Norkhame
ວິນາທີແຫ່ງຄວາມສຸກ ວິນາທີແຫ່ງຄວາມສຸກ
ເວ​ລາ​ທີ່​ພັດ​ພາ​ກສິ່ງ​ຕ່າງ​ໆເຂົ້າ​ມາ​ໃນ​ຊີ​ວິດ ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ຕ້ອງກັງ​ວົນ. ເວລາ​ແຫ່ງ​ຄວາມ​ສຸກ​ໃຈ ​ທີ່​ສາ​ມາດ​ຮັບ​ຮູ້​ທຸກ​ລາຍ​ລະ​ອຽດ​ຂອງ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ ເຖິງວ່າ​ສິ່ງ​ທີ່​ເກີດ​ຂຶ້​ນ​ຈະ​ຮ້າຍ​ແຮງ​ບາງ​ຄັ້ງ ​ ແຕ່​ນັ້ນ​ກໍ່ເປັນ​ອີກ​ຊ່ວງເວລາຫ​ນຶ່ງ​ຂອງ​ເວ​ລ​າ​ທີ່​ເຂົ້າ​ມາ​ທົດ​ສອບ​ເພື່ອ​ເຮັດ​ໃຫ້​ເຮົາ ຫ​ນັກ​ແຫ​ນ້ນ​ຫລາຍກວ່າ​ເກົ່າ. ໃນ​ຂະ​ນະ​ຊີ​ວິດ​ຂອງ​ຄົນ​ເຮົາ​ທີ່​ກຳ​ລັງ​ກ້າວ​ໄປຕາມການເວລາ, ມັນຊ່າງ​ເປັນ​ຄວາມ​ທ້າ​ທາຍ​ເຫລືອ​ເກີນ​ວ່າ​ ຈະ​ມີ​ຈຸດ​ຈົບ​ເປັນ​ແບບ​ໃດ? ​ເປັນ​ຄວາມ​ທ້າ​ທາຍ​ທາມ​ກາງ​ຄວາມ​ສ່ຽງ​ ແລະ​ ເຊິ່ງບໍ່ສາມາດຄວບຄຸມຫຍັງ​ກັບ​ມາ​ຈາກ​ເວ​ລາ​ທີ່​ເສຍ​ໄປ. ການ​ເຄື່ອນ​ໄຫວ​ຂອງ​ການ​ເວ​ລ​າ​ຈຶ່ງ​ເຮັດ​ໃຫ້​ເຫັນ​ສິ່ງ​ທີ່​ປ່ຽນ​ໄປ ​ແລະ​ ເຫັນ​ເຖິ​ງ​ຄວາມ​ແຕກ​ຕ່າງ​ຕະ​ຫລອດ​ເວ​ລາ​. ພ້ອມ​ກັບ​ສ້າງ​ບົດ​ຮຽ​ນ​ໃຫ້​ຊີ​ວິດ​ໄດ້​ເຮັດ​ການ​ສຶກ​ສາ​ຢູ່​ກັບ​ຕົວ​ຂອງ​ມັນ​ເອງ. ບາງ​ຄົນ​ກໍ່​ໃຊ້​ເວ​ລາ​ໃຫ້​ດຳ​ເນີນ​ໄປ​ພ້ອມ​ກັບ​ຄຸນ​ຄ່າ​ຂອງ​ຊີ​ວິດ​ທີ່​ຫລາຍ​ຂຶ້ນ​ເປັນ​ເງົາ​ຕາມ​ຕົວ​. ແຕ່​ບາງ​ຄົນ​ກໍ​ໃຫ້​ເວ​ລາ​ຫມູນ​ຊີ​ວິດ​ໄປ​ຢ່າງ​ບໍ່​ມີ​ເຂັມ​ທິດ​ນຳ​ທາງ. ຄຸນ​ຄ່າ​ຂອງ​ເວ​ລາ​ທີ່​ຄວນ​ຈະ​ເຮັດ​ໃຫ້​ຕົວ​ເຮົາ​ເຂົ້າ​ໃຈ​ສິ່ງ​ທີ່​ດີກວ່າ​ຈຶ່ງ​ຈືດ​ຈາງ​ໄປ​ພ້ອມ​ກັບ​ນຳ​ພາ​ຊີ​ວິດ​ໄປ​ສູ່​ຄວາມ​ບໍ່​ມີ​ຄຸນ​ຄ່າ​ຢ່າງ​ຫ​ນ້າ​ເສຍ​ດາຍ. ໂມງຄື​ສິ່ງ​ທີ່​ໃຊ້​ບອກ​ເວ​ລາ​ ເພື່ອ​ສະ​ທ້ອນ​ໃຫ້​ເຮົາ​ໄດ້​ເບິ່ງເຫັນ​ຄວາມ​ປ່ຽນ​ໄປ ​ແລະ​... ວິນາທີແຫ່ງຄວາມສຸກ

ເວ​ລາ​ທີ່​ພັດ​ພາ​ກສິ່ງ​ຕ່າງ​ໆເຂົ້າ​ມາ​ໃນ​ຊີ​ວິດ ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ຕ້ອງກັງ​ວົນ. ເວລາ​ແຫ່ງ​ຄວາມ​ສຸກ​ໃຈ ​ທີ່​ສາ​ມາດ​ຮັບ​ຮູ້​ທຸກ​ລາຍ​ລະ​ອຽດ​ຂອງ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ ເຖິງວ່າ​ສິ່ງ​ທີ່​ເກີດ​ຂຶ້​ນ​ຈະ​ຮ້າຍ​ແຮງ​ບາງ​ຄັ້ງ ​ ແຕ່​ນັ້ນ​ກໍ່ເປັນ​ອີກ​ຊ່ວງເວລາຫ​ນຶ່ງ​ຂອງ​ເວ​ລ​າ​ທີ່​ເຂົ້າ​ມາ​ທົດ​ສອບ​ເພື່ອ​ເຮັດ​ໃຫ້​ເຮົາ ຫ​ນັກ​ແຫ​ນ້ນ​ຫລາຍກວ່າ​ເກົ່າ.

ໃນ​ຂະ​ນະ​ຊີ​ວິດ​ຂອງ​ຄົນ​ເຮົາ​ທີ່​ກຳ​ລັງ​ກ້າວ​ໄປຕາມການເວລາ, ມັນຊ່າງ​ເປັນ​ຄວາມ​ທ້າ​ທາຍ​ເຫລືອ​ເກີນ​ວ່າ​ ຈະ​ມີ​ຈຸດ​ຈົບ​ເປັນ​ແບບ​ໃດ? ​ເປັນ​ຄວາມ​ທ້າ​ທາຍ​ທາມ​ກາງ​ຄວາມ​ສ່ຽງ​ ແລະ​ ເຊິ່ງບໍ່ສາມາດຄວບຄຸມຫຍັງ​ກັບ​ມາ​ຈາກ​ເວ​ລາ​ທີ່​ເສຍ​ໄປ.

ການ​ເຄື່ອນ​ໄຫວ​ຂອງ​ການ​ເວ​ລ​າ​ຈຶ່ງ​ເຮັດ​ໃຫ້​ເຫັນ​ສິ່ງ​ທີ່​ປ່ຽນ​ໄປ ​ແລະ​ ເຫັນ​ເຖິ​ງ​ຄວາມ​ແຕກ​ຕ່າງ​ຕະ​ຫລອດ​ເວ​ລາ​. ພ້ອມ​ກັບ​ສ້າງ​ບົດ​ຮຽ​ນ​ໃຫ້​ຊີ​ວິດ​ໄດ້​ເຮັດ​ການ​ສຶກ​ສາ​ຢູ່​ກັບ​ຕົວ​ຂອງ​ມັນ​ເອງ. ບາງ​ຄົນ​ກໍ່​ໃຊ້​ເວ​ລາ​ໃຫ້​ດຳ​ເນີນ​ໄປ​ພ້ອມ​ກັບ​ຄຸນ​ຄ່າ​ຂອງ​ຊີ​ວິດ​ທີ່​ຫລາຍ​ຂຶ້ນ​ເປັນ​ເງົາ​ຕາມ​ຕົວ​. ແຕ່​ບາງ​ຄົນ​ກໍ​ໃຫ້​ເວ​ລາ​ຫມູນ​ຊີ​ວິດ​ໄປ​ຢ່າງ​ບໍ່​ມີ​ເຂັມ​ທິດ​ນຳ​ທາງ. ຄຸນ​ຄ່າ​ຂອງ​ເວ​ລາ​ທີ່​ຄວນ​ຈະ​ເຮັດ​ໃຫ້​ຕົວ​ເຮົາ​ເຂົ້າ​ໃຈ​ສິ່ງ​ທີ່​ດີກວ່າ​ຈຶ່ງ​ຈືດ​ຈາງ​ໄປ​ພ້ອມ​ກັບ​ນຳ​ພາ​ຊີ​ວິດ​ໄປ​ສູ່​ຄວາມ​ບໍ່​ມີ​ຄຸນ​ຄ່າ​ຢ່າງ​ຫ​ນ້າ​ເສຍ​ດາຍ.

ໂມງຄື​ສິ່ງ​ທີ່​ໃຊ້​ບອກ​ເວ​ລາ​ ເພື່ອ​ສະ​ທ້ອນ​ໃຫ້​ເຮົາ​ໄດ້​ເບິ່ງເຫັນ​ຄວາມ​ປ່ຽນ​ໄປ ​ແລະ​ ຊີ້​ວັດ​ວ່າ​ມີ​ຫ​ຍັງ​ແນ່​ທີ່​ກໍ່​ໃຫ້​ເກີດ​ປະ​ໂຫຍດ​ໃນ​ຊີ​ວິດ​ຂອງ​ເຮົາ​? ເຖິງວ່າ​ເຂັມ​ເວ​ລາ​ຈະ​ຢຸດ​ເດີນ ​ເພາະ​ຖືກ​ໃຊ້​ງານ​ຫ​ນັກ​ກໍ່​ຍັງ​ສະ​ທ້ອນ​ໃຫ້​ເຫັນ​ຄຸນ​ຄ່າ​ຕັ້ງ​ຫລາຍ​ຢ່າງ. ຢ່າງ​ຫ​ນ້ອຍ​ກໍ​ສະ​ແດງ​ເຖິງ​ຄວາມ​ມີ​ຄຸນຄ່າ​ ບາງຄັ້ງ​ຄາວ​ເພື່ອ​ໃຫ້​ຄົນ​ເຮົາ​ໄດ້​ເຫັນ​ວ່າ​ໃນ​ສິ່ງ​ທີ່​ເຫັນ​ອາດ​ບໍ່​ມີ​ຄ່າ ​ກໍ່​ມີ​ຄວາມ​ສຳ​ຄັນ​ທີ່​ລີ້​ຢູ່​ໃນ​ນັ້ນ​. ເພາະ​ເມື່ອ​ເຂັມ​ເວ​ລາ​ທີ່​ຊີ້ບອກ​ເວ​ລາ​ໃນ​ຄັ້ງ​ທຳ​ອິດ​ຕອນ 6ໂມງ​ເຊົ້າ, ຖັດ​ມາ​ເຂັມ​ເວ​ລາ​ທີ່​ຢຸດ​ໂມງເຮັດວຽກ ກໍ່ຍັງ​ບອກ​ໃຫ້​ເຮົາ​ຮູ້​ວ່າ​ ເຮົາໄດ້ໃຊ້ເວລານັ້ນເພື່ອກິດຈະກຳໃດໜຶ່ງຫຼືບໍ່?

ດ້ວຍ​ເຫດ​ນີ້​ສິ່ງ​ທີ່​ເຮົາ​ຄວນ​ຖາມ​ຕົວ​ເອງ​ຫລາຍ​ຂຶ້ນ​ກໍ່ຄື​ ມື້​ນີ້​ເຮົາ​ໃຊ້​ເວ​ລາ​ຂອງ​ຊີ​ວິ​ດ​ເປັນ​ໄປ​ແບບ​ໃດ? ເຮົາ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ກຳ​ໄລ​ຫລື​ພຽງ​ແຕ່​ນຳໃຊ້ ​ໃນຮູບແບບ​ຄົນ​ທີ່​ບໍ່​ຮູ້​ຈັກ​ຄຸ​ນ​ຄ່າ​ຂອງ​ເວ​ລາ​ທີ່​ໄດ້​ມາ. ພະ​ພຸ​ດ​ໄດ້​ຊີ້​ນຳ​ຊີ​ວິດ​ຂອງ​ຄົນ​ເຮົາ​ໃຫ້​ຮູ້​ຈັກ​ທີ່​ຈະ​ມີ​ຄວາມ​ສຸກ​ທຸກ​ເວ​ລາ​ຂອງ​ການ​ປ່ຽນ​ແປງ​ດ້ວຍ​ການ​ ສ້າງຄວາມ​ເຂົ້າ​ໃຈ​ຢ່າງ​ຮູ້​ເທົ່າ​ທັນ​ດ້ວຍ​ສະ​ຕິ​ປັນ​ຍາ.

ເລີ່ມ​ຕັ້ງ​ແຕ່​ການ​ຮູ້​ຈັກ​ການ​ຕັ້ງ​ຄຳ​ຖາມ​ກັບ​ຕົວ​ເອງ​. ຈົນກະ​ທັ້ງ​ຮູ້​ຈັກ​ສ້າງຄວາມ​ເຂົ້າ​ໃຈ​ວ່າ ຈະ​ໃຫ້​ຊີ​ວິດ​ນີ້​ເປັນ​ໄປ​ແບບ​ໃດ? ກຳ​ໄລ​ທີ່​ມີ​ຄຸນ​ຄ່າ​ຈຶ່ງ​ຈະ​ເກີດ​ມີ​ແລ​ະ​ພ້ອມ​ຈະ​ຍອມ​ຮັບ​ສິ່ງ​ທີ່​ເຂົ້າ​ມາ​ພັດ​ພາກ​ສິ່ງ​ຕ່າງໆ​ໃນ​ຊີ​ວິດ​ຈາກ​ໄປ. ເພາະ​ເວ​ລາ​ຂອງ​ຄວາມ​ສຸກ​ທີ່​ເກີດຂື້ນ​ໃນ​ຊີ​ວິດ​ຂອງ​ເຮົາ ​ບໍ່​ແມ່ນ​ການ​ຮຽກ​ຮ້ອງ​ຂໍ​ວ່າ​ຈະ​ໄດ້​ອັນ​ໃດ​ມາ​ຄອງ​ແຕ່​ທຸກ​ຄະ​ນະ​ຂອງ​ເວ​ລາ​ທີ່​ປ່ຽນ​ໄປ​ເຮົາ​ມີ​ຄຳ​ຖາມ​ວ່າ ​ເຮົາ​ຄວນ​ເຂົ້າ​ໃຈ​ໃນ​ຊີ​ວິດ​ຫລາຍ​ຫລື​ຫ​ນ້ອຍ​ພຽງ​ໃດ​ນັ້ນ​ຈຶ່ງ​ເອີ້ນ​ວ່າ ເປັນ​ການ​ຫມູນ​ເວ​ລາ​ໃຫ້​ເດີນ​ທ​າງ​ຢ່າງ​ຄົນ​ທີ່​ຮູ້​ຈັກ​ຄຸ​ນຄ່າ​ຊີ​ວິດ​ແທ້ໆ.

ການ​ຮູ້​ຈັກ​ເຮັດໃຫ້ຊີ​ວິ​ດມີ​ຄວາມ​ສຸກ​ທຸກ​ໃນ​ວິນາທີ, ໃນຊ່ວງການເວລາຜ່ານຜ່າຄວາມຫຍຸ້ງຍາກ ຈະຕ້ອງໃຊ້​ຄວາມ​ອົດ​ທົນ​ເປັນ​ຢ່າງ​ສູງ​ເພື່ອ​ເດີນຂ້າມຄວາມຮູ້ສຶກບໍ່ດີທີ່ມີມາ. ເຮັດແນວໃດຈິ່ງຮູ້ສຶກເປັນສຸກໃຫ້ໄດ້ໃນທຸກໆຂະນະ. ການມີສະຕິ, ຮັບຮູ້ອາຣົມຈິດ, ຮູ້ວ່າຕົນເອງກຳລັງເດີນໄປທີ່ຈຸດໝາຍໃດໆ, ເຮົາກຳລັງສ້າງຄຸນຄ່າຫຍັງກັບການ ເດີນທາງຊີວິດ ໃນເວລາທີ່ເສຍໄປ, ​ຄົນ​ທີ່​ເຂົ້າ​ໃຈ​ຄຸນ​ຄ່າ​ຂອງ​ຊີ​ວິດ​ແລ້ວຄຳ​ວ່າ ບາດ​ລະ​ກ້າວ ນັ້ນ​ຫມາຍ​ເຖິງ​ການ​ ເປັນ​ສຸກ​ກ້າວ​ທຸກ​ກ້າວ​ຢ່າງ​ທີ່​ກຳ​ລັງ​ກ້າວ​ໄປ.

ບາດ​ລະ​ກ້າວ​ຂອງ​ຄວາມ​ສຸກ​ຈຶ່ງ​ເປັນ​ສິ່ງ​ທີ່​ເຮົາ​ຄວນ​ສ້າງ​ໃຫ້​ມີ​ໃນ​ຕົວ​ເອງ.​ ​ເພາະ​ຄວາມ​ສຸກ​ທີ່​ມີ​ປະ​ລິ​ມານ​ຫລາຍໆ​ກໍ​ເລີ່ມ​ຈາກ​ຄວາມ​ສຸກ​ທີ່​ນ້ອຍໆ​ນັ້ນ​ເອງ. ​ເປັນ​ສິ່ງ​ທີ່​ເຮົາ​ສາ​ມາ​ດ​ສຳ​ຜັດ​ໄດ້​ທຸກວິ​ນາ​ທີ​ ແລະ ​ເປັນ​ບາດ​ກ້າວ​ແຫ່ງ​ການ​ເວ​ລາ​ທີ່​ແສນ​ສຸກ​ທຸກ​ຄະ​ນະ. ​ຫາກ​ຮູ້​ຈັກ​ວ່າ​ຊີ​ວິດ​ນີ້​ຄວນ​ດຳ​ເນີນ​ໄປ​ແບບ​ໃດ? ເວ​ລາ​ທີ່​ພັດພາ​ສິ່ງ​ຕ່າງໆ​ເຂົ້າ​ມາ​ໃນ​ຊີ​ວິດ​ຈຶ່ງ​ບໍ່​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ຕ້ອງ​ຢ້ານ​ກົວ. ​ແຕ່​ຄວນ​ເປັນ​ໂມງ​ຍາມ​ຂອງ​ຄວາມ​ສຸກ​ໃຈ​ທີ່​ຮັບ​ຮູ້​ທຸກ​ລາຍ​ລະ​ອຽດ​ຂອງ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ. ​ເຖິງວ່າ​ບາງ​ຄັ້ງ​ສິ່ງ​ທີ່​ເກີດ​ຂຶ້ນ​ຈະ​ຮ້າຍ​ແຮງ​ກໍ​ຕາມ​. ແຕ່​ນັ້​ນ​ກໍ​ເປັນ​ອີກ​ໂມງ​ຍາມ​ຫ​ນຶ່ງ​ຂອງ​ເວ​ລາ​ທີ່​ເຂົ້າ​ມາ​ທົດ​ສອບ​ເພື່ອ​ເຮັດ​ໃຫ້​ເຮົາ​ແຂງ​ແກ່ນ​ຂຶ້ນກວ່າ​ເກົ່າ. ຊີ​ວິດ​ທີ່​ຫມູນ​ໄປ​ຕາມ​ການ​ເວ​ລາ​ຈຶ່ງ​ເປັນ​ສິ່ງ​ທີ່​ເຮົາ​ຕ້ອງ​ໃສ່​ໃຈ​ເປັນ​ພິ​ເສດ. ​ບໍ່​ແມ່ນ​ມີ​ພຽງ​ຈະ​ລະທົມຂົມຂື່ນທົນ​ຝືນ​ ກັບສິ່ງທີ່ເກີດຂື້ນ. ຄວນ​ຮູ້​ຈັກ​ທະ​ນຸ​ທະ​ຫນອມ ​ທຸກໆ​ວິ​ນາ​ທີ​ຢ່າງ​ຜູ້​ເຫັນ​ຄຸນ​ຄ່າ​ທີ່​ຄວນ​ເບິ່ງ​ແຍງ ເປັນ​ການ​ເຝົ້າ​ຖ​ະ​ຫນອມ​ເພື່ອ​ໃຫ້​ຊີ​ວິດ​ມີ​ຄ່າ​ທີ່​ຫລາຍກວ່າ​ເກົ່າ. ເພື່ອ​ວ່າ​ມື້​ຫ​ນຶ່ງ​ທຸກ​ຢ່າງ​ຈະ​ປ່ຽນ​ໄປ​. ເຮົາ​ຈະ​ໄດ້​ຮັບ​ຮູ້​ວ່າ​ໂມງ​ຍາມ​ຂອງ​ເວ​ລາ​ທີ່​ຫມູນ​ໄປ ຄື​ສິ່ງ​ທີ່​ຊ່ວຍ​ສ້າ​ງ​ຄວາມ​ສຸກ​ທາງ​ໃຈ​ໃຫ້​ກັບ​ເຮົາ​ໄດ້​ຕະ​ຫລອດ​ເພາະ​ຊີວິດ ​ເປັນ​ສິ່ງ​ທີ່​ອ່ອນໂຍນ ​ແລະ ​ກ່ຽວ​ຂ້ອງ​ກັບ​ເວ​ລາ​ທີ່​ເຮົາ​ບໍ່​ອາດ​ຈະ​ຢຸດ​ຢັ້ງ​ໄດ້ ​ເຮົາ​ຈຶ່​ງ​ຄວນ​ໃຊ້​ເວ​ລາ​ທີ່​ຫມູນ​ໄປ​ໃຫ້​ປ່ຽນຄ່າເປັນ​ໂມງ​ຍາມ​ຂອງ​ຄວາມ​ສຸກ​ທຸກ​ຂະ​ນະ.

ຄວນ​ໃຫ້​ຊີ​ວິດ​ທີ່​ຍັງ​ເຫລືອ​ໄດ້​ມີ​ໂອ​ກາດ​ຮຽນ​ຮູ້​ຢ່າງສະຫຼຽວ​ສະ​ຫລາດ. ໃຫ້ກາຍເປັນ​ພື້ນ​ຖານ​ຂອງ​ການ​ສ້າງ​ສະ​ຕິ​ປັນ​ຍາໃຫ້​ແກ່​ຕົນ. ​ເພື່ອ​ຈະ​ໄດ້​ສຳ​ຜັດ​ກັບ​ທຸກ​ບັນ​ຍາ​ກາດ​ຂອງ​ຊີ​ວິດ​ ທີ່​ເຮັດ​ໃຫ້​ເຮົາ​ມີ​ສິດ​ທີ່​ເລືອກ​ສິ່ງ​ດີ​ດີ​ເພື່ອ​ຕົນ​ແລະ​ຄົນ​ອ້ອມ​ຂ້າງ​ໄດ້. ເຮົ​າ​ຄວນ​ໃຫ້​ຊີ​ວິດ​ໄດ້​ຮັບ​ຮູ້​ຄວາມ​ສຸກ ​ທຸກໆ​ຂະ​ນະ. ​ບໍ່​ແມ່ນ​ພຽງ​ແຕ່​ຄວາມ​ສຸກ​ທາງກາຍຊົວວູບ. ​ທີ່​ຖືກ​ວັດຈາກວັດ​ຖຸ​ພາຍນອກ​ດ້ານ​ດຽວ​ ແຕ່​ຄວນ​ໃຫ້​ເວ​ລາ​ເປັນ​ຄູ​ສອນ​ວິ​ທີ​ທີ່​ຈະ​ຢູ່​ກັບ​ຄວາມ​ສຸກ​ນັ້ນ​ຕະ​ຫລອດ​ໄປ.

ບ້ານ​ຄື​ຊີ​ວິດ​ທີ່​ອອກ​ແບບ​ມາ​ຈາກ​ເຮົາ. ມັນຈະບໍ່​​ແຄບ​ລົງ ຫລື ເປັນທີ່​ກັກ​ອາ​ລົມ​ໄວ້​ໃນ​ໃຈ​ຫລາຍ ​ຈົນ​ເກີນ​ໄປ​ແຕ່​ຄວນ​ຈະ​ເປັນ​ຊີ​ວິດ​ທີ່​ມີ​ຈິດ​ໃຈ​ທີ່​ພ້ອມ​ຈະ​ຮັບ​ຄວາມ​ເຢັນ​ ແຫ່ງ​ສາຍ​ລົມ ​ແລະ ​ລະ​ອອງ​ຝົນ​ເພື່ອເຮັດ​ໃຫ້​ຈິດ​ໃຈ​ຊຸ່ມ​ເຢັນ.

​ສະ​ເນ່ ຂອງຊີວິດຄືຕອນ ​​ທີ່​ສາ​ມາດ​ນຳ​ໄປ​ປຽບ​ກັບ​ຫລາຍໆ​ຢ່າງ ​ແລ້ວ​ນຳ​ມາ​ສອນ​ໃຫ້​ຕົວ​ເຮົາ​ສະ​ຫລາດ​ຂຶ້ນ. ມັນ​ໄດ້​ສະ​ເນ່​ທີ່​ເກີດ​ຈາກ​ການ​ຮູ້​ຈັກ​ເບິ່ງ​ຊີ​ວິດ​ເພື່ອ​ໃຫ້​ເຫັນ​ວ່າ​ມັນ​ເປັນ​ໄປ​ຢ່າງ​ໃດ? ເປັນ​ຫ​ຍັງ​ຈຶ່ງ​ມີ​ລົດ​ຊາດ​ທີ່​ຫລາກ​ຫລ​າຍ​ໃຫ້​ຊວນ​ລິ້ມ​ລອງ​ເມື່ອ​ມີ​ການ​ປຽບ​ທຽບ. ເຮົາ​ກໍ່​ມັກ​ຈະ​ນຳ​ເລື່ອງ​ຂອງ​ຜ່ານ​ມາ​ປຽບ​ທຽບ​ນຳ​ສະ​ເຫ​ນີ ​ເພາະ​ບ້ານ​ເປັນ​ສິ່ງ​ທີ່​ສະ​ແດງ​ເຖິງ​ຄວາມ​ເປັນ​ຢູ່​ຂອງ​ເຮົາ ຄວາມ​ອົບ​ອຸ່ນ​ທີ່​ໄດ້​ສຳ​ຜັດ​ແລະ​ມີ​ເງື່ອນ​ງຳ​ຂອງ​ບັນ​ຫາ​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ຢູ່​ໃນ​ຕົວ. ເມື່ອ​ຄວາມ​ຕ້ອງ​ການ​ສ້າງ​ບ້ານ​ໃຫ້​ມີ​ຄວາມ​ຫ​ນ້າ​ຢູ່​ຈັກ​ຫລັງ​ຫ​ນຶ່ງ ເຮົາ​ກໍ່ນິ​ຍົມ​ທີ່​ຈະ​ສ້າງ​ປະຕູ ເພື່ອ​ເປີດ​ຮັບ​ລົ​ມ​ເພື່ອ​ໃຫ້​ບ້ານ​ມີ​ຄວາມ​ເຢັນ​ສະ​ບາຍ​ຄາຍ​ຮ້ອນ ​ແລະ​ ເພື່ອ​ເປີດ​ແສງ​ສະ​ຫວ່າງ​ທີ່​ສ່ອງ​ເຂົ້າ​ມາ​ໄດ້​ຊ່ວຍ​ຂ້າ​ເຊຶ້ອ​ໂລກ​ໃນ​ຕອນ​ກາງ​ເວັນ. ​ໃນ​ທາງ​ກົງ​ກັນ​ຂ້າມ ບ້ານ​ທີ່​ມີ​ປະຕູ​ຈຳ​ນວນ​ຫລາຍ ອາດ​ຈະ​ເຮັດ​ໃຫ້​ຝຸ່ນ​ພັດ​ເຂົ້າ​ມາ​ເຮັດ​ໃຫ້​​ສົກ​ກະ​ປົກ​ງ່າຍ ແຕ່​ໂດຍ​ລວ​ມ​ຄົນ​ທີ່​ສ້າງ​ບ້ານ​ແບບ​ກໍ​ນິ​ຍົມ​ທີ່​ຈະ​ໃຫ້​ບ້ານມີທາງ​ລະບາຍອາ​ກາດ​ຢູ່​ສະເໜີ. ໃນຊີວິດຄົນຄືກັນ. ເປີດຮັບ ແລະ ເຮົາຕ້ອງຮູ້ປ່ອຍວາງ. ໃຫ້ຊີວິດ​ປຽບ​ຄື​ການ​ສ້າງ​ບ້ານ​ຫລັງ​ຫ​ນຶ່ງ. ​ເຮັດໃຫ້​ຕົວ​ເອງ​​ມີ​ຕົວ​ເຮົາ​ເປັນ​ຜູ້​ຄິດ​ຮູບ​ແບບ​ໃນ​ການ​ກໍ່​ສ້າງ​ບ້ານ​. ວິ​ທີ​ກໍ່ສ້າງ​ທີ່​ດີ​ບ້ານ​ຄື​ຊີ​ວິດ​ຍ່ອມ​ນຳ​ກິ່ນ​ອາຍ​ແຫ່ງ​ຄວາມ​ອົບ​ອຸ່ນ​ຊູ​ຈິດ​ໃຈ​ໃຫ້​ຮູ້​ສຶກ​ດີ.

​ຫາກ​ບໍ່​ໃສ່​ໃຈ​ບ້ານ​ອັນ​ເປັນ​ທີ່​ສຸດ​ຂອງ​ທີ່​ສຸດ, ແລ້ວ​ປ່ອຍ​ໃຫ້​ການ​ສ້າງ​ດຳ​ເນີນ​ໄປ​ຕາມ​ກຳ​. ບ້ານ​ສ້າງທີ່​ຄິດ​ວ່າ​ຈະ​ໃຫ້​ຄວາມ​ອົບ​ອຸ່ນ​ທາງ​ໃຈ ​ກໍ່​ຈະ​ກາຍ​ເປັນ​ຄວາມ​ອຸດອັ້ນໃຈ ແລະ​ ອຶດອັດ.

ເມື່ອ​ໃດ​ຝຸ່ນ​ລະ​ອອງ​ພັດ​ເຂົ້າ​ມາ​ ເຮົາ​ຜູ້​ເປັນ​ເຈົ້າ​ຂອງ​ບ້ານ​ຄື​ເຈົ້າຂອງຊີ​ວິດ ກໍ​ຄວນ​ທີ່​ຈະ​ຮູ້​ຈັກ​ປິດ​ປະຕູ​ໃຫ້​ທັນ. ​ເພາະ​ຫາກ​ຮູ້​ຈັກ​ເປີດ ​ແລະ​ ປິດ​ໃນ​ຈັ່ງ​ຫວະ​ທີ່​ເຫມາະ​ສົມ ປະຕູ​ຄື​ຈິດ​ໃຈ​ກໍ່ພ້ອມ​ທີ່​ປິດ​ຕົວ​ເອງ​ປ້ອງ​ກັນ​ເພື່ອ​ບໍ່​ໃຫ້​ບ້ານ​ສົກ​ກະ​ປົກ​ຈາກ​ຝຸ່ນລະອອງ​ຂອງ​ອາ​ລົ​ມ​ ແລະ​ ພ້ອມ​ຈະ​ເປີດ​ຮັບ​ສິ່ງ​ດີ​ທີ່​ຕ້ອງ​ການ​ຈະ​ໃຫ້​ຜ່ານ​ເຂົ້າ​ມາໃນຊີວິດ.

ບໍ່​ວ່າ​ເຮົາ​ຈະ​ມີ​ການ​ເບິ່ງ​ແຍງ​ຮັກ​ສາ​ເທົ່າ​ໃດ ຊີ​ວິດ​ກໍ່​ຍ່ອມ​ມີ​ບັນ​ຫາ​ເປັນ​ທຳ​ມະ​ດາ. ບາງ​ເທື່ອ​ກໍ່ແມ່ນວັນ​ທີ່​​ໃຈ​ຂອງ​ເຮົາ​ປິດ​ຕົວ​ເອງ​ບໍ່​ທັນ. ​ສິ່ງ​ທີ່​ເຮົາ​ຄວນ​ຈະ​ເຮັດ​ຄວາມ​ເຂົ້າ​ໃຈ​ໃຫ້​ຫລາຍຂື້ນ​ກໍ​ຄື ການ​ຮຽນ​ຮູ້​ທີ່​ຈະ​ສ້າງ​ເທັກ​ນິກ​ທີ່​ຈະ​ເປີດ ປະຕູ​ຮັບໃນ​ເວ​ລາ​ໃດ​? ແລະ​ ຮູ້​ວ່າ​ເວ​ລາ​ໃດ​ທີ່​ໃຈ​ຄວນ​ຈະ​ປິດ​ໄວ້​ເພື່ອ​ປ້ອງ​ກັນ​ໄພ​ທີ່​ຈະ​ມ​າ​ເຖິງ? ຖ້າ​ເຂົ້າ​ໃຈ​ວິ​ທີ​ເປີດ​ແລະ​ ວິ​ທີ​ປິດ​ໄດ້​ແລ້ວ​ຍ່ອມ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ທຸກ​ບັນ​ຫາ​ລ້ວນ​ນຳ​ພາ​ບັນ​ຫາ​ມາ​ໃຫ້​ຮັບ​ຮູ້​ຢູ່​ສະ​ເຫມີ. ​ທຸ​ກ​ຄວາມ​ອ້າງ ວ້າງ​ທີ່​ຜ່ານ​ເຂົ້າ​ມາ​ໃນ​ດວງ​ຈິດ ກໍ​ມັກ​ຈະ​ສອນ​ໃຫ້​ເຮົາ​ຮັບຮູ້​.

ທຸກ​ຄວາມ​ຮູ້​ສຶກ​ທີ່​ມີ​ຄວາມ​ກຽດ​ຊັງ ​ກໍ​ເຮັດ​ໃຫ້​ເຮົາ​ໄດ້​ຮຽນ​ຮູ້​ວ່າ​ຄວາມ​ຄຽ​ດ​ແຄ້ນ​ຊິງ​ຊັງ​ບໍ່​ແມ່ນ​ສິ່ງ​ທີ່​ຊີ​ວິດ​ຈະ​ສະ​ສົມ​ແຕ່​ຄວາມ​ເມດ​ຕາ​ກາລຸນາ ​ຕ່າງ​ຫາກ​ທີ່​ຊີ​ວິດ​ຄວນ​ຈະ​ນ້ອມ​ຮັບ​ເຂົ້າ​ມາ​ສູ່​ຕົນ.

ທຸກ​ຄວາມ​ຮູ້​ສຶກ​ເປັນ​ຄວາມ​ຫລຸ່ມ​ຫລົງ​ກໍ​ມັກ​ສອນ​ໃຫ້​ເຮົາ​ຮູ້​ຈັກ​ຈະ​ດຶງ​ຊີ​ວິດ​ໃຫ້​ສູງ​ຂຶ້​ນ​ເພື່ອ​ຢູ່​ເຫ​ນື​ອ​ບັນ​ຫາ​ຢ່າງ​ຜູ້​ຮູ້​ເທົ່າ​ທັນ ນັ້ນ​ຄື​ຄວາມ​ດີ​ຂອງ​ປະຕູຊີ​ວິດ​ທີ່​ເກີດ​ຈາກ​ຄວາມ​ຮູ້​ຈັກ​ເປີດ​ແລະ​ປິດ​ດ້ວຍ​ຈັງ​ຫວະ​ທີ່​ລົງ​ຕົວ.

ໃນ​ວັນ​ຫ​ນຶ່ງ​ເຮົາ​ມີ​ຄວາມ​ພ້ອມ​ທີ່​ຈະ​ເປີດ​ປະຕູ​ແຫ່ງ​ໃຈ​ ແລະ ​ຮັບ​ຮູ້​ເລື່ອງ​ທີ່​ເກີດ​ຂຶ້ນ​ຢ່າງ​ທັນ​ທ່ວງ​ທີ​. ເຮົາ​ຍ່ອມ​ຮູ່​ວ່າ​ຈະ​ເປີດ​ປະຕູແຫ່ງ​ຊີວິດໃນ​ເວ​ລາ​ໃດ​? ສິ່ງ​ດີ​ດີ​ອັນ​ປຽບ​ຄື​ສາຍ​ລົມ​ ແລະ​ ສາຍ​ຝົນ​ທີ່​ເຢັນ​ຈະ​ພັດ​ຜ່ານ​ເຂົ້າ​ມາ​ໄດ້ ຫລື​ໃນ​ມືຶີ້​ຕ້ອງ​ການ​ປິດ ​ເພື່ອ​ໃຫ້​ມີ​ເວ​ລາ​ສຳ​ລັບ​ເຝົ້າ​ເບິ່ງ​ແຍງ​ຕົວ​ເອງ​. ເຮົາ​ຍ່ອມ​ຮູ້​ຄ່າຂອງ​ການ​ປິດ​ປະຕູ​ໃຈ​ນັ້ນ​ໂດຍ​ບໍ່​ແມ່ນ​ການ​ປິດ​ກັ້ນ​ເພື່ອ​ໃຫ້​ບ້ານ​ຄື​ຊີ​ວິດ​ອຸດ​ອູ້​ຄື​ຢ່າງ​ອາ​ດີດ​ທີ່​ຜ່ານ​ມາ.

ຂະ​ນະ​ດຽວ​ກັນ ​ກໍ່​ບໍ່​ຄວນ​ເປັນ​ບ້ານ​ທີ່​ມີ​ພຽງ​ປະຕູ​ເປີດ​ໃຫ້​ແສງ​ແດດ​ກ້າ​ ອັນປຽນຄື​ຄວາມ​ໂມ​ໂຫມາ​ເຜົາ​ບ້າ​ນ ​ຄື​ຊີ​ວິດ​ຈິດ​ໃຈ​ໃຫ້ແຫວແຫ້ງ ແລະ ​ບໍ່​ຄວນ​ເປີດກວ້າງ​ເພື່ອ​ໃຫ້​ຝຸ່ນ​ລະ​ອອງ​ນັ້ນ​ເປັນ​ອາ​ລົມ​ຮ້າຍ​ເຂົ້າ​ມາ​. ​ເຈົ້າ​ຂອງ​ບ້ານຄວນທີ​ຄວາມ​ໃສ່​ໃຈ ​ພ້ອມ​ຈະ​ເປີດ​ຮັບ​ເອົາ​ແສງ​ແດດ​ອ່ອນ​ໃນ​ຍາມ​ຕອນ​ເຊົ້າ ​ອັນ​ຫມາຍ​ເຖິງ​ໃຈ​ທີ່​ສົມດູນ ​ດ້ວຍ​ຄວາມ​ເຂົ້າ​ໃຈ​ ໃນ​ທຸກວິ​ທີ​ເຂົ້າ​ມາ​ເຮັດ​ໃຫ້​ຊີ​ວິ​ດ​ມີ​ຊີ​ວາ ​ແລະ ​ຮູ້​ຈັກ​ປິດ​ເມື່ອ​ຕ້ອງ​ການ​ປົກ​ປ້ອງ​ຕົວ​ເອງ​ຈາກ​ຝຸ່ນ​ຜົງ​ແຫ່ງ​ອາ​ລົມ​ທີ່​ເຂົ້າ​ມາ​ທຳ​ຮ້າຍ​ບ້ານ​ຄື​ຊີ​ວິດ​ຂອງ​ຕົນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.