Norkhame
ການງານ ແລະ ຊີວິດສ່ວນຕົວ ການງານ ແລະ ຊີວິດສ່ວນຕົວ
ການງານ ແລະ ຊີວິດສ່ວນຕົວ

ຄວາມສົມດູນເປັນສິ່ງທີ່ບໍ່ມີກົດເກນກຳນົດ.​ບາງຄັ້ງຄົນກໍ່ຫາຈຸດທີ່ເອີ້ນວ່າສົມດູນ ກັບຊີວິດໄດ້ ຍາກໂດຍສະເພາະຄວາມ ສົມດູນລະຫວ່າງການເຮັດວຽກ ກັບຊີວິດຄອບຄົວ. ບາງຄັ້ງຫຼາຍໆ ຄົນອາດໃຊ້ເວລາກັບການເຮັດວຽກເພື່ອຜົນກຳໄລທາງ ການເງິນ ແລະ ຄວາມກ້າວໜ້າທາງ ໜ້າທີ່ຕຳແໜ່ງ ຈົນລື່ມໃຫ້ເວລາກັບຊີວິດ ສ່ວນຕົວ ແລະ ຄອບຄົວ. ຈຸດນີ້ມັນອາດເຮັດໃຫ້ທ່ານ ທຸ້ມເທເວລາທີ່ມີໃຫ້ແກ່ວຽກງານຫຼາຍ ຈົນລືມ ການເບິ່ງແຍງຊີວິດ ສ່ວນຕົວ ແລະ ຄົນອ້ອມ ຂ້າງ ໂດຍສະເພາະທ່ານຍິງ ທີ່ມີຄອບຄົວ ເຊິ່ງແມ່ຍິງລາວ ສ່ວນໃຫຍ່ ຖືກມອບໃຫ້ເຮັດວຽກງານເບິ່ງແຍງຜົວ, ລູກ ແລະ ວຽກບ້ານ. ຍິ່ງໄປກວ່ານັ້ນ ແມ່ຍິງທີ່ເປັນເຈົ້າ ຂອງທຸລະກິດ ມັນມີໂອກາດເປັນໄປໄດ້ສູງວ່າ ຊີວິດຂອງທ່ານ ເປັນຊີວິດດຽວ ກັນກັບການງານ.

ມີແມ່ຍິງຫຼາຍໆຄົນຄິດວ່າການເຮັດວຽກເປັນຊີວິດຈິດໃຈ ເຊັ່ນ: ທຸລະກິດຂະໜາດນ້ອຍ ແລະ ກາງໃນ ລາວສ່ວນໃຫຍ່ຈະ ແມ່ນສະມາຊິກ ໃນຄອບຄົວ ຮ່ວມກັນເປັນເຈົ້າຂອງທຸລະກິດ ໂດຍ ແຕ່ລະຄົນໃນຄອບຄົວ ມີສ່ວນຮ່ວມ ໃນການເຮັດທຸລະ ກິດ. ໃນກໍລະນີດັ່ງກ່າວ  ອາຊີບການເຮັດ ວຽກກາຍເປັນສ່ວນໜຶ່ງຂອງຊີວິດ ສ່ວນຕົວຂອງໝົດຄອບຄົວ ແລະ ມັນກໍ່ມີ ສາຍພົວພັນ ແລະ ມີການສ້າງຄວາມໃກ້ຊິດກັນໄດ້ຊ່າຍ. ບາງທຸລະກິດແມ່ນມີທັງ ເພື່ອນມິດ ເຂົ້າມາມີສ່ວນຮ່ວມ ກັບການ ເຮັດທຸລະກິດ. ສຳລັບທຸລະກິດນ້ອຍໆ ຫຼື ເອີ້ນວ່າວິສາຫະກິດ ຂະໜາດນ້ອຍ ແລະ ກາງໃນລາວ ມັກຈະເປັນແບບນັ້ນ. ນັບ ແຕ່ຜົວ, ເມຍ, ລູກ ຫຼື ລູກໄພ້-ລູກເຂີຍ ຕ່າງກໍ່ພາກັນຊ່ວຍ ເຮັດທຸລະກິດ ທີ່ຄອບຄົວໄດ້ຕັ້ງຂື້ນມາ. ການເຮັດວຽກຮ່ວມກັນ ໃນ ແຕ່ລະວັນ ຈະເປັນສ້າງສາຍພົວພັນ ແລະ ໃກ້ຊິດຕິດແທດນຳກັນຕະຫຼອດເວລາ.

ແນ່ນອນການເຮັດວຽກໃກ້ຊິດກັບສະມາຊິກໃນຄອບຄົວມີທັງຈຸດດີ ແລະ ອ່ອນ. ເຊັ່ນ ການເຮັດວຽກ ມັກຈະມີຄວາມກົດດັນ ດັ່ງນັ້ນ ການລະບາຍຄວາມກົດດັນອອກ ໃນເວລາເຮັດວຽກ ນັ້ນ ມັນອາດເປັນ ການສ້າງສາຍສຳພັນ ທີ່ບໍ່ດີກັບສະມາຊິກ ໃນຄອບຄົວ. ແຕ່ຖ້າຫາກໃນສະມາຊິກ ມີຄວາມເຂົ້າໃຈ ແລະ ບໍ່ຖືສາກັບອາລົມເຄັ່ງຕືງ ມັນກໍ່ຈະເຮັດໃຫ້ແກ້ໄຂບັນຫານັ້ນ ໄປໄດ້.  ຈຸດ ດ້ອຍອັນໜຶ່ງກໍ່ຄື ມັນອາດເຮັດໃຫ້ສາຍສຳພັນໃນຄອບຄົວ ມີແຕ່ຄິດເລື່ອງວຽກງານ ໂດຍຫຼົງລືມ ການສ້າງສາຍ ສຳພັນ. ເພື່ອຫຼີກລຽງ ບັນຫານີ້ ບັນດາສະມາຊິກໃນຄອບຄົວ ອາດຈະກຳນົດເວລາ ທີ່ຫ້າມບໍ່ໃຫ້ມີການສົນທະນາວຽກ ງານຫຼັງຈາກໂມງລັດຖະການ. ບໍ່ດັ່ງນັ້ນ ການສົນທະນາ ຈະມີແຕ່ເລື່ອງວຽກງານ.

ການສ້າງເງື່ອນໄຂ ແລະ ຮູບແບບການເຮັດວຽກ ໃຫ້ແກ່ການເຮັດວຽກຮ່ວມກັບສະມາຊິກ ໃນ ຄອບຄົວ ແລະ ການມີຊີວິດ ຄອບຄົວ ມັນຈະເປັນຜົນດີ ເພື່ອເຮັດໃຫ້ຊີວິດການເຮັດວຽກ ແລະ ຊີວິດສ່ວນຕົວ ແຍກອອກເປັນພາກສ່ວນໃຜມັນ. ຮູບ ແບບການຈັດສັນກົດລະບຽບ ແລະ ເວລາ ໃຫ້ແກ່ການເຮັດວຽກຂອງຕົນເອງ ເຮັດໄດ້ຜົນດີທັງໃນກໍລະນີ ທີ່ທ່ານເຮັດວຽກ ກັບສະມາຊິກໃນຄອບຄົວ ແລະ ສະມາຊິກຄົນອື່ນໆ.

ມີຫຼາຍໆຄົນ ທີ່ມີເພື່ອນມິດ ທີ່ອາດບໍ່ເຄີຍສົນຖະນາກ່ຽວກັບການເຮັດວຽກເຊິ່ງກັນ ແລະ ກັນ ແຕ່ໃຊ້ເວລາໃນການ ສ້າງກິດ ຈະກຳຮ່ວມກັນນອກໂມງລັດຖະການ ໂດຍປາດສະຈາກການພາດ ເພິງເຖິງການເຮັດວຽກ. ການໃຊ້ເວລາ ຮ່ວມກັນກຸ່ມ ຄົນເຫຼົ່ານັ້ນມັນເຮັດໃຫ້ ເປັນການສ້າງ ສາຍພົວພັນນອກໂມງການ ໃຫ້ແກ່ຊີວິດສ່ວນຕົວ. ມັນທັງຍັງເປັນການສ້າງການ ອອກຈາກ ວຽກງານ ແລະ ເຂົ້າສູ່ການແລກປ່ຽນການສົນທະນາກັບກຸ່ມຄົນໄໝ່ໆ. ການເປັນໝູ່ແມ່ນມີສິ່ງ ທີ່ອາດເຂົ້າກັນ ໄດ້ບາງຢ່າງ ແລະ ເຮັດໃຫ້ສາມາດສົນທະນາໃນຫົວຂໍ້ນັ້ນໆໄດ້ດີ ເຊິ່ງມັນບໍ່ຈຳ ເປັນວ່າອາຊີບຫຼັກແມ່ນຫຍັງ. ເຊັ່ນ: ໜູ່ບາງ ກຸ່ມ ມັກສົນທະນາ ແລະ ຫຼີ້ນກິລາ ເວລາພົບ ກັນກໍ່ ຈະລົມແຕ່ ສິ່ງທີ່ກ່ຽວພັນກັບກິດຈະກຳກິລາ ແຕ່ບໍ່ໄດ້ລົມເລື່ອງວຽກ ງານ.

ທ່ານເດ ມີວິທີແນວໃດໃນການ ຈັດສັນເວລາໃນການເຮັດວຽກ ແລະ ຊີວິດສ່ວນຕົວ?

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.