Norkhame
ອາການນາຍົກ ອາການນາຍົກ
ຫຼັງງທີ່ຕ້ອງໄດ້ເຂົ້າຫ້ອງ ໄອຊີຢູ ແລະ ຢູ່ໃນການໃສ່ໃຈຂອງແພດມາຫຼາຍວັນ, ອາການຕິດເຊື້ອຂອງ ນາຍົກ ປະເທດອັງກິດ ແມ່ນສາມາດຄຸມສະຖານະການໄດ້. ມີອາການຄົງທີ່ໃນທ່າດີຂື້ນ. ໃນຂະນະທີ່ການເສຍຊີວິດຢູ່ໂຮງໝໍ ຂອງອັງກິດຈາກ COVID-19 ລາຍງານວ່າເພີ່ມຂື້ນເປັນສະຖິຕິ 938 ໃນເວລາ 24 ຊົ່ວໂມງ. ພະນັກງານສາທາລະນະສຸກກ່າວໃນວັນພຸດນີ້, ຈຳນວນກໍລະນີຕິດເຊື້ອເພີ່ມຂຶ້ນເຖິງ 60,733 ຄົນ. ອັງກິດກຳລັງເຂົ້າໄປໃນສະຖານະການ ທີ່ນັກວິທະຍາສາດກ່າວວ່າເປັນໄລຍະທີ່ຮ້າຍແຮງທີ່ສຸດຂອງການລະບາດ. ໂດຍຄາດວ່າຜູ້ເສຍຊີວິດຈະສືບຕໍ່ເພີ່ມຂື້ນໃນທ້າຍອາທິດຂອງການສະຫຼອງເທດສະການ... ອາການນາຍົກ

ຫຼັງງທີ່ຕ້ອງໄດ້ເຂົ້າຫ້ອງ ໄອຊີຢູ ແລະ ຢູ່ໃນການໃສ່ໃຈຂອງແພດມາຫຼາຍວັນ, ອາການຕິດເຊື້ອຂອງ ນາຍົກ ປະເທດອັງກິດ ແມ່ນສາມາດຄຸມສະຖານະການໄດ້. ມີອາການຄົງທີ່ໃນທ່າດີຂື້ນ.

ໃນຂະນະທີ່ການເສຍຊີວິດຢູ່ໂຮງໝໍ ຂອງອັງກິດຈາກ COVID-19 ລາຍງານວ່າເພີ່ມຂື້ນເປັນສະຖິຕິ 938 ໃນເວລາ 24 ຊົ່ວໂມງ. ພະນັກງານສາທາລະນະສຸກກ່າວໃນວັນພຸດນີ້, ຈຳນວນກໍລະນີຕິດເຊື້ອເພີ່ມຂຶ້ນເຖິງ 60,733 ຄົນ. ອັງກິດກຳລັງເຂົ້າໄປໃນສະຖານະການ ທີ່ນັກວິທະຍາສາດກ່າວວ່າເປັນໄລຍະທີ່ຮ້າຍແຮງທີ່ສຸດຂອງການລະບາດ. ໂດຍຄາດວ່າຜູ້ເສຍຊີວິດຈະສືບຕໍ່ເພີ່ມຂື້ນໃນທ້າຍອາທິດຂອງການສະຫຼອງເທດສະການ ອີດສເຕີ້. ບັນດາລັດຖະມົນຕີຄາດວ່າຈະຂະຫຍາຍມາດຕະການຈຳກັດການຢູ່ຮືອນ ເພື່ອແນໃສ່ ຈຳກັດການແຜ່ລະບາດ.

ໃນເວລາດຽວກັນ, ການເສຍຊີວິດ ປະຈຳວັນຂອງປະເທດສະເປນຫຼຸດລົງ. ຍອດຄົນເສຍຊີວິດທັງໝົດ ຫຼາຍກວ່າ 15,000 ຄົນ. ກະຊວງສາທາລະນະສຸກ ສະເປນກ່າວວ່າ ຈໍານວນຜູ້ເສຍຊີວິດຍ້ອນໂຣກ ໃນແຕ່ລະວັນຂອງສະເປນໄດ້ຫລຸດລົງຫຼັງເປັນລຳດັບ. ລາຍງານກ່າວຕື່ມວ່າ ຍອດຄົນຕິດເຊື້ອ ເພີ່ມຂື້ນເປັນ 152,446 ຈາກ 146,690 ໃນວັນພຸດນີ້.

ເຖິງຈະມີຄົນເສຍຊີວິດຫຼາຍໃນອິຕາລີ, ກໍ່ຍັງມີຂ່າວດີ. ຄືແມ່ຕູ້ 104 ປີ ຈາກອິຕາລີ ສ້າງປະຕິຫານລອດຕາຍ ຈາກໂຄວິດ. ອິຕາລີ ເປັນປະເທດໜຶ່ງທີ່ມີ ຜູ້ສູງອາຍຸຫຼາຍຕິດອັນດັບໂລກ ແລະ ໂລກໂຄວິດໄດ້ພາກ ຄົນສູງອາຍຸກຫຼາຍພັນຄົນໄປແລ້ວ. ຍອດຄົນເສຍຊີດວິດ ແລະ ຕິດເຊື້ອ ມີທ່າວ່າຫຼຸດລົງ ແຕ່ທາງການ ຍັງບໍ່ນີ້ງນອນໃຈ ໃນການໃຊ້ມາດຕະການກັກຕົວກັບທີ່ອາໃສ.

ສຳລັບປະເທດ ມາເລເຊຍ ມີລາຍງານກໍລະນີຄົນເປັນໂຣກ ຄົນໃໝ່ 109 ຄົນ ແລະ ມີຜູ້ເສຍຊີວິດ 2 ຄົນ, ລວມ ຄົນຕິດເຊື້ອ ຈຳນວນທັງໝົດ 4,228 ກໍລະນີ. ເປັນທີ່ 3 ຂອງຂົງເຂດ ອາຊີຕາເວັນອອກສ່ຽງໃຕ້ທີ່ມີຈຳນວນຜູ້ຕິດເຊື້ອຫຼາຍທີ່ສຸດໃນພາກພື້ນ. ກະຊວງສາທາລະນະສຸກຍັງໄດ້ລາຍງານຜູ້ເສຍຊີວິດໃໝ່ 2 ຄົນ, ເຮັດໃຫ້ຈຳນວນຜູ້ເສຍຊີວິດທັງ ໝົດ ເພີ່ມຂຶ້ນເປັນ 67 ຄົນ.

ເຫຼົ້າຂາຍດີຂື້ນທີ່ປະເທດຣັດເຊຍ. ຮ້ານຂາຍຍ່ອຍຂອງຣັດເຊຍໄດ້ຫັນມາຂາຍເຫລົ້າ. ໃນອາທິດທີ່ຜ່ານມາ ຜູ້ບໍລິ ໂພກໄດ້ຮີບຮ້ອນຊື້ເຫລົ້າວາຍ, ເຫຼົ້າຂາວ ແລະ ເບຍ ກ່ອນໂມງປະຕິບັດການປິດລ້ອມບາງສ່ວນ. ໃນອາທິດສຸດທ້າຍຂອງເດືອນມີນາ, ຍອດຂາຍຂອງ ປະເພດໂວດກ໋າ ທົ່ວຕ່ອງໂສ້ຂາຍຍ່ອຍທີ່ໃຫຍ່ທີ່ສຸດຂອງຣັດເຊຍ ໄດ້ເພີ່ມຂຶ້ນ 31 ເປີເຊັນໃນປີທີ່ຜ່ານມາ. ໃນຂະນະທີ່ການຊື້ເຫຼົ້າຂາວ ແລະ ເບຍເພີ່ມຂຶ້ນ 47 ເປີເຊັນ ແລະ 25% ຕາມລຳ ດັບ.

ຈີນຄົນພົບຄົນຕິດເຊື້ອຕາມຊາຍແດນຣັດເຊຍ-ຈີນ. ໃນພາກຕາເວັນອອກສຽງ ເໜືອ ເຊິ່ງໄດ້ພົບເຫັນບັນດາກໍລະນີຕິດເຊື້ອ ມາຈາກປະເທດຣັດເຊຍໃນວັນທີ່ຜ່ານມາ. ທາງການໄດ້ຈັດສັນໂຣງໝໍ ຊົ່ວຄາວເພື່ອປິ່ນປົວຜູ້ທີ່ຕິດເຊື້ອ. ໂຮງ ໝໍ ແຫ່ງນີ້ຈະສະໜອງຕຽງຫຼາຍກ່ວາ 600 ຕຽງ ແລະ ຄາດວ່າຈະໃຫ້ສຳເລັດພາຍໃນວັນທີ 11 ເດືອນເມສາ ທີ່ເມືອງດັ່ງກ່າວ. ຢູ່ຊາຍແດນຣັດເຊຍໄດ້ຈັດໃຫ້ມີການເກັບຕົວກັບທີ່ ແລະ ປິດຊາຍແດນທາງບົກ.

ເບິ່ງຄືສະຖານະການຈະບໍ່ຈົບລົງງ່າຍໆ. ກ່ອນທຸກໆຢ່າງຈະກັບເຂົ້າທີ່ ບັນດາປະເທດຕ່າງໆ ຕ້ອງໄດ້ຈຳກັດການ ແຜ່ລະບາດ ໂດຍມາດຕະການທີ່ເດັດຂາດ. ບັນດາກິດຈະການໃຫຍ່ໆ, ງານທາງສັງຄົມ, ການສ້າງເສດຖະກິດ ຄົງຕ້ອງພັກໄປອີກຈັກບຶດ ກ່ອນສະຖານະການ ຈະກັບເຂົ້າມາເປັນປົກກະຕິ. ສຳລັບ ຂົງເຂດອາຊີ ແລະ ອາຊຽນ ກໍ່ຍັງ ມີການເພີ່ມຈຳນວນ ຄົນຕິດເຊື້ອ ແລະ ເສຍຊີວິດ. ເຖິງວ່າລາວ ຈະຍັງບໍ່ມີຜູ້ຕິດເຊື້ອຫຼາຍ, ມາດຕະການປ້ອງ ກັນແຕ່ຫົວທີ ເບິ່ງຄືວ່າ ໜ້າຈະກີດກັ້ນການລະບາດຄັ້ງໃຫຍ່ ບໍ່ໃຫ້ເກີດໃນລາວ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.