Norkhame
ກະບອງ​ຍອດ​ເພັດ ກະບອງ​ຍອດ​ເພັດ
​​​ຄວາມ​ຮັກ​​ເຮັດ​ໃຫ້​ຄົນ​ຕາບອດ. ​ໄດ້​ຍິນ​ຄຳນີ້ມາ​ນັບ​ບໍ່ຖ້ວນ. ນິຍາມ​ຂອງ​ຄວາມຮັກ​ນັ້ນມີຫຼາຍ ​ແລະ ສາ​ເຫດ​ຂອງ​ການ​ຕົກ​ຫຼຸມຮັບ​ກໍ່ມີຫຼາຍໆນັກວິ​ໄຈ​ໄດ້​ເຮັດ​ມາ. ຈຸດ​ເລີ່​ມຕົ້ນຂອງ​ຄວາມ​ຮັກ​ສອງ​ຄົນ ໜ້າຈະ​ແມ່ນ​ຕອນ​ແຕ່ງດອງ. ຄວາມຈະເລີນຂອງຊາດ ມາຈາກຄອບຄົວເປັນສ່ວນໃຫຍ່ຄືກັນ. ຄວາມອົບອຸ່ນ ແລະ ປອງດອງຂອງຄອບຄົວເປັນການສ້າງໃຫ້ເດັກນ້ອຍມີໂອກາດທາງສັງຄົມ. ສະຖາບັນຄອນຄົວ ເປັນຈຸດກຳເນີດຂອງບຸກຂະລາກອນ ແລະ ມວນມະນຸດ. ການພັດທະນາຄອບຄົວ ເປັນຈຸດເລີ່ມຕົ້ນຂອງການສິດສອນຜູ້ໃຫຍ່ທີ່ດີໃນຕໍ່ໜ້າ. ຂ້າພະເຈົ້າດີໃຈເວລາມີຄົນນັ້ນຄົນນີ້ຍອມບໍ່ເປັນໂສດ. ຫຼາຍໆຄົນ​ທີ່​ເຂົ້າຮ່ວມ​ງານ​ຕ່າງ​ອ່ວຍ​ພອນ ​ແລະ ຊື່ນ​ຊົມ​ຕໍ່ກັບສາຍສຳພັນ​ຮັກ​ທີ່​ທັງ​ສອງ​ມີ. ຖ້າ​ຈະ​ເວົ້າ​ເລື່ອງ​ໂຊກ​ສະຕາ​ແລ້ວ​ເປັນ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ. ການແຕ່ງງານກໍ່ເປັນການສ່ຽງໂຊກ.... ກະບອງ​ຍອດ​ເພັດ

​​​ຄວາມ​ຮັກ​​ເຮັດ​ໃຫ້​ຄົນ​ຕາບອດ. ​ໄດ້​ຍິນ​ຄຳນີ້ມາ​ນັບ​ບໍ່ຖ້ວນ. ນິຍາມ​ຂອງ​ຄວາມຮັກ​ນັ້ນມີຫຼາຍ ​ແລະ ສາ​ເຫດ​ຂອງ​ການ​ຕົກ​ຫຼຸມຮັບ​ກໍ່ມີຫຼາຍໆນັກວິ​ໄຈ​ໄດ້​ເຮັດ​ມາ. ຈຸດ​ເລີ່​ມຕົ້ນຂອງ​ຄວາມ​ຮັກ​ສອງ​ຄົນ ໜ້າຈະ​ແມ່ນ​ຕອນ​ແຕ່ງດອງ.

ຄວາມຈະເລີນຂອງຊາດ ມາຈາກຄອບຄົວເປັນສ່ວນໃຫຍ່ຄືກັນ. ຄວາມອົບອຸ່ນ ແລະ ປອງດອງຂອງຄອບຄົວເປັນການສ້າງໃຫ້ເດັກນ້ອຍມີໂອກາດທາງສັງຄົມ. ສະຖາບັນຄອນຄົວ ເປັນຈຸດກຳເນີດຂອງບຸກຂະລາກອນ ແລະ ມວນມະນຸດ. ການພັດທະນາຄອບຄົວ ເປັນຈຸດເລີ່ມຕົ້ນຂອງການສິດສອນຜູ້ໃຫຍ່ທີ່ດີໃນຕໍ່ໜ້າ.

ຂ້າພະເຈົ້າດີໃຈເວລາມີຄົນນັ້ນຄົນນີ້ຍອມບໍ່ເປັນໂສດ. ຫຼາຍໆຄົນ​ທີ່​ເຂົ້າຮ່ວມ​ງານ​ຕ່າງ​ອ່ວຍ​ພອນ ​ແລະ ຊື່ນ​ຊົມ​ຕໍ່ກັບສາຍສຳພັນ​ຮັກ​ທີ່​ທັງ​ສອງ​ມີ. ຖ້າ​ຈະ​ເວົ້າ​ເລື່ອງ​ໂຊກ​ສະຕາ​ແລ້ວ​ເປັນ​ສິ່ງ​ທີ່​ເບິ່ງ​ບໍ່​ເຫັນ. ການແຕ່ງງານກໍ່ເປັນການສ່ຽງໂຊກ. ຫຼາຍຄົນ​ມີ​ບັນຫາ​ຫຼັງ​ແຕ່ງງານ​ຫຼາຍກວ່າ​ເວ​ລາ​ເປັນ​ໂສດ ​ແລະ ກົງກັນ​ຂ້າມ​ຫຼາຍໆຄູ່​ຢູ່​ນຳ​ກັນ​ຈົນ​ວັນ​ສຸດ​ທ້າຍ​ຄ້າຍຄື​ວັນ​ທຳ​ອິດ​ທີ່​ຕົກ​ຫຼຸມຮັກ. ​ຂ້າພະ​ເຈົ້າ​ເປັນ​ຄົນ​ສະຫຼອກກອກໜ້ອຍໜຶ່ງ, ​ໄປ​ລັກ​ອ່ານ​ເຄັດ​ລັບ​ຄວາມ​ຮັກ​ ​ແລະ ລັກ​ສັງ​ເກດ​ຈາກ​ຄູ່​ຈິງ ​ແລ້ວ​ນຳ​ມາ​ເລົ່າ​ສູ່​ທ່ານ​ຝັງ. ​ໃນ​ງານ​ແຕ່ງງານ ມັກ​ຈະ​ໄດ້​ຍິນ​ຄຳ​ວ່າ “ຂໍ​ໃຫ້​ຖື​ໄມ້​ຖ້າວຍອດ​ທອງ, ກະບອງ​ຍອດ​ເພັດ” ຫຼັງງານ​ສີ້ນສຸດ​ສົງ, ​ເປັນໜ້າທີ່​ຂອງ​ທັງ​ສອງ​ທີ່​ຈະ​ຕ້ອງ​ໄດ້​ປະຄອງ​ຊີວິດ ​ແລະ ຄູ່​ທີ່​ມີ​ຊີ​ວິ​ດຄູ່​ແບບ​ຍືນ​ຍາວ , ມີ​ຄວາມ​ສຸກ, ມີ​ສຽງຫົວ, ມີ​ຮອຍ​ຍີ້ມ, ມັກ​ຈະ​ມີ​ລັກສະນະຄື:

  1. ​​ເພື່ອ​ນທີ່​ດີ

ສະ​ເໜ່ຫາ​ຄວາມ​ຮັກ​ບໍ່ອາດ​ມີ​ໄດ້​ຕະຫຼອດ. ຄວາມ​ເປັນ​ເພື່ອນ​ມິດ ​ເປັນ​ສິ່ງ​ສຳຄັນ ​ເພາ​ະ​ສາຍສຳພັນ​ແບບ​ເພື່ອ​ນມິດ​ຈະ​ເຮັດ​ໃຫ້​ຄູ່​ຮັກ ມັກ​ໃຊ້​ເວລາ​ຮ່ວມ​ກັນ ​ເພື່ອ​ສ້າງ​ກິດຈະກຳ. ​ໃນ​ເວລາ​ເປັນ​ໂສດ ​ເຮົາ​ກໍ່ມັກ​ຈະ​ເລືອກ​ເພື່ອນ​ມິດ​ທີ່​ສາມາດ​ລົມ​ກັນ​ໄດ້ ​ແລະ ມີ​ລັກສະນະ​ທີ່​​ໄປ​ນຳ​ກັນ​ໄດ້. ມີຫຼາຍໆກິດຈະກຳ​ທີ່​ຄູ່​ຮັກ​ຈະ​ໄດ້​ໃຊ້​ເວລາ​ຮ່ວມ​ກັນ ​ເພື່ອ​ສ້າງ​ກິດຈະກຳ​​ໃນ​ເວລາ​ຫວ່າງ. ຖ້າ​ຫາກ​ສິ່ງ​ທີ່​ຮ່ວມ​ກັນ​ເຮັດ​ນຳ​ກັນ​ສ່ວນ​ໃຫຍ່ ​ເປັນ​ສິ່ງໜ້າ​ເບື່ອໜ່າຍຂອງ​ອີກ​ຝ່າຍ​ແລ້ວ, ອາດ​ເຮັດ​ໃຫ້​ມີ​​ໂອກາດ​ຫ່າງ​ເຫີ​ນກັນຫຼາຍຂື້ນ.

  1. ​ແຂກ​ຄົນ​ສຳຄັນ

​ເວລາ​ມີ​ແຂກ​ເຂົ້າບ້ານ, ​ເຈົ້າຂອງ​ຈະ​ຮັບ​ຕ້ອນ​ແຂກ​ເຕັມທີ່. ມີຫຍັງກໍ່ຫາມາໃຫ້ກິນ ເຊັ່ນ: ນ້ຳ, ອາຫານ, ເປີດແອໃຫ້ ແລະ ລົມແຕ່ແນວມ່ວນໆ. ຖ້າຫາກປະຕິບັດຕໍ່ກັບຄູ່ຮັກ ຄືກັບແຂກຄົນພິເສດແລ້ວ ແນ່ນອນຈະເຮັດໃຫ້ຄູ່ຮັກຂອງເຮົາຮູ້ສຶກເປັນພິເສດ. ບໍ່ຈຳເປັນສິ່ງຂອງມີຄ່າ ຫຼື ການເອົາໃຈໃສ່ທີ່ພິດສະດານ ແຕ່ຄຳເວົ້າ ແລະ ການໂອ້ລົມແບບເປັນມິດ ຈະຊ່ວຍສ້າງຄວາມຮູ້ສຶກໂອບອ້ອມອາລີ ແລະ ທັງຍັງເປັນການສະແດງຄວາມເປັນຫວ່ງເປັນໃຍໄດ້ຕະຫຼອດເວລາ.

  1. ເປີດເອິກຫາກັນ

ຢ່າຄິດໄປໃກເທື່ອເດີ. ຄຳວ່າເປີດເອິກເຂົ້າຫາກັນ ແມ່ນການ ສ້າງການສົນທະນາ ແບບຈິງໃຈ ໃນຍາມທີ່ມີສິ່ງບໍ່ສອດຄ່ອງເກີດຂື້ນ. ທັງສອງຄວນມີເວລາ ມາລົມກັນຫຼາຍໆບັນຫາຄອບຄົວ ເຊັ່ນ: ການເງິນ, ວຽກງານ, ລູກ ແລະ ພີ່ນ້ອງ. ແນ່ນອນ ບໍ່ຄວນເວົ້າບັນຫາແຕ່ຢ່າງດຽວ ຄວນຮ່ວມກັນຊອກທາງແກ້ໄຂ ແລະ ຈັດຕັ້ງປະຕິບັດຮ່ວມກັນ. ທັງນີ້ກໍ່ເນື່ອງຈາກວ່າ ທັງສອງໄດ້ຮ່ວມຊີວິດກັນແລ້ວ ດັ່ງນັ້ນ ການປຶກສາຫາລືຈິ່ງເປັນຫົນທາງໃນການຮ່ວມກັນຄິດ ແລະ ແກ້ໄຂ. ເຫັນຫຼາຍໆຄູ່ ຈະມີການວາງແຜນ ແລະ ​ເຮັດ​ຮ່ວມ​ກັນ ​ເຊັ່ນ: ​ແຜນ​ຊື້ບ້ານ, ​ແຜນ​ມີ​ລູກ ​ແລະ ອື່ນໆ. ກິດຈະກຳ​ດັ່ງກ່າວ ​ເຮັດ​ໃຫ້​ທັງ​ສອງ​ມີຫຼາຍໆ​ແນວ​ຮ່ວມ​ກັນ​ເຮັດ.

  1. ​ເປັນ​ສ່ວນ​ຕົວ

​ແນ່ນອນ ​ເຖິງ​ວ່າ​ຈະ​ແຕ່ງດອງ​ກັນ ​ແລະ ມີຫຼາຍໆ​ເປົ້າໝາຍຮ່ວມ​ກັນ ​ແຕ່​ຫຼາຍໆຄົນ​ກໍ່ຍັງ​ມີ​ເປົ້າໝາຍສະ​ເພາະ​ຂອງ​ໃຜ​ມັນ. ​ເຊິ່ງ​ເປັນ​ສິ່ງ​ທີ່​ເຂົາ​ເຈົ້າຕ້ອງ​ພະຍາຍາມ​ບຸກ​ບືນ​ໃຫ້​ໄດ້​ມາ. ການສະໜັບສະໜູນ ກິດຈະກຳ​ທີ່​ເປັນ​ຊີວິດ​ສ່ວນ​ຕົວ​ ຈະ​ເຮັດ​ໃຫ້ມີ​ໂອກາດ​ໄດ້​ເຂົ້າ​ໄປ​ຮູ້ຈິດ​ວິນ​ຍານ ​ແລະ ​ແຮງ​ບັນດານ​ໃຈ​ຂອງ​ຄູ່​ຮັກຫຼາຍຂື້ນ. ທັງ​ຍັງ​ເຂົ້າ​ໃຈ​ແຮງ​ປາດ​ຖະໜາ ​​ແລະ ສິ່ງ​ຄາດ​ຫວັງ​ຈາກ​ສ່ວນ​ຕົວ. ການ​ເຂົ້າມີ​ສ່ວນ​ຮ່ວມ​ຂອງ​ຄົນ​ຮັກ​ຈະ​ເຮັດ​ໃຫ້​ໃກ້ຊິດ​ກັນ​ດ້ານ​ແນວ​ຄວາມ​ຄິດ​ຫຼາຍຂື້ນ. ​

  1. ​​​​ແຕກ​ຕ່າງ​ແຕ່​ບໍ່​ແຕກ​ແຍກ

​ຫຼາຍຄູ່​ມີ​ຈຸດ​ຄ້າຍຄື​ກັນຫຼາຍ. ບາງ​ຄັງຮອດໜ້າຕາ ຫຼື ທ່າ​ທາງ​ທີ່​ຄ້າຍໆກັນ. ​ແຕ່ການ​ເຂົ້າ​ໃຈ ​ແລະ ​ເຫັນ​ຈຸດ​ແຕກ​ຕ່າງ​ນັ້ນ ​ເປັນ​ສິ່ງ​ທີ່​ຕ້ອງ​ໄດ້​ສຶກສາ. ຄັນ​ບໍ່ຊັ້ນ​ແລ້ວ​ຈະ​ມີ​ການ​ຕຳນິ ​ແລະ ​ໃນ​ທີ່​ສຸດ​ກໍ່ບໍ່ຍອມຮັບ. ຫຼາຍໆຄູ່ ​ເບິ່ງສິ່ງ​ທີ່​ຄ້າຍຄື​ກັນ ນັ້ນ​ເປັນ​ຈຸດຕັດສິນແຕ່ງ ແລະ ປະຕິດເສດ ຫຼື ບໍ່ຮັບຮູ້ຄວາມແຕກຕ່າງ. ແລ້ວທີ່ມັກເຫັນກໍ່ຄືພະຍາຍາມປ່ຽນພຶດຕິກຳ ທີ່ຫຼາຍໆຄົນອາດບໍ່ສາມາດປ່ຽນໄດ້ ເພາະເຂົາເຈົ້າອາດເປັນແນວນັ້ນມາແຕ່ເກີດ. ຖ້າຫາກຄວາມແຕກຕ່າງ ບໍ່ໄດ້ກໍ່ໃຫ້ມີຜົນເສຍດ້ານລົບ ແຕ່ອາດຈະເປັນການບໍ່ມັກສ່ວນຕົວແລ້ວ ກໍ່ບໍ່ຄວນບັງຄັບໃຫ້ປ່ຽນແປງ ເພາະອາດກໍ່ໃຫ້ເກີດມີຄວາມແຕກແຍກ ຫຼື ໃນທີ່ສຸດກັບກາຍເປັນການເບິ່ງໃນຈຸດດ້ອຍຂອງຄູ່ຄອງ. ໃນເວລາຮັກຄົນເຮົາຈະເຫັນແຕ່ຈຸດດີໆ ຫຼື ຮັບໄດ້ໝົດ ແລະ ເວລາແຕ່ງກັນໄປແລ້ວ ຖ້າບໍ່ສາມາດປະຕິບັດສິ່ງນີ້ໄດ້ ອາດກັບກາຍເປັນຈຸດຈົບຂອງຊີວິດຄູ່.

ຫາກຕ້ອງໄດ້ສັງລວມພຶດຕິກຳຂອງຄົນຮັກທີ່ຢູ່ນຳກັນ ຈົນຊົ່ວຊີວິດ ນັ້ນ: ຄວາມເອື້ອອາທອນ ເປັນລັກສະນະທີ່ໜ້າຈະຮັກສາຊີວິດຄູ່ໄດ້. ຄວາມອາທອນ ເປັນການສະແດງ ຄວາມຫວ່ງໃຍ, ຄວາມອີດູຕົນ, ຄວາມເພື່ອແຜ່, ແລະ ຄວາມຮັກ. ເຮົາອາດຈະບໍ່ລະເມີຫາຄົນຮັກຄືກັນກັບມື້ທຳອິດທີ່ຕົກຫຼຸມຮັກ ແຕ່ຄວາມອາທອນເປັນຄວາມຮູ້ສຶກເຂົ້າໃຈ ແລະ ມີຄວາມຮູ້ສຶກຄືກັນກັບຄົນທີ່ເຮົາຮັກກຳລັງສູດລົມຫາຍໃຈໃນເວລາເຈັບເປັນ, ຕົກທຸກ, ແລະ ມີບັນຫາ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.