Norkhame
ຊີວິດນີ້ຈະເອົາຫຍັງ? ຊີວິດນີ້ຈະເອົາຫຍັງ?
ເຮົາ​ໄດ້​ຫ​ຍັງ​ຈາກ​ຊີ​ວິດ ແລະ ໂລກ​ໃບ​ນີ້. ຄົນມັກວ່າ: ຕາຍໄປກະເອົາຫຍັງໄປບໍ່ໄດ້. ແລ້ວສິ່ງໃດຕິດຕົວເຮົາໄປຫຼັງ ການສີ້ນສຸດຊີວິດ? ຄຳ​ຖາມ​ທີ່​ຄວນ​ຈະ​ຖາມ​ໃຫ້​ຊີ​ວິດ​ເຮົາ​ເອງ​ເກີດ​ມີ​ຄຸນ​ຄ່າ​ຈາງຫາຍໄປ ກັບແນວຄິດ​ເຫັນ​ແກ່​ໄດ້​ເຂົ້າ​ມາ​ສິງ​ສະ​ຖິດ​ຢູ່​ໃນ​ໃຈ​. ເຊິ່ງ​ເປັນ​ສັນ​ຍ​າ​ລັກ​ບອກ​ໃຫ້​ຮູ້​ວ່າ ເຮົາ​ກຳລັງ​ເລີ່ມ​ຕົ້ນ​ທີ່​ຈະ​ທຳ​ລ​າຍ​ໂລກ​ແຫ່ງ​ຄວ​ສມ​ສະ​ຫງົບ​ສຸກ​ຮ່ວມ​ກັນ. ພ​າບ​ຂອງ​ຜືນ​ແຜ່ນ​ດິນ​ຈະ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ໂລກ​ຍັງ​ກວ້າງ​ຢູ່​ຄືເກົ່າ ​ແຕ່​ຄວາມ​ຫ​ນ້າ​ຮັ​ກ​ຂອ​ງຄົນ​ເຮົາ​ກໍ​ຈະ​ເລີ່ມໜ້ອຍ       ​ລົງ. ​ໂລກ​ທີ່​ວ່າກ້ວາງໃຫຍ່ ບິ່ງ​ຄື​ຈະ​ຫ​ນ້າ​ຢູ່, ​ແຕ່​ຄວາມ​ຈິງ​ກັບ​ກາຍ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຢ້ານ​ຫລາຍ. ທຸກ​ບາດ​ກ້າວ​ແລະ​ຄວາມ​ຮູ້​ສຶກ​ທີ່​ດຳ​ເນີນ​ໄປ​ກັບ​ກາຍ​ເປັນ​ບາດ​ກ້າວ​ແຫ່ງ​ຄວາມ​ຢ້ານ​ກົວ ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ບໍ່​ຫມັ້ນ​ໃຈ​ທີ່​ຈະ​ຢູ່​ຢ່າງ​ມີ​ຄວາມ​ສຸກ ແລະ ບໍ່​ຮູ້​ວ່າ​ຊີ​ວິ​ດ​ຕໍ່​ຈາກ​ນີ້​ຈະ​ເປັນ​ຢ່າງ​ໃດ. ເຖິງວ່າ​ຜູ້​ຄົນ​ໃນ​ໂລກ​ຈະ​ພະ​ຍາ​ຍາມ​ສອນ​ໃຫ້​ຄົນ​ມີ​ຄວາມ​ຮູ້​ ຫລື ​ສົ່ງ​ເສີມ​ໃຫ້​ໄດ້​ຮຽນ​ຮູ້​ສິ່ງ​ຕ່າງໆ​ຫລາກ​ຫລາຍ​ເພື່ອ​ເຮັດ​ໃຫ້​ຕົນ​ເອງ​ແລະ​ຄົນ​ອ້ອມ​ຂ້າງ​ໄດ້​ມີ​ຄວາມ​ຮູ້​ທີ່​ຫລາຍກວ່າ​ເກົ່າ... ຊີວິດນີ້ຈະເອົາຫຍັງ?

ເຮົາ​ໄດ້​ຫ​ຍັງ​ຈາກ​ຊີ​ວິດ ແລະ ໂລກ​ໃບ​ນີ້. ຄົນມັກວ່າ: ຕາຍໄປກະເອົາຫຍັງໄປບໍ່ໄດ້. ແລ້ວສິ່ງໃດຕິດຕົວເຮົາໄປຫຼັງ ການສີ້ນສຸດຊີວິດ? ຄຳ​ຖາມ​ທີ່​ຄວນ​ຈະ​ຖາມ​ໃຫ້​ຊີ​ວິດ​ເຮົາ​ເອງ​ເກີດ​ມີ​ຄຸນ​ຄ່າ​ຈາງຫາຍໄປ ກັບແນວຄິດ​ເຫັນ​ແກ່​ໄດ້​ເຂົ້າ​ມາ​ສິງ​ສະ​ຖິດ​ຢູ່​ໃນ​ໃຈ​. ເຊິ່ງ​ເປັນ​ສັນ​ຍ​າ​ລັກ​ບອກ​ໃຫ້​ຮູ້​ວ່າ ເຮົາ​ກຳລັງ​ເລີ່ມ​ຕົ້ນ​ທີ່​ຈະ​ທຳ​ລ​າຍ​ໂລກ​ແຫ່ງ​ຄວ​ສມ​ສະ​ຫງົບ​ສຸກ​ຮ່ວມ​ກັນ.

ພ​າບ​ຂອງ​ຜືນ​ແຜ່ນ​ດິນ​ຈະ​ເຮັດ​ໃຫ້​ເຮົາ​ເຫັນ​ວ່າ​ໂລກ​ຍັງ​ກວ້າງ​ຢູ່​ຄືເກົ່າ ​ແຕ່​ຄວາມ​ຫ​ນ້າ​ຮັ​ກ​ຂອ​ງຄົນ​ເຮົາ​ກໍ​ຈະ​ເລີ່ມໜ້ອຍ       ​ລົງ. ​ໂລກ​ທີ່​ວ່າກ້ວາງໃຫຍ່ ບິ່ງ​ຄື​ຈະ​ຫ​ນ້າ​ຢູ່, ​ແຕ່​ຄວາມ​ຈິງ​ກັບ​ກາຍ​ເປັນ​ສິ່ງ​ທີ່​ເປັນ​ຕາ​ຢ້ານ​ຫລາຍ. ທຸກ​ບາດ​ກ້າວ​ແລະ​ຄວາມ​ຮູ້​ສຶກ​ທີ່​ດຳ​ເນີນ​ໄປ​ກັບ​ກາຍ​ເປັນ​ບາດ​ກ້າວ​ແຫ່ງ​ຄວາມ​ຢ້ານ​ກົວ ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມ​ບໍ່​ຫມັ້ນ​ໃຈ​ທີ່​ຈະ​ຢູ່​ຢ່າງ​ມີ​ຄວາມ​ສຸກ ແລະ ບໍ່​ຮູ້​ວ່າ​ຊີ​ວິ​ດ​ຕໍ່​ຈາກ​ນີ້​ຈະ​ເປັນ​ຢ່າງ​ໃດ.

ເຖິງວ່າ​ຜູ້​ຄົນ​ໃນ​ໂລກ​ຈະ​ພະ​ຍາ​ຍາມ​ສອນ​ໃຫ້​ຄົນ​ມີ​ຄວາມ​ຮູ້​ ຫລື ​ສົ່ງ​ເສີມ​ໃຫ້​ໄດ້​ຮຽນ​ຮູ້​ສິ່ງ​ຕ່າງໆ​ຫລາກ​ຫລາຍ​ເພື່ອ​ເຮັດ​ໃຫ້​ຕົນ​ເອງ​ແລະ​ຄົນ​ອ້ອມ​ຂ້າງ​ໄດ້​ມີ​ຄວາມ​ຮູ້​ທີ່​ຫລາຍກວ່າ​ເກົ່າ ເຊິ່ງ​ປຽບ​ຄື​ສິ່ງ​ທີ່ບອກ​ເຮົ​າ​ວ່າ ຜູ້​ຄົນ​ໃນ​ໂລກ​​ນີ້​ມີ​ການ​ພັດ​ທະ​ນາ​ດີກວ່າ​ຄົນ​ໃນ​ຍຸກ​ກ່ອນໆ.

ແຕ່​ໃນ​ຄວາມ​ຈະ​ເລີນ​ທີ່​ເຮົາ​ເຂົ້າ​ໃຈ ແລະ ກໍ​ເຊື່ອງ​ອາ​ວຸດ​ລັບ​ຮ້າຍ​ແຮງ​ໄດ້​ເພື່ອ​ໃຫ້​ຄົນ​ໃນ​ໂລກ​ນີ້​ທຳ​ຮ້າຍ​ກັນ​ເອງ​ໂດຍ​ມີ​ຄວາມ​ໄດ້​ປຽບ ເພາະ​ວ່າ​ການ​ຮູ້​ການ​ສຶກ​ສາ​ຮູ້​ມາ​ຫລາຍ​ຄອຍ​ຂວາງ​ກັ້ນ​ບໍ່​ໃຫ້​ມີ​ຄຸນ​ຄ່າ​ທີ່​ແທ້​ຈິງ​ໄດ້​ເຕີບ​ໂຕ. ໂລກ​ແຫ່ງ​ຄວາມ​ເມດ​ຕາ​ອາ​ລີ ກໍ​ເລີ່ມ​ຈະ​ຫາຍ​ໄປ​ ເພາະ​ການ​ຊິງດີຊິງເດັ່ນໄດ້ກັດແຫ້ນຄວາມສົງ​ສານ​ຄົນ ຈົນບໍ່ສີ້ນເຫຼືອ. ເຊັ່ນດຽວກັນ, ໂລກ​ແຫ່ງ​ການ​ໃຫ້​ອະ​ໄພ​ກໍ່​ຈະ​ຄ່ອຍ​ເລີ່ມ​ຫາຍ​ໄປ​ເພາະ​ຄວາມ​ມີ​ນ້ຳ​ໃຈ​ຂອງ​ເພື່ອນ​ຮ່ວມ​ໂລກ​ຈືດ​ຈາງ​ລົງ. ເພາະ​ຕ່າງ​ຄົນ​ກໍ​ຕ່າງ​ເບິ່ງວ່າ​ ເມື່ອ​ຄົນ​ເຮັດ​ໃຫ້​ເຂົາ​ເຈັບ​ໃຈ​ຄຽດ​ແຄ້ນ​ແລ້ວ​ ເຮົາ​ຕ້ອງ​ລືມ​ສິ່ງ​ທີ່​ເຂົາ​ກະ​ທຳ ​ກັບ​ເຮົາ. ເມື່ອ​ວິ​ທີ​ຄິດ​ຊອກ​ຫາ​ຂໍ້​ມູນ​ທີ່​ຜິດ​ພາດ​ໃນ​ດ້ານ​ສິນ​ທຳ​ຈິດ​ໃຈ​ທີ່​ເຄີຍ​ດີ​ງາມ​ຂອງ​ຜູ້​ຄົນ ກໍ່​ຈະ​ເລີ່ມ​ສັບ​ສົນ​ເພາະ​ຄວາມ​ດີ​ນັ້ນ​ອ່ອນ​ກຳ​ລັງ.

ໂລກ​ທີ່​ມີ​ເນື້ອ​ທີ່​ເຫມືອນ​ເດີມ​ຈະ​ກາຍ​ເປັນ​ພື້ນ​ທີ່​ແຫ່ງ​ການ​ແຂ່ງ​ຂັນ​ແຍ່ງ​ຊິງ ເພື່ອ​ໃຫ້​ຕົນ​ເອງ​ຢູ່​ລອດ​ຝ່າຍ​ດຽວ ແລະ​ເພື່ອ​ຈະ​ໃຫ້​ໂຕ​ເອງໄດ້​ຂຶ້ນ​ໄປ​ຢູ່​ເຫ​ນືອ​ຄົນ​ອື່ນ ໂດຍ​ທີ່​ໄດ້​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ໃນ​ການ​ກ້າວ​ຂຶ້ນ​ໄປ. ຈາກ​ໂລກ​ທີ່​ມີ​ເນື້ອ​ທີ່​ຊຳເກົ່າ ແຕ່ຄວາມ​ສູກ​ໃຈ​ຢູ່​ໃນ​ໃຈ​ຂອງ​ເຮົາ ແລະ ເພື່ອນ​ຮ່ວມ​ໂລກ​ກໍ​ຈະ​ເລີ່ມ​ຈືດ​ຈາງ​ຫາຍ​ໄປ​ສະຖານທີ່ ເປັນຕາໜ້າຢູ່ ​​ແລະ ​ຜູ້​ຄົນ​ຄາດ​ຫວັງ​ໄວ້​ກໍ​ຈະ​ເປັນ​ພຽງ​ຄວາມ​ຝັນ​ຄ້າງໃນ​ຕອນ​ກາງວັນ​ທີ່​ບໍ່​ມີ​ຈິງ.

ຄວາມ​ສຸກ​ທີ່​ຄວນ​ຈະ​ໄດ້​ສຳ​ຜັດ​ຮ່ວມ​ກັນ ກໍ​ກາຍ​ເປັນ​ພຽງ​ຫມອກ​ຄັວນ​ທີ່​ບໍ່​ມີຢູ່​ຈິງ ແຕ່​ສຸດ​ທ້າຍ​ກໍ​ສະ​ຫລາຍ​ໄປ​ໃນ​ອາ​ກາດ​ໂດຍ​ຈົ່ງ​ໄວ້​ໃນ​ຄວາມ​ຊົງ​ຈຳ​ວ່າ​ເຄີຍ​ມີ. ດັ່ງ​ນັ້ນ​ ໃນ​ຊີ​ວິດ​ຫ​ນຶ່ງ​ທີ່​ໄດ້​ເກີດ​ຂຶ້ນ​ມາ​ເຮົາ​ຈຶ່ງ​ຄວນ​ກັບ​ມາ​ທົບ​ທວນ​ຊີ​ວິດ​ຂອງ​ເຮົາ ແລະ ໂລກ​​ນີ້​ຮ່ວມ​ກັນ​ວ່າ ເຮົາ​ເລືອກ​ຍ່າງ​ຖືກ​ທາງ​ຫລື​ບໍ່? ຫລື​ວ່າ​ເຮົາ​ຢູ່​ເທິງໂລກ​ນີ້ ໂດຍການໃຫ້ຄວາມ​ສຸກ​ທີ່​ຄວນ​ຈະ​ເພື່ອ​ແຜ່​ໃຫ້​ກັນ​ນັ້ນ​ລົດ​ຫ​ນ້ອຍ​ລົງ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.