Norkhame
ການຄ້າທາງອອນໄລແມ່ນຫຍັງ? ການຄ້າທາງອອນໄລແມ່ນຫຍັງ?
ແນວ​ຄວາມ​ຄິດ​ພື້ນຖານ​ກ່ຽວກັບ ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ (E-Business) ​ແລະ ສິ່ງ​ທີ່​ກ່ຽວຂ້ອງ ກັບການ​ຄ້າ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ (E​-Commerce) ເຊິ່ງ ລວມເອົາບັນດາ​ນິຍາມ ແລະ ຕົວຢ່າງ ເພື່ອໃຫ້ທ່ານສາມາດເຂົ້າໃຈຮູບແບບການຄ້າທາງອອນໄລໄດ້ດີຂື້ນ. ພາບ​ລວມຂອງ ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ (E – Commerce) ​ເມື່ອ​​ເຮົາ​​ໄດ້ ຍິນ​ຄຳ​ວ່າ ” ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ (E-Cusiness) ” ພວກ​ເຮົາ​ມັກ​ຈະ​ຄິດ​ກ່ຽວກັບ​ການ​ຂາຍຜ່ານ​ທາງ​ເວັບ​ໄຊ    ... ການຄ້າທາງອອນໄລແມ່ນຫຍັງ?

ແນວ​ຄວາມ​ຄິດ​ພື້ນຖານ​ກ່ຽວກັບ ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ (E-Business) ​ແລະ ສິ່ງ​ທີ່​ກ່ຽວຂ້ອງ ກັບການ​ຄ້າ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ (E​-Commerce) ເຊິ່ງ ລວມເອົາບັນດາ​ນິຍາມ ແລະ ຕົວຢ່າງ ເພື່ອໃຫ້ທ່ານສາມາດເຂົ້າໃຈຮູບແບບການຄ້າທາງອອນໄລໄດ້ດີຂື້ນ.

ພາບ​ລວມຂອງ ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ (E – Commerce)

​ເມື່ອ​​ເຮົາ​​ໄດ້ ຍິນ​ຄຳ​ວ່າ ” ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ (E-Cusiness) ” ພວກ​ເຮົາ​ມັກ​ຈະ​ຄິດ​ກ່ຽວກັບ​ການ​ຂາຍຜ່ານ​ທາງ​ເວັບ​ໄຊ     ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ(E-Business) ເວົ້າ​ໂດຍ​ຫຍໍ້ ແມ່ນໝາຍ​ເຖິງກາ​ນນຳ​ໃຊ້​ເຕັກ​ໂນ​ໂລຢີ່, ​ໂດຍ​ສະ​ເພາະ​ຂໍ້​ມູນ​ຂ່າວສານ ແລະ ​ເຕັກ​ໂນ​ໂລ​ຢີ່ການ​ສື່ສານ (ICTs), ​ເພື່ອ​ສ້າງ ຫຼື ສະໜັບສະໜູນ ການ​ປັບປຸງ ກິດຈະກຳ ​ແລະ ຂະ​ບວນ​ທາງ​ທຸລະ​ກິດ ​ເຊິ່ງລວມ​ເອົາການຄົ້ນຄ້ວາ ​ແລະ ພັດທະນາ, ການ​ກະກຽມ, ການ​ອອກ​ແບບ ​ແລະ ພັດທະນາ, ການ​ດຳ​ເນີນ​ງານ, ການ​ຜະລິດ, ການ​ຕະຫລາດ ​ແລະ ການ​ຂາຍ, ການ​ຂົນ​ສົ່ງ, ການ​ບໍລິຫານ​ຊັບພະຍາກອນ​ມະນຸດ, ການ​ເງິນ ແລະ ​ການ​ຮ່ວມຕົວລະບົບມູນ​ຄ່າ (value chain integration)

ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ ກວມ​ເອົາ ​ເຖິງ​ການ​ຊື້   ແລະ  ຂາຍ​ຜະລິດ​ຕະພັນ, ການ​ບໍລິການ, ​ແລະ ຂ່າວສານ ຫຼື ການ​ຊຳລະ​ຜ່ານ​ລະບົບການ​ເຊື່ອມ​ຕໍ່ຄອມ​ພີ​ວ​ເຕີ້, ​ເຊິ່ງກວມ​ເອົາ​ອິນ​ເຕີ​ເນັດ. ສິ່ງ​ທີ່​ແຕກ​ຕ່າງ​ກັນ​ຢ່າງ​ຂາດ​ຂັ້ນ ຂອງ​ທັງ​ສອງ​ມີຄື: ການ​ຄ້າ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ ​ແມ່ນ​ການ​ພົວພົນ​ລະຫວ່າງ ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ລູກ​ຄ້າ​ຂອງ​ອົງການ, ຜູ້​ຊື້ ​ຫຼື ຜູ້​ຊື້ພາກ​ລັດ. ສ່ວນວ່າ ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ ຮວມ​ເອົາ​ການ​ດຳ​ເນີນ​ການ​ຈັດການ​ພາຍ​ໃນຂອງ​ອົງການ​ຈັດຕັ້ງ. ເວົ້າ​ໄດ້​ວ່າ ທັງ​ສອງ ມີ​ການ​ພົວພັນແລກ​ປ່ຽນກັນ.

ທຸລະ​ກິດ​ຜ່າ​ນທາງ​ເອ​ເລັກ​ໂທຼນິກ ກຳນົດຜ່ານຫຼາຍແນວຄິດເປັນຕົ້ນ:

  1. ບັນດາການ​ສື່ສານ: ການ​ຂົນ​ສົ່ງ​ຜະລິດ​ຕະພັນ, ການ​ບໍລິການ, ຂ່າວສານ ຫຼື ການ​ຈ່າຍ​ຜ່ານ​ທາງ​ລະບົບ​ຄອມ​ພິວ​ເຕີ້ ຫຼື ຜ່ານສື່​ທາງ​ເອ​ເລັກ​ໂທຼນິກທາງອື່ນໆ.
  2. ການ​ຄ້າ: ສະໜອງການ​ຊື້  ແລະ   ຂາຍ​ຜະລິດ​ຕະພັນ, ການ​ບໍລິການ ​ແລະ  ຂ່າວສານ​ຜ່ານ​ທາງ​ອິນ​ເຕີ​ເນັດ ​ແລະ ການ​ບໍລິການ​ອອນ​ລ​າຍອື່ນໆ.
  3. ຂະ​ບວນການ​ທຸລະ​ກິດ: ການ​ເຮັດທຸລະ​ກິດ​ຜ່ານທາງ​ເອ​ເລັກ​ໂທຼນິກ ​ແມ່ນ​ການນຳ​ເອົາທຸກໆ​ຂະ​ບວນການຂອງ​ທຸລະ​ກິດ​ເຂົ້າມາສູ່​ລະບົບ​ເຄື່ອຄ່າ​ຍ​ເອ​ເລັກ​ໂທຼນິກ,ດ້ວຍ​ ການສະໜອງຂໍ້​ມູນ ເພື່ອ​ນຳ​ມາ​ເຊິ່ງຂະ​ບວນການ​ເຮັດທຸລະ​ກິດ​ໃນ​ພາກ​ປະຕິບັດ​ຕົວ​ຈິງ.
  4. ການ​ບໍລິການ: ​ເປັນ​ເຄື່ອງມື​ທີ່​ບັນຈຸ​ເອົາ​ ຄວາມ​ຕ້ອງການ​ຂອງ​ພາກ​ລັດຖະບານ, ບໍລິສັດ, ຜູ້​ຊົມ​ໃຊ້ ​ແລະ ການ​ບໍລິຫານ ເພື່ອ​ຫຼຸດຜ່ອນ​ລາຄາ ​ແລະ ​ໃນ​ຂະນະ​ດຽວກັນ​ກໍ່​ເພີ່ມ​ຄຸນ​ນະພາ​ບ​ການ​ບໍລິການ​ລູກ​ຄ້າ ​ແລະ ​ເພີ່ມ​ຄວາມ​ໄວ​ໃນ​ການສະໜອງການ​ບໍລິການ.
  5. ການຮຽນຮູ້: ເຮັດ​ໃຫ້​ສາມາດຈັດການ​ເຝິກອົບຮົມ​ ແລະ ການ​ສຶກສາແບບ​ອອນ​ລາຍ ໃນ​ໂຮງຮຽນ, ມະຫາວິທະຍາ​ໄລ ​ແລະ ບັນດາ​ອົງການ​ຈັດຕັ້ງອື່ນໆ, ລວມທັງ ບັນດາ​ຫົວໜ່ວຍທຸລະ​ກິດ.
  6. ການ​ປະສານ​ງານ: ​ເຮັດ​ໃຫ້​ ​ໂຄງ​ສ້າງວຽກງານ ມີ​ການ​ປະສານ​ງານກັນ​ລະຫວ່າງ​ພາຍ​ນອກ ​ແລະ ພາຍ​ໃນອົງການ​ຈັດ​ຕັ້ງ​.
  7. ຊຸ່ມ​ຊົນໝູ່ຄະນະ: ​ເກັບ​ກຳ​ເອົາ ລາຍ​ລະອຽດຂອງ ​ສະມາຊິກ​​ໃນຊຸມ​ຊົນ​ໃດໜຶ່ງ ເພື່ອ ຈັດຕັ້ງການຮາໍ່ຮຽນ, ຊື້ຂາຍ ​ແລະ ປະສານ​ງານ.

​ເວົ້າງ່າຍໆກໍ່ຄື, ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂທຼນິກ ສາມາດ​ເປັນ​ລະບົບ​ທີ່​ຜູ້​ສະໜອງ, ຜູ້​ຈຳໝາ່ຍ ຫຼື ຜູ້​ຊົມ​ໃຊ້ ນຳ​ໃຊ້ (ICT), ​​ເວົ້າສະ​ເພາະ​ແມ່ນ ນຳໄຊ້ອິນ​ເຕີ​ເນັດ, ບົນພື້ນຖານ​ການ​​​ດຳ​ເນີນ​ທຸລະ​ກິດ ​ເຊິ່ງມີ​ຕົວຢ່າງ​ດັ່ງນີ້:

  • ການ​ສື່ສານ​ກັບ​ລູກ​ຄ້າ ຫຼື ຜູ້​ສະໜອງຜ່າ​ນທາງ​ອີ​ເມ​ວ;
  • ສົ່ງ​ອີ​ເມ​ວຫາ​ອົງການ​ຈັດຕັ້ງອື່ນ​ເພື່ອ​ສັ່ງ​ຊື້; ສິນຄ້າ ແລະ ການບໍລິການ
  • ຂາຍຫຼື​ໂຄສະນາ​ຜະລິດ​ຕະພັນ ຫລື ການ​ບໍລິການ​ຜ່ານ​ທາງ​ເວັບ​ໄຊ ​ຫຼືຜ່ານ​ ອີ​ເມ​ວ;
  • ສະໜອງຂໍ້​ມູນ ກ່ຽວກັບ​ທຸ​ລະ​ກິດ​ອອກ​ສູ່​ສາທາລະນະ​ຊົນ ​ດ້ວຍ​ການ​ນຳ​ໃຊ້ ​ເວັບໄຊເປັນສື່​ກາງ;
  • ນຳ​ໃຊ້​ອິນ​ເຕີ​ເນັດ​​ເຂົ້າ​ໃນ​ລະບົບ ທະນາຄານ​ ແລະ ການ​ຈ່າຍ​​​​ເງິນ ອອນ​ລາຍ;
  • ຄົ້ນຫາ​ຂໍ້​ມູນ​ກ່ຽວກັບ​ລູກ​ຄ້າ ​ແລະ ຄູ່​ແຂ່ງ​ໂດຍ​ການ​ນຳ​ໃຊ້​ເວັບ​ໄຊ;
  • ໃຫ້ການ​ຊ່ວຍ​ເຫຼືອດ້ານ​ວິຊາ​ການ ຫຼື ການ​ບໍລິການ​ລູກ​ຄ້າ ຜ່ານ​ທາງ ອີ​ເມ​ວ ຫຼື ເວັບ​ໄຊ; ​ແລະ
  • ຈັດການ ແລະ​ ແຈກ​ຢາຍ​ເອກະສານ ​ຂອງ​ອົງການ​ຈັດຕັ້ງຕົນ​ເອງ  ​ຜ່ານ​ທາງ ອິນເຕີເນັດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.