່ງ ກາຍເປັນຄວາມນິ້ງເສີຍ ແລະ ປ່ອຍປະລະເລີຍຈາກສິ່ງທີ່ເຄີຍຄິດວ່າ ບໍ່ຫນ້າຈະເຮັດໃຫ້ຊີວິດປ່ຽນໄປ ກໍ່ຕ້ອງກັບມາເສຍໃຈ. ເພາະເຮົາປະມາດເອງ.
ສຸກ…ເພາະວາງໃຈ
ຫາກປ່ອຍໄປໃນຈັງຫວະທີ່ຄວນປ່ອຍ, ກະເປັນການຈາກລາຂອງສິ່ງນັ້ນໆ. ຈະບໍ່ນຳພາໃຫ້ໃຈຮູ້ສຶກວ່າເສຍດາຍ ເພາະມັນເປັນເຫດຜົນຂອງປັນຍາທີ່ບອກວ່າຄວນປ່ອຍມັນໄປ. ແຕ່ຫາກບໍ່ຮູ້ວ່າຢັບຢັ້ງໄວ້ເພື່ອຫຍັງ ການຄອບຄອງສິ່ງທີ່ບໍ່ຮູ້ຈັກປ່ອຍໃຫ້ມັນຜ່ານໄປຈາກຊີວິດ ກໍຈະເປັນສິ່ງທີ່ກັບມາທຳຮ້າຍຕົວເຮົາໃຫ້ເຈັບຊ້ຳໄດ້ໃນພາຍຫລັງ.
ຄົນຜິດ, ຄົນງາມ
ໃນຄວາມຜິດພາດລ້ວນມີຄວາມງາມໃຫ້ຄົ້ນຫາ. ຊີວິດທີ່ຫນ້າສຶກສາບໍ່ແມ່ນຊີວິດທີ່ສົມບູນພ້ອມພຽງ. ແຕ່ການຮູ້ຈັກຢູ່ກັບຄວາມບົກພ່ອງທີ່ມີ ແລະ ຮູ້ຈັກໃຊ້ສະຕິປັນຍາແກ້ໄຂ ຢ່າງມີສີລະປະຕ່າງຫາກ ທີ່ສ້າງໃຫ້ຊີວິດຫນ້າສົນໃຈ. ບໍ່ມີໃຜຈ້າງປີ້ເຂົ້າໄປເບິ່ງໜັງທີ່ບໍ່ມີປັນຫາ. ໃຜລະຈະຢາກເບິ່ງຊີວິດສຸກສະບາຍ? ຊີວິດແນວນັ້ນ, ບໍ່ໄດ້ສ້າງພະເອກ, ນາງເອກ ໃຫ້ກາຍເປັນຄົນໜ້າສົນໃຈ.