Norkhame
ຄົນຜິດ, ຄົນງາມ
ໃນ​ຄວາມ​ຜິດ​ພາດ​ລ້ວນ​ມີ​ຄວາມ​ງາມ​ໃຫ້​ຄົ້ນ​ຫ​າ. ຊີ​ວິດ​ທີ່​ຫ​ນ້າ​ສຶກ​ສາ​ບໍ່​ແມ່ນ​ຊີ​ວິດ​ທີ່ສົມ​ບູນ​ພ້ອມ​ພຽງ​. ​ແຕ່​ການ​ຮູ້​ຈັກ​ຢູ່​ກັບ​ຄວາມ​ບົກ​ພ່ອງ​ທີ່​ມີ​ ແລະ​ ຮູ້​ຈັກ​ໃຊ້​ສະຕິປັນຍາແກ້ໄຂ ຢ່າງ​ມີ​ສີ​ລະ​ປະ​ຕ່າງ​ຫາກ ​ທີ່​ສ້າງໃຫ້ຊີວິດຫ​ນ້າ​ສົນ​ໃຈ​.​ ​ບໍ່ມີໃຜຈ້າງປີ້ເຂົ້າໄປເບິ່ງໜັງທີ່ບໍ່ມີປັນຫາ. ໃຜລະຈະຢາກເບິ່ງຊີວິດສຸກສະບາຍ? ຊີວິດແນວນັ້ນ, ບໍ່ໄດ້ສ້າງພະເອກ, ນາງເອກ ໃຫ້ກາຍເປັນຄົນໜ້າສົນໃຈ. ອ່ານເພີ່ມ
ວິນາທີແຫ່ງຄວາມສຸກ
ເວ​ລາ​ທີ່​ພັດ​ພາ​ກສິ່ງ​ຕ່າງ​ໆເຂົ້າ​ມາ​ໃນ​ຊີ​ວິດ ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ຕ້ອງກັງ​ວົນ. ເວລາ​ແຫ່ງ​ຄວາມ​ສຸກ​ໃຈ ​ທີ່​ສາ​ມາດ​ຮັບ​ຮູ້​ທຸກ​ລາຍ​ລະ​ອຽດ​ຂອງ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ ເຖິງວ່າ​ສິ່ງ​ທີ່​ເກີດ​ຂຶ້​ນ​ຈະ​ຮ້າຍ​ແຮງ​ບາງ​ຄັ້ງ ​ ແຕ່​ນັ້ນ​ກໍ່ເປັນ​ອີກ​ຊ່ວງເວລາຫ​ນຶ່ງ​ຂອງ​ເວ​ລ​າ​ທີ່​ເຂົ້າ​ມາ​ທົດ​ສອບ​ເພື່ອ​ເຮັດ​ໃຫ້​ເຮົາ ຫ​ນັກ​ແຫ​ນ້ນ​ຫລາຍກວ່າ​ເກົ່າ. ອ່ານເພີ່ມ
ໃຫ້ໄດ້…ແຕ່ຢ່າດົນ
ເຖິງ​ໃຈ​ຈະ​ອ່ອນ​ໄຫວ ແຕ່​ຢ່າ​ໃຫ້​ຄວາມ​ອ່ອນ​ແອ​ນັ້ນ​ຢູ່​ກັບ​ເຮົາ​ດົນ. ​ນ້ຳ​ຕາ​ທີ່​ໄຫລ​ເມື່ອ​ນັ້ນເປັນການເລີ່ມຕົ້ນຂອງ​ການ​ຮຽນ​ຮູ້. ອາດ​ຈະ​ເສຍ​ໃຈ​ໃນ​ບາງ​ຄັ້ງ. ແຕ່​ເຮົາ​ບໍ່​ຄວນ​ຈະ​ໃຫ້​ມັກ​ລັ່ງ​ລິນ​ຢູ່​ຫລາຍ​ວັນ. ອ່ານເພີ່ມ
ຄົ້ນຫາຕົນເອງ
ການຮູ້ຈັກຕົ້ນເອງ ຄື ຮູ້​ຈັກ​ວິ​ທີ່​ທີ່​ຈະ​ຮັກ ​ແລະ ​ເຂົ້າ​ໃຈ​ຕົວ​ເອງ, ຮູ້​ຂໍ້​ດີ, ຂໍ້​ດ້ອຍ, ຈຸດ​ຢືນ​ ແລະ​ ຄຸນ​ຄ່າ​ຂອງ​ຕົວ​ເອງ. ລັກສະນະດັ່ງກ່າວ, ບໍ່ໄດ້ເຮັດໃຫ້ຄົນເຮົາກາຍເປັນຄົນທະນົງຕົວ ເມື່ອໃດເຫັນຈຸດດີຂອງຕົນເອງເໜືອຄົນອື່ນໆ. ຮູບແບບການເຂົ້າໃຈຕົນເອງ ເປັນທິດທາງໃຫ້ເຮົາໄດ້ ຮູ້ຈັກເລືອກຄົບຄົນ, ໃຫ້ເວລາ ແລະ ສ້າງສາຍພົວພັນນຳກັນ. ອ່ານເພີ່ມ
ຟັງຈິດໃຕ້ສຳນຶກ
ຫຼາຍຄົນທີ່ປະສົບຜົນສຳເລັດຕ່າງພາກັນເວົ້າວ່າ: ສິ່ງໃດທີ່ທ່ານຄິດຢາກເຮັດ ແມ່ນເປັນໜ້າທີ່ທີ່ໄດ້ຮັບການ ມອບ ໝາຍ ມາໃຫ້ປະຕິບັດ ໃນຊ່ວງການມີຊີວິດ. ຖ້າຕັ້ງໃຈເຮັດ,  ຖອດຖອນບົດຮຽນ ແລະ ໜັ່ນປ່ຽນແປງຍຸດທະວິທີ, ວັນໜຶ່ງ ທ່ານຈະສຳເລັດ. ອ່ານເພີ່ມ
ຮັກຕົນເອງແລ້ວໄດ້ຫຍັງ?
ໃນສັງຄົມທົ່ວໆໄປ, ມັກເຫັນຄົນຄ່ອຍຊອກຫາຄົນໆໃດໜຶ່ງມາຮັກ. ເລື່ອງອົກຫັກ ຫຼື ການໄປຮັກຄົນອື່ນ ແລ້ວເຂົາບໍ່ ຮັກເຮົາ ມັກພົບເຫັນໃນຊີວິດຫຼາຍ. ການມີຄົນອື່ນຮັກກະດີ,​ ໝາຍວ່າ ທ່ານອາດໄດ້ຮັບການໃສ່ໃຈເປັນພິເສດ; ມີຄົນຄິດຫາ ແລະ ໃຫ້ການຊ່ວຍເຫຼືອແກ່ທ່ານ, ຕ່າງໆນາໆ. ອ່ານເພີ່ມ
ວິທີຄົ້ນຫາຕົນເອງ
ເຮົາມັກຄົ້ນຫາຄວາມຮູ້ສຶກຄົນອື່ນ. ເປັນຫວ່ງຢ້ານເຂົາເຈົ້າຄິດແນວໃດກັບເຮົາ, ມັກ ຫຼືບໍ່ມັກ, ແລະ ຄິດຈະເຮັດແນວໃດໃຫ້ເຂົາເຈົ້າມັກ. ລອງມາເບິ່ງຕົນເອງເບິ່ງ. ເຮົາເປັນຄົນແນວໃດແທ້ໆ. ເພື່ອໃຫ້ຮູ້​ຈັກ​ກັບ​ຕົວ​ເອງ​,​ ທ່ານລອງຕັ້ງຄຳ​ຖາມ​ ຖາມ ແລະ ຫາ​ຄຳ​ຕອບ​ແກ່ທຸກໆຂໍ້ລຸ່ມນີ້ເບິ່ງວ່າ:​ ອ່ານເພີ່ມ
ໃຫ້ເວລາແກ່ຄົນມີຄ່າ
ຖ້າທ່ານບໍ່ຮູ້ວ່າໃຜຄືຄົນສຳຄັນ, ທ່ານກໍ່ຈະເສຍເວລາກັບຄົນທີ່ບໍ່ສຳຄັນ.ຈົ່ງ​ຮູ້​ວ່າ​ໃຜ​ຄື​ຄົນ​ທີ່​ມີ​ຄ່າ​ທີ່​ສຸດ ແລະ ຫາ​ເວ​ລາ​ຢູ່​ກັບ​ພວກ​ເຂົ​າ​ຢ່າງ​ເຕັມ​ທີ່. ທຸກໆຄົນມີເວລາ 24 ຊົ່ວໂມງຊຳກັນ. ເມື່ອໃດທ່ານໃຊ້ກັບຄົນທີ່ບໍ່ເຫັນຄ່າຂອງທ່ານ, ເມື່ອນັ້ນທ່ານເສຍເວລາໂດຍບໍ່ມີປະໂຫຍດ. ເຊັ່ນດຽວກັນກັບການເຮັດໜ້າທີ່. ເມື່ອທ່ານຮູ້ອັນໃດເປັນວຽກງານສຳ ຄັນສຳຄັນ, ທ່ານຈະຍອມທຸ້ມເທໃນການສ້າງສິ່ງນັ້ນໃຫ້ເກີດຂື້ນມາໄດ້. ອ່ານເພີ່ມ
ເຫັນຕົນເອງສຳຄັນ
ກ້າ​ພໍ​ຫລື​ຍັງ​ທີ່​ຈະ​ເລືອກ​ຊີວິດ​ຕາມ​ທີ່​​ທ່ານຕ້ອງ​ການ. ມັນ​ບໍ່​ໄດ້​ເປັນ​ການ​ເຫັນ​ແກ່​ຕົວ​ທີ່​ເຈົ້າ​ຈະ​ຮັກ​ຕົວ​ເອງ​ໃຫ້​ຫລາຍ​ຂຶ້ນ ເບິ່ງແຍງຕົວ​ເອງ​ໃຫ້​ດີກວ່າ​ທີ່​ເຄີຍ​ເປັນ ແລະ ​ຖືເອົາການເຮັດ​ໃຫ້​ຕົນເອງມີຄວາມ​ສຸກ​ ​ເປັນ​ເລື່ອງ​ທີ່​ສຳ​ຄັນ​ທີ່​ສຸດ ໃນຊີວິດປະຈຳວັນ. ການເຮັດແນວນັ້ນ, ບໍ່ໄດ້ໝາຍວ່າຕ້ອງໄປບຽດບຽນຄົນອື່ນໃຫ້ເປັນທຸກ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.