ມີສະຕິຊ່ວງ “ໂຄວິດ19”

ພວກເຮົາບໍ່ສາມາດສະເຫມີຄວບຄຸມທຸກສິ່ງທຸກຢ່າງທີ່ເກີດຂຶ້ນກັບພວກເຮົາໃນຊີວິດນີ້, ແຕ່ພວກເຮົາສາມາດຄວບຄຸມວິທີການທີ່ພວກເຮົາຕອບສະຫນອງຕໍ່ກັບເຫດການນັ້ນ. ສະຖານະການໂຄວິດ19 ເປັນທີ່ຄົນທັງໂລກຈັບຕາ, ເຝົ້າລະວັງ ແລະ ກຽມຮັບມື.

…ຕອນຈາກລາ

ບໍ່ມີຫຍັງເປັນຂອງເຮົາ, ຫຼື ເຮົາບໍ່ໄດ້ເປັນເຈົ້າຂອງຊີວິດໃຜ, ເຮົາມາພົບ ແລະ ກະຈາກ. ຄຳເວົ້າຂອງພະພຸດທະເຈົ້າ ປະເພດແນວນີ້ຄືແມ່ນຕົວຈິງຫຼາຍ. ການຈາກ​ລາ ມີຄຸນ​ຄ່າ​ທີ່ເຊື່ອງຊ້ອນ​ຢູ່​ໃນ​ຄວາມ​ສູນ​ເສຍ. ລອງເປີດໃຈເບິ່ງ.

ເລືອກເຮັດ

ຈົ່ງປ່ຽນ​ຂໍ້​ອ້າງ​ເປັນ​ຫາ​ວິ​ທີ​ເຮັດວຽກ. ເມື່ອ​ທ່ານ​ປ່ຽນ​ວິ​ທີ​ທີ່​ທ່ານ​ເບິ່ງ ​ສິ່ງ​ອ້ອມ​ຂ້າງ​ສິ່ງ​ເຫລົ່າ​ນັ້ນ​ກໍ​ປ່ຽນ​ໄປ. ການ​ບໍ່​ເລືອກ​ຄື​ທາງ​ເລືອກ​ທີ່​ທ່ານ​ເລືອກ. ທ່ານ​ເລືອກ​ທີ່ຈະ​ບໍ່​ເຮັດ​ຫ​ຍັງ​ໃຫ້​ດີ​ຂຶ້ນບໍ່? ຫຼື ​ທ່ານ​ເລືອກ​ທີ່​ຈະ​ໃຊ້​ຊີ​ວິດ​ໄປ​ເລື່ອຍໆ? ​ທ່ານ​ເລືອກ​ທີ່​ຈະ​ໃຊ້​ຊີ​ວິດ​ແບບ​ນີ້​ຕໍ່​ໄປເປັນຕົ້ນ.

ຫົນທາງພົບສຸກ

ການ​ເຄື່ອນ​ໄຫວ​ສູ່​ຄວາມ​ເຂົ້າ​ໃຈຕ້ອງເລີ່ມຈາກການເຂົ້າໃຈພາຍໃນຕົນເອງ. ການຕາຍ​ໃຈ​ກັບ​ສິ່ງ​ທີ່​ຄິດ​ວ່າສາມາດ ຄຸມ ​ສະຖານະການ​ທີ່​ເຄີຍ​ເຝົ້າ​ເບິ່ງ​ ກາຍ​ເປັນ​ຄວາມ​ນິ້ງ​ເສີຍ ​ແລະ ​ປ່ອຍ​ປະ​ລະ​ເລີຍ​ຈາກ​ສິ່ງ​ທີ່​ເຄີຍ​ຄິດ​ວ່າ ​ບໍ່​ຫ​ນ້າ​ຈະ​ເຮັດ​ໃຫ້​ຊີ​ວິດ​ປ່ຽນ​ໄປ​ ກໍ່ຕ້ອງ​ກັບມາ​ເສຍ​ໃຈ​. ເພາະ​ເຮົາ​ປະ​ມາດ​ເອງ.

ອີກມູມຂອງຊີວິດ

ມຸ​ມ​ ແລະ​ ລະ​ບຽງ​ອົງ​ສາ​​ອຽງ​ ຂອງຕຶກ ຊື່ “ປີຊາ ທາວເວີ້ – Pisa Tower” ໃນປະເທດ ອິຕາລີ້, ກາຍເປັນສິ່ງກໍ່ສ້າງ ທີ່ຫຼາຍໆຄົນຢາກເຫັນ. ຊີ​ວິດ​ຂອງ​ເຮົາ​ບໍ່ຍາກ​ເກີນ​ໄປ​ທີ່​ຈະ​ສ້າງ​ມູມມອງ ແລະ ​ລະ​ບຽງ​ທີ່​ດີ​ໃຫ້​ກັບ​ຕົວ​ເອງ. ເຊິ່ງ​ເປັນ​ການ​ປັບ​ອົງ​ສາ​ຂອງ​ຊີ​ວິດ​ຈິດ​ໃຈ​ໃຫ້​ມີ​ຫລຽມ​ ທີ່​ເຮັດໃຫ້​ເບິ່ງຄືວ່າສັບ​ສົນ ອາດ​ເປັນ​ຄວາມ​ອ່ຽງ​ເຊິ່ງ​ອາດ​ເບິ່ງ​ແຕກ​ຕ່າງ​ຈາກວິ​ທີ່​ຄິດ​ທົ່ວ​ໄປ. ​ແຕ່​ກໍ່ເປັນ​ຄວາມ​ອຽງ​ທີ່​ມີ​ຄວາມ​ອີ່ມ​ເອີບ​ໃຈ​ ໃນ​ຄວາມ​ຖືກ​ຕ້ອງ​ແຝງ​ຢູ່​ສະ​ເຫມີ.

ຖິ້ມຂີ້ເຫຍືອໃຈ

ເມື່ອຄວາມ​ໃຈ​ເຢັນ​ເຂົ້າ​ໄປ​ແຊກຊ້ອນ​ໃນ​ຈິດ​ໃຈ​ໄດ້​ແລ້ວ, ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນກໍ່​ພ້ອມ ​ທີ່​ຈະ​ເອື້ອ​ເຟື້ອ​ຕໍ່​ທຸກ​ຊີ​ວິດ​ຜ່ານເຂົ້າມາໃນຊີວິດ. ເຮົາກໍ່ຈະໄດ້ສຳພັດຊື່ອມ​ໂຍງ​ຄວາມ​ຮູ້​ສຶກ​ຕ່າງໆ​ຢ່າງ​ເປັນ​ມິດ ​ແລະ ​ພ້ອມ​ຈະ​ເຊີນ​ຊວນ​ສິ່ງ​ຊົ່ວ​ຮ້າຍ​ທີ່​ມີ​ໃຫ້​ກາຍ​ເປັນ​ສິ່ງ​ທີ່​ດີ​, ມີ​ມິດ​ຕະ​ພາບມອບ​ໃຫ້ແທນ​ ເຮັດ​ໃຫ້​ສິ່ງ​ດີ​ໄດ້​ມີ​ໂອ​ກາດ​ເຕີບ​ໂຕ​ດ້ວຍ​ຄວາມ​ເອື້ອ​ອາ​ທອນ​ຕໍ່​ກັນ.

ວິນາທີແຫ່ງຄວາມສຸກ

ເວ​ລາ​ທີ່​ພັດ​ພາ​ກສິ່ງ​ຕ່າງ​ໆເຂົ້າ​ມາ​ໃນ​ຊີ​ວິດ ບໍ່​ແມ່ນ​ສິ່ງ​ທີ່​ເຮົາ​ຕ້ອງກັງ​ວົນ. ເວລາ​ແຫ່ງ​ຄວາມ​ສຸກ​ໃຈ ​ທີ່​ສາ​ມາດ​ຮັບ​ຮູ້​ທຸກ​ລາຍ​ລະ​ອຽດ​ຂອງ​ສິ່ງ​ທີ່​ຜ່ານ​ເຂົ້າ​ມາ ເຖິງວ່າ​ສິ່ງ​ທີ່​ເກີດ​ຂຶ້​ນ​ຈະ​ຮ້າຍ​ແຮງ​ບາງ​ຄັ້ງ ​ ແຕ່​ນັ້ນ​ກໍ່ເປັນ​ອີກ​ຊ່ວງເວລາຫ​ນຶ່ງ​ຂອງ​ເວ​ລ​າ​ທີ່​ເຂົ້າ​ມາ​ທົດ​ສອບ​ເພື່ອ​ເຮັດ​ໃຫ້​ເຮົາ ຫ​ນັກ​ແຫ​ນ້ນ​ຫລາຍກວ່າ​ເກົ່າ.

ອັນວ່າ “ຮັກ”

“ເມື່ອໃດມີຮັກ, ເຮົາຈະມັກເສຍການຄຸ້ມຄອງຈິດໃຈ, ເສຍການເປັນຕົນຕົນເອງ. ພາຍຫຼັງຮູ້ວ່າ ສິ່ງດັ່ງກ່າວເປັນ ຄວາມຫຼົງທາງກາຍຊົ່ວວູບ”

ເດັກສອນສຸກ

ທ່ານອາດພົບອາຈານສອນຫຼາຍໆປະເພດ.  ອາຈານທົ່ວໆໄປບອກເລົ່າ. ອາຈານດີອະທິບາຍ. ອາຈານເກັ່ງ ສະແດງ ວິທີ. ອາຈານດີເລີດກະຕຸ້ນໃຫ້ເຮັດຕາມ. ຂ້າພະເຈົ້າບໍ່ຄິດວ່າ ເດັກນ້ອຍໆກະສາມາດສອນບົດ ຮຽນ ຄວາມສຸກ ທີ່ຜູ້ ໃຫຍ່ກຳລັງເບິ່ງຂ້າມ. ລອງເບິ່ງທີ່ສາຍຕາເດັກ, ຫາກທ່ານມີລູກຫຼານ, ຫຼື ເດັກຕາມສະຖານທີ່ຕ່າງໆ. ລອງສັງເກດ ເບິ່ງ ຫາກທ່ານບໍ່ເຄີຍ ເຮັດມາກ່ອນ. ແລ້ວຈະພົບເຫັນບາງສິ່ງອັດສະຈັນ.

ຄົ້ນຫາຕົນເອງ

ການຮູ້ຈັກຕົ້ນເອງ ຄື ຮູ້​ຈັກ​ວິ​ທີ່​ທີ່​ຈະ​ຮັກ ​ແລະ ​ເຂົ້າ​ໃຈ​ຕົວ​ເອງ, ຮູ້​ຂໍ້​ດີ, ຂໍ້​ດ້ອຍ, ຈຸດ​ຢືນ​ ແລະ​ ຄຸນ​ຄ່າ​ຂອງ​ຕົວ​ເອງ. ລັກສະນະດັ່ງກ່າວ, ບໍ່ໄດ້ເຮັດໃຫ້ຄົນເຮົາກາຍເປັນຄົນທະນົງຕົວ ເມື່ອໃດເຫັນຈຸດດີຂອງຕົນເອງເໜືອຄົນອື່ນໆ. ຮູບແບບການເຂົ້າໃຈຕົນເອງ ເປັນທິດທາງໃຫ້ເຮົາໄດ້ ຮູ້ຈັກເລືອກຄົບຄົນ, ໃຫ້ເວລາ ແລະ ສ້າງສາຍພົວພັນນຳກັນ.

Copy Protected by Chetan's WP-Copyprotect.