Norkhame
ບິນມາຊ່ວຍເຈົ້າ ບິນມາຊ່ວຍເຈົ້າ
ນັບມື້ນັບຮ້າຍແຮງຂື້ນ. ຫົວໜ້າອົງການສະຫະປະຊາຊາດປະກາດວ່າ ໂຄວິດ19 ຮ້າຍແຮງກວ່າສົງຄາມໂລກຄັ້ງທີ່ 2.  ຜູ້ເສຍຊີວິດຂອງສະຫະລັດແມ່ນເກີນປະເທດຈີນ ແລະ ມີຄົນຕິດເຊື້ອ ອາດເພີ່ມເປັນ 3 ເທົ່າຂອງປະເທດ ຈີນໃນໄວໆນີ້. ຄົນຕິດເຊື້ອທົ່ວໂລກ ປະມານ 860,000 ຄົນທົ່ວໂລກ ໄດ້ຮັບການຢືນຢັນວ່າເປັນພະຍາດດັ່ງກ່າວ. ສະຫະລັດໄດ້ປະກາດການເສຍຊີວິດປະມານ 3000 ຄົນໃນວັນ ຜ່ານມາເຊິ່ງເຮັດໃຫ້ ຈຳນວນຜູ້ເສຍຊີວິດທັງໝົດ ຫຼາຍກ່ວາ 4,000... ບິນມາຊ່ວຍເຈົ້າ

ນັບມື້ນັບຮ້າຍແຮງຂື້ນ. ຫົວໜ້າອົງການສະຫະປະຊາຊາດປະກາດວ່າ ໂຄວິດ19 ຮ້າຍແຮງກວ່າສົງຄາມໂລກຄັ້ງທີ່ 2.  ຜູ້ເສຍຊີວິດຂອງສະຫະລັດແມ່ນເກີນປະເທດຈີນ ແລະ ມີຄົນຕິດເຊື້ອ ອາດເພີ່ມເປັນ 3 ເທົ່າຂອງປະເທດ ຈີນໃນໄວໆນີ້. ຄົນຕິດເຊື້ອທົ່ວໂລກ ປະມານ 860,000 ຄົນທົ່ວໂລກ ໄດ້ຮັບການຢືນຢັນວ່າເປັນພະຍາດດັ່ງກ່າວ.

ສະຫະລັດໄດ້ປະກາດການເສຍຊີວິດປະມານ 3000 ຄົນໃນວັນ ຜ່ານມາເຊິ່ງເຮັດໃຫ້ ຈຳນວນຜູ້ເສຍຊີວິດທັງໝົດ ຫຼາຍກ່ວາ 4,000 ຄົນ. ໃນຂະນະທີ່ປະເທດສະເປນ, ອັງກິດ ແລະ ຝຣັ່ງລາຍງານວ່າ ມີຜູ້ເສຍຊີວິດເພີ່ມຂື້ນຫຼາຍທີ່ສຸດໃນມື້ດຽວ. ປະເທດຈີນມີລາຍງານວ່າມີຜູ້ເສຍຊີວິດ 3,282 ຄົນ ຈາກໄວຣັດໂຄວິດ. ໃນທົ່ວໂລກ, ປະຊາຊົນ ເສຍຊີວິດຫລາຍກວ່າ 42,000 ຄົນ.

ເຊື້ອໄວຣັດໂຄວິດ19, ເຮັດໃຫ້ ປະເທດມະຫາອຳນາດມີການພົວພັນດ້ານມະນຸດສະທຳ ໃນການແບ່ງເບົາການສູນເສຍຊີວິດ. ຣັດເຊຍ ແລະ ສະຫະລັດອາເມລິກາ ຍອມເຮັດວຽກນຳກັນຕ້ານໂຣກ. ເຮືອບິນຣັດເຊຍ ໄດ້ບີນຈາກປະເທດ ໄປສະຫະລັດ ອາເມລິກາ ເພື່ອຂົນສົ່ງອຸປະກອນການແພດ ແລະ ໜ້າກາກ ມຸ້ງໜ້າໄປທີ່ ວໍຊິງຕັນ ຕໍ່ສູ້ກັບໂຣກ ໂຄວິດ19.ປະທານາທິບໍດີ ຣັດເຊຍ, ທ່ານ ພູທິນ ໄດ້ສະເໜີການຊ່ວຍເຫຼືອ ຜ່ານທາງການໂອ້ລົມທາງໂທລະສັບກັບປະທານາທິບໍດີ ອາເມລິກາ,​ທ່ານ ທຼໍາ ໃນວັນຈັນນີ້. ເຊິ່ງຜູ້ ນຳ ທັງສອງໄດ້ປຶກສາຫາລືກ່ຽວກັບວິທີການທີ່ດີທີ່ສຸດໃນການຕອບໂຕ້ກັບໄວຣັດ.

ແນວໃດກໍ່ຕາມ, ການຊ່ວຍເຫຼືອຂອງປະເທດຣັດເຊຍບໍ່ເປັນທີ່ນິຍົມ ໃນກຸ່ມນັກການເມື່ອງຂອງປະເທດອາເມລິກາ. ໃນສາຍຕາຂອງເຂົາເຈົ້າຖືວ່າ ຣັດເຊຍ ໃຊ້ຊ່ວຍການເຫຼືອດັ່ງກ່າວ ເປັນເຄື່ອງມືຂະຫຍາຍອິດທິພົນທາງການເມື່ອງ ແລະ ການໂຄສະນາ ຫວັງຜົນທາງການເມື່ອງ ເພື່ອກ້າວໄປສູ່ອິດທິພົນທາງອຳນາດໂລກ. ສິ່ງດັ່ງກ່າວ, ແມ່ນທາງ ການຣັດເຊຍ ປະຕິເສດມາຕະຫຼອດ. ທີມງານຂອງປະທານປະເທດອາເມລິກາກ່າວວ່າ: ທ່ານ ທຼໍາ ໄດ້ຍອມຮັບເອົາການຊ່ວຍເຫຼືອດ້ານມະນຸດສະທຳເພື່ອຊ່ວຍຮັກສາຊີວິດຄົນອາເມລິກາ.

ສະພາບການຂອງໂລກ ໃນການຕ້ານໂຄວິດ ຍັງຕົກໃນສະຖານະການທີ່ບໍ່ຊັດເຈນ. ມັນກະທົບຊີວິດການເປັນຢູ່, ເສດຖະກິດ ແລະ ທຸກໆຊີວິດ. ຕະຫຼາດຫຸ້ນຫຼາຍແຫ່ງ ຫຼຸດລົງ ຍ້ອນຄວາມກັງວົນກ່ຽວກັບໄວຣັດທີ່ອາດຈະເພີ່ມຂື້ນ. ການຜະລິດຂອງປະເທດ ຣັດເຊຍຫຼຸ ດລົງໃນເດືອນມີນາ. ການສຳຫຼວດວິສາຫະກິດ ສະແດງໃຫ້ເຫັນວ່າ ການຜະລິດຂອງຣັດເຊຍໄດ້ຫຼຸດລົງໃນເດືອນມີນາ ເປັນເວລາ 11 ເດືອນລຽນຕິດ ແລະ ໃນຈັງຫວະທີ່ໄວທີ່ສຸດນັບຕັ້ງແຕ່ເດືອນພະຈິກ ຍ້ອນການລະບາດຂອງພະຍາດ ໂຄວິດ19 ແລະ ຄວາມຕ້ອງການຂອງລູກຄ້າທີ່ຫຼຸດລົງ. ດ້ວຍຄວາມບໍ່ແນ່ນອນກ່ຽວກັບການຄຸ້ມຄອງການລະບາດໂຄວິດ ອາດເຮັດໃຫ້ເສດຖະກິດໂລກ ອາດຕົກໄປໃນວິກິດ ທີ່ອາດຮ້າຍ ກວ່າປີ 2008.

ໄຕ້ຫວັນບໍລິຈາກໜ້າກາກ 10 ລ້ານຜືນ ໃຫ້ບັນດາປະເທດທີ່ມີຄວາມຕ້ອງການ. ປະທານາທິບໍດີໄຕ້ຫວັນທ່ານ ກ່າວວ່າ ປະເທດດັ່ງກ່າວຈະບໍລິຈາກໜ້າກາກ ແລະ ເຄື່ອງໃຊ້ສຳຄັນອື່ນໆ ໃຫ້ແກ່ບັນດາພັນທະມິດ ແລະ ບັນດາປະເທດທີ່ໄດ້ຮັບຜົນກະທົບໜັກທີ່ສຸດຈາກໂຣກ ໂຄວິດ ແລະ ຮ່ວມມືກັນໃນການຮັກສາ ແລະ ສັກຢາວັກຊີນ. ໜ້າກາກດັ່ງກ່າວຈະສົ່ງໄປສະຫະລັດ, ປະເທດເອີຣົບທີ່ໄດ້ຮັບຜົນກະທົບໜັກທີ່ສຸດ ແລະ ເປັນພັນທະມິດທາງການທູດຢ່າງເປັນທາງການຂອງໄຕ້ຫວັນ.

ມາເລເຊຍຮັດແໜ້ນການປິດປະຕູ ໄລຍະທີສອງ. ການປິດລ້ອມຂອງຕົນໃຫ້ຢູ່ກັບທີ່, ກາຍເປັນຄຳສັ່ງຄວບຄຸມການເຄື່ອນໄຫວທີ່ມີມາແຕ່ເດີມໃນວັນທີ 31 ມີນາ ແລະ ຈະຂະຫຍາຍຂໍ້ຕົກລົງນີ້ອອກໄປອີກ 2 ອາທິດ.  ການຂົນສົ່ງສາທາລະນະຈະປະຕິບັດໄດ້ພຽງແຕ່ໃນຊົ່ວໂມງທີ່ ຈຳ ກັດໃນຕອນເຊົ້າ ແລະ ຕອນແລງ, ໃນຂະນະທີ່ພາຫະນະສ່ວນຕົວ ຈະຖືກຫ້າມຈາກຖະໜົນ ລະຫວ່າງ 10 ໂມງແລງ (14:00 ໂມງ) ແລະ 6 ໂມງເຊົ້າ ຂອງແຕ່ ລະວັນ.

ຄົນທຸກມູມໂລກກຳລັງເດືອດຮ້ອນ ແລະ ຕໍ່ສູ້ກັບພະຍາດໂຄວິດ19. ສຳລັບ ສ ປ ປ ລາວ ກໍ່ມີມາດຕະການຮັບ ມືທີ່ຮັດແໜ້ນ-ເຄັ່ງຄັດ. ມາດຕະການ 19 ວັນຈຳກັດການເຄື່ອນຍ້າຍປະຊາກອນ ແລະ ການເຄື່ອນໃຫວທີ່ບໍ່ ຈຳເປັນພາຍໃນ, ໜ້າຈະເປັນຫົນທາງເຮັດໃຫ້ ຄົນລາວຫ່າງໃກຈາກພະຍາດນີ້. ພະນັກງານ ແລະ ປະຊາຊົນ ທຸກຂົງເຂດ ກໍ່ແມ່ນພາກັນຕື່ນຕົວ ກັບການຮັບມືພະຍາດໂຄວິດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.