Norkhame
ຢ່າປ່ອຍໃຫ້ເຫດຮ້າຍ ຢຸດຄວາມຝັນ ຢ່າປ່ອຍໃຫ້ເຫດຮ້າຍ ຢຸດຄວາມຝັນ
ສະຖານະການທີ່ຫຍຸ້ງຍາກ ເປັນເຫດຜົນຫຼັກທີ່ເຮັດໃຫ້ ຄົນຢຸດສ້າງຄວາມຝັນໃຫ້ເປັນຈິງ. ມັນ ເປັນຂໍ້ອ້າງຂອງຄົນຫຼາຍໆຄົນ ທີ່ມັກຕຳນິສະຖານນະການທີ່ບໍ່ດີວ່າ ເປັນສາເຫດ ທີ່ເຮັດໃຫ້ຕົນ ເອງ ບໍ່ສາມາດດຳເນີນງານ ຫຼື ສ້າງສິ່ງໃດໜຶ່ງຂື້ນມາໄດ້ ຫຼື ສານຝັນໃຫ້ເປັນຈິງ. ຄົນແຕ່ລະຄົນຕ່າງກໍ່ເຈີ້ກັບຄວາມຫຸ້ຍງຍາກເປັນຫຼາຍໆຄັ້ງ, ບາງຄົນມີບັນຊີເລົ່າເຫດ ການຮ້າຍ ໆທີ່ເກີດ ຂື້ນກັບຕົນເອງມານັບບໍ່ຖ້ວນ. ຂ້າພະເຈົ້າ ບໍ່ເອີ້ນເຫດການຮ້າຍໆນັ້ນວ່າ ເປັນການສິ່ງ ກີດຂວງຄວາມກ້າວໜ້າ ແຕ່ມັນເປັນຫົນທາງໃນການຊອກໂອກາດໃນການຜ່ານຜ່າ.... ຢ່າປ່ອຍໃຫ້ເຫດຮ້າຍ ຢຸດຄວາມຝັນ

ສະຖານະການທີ່ຫຍຸ້ງຍາກ ເປັນເຫດຜົນຫຼັກທີ່ເຮັດໃຫ້ ຄົນຢຸດສ້າງຄວາມຝັນໃຫ້ເປັນຈິງ. ມັນ ເປັນຂໍ້ອ້າງຂອງຄົນຫຼາຍໆຄົນ ທີ່ມັກຕຳນິສະຖານນະການທີ່ບໍ່ດີວ່າ ເປັນສາເຫດ ທີ່ເຮັດໃຫ້ຕົນ ເອງ ບໍ່ສາມາດດຳເນີນງານ ຫຼື ສ້າງສິ່ງໃດໜຶ່ງຂື້ນມາໄດ້ ຫຼື ສານຝັນໃຫ້ເປັນຈິງ.

ຄົນແຕ່ລະຄົນຕ່າງກໍ່ເຈີ້ກັບຄວາມຫຸ້ຍງຍາກເປັນຫຼາຍໆຄັ້ງ, ບາງຄົນມີບັນຊີເລົ່າເຫດ ການຮ້າຍ ໆທີ່ເກີດ ຂື້ນກັບຕົນເອງມານັບບໍ່ຖ້ວນ. ຂ້າພະເຈົ້າ ບໍ່ເອີ້ນເຫດການຮ້າຍໆນັ້ນວ່າ ເປັນການສິ່ງ ກີດຂວງຄວາມກ້າວໜ້າ ແຕ່ມັນເປັນຫົນທາງໃນການຊອກໂອກາດໃນການຜ່ານຜ່າ. ໃນເວລາ ທີ່ສຶກສາ ແລະ ຮຽນຮູ້ການອອກຈາກເຫດການນັ້ນ ມັນເປັນການເຂົ້າສູ່ການຮຽນຮູ້ແບບໄໝ່ໆ.

ບາງຄັ້ງຄວາມຈຳກັດຂອງຄົນໃນດ້ານໃດໜຶ່ງອາດບໍ່ໝາຍວ່າ ມັນຈະເປັນສິ່ງກີດ ຂວງຫຼື ເຮັດໃຫ້ ຄົນບໍ່ປະສົບຜົນສຳທາງດ້ານ ທຸລະກິດ ຫຼື ການເງິນ ຫຼື ອາຊີບໃດໜຶ່ງ. ນັກກິລາບານເຕະຈາກ ທີມ ຊິຄາ ໂກ້ຄົນໜຶ່ງໄດ້ຢຸດອາຊີບ ນັກກິລາມືອາຊີບ ໃນຕອນອາຍຸພຽງແຕ່ 26 ປີເທົ່ານັ້ນ. ຄວາມຝັນທີ່ຈະ ກາຍເປັນນັກກິລາມືອາຊີບທີ່ມີຊື່ບໍ່ສາມາດສານຕໍ່ໄດ້ເນື່ອງຈາກວ່າ ອຸບັດຕິເຫດ ເຮື້ອຮັງ ເຮັດໃຫ້ລາວ ບໍ່ສາມາດລົງແຂ່ງຂັນໄດ້ເຕັມທີ່. ອັນມັນເຮັດໃຫ້ລາວຕ້ອງໄດ້ຕັດສິນໃຈ ຢຸດການຫຼີ້ນມືອາຊີບ ແລະ ມາເຮັດອາຊີບ ນັກບັນຍາຍມືອາຊີບແກ່ນັກທຸລະກິດ. ມັນເປັນຈຸດ ປ່ຽນຂອງຊີວິດ ເພາະວ່າມັນບໍ່ແມ່ນ ສິ່ງຄາດຫວັງເລີຍ ແລະ ຄຳຖາມທີ່ ເກີດຂື້ນກັບຕົວຂອງ ລາວ ກໍ່ຄືວ່າ: ມັນຈະເປັນໄປໄດ້ແນວໃດ ເພາະວ່າລາວ ບໍ່ມີປະສົບການທາງທຸລກິດ, ແລະ ຈະເຮັດແນວໃດໃນການໃຫ້ຄຳແນະນຳແກ່ບັນດານັກທຸລະກິດ.

ຈາກການຄິດຄືແນວນັ້ນເປັນປະຈຳ ມັນເຮັດໃຫ້ລາວຕົກໃນສະຖານນະການຂອງ ການຂາດ ຄວາມເຊື່ອໜັ້ນ ແລະ ແທນທີ່ຈະເຮັດໃຫ້ລາວເດີນໜ້າ ແຕ່ມັນກັບເຮັດໃຫ້ລາວ ມີຄວາມຄິດທໍ້ ຖ່ອຍ ແລະ ບໍ່ກ້າທີ່ຈະພັກ ດັນວຽກງານໄປຂ້າງໜ້າ.

ສະພາບຄວາມຫຍຸ້ງຍາກໃນຊີວິດ ມັນເປັນການກີດກັ້ນຄວາມສາມາດສະເພາະຕົວຂອງບຸກຄົນ ໃນທົ່ວ ທຸກມູມໂລກ ທີ່ເຮັດໃຫ້ບໍ່ສາມາດສານຕໍ່ຊີວິດທີ່ເຫຼືອຢູ່ໃຫ້ມີຄວາມກ້ວາໜ້າ ອີກຄັ້ງພາຍ ຫຼັງການປະສົບພົບພໍ້ກັບບັນຫາ. ທ່ານບໍ່ຄວນໃຫ້ບັນຫານີ້ເກີດຂື້ນກັບຊີວິດຂອງທ່ານ.

ບ່ອນທີ່ທ່ານຢູ່ໃນປະຈຸບັນ ບໍ່ແມ່ນບ່ອນທີ່ທ່ານຈະເປັນໃນອີກຫ້າປີຂ້າງໜ້າ. ຈະເຮັດແນວໃດ ເພື່ອໃຫ້ຈະອອກ ຈາກສະຖານນະການທີ່ສັບສົນນີ້ໄດ້:

1. ສ້າງກະດານຝັນ ຫຼື ວິໃສທັດ

ສາຍເຫດໜຶ່ງທີ່ເຮັດໃຫ້ຄົນຂາດກຳລັງໃຈໃນການເຮັດວຽກຕໍ່ໄປພາຍຫຼັງສະພາບຄວາມສັບສົນ ແມ່ນ ຍ້ອນວ່າໃນເວລາຜິດຫວັງ ຄົນເບິ່ງບໍ່ເຫັນວ່າ ຕົນເອງກຳລັງຢູ່ໃນຈຸດໆໃດຂອງຊີວິດ ແລະ ກຳລັງຈະເດີນໄປທາງ ໃດຕໍ່ໄປ?

ການສ້າງກະດານຄວາມຝັນ ຫຼື ວິໃສທັດ ມັນຈະຊ່ວຍໃຫ້ຕົນເອງເຫັນໄດ້ຊັດເຈນວ່າ ຈະສືບຕໍ່ ຜັນຂະຫຍາຍ ວິໃສທັດຂອງຕົນ ເອງແນວໃດ?​ ຈົ່ງຄົ້ນຫາຮູບພາບຈາກວາລະສານ ຫຼື ພາບໃນ ອິນເຕີເນັດ ທີ່ທ່ານມັກ ຫຼື ຄິດວ່າມັນໃກ້ຊິດກັບ ຊີວິດຂອງ ທ່ານຫຼາຍທີ່ສຸດ ແລ້ວຂຽນເປົ້າໝາຍ ແລະຄວາມຝັນຂອງຕົນເອງລົງໄປ.

ຮູບພາບມີຜົນກັບແນວຄວາມຄິດ ແລະ ແຮງບັນດານໃຈຂອງຄົນ. ໃນທຸກໆຕອນເຊົ້າ ແລະ ກ່ອນ ເຂົ້ານອນ ຈົ່ງເບິ່ງຮູບພາບ ເຫຼົ່ານັ້ນເປັນປະຈຳ ແລະ ໃຊ້ເວລາປະມານ 10 ນາທີ ໃນການສ້າງ ມະໂນພາບ ຈາກຮູບພາບດັ່ງກ່າວ ວ່າມັນໄດ້ກາຍເປັນ ສ່ວນໜຶ່ງຂອງຊີວິດ ເຮັດຄືກັບວ່າສິ່ງທີ່ ຕົນເອງກຳລັງເດີນໄປ ກາຍເປັນຄວາມເປັນຈິງຂື້ນມາແລ້ວ.

ມີແຕ່ເວລາເທົ່ານັ້ນເປັນສິ່ງພິສູດ, ການທົບທວນວ່າຊີວິດນີ້ຕ້ອງການຫຍັງໃນຕໍ່ໜ້າມັນ ຈະເຮັດ ໃຫ້ຕົນເອງ ຍັງຈົດຈໍ່ທີ່ຈະສານຝັນ ແລະ ຜ່ານຜ່າອຸປະສັກໃນຕໍ່ໜ້າໄປໄດ້. ມີຫຼາຍໆຄົນເມື່ອເບິ່ງ ຈຸດທີ່ຕົນເອງ ປະສົບພົບພໍ່ໃນປະຈຸບັນແລ້ວ ມັນເຮັດໃຫ້ພວກເພີ່ນເຫັນແຕ່ສິ່ງທີ່ຕົນເອງຂາດ ໂດຍບໍ່ເຫັນວ່າຕົນເອງຍັງມີແນວ ດີໆທີ່ຄົນອື່ນອາດບໍ່ມີ ແລະ ການເບິ່ງຈາກຈຸດທີ່ຕົນເອງມີນັ້ນ ມັນເປັນຫົນທາງໃນການເລີ່ມສ້າງສິ່ງໄໝ່ໄດ້ອີກ ແລະ ກ້າວສູ່ເວທີຂອງຄວາມສຳເລັດ.

2. ສ້າງການສົນທະນາໃນທາງບວກ

ແທນທີ່ທ່ານຈະລະລຶກວ່າ ສະຖານະການທີ່ທ່ານພົບພໍ້ນັ້ນມັນຮ້າຍແຮງຊຳໃດ, ທ່ານກໍ່ບໍ່ຄວນ ຄິດວ່າມັນ ເປັນຈຸດ ທີ່ທ່ານຈະເປັນແນວນັ້ນໃນຕໍ່ໜ້າ. ການສືບຕໍ່ເວົ້າສະຖານນະການ ທີ່ທ່ານ ຫວັງຢາກ ໃຫ້ເກີດຂື້ນ ໃນຕໍ່ໜ້າ ຫຼື ລະລຶກວ່າທ່ານມີສິ່ງດີໆໃນຊີວິດ ຫຼື ມີຄວາມສາມາດພິເສດ ມັນຈະເຮັດໃຫ້ທ່ານໄດ້ ແລະ ພົບພໍ່ກັບສິ່ງທີ່ທ່ານຕ້ອງການໃນອານາຄົດ. ແນ່ນອນການເວົ້າຊື່ໆ ແລະ ຄວາມເຊື່ອມັນຈະບໍ່ຊ່ວຍຫຍັງ ແຕ່ທ່ານຕ້ອງປະກອບດ້ວຍແຜນໄລຍະສັ້ນ, ກາງ ແລະ ຍາວເພື່ອເຮັດວຽກໃຫ້ມີປະສິດທິຜົນ.

ສະຖານະການທີ່ບໍ່ດີໃນປະຈຸບັນຈະບໍ່ມີອິດທິພົນຫຍັງກັບຊີວິດຂອງທ່ານໃນອານາຄົດ ຖ້າຫາກ ໃນຈິດໃຕ້ສຳນຶກຍັງລະ ລຶກແນວດີໆທີ່ຈະມີ ເຂົ້າມາໃນຊີວິດ.

3. ໃກ້ຊິດກັບຄົນທີ່ເຮັດໄດ້ດີກວ່າ ຫຼື ມີຄວາມສາມາດຫຼາຍກວ່າທ່ານ

ຖ້າຫາກທ່ານຕ້ອງການສ້າງສິ່ງໄໝ່ໆຂື້ນມາໃນຊີວິດ ທ່ານກໍ່ຄວນໃຊ້ຊີວິດກັບຄົນທີ່ຍາມໃດກໍ່ ພະຍາຍາມເຮັດວຽກ ແລະ ຊອກຫາວິທີໃນການເພີ້ມສະມັດຕະພາບໃນການເຮັດວຽກຂອງຕົນ ເອງ. ການສະມາຄົມ ກັບຄົນກຸ່ມເຫຼົ່ານັ້ນ ມັນຈະເຮັດໃຫ້ທ່ານໄດ້ໃກ້ຊິດກັບຄົນ ທີ່ພັກດັນໃຫ້ທ່ານ ໄດ້ເຮັດວຽກ ແລະ ມີເປົ້າໝາຍໃນຊີວິດແບບບໍ່ຢຸດຢັ້ງ.

ເພື່ອເຮັດໃຫ້ທ່ານ ອອກຈາກສະພາບກົດດັນ, ທ່ານຕ້ອງໄດ້ເຂົ້າໃຈຄວາມຮູ້ສຶກຢູ່ໃນສະພາບທີ່ມີ ການພັກດັນດັ່ງກ່າວ ແລະ ກະຕຸ້ນໃຫ້ທ່ານຄົ້ນຄິດຊອກຫາຫົນທາງອອກ. ໃນທາງກັບກັນ ຖ້າ ຫາກທ່ານໄປໃກ້ຊິດກັບຄົນທີ່ມີແນວຄວາມຄິດທໍ້ແທ້ ຫຼື ບໍ່ຄິດສ້າງສັນ ມັນຈະແຮງເປັນການກົດ ໜ່ວງຄວາມກ້າວໜ້າ ແລະ ຄວາມພະຍາຍາມໃນການສ້າງສັນສິ່ງ ໄໝ່ໆຂື້ນມາ. ມັນເປັນທາງ ເລືອກຂອງທ່ານວ່າ: ທ່ານຈະເລືອກຊີດວິດເດີນໄປທາງໃດກັບຊີວິດທີ່ເຫຼືອຢູ່? ການຕັດສິນໃຈໃຊ້ ຊີວິດກັບສິ່ງທີ່ຕົນເອງຕ້ອງການມັນຂື້ນກັບຕົວຂອງທ່ານໃນທີ່ສຸດ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.