Norkhame
ເປັນສຸກ ແລ້ວເຮັດວຽກດີຂື້ນ ເປັນສຸກ ແລ້ວເຮັດວຽກດີຂື້ນ
ຄວາມສຸກ ແລະ ສະມັດຕະພາບການຜະລິດ (ຄວາມສາມາດໃນການເຮັດວຽກ) ມີການພົວພັນກັນໄດ້ແນວໃດ? ຖ້າ ຫາກທ່ານຕ້ອງການຍົກລະດັບຄວາມສາມາດໃນການເຮັດວຽກ, ໃນແຕ່ລະວັນ ຄວນຮັກສາແນວຄວາມຄິດຂອງທ່ານ ໃຫ້ເປັນສຸກ. ນັກຈິດຕະສາດຫຼາຍໆທ່ານ ໄດ້ຄົ້ນຄ້ວາຄວາມກ່ຽວຂ້ອງຂອງສະພາບຈິດໃຈ ແລະ ສະມັດຕະພາບການເຮັດວຽກ. ຜົນການວິໄຈຫຼາຍໆທ່ານຕ່າງກໍ່ເຫັນພ້ອມກັນວ່າ: “ຊີວິດແບບປະຖົມ ປະຖານກໍ່ສາ ມາດເຮັດໃຫ້ຊີວິດມີຄວາມສຸກໄດ້; ທັງໝົດມັນຂື້ນກັບຕົວທ່ານເອງ, ຂື້ນກັບວ່າທ່ານຄິດແນວໃດກັບບັນຫາທີ່ເກີດຂື້ນ.” ຄົນທີ່ມີຄວາມສຸກກັບສິ່ງທີ່ຕົນເອງເຮັດ ຈະມີສະມັດຕະພາບການຜະລິດທີ່ສູງກ່ວາຄົນທີ່ມີແຕ່ຄວາມ ເສົ້າ-ສ້ອຍ ແລະ... ເປັນສຸກ ແລ້ວເຮັດວຽກດີຂື້ນ

ຄວາມສຸກ ແລະ ສະມັດຕະພາບການຜະລິດ (ຄວາມສາມາດໃນການເຮັດວຽກ) ມີການພົວພັນກັນໄດ້ແນວໃດ? ຖ້າ ຫາກທ່ານຕ້ອງການຍົກລະດັບຄວາມສາມາດໃນການເຮັດວຽກ, ໃນແຕ່ລະວັນ ຄວນຮັກສາແນວຄວາມຄິດຂອງທ່ານ ໃຫ້ເປັນສຸກ. ນັກຈິດຕະສາດຫຼາຍໆທ່ານ ໄດ້ຄົ້ນຄ້ວາຄວາມກ່ຽວຂ້ອງຂອງສະພາບຈິດໃຈ ແລະ ສະມັດຕະພາບການເຮັດວຽກ. ຜົນການວິໄຈຫຼາຍໆທ່ານຕ່າງກໍ່ເຫັນພ້ອມກັນວ່າ: “ຊີວິດແບບປະຖົມ ປະຖານກໍ່ສາ ມາດເຮັດໃຫ້ຊີວິດມີຄວາມສຸກໄດ້; ທັງໝົດມັນຂື້ນກັບຕົວທ່ານເອງ, ຂື້ນກັບວ່າທ່ານຄິດແນວໃດກັບບັນຫາທີ່ເກີດຂື້ນ.”

ຄົນທີ່ມີຄວາມສຸກກັບສິ່ງທີ່ຕົນເອງເຮັດ ຈະມີສະມັດຕະພາບການຜະລິດທີ່ສູງກ່ວາຄົນທີ່ມີແຕ່ຄວາມ ເສົ້າ-ສ້ອຍ ແລະ ບໍ່ມັກໃນສິ່ງທີ່ຕົນເອງເຮັດຢູ່. ລອງທົບທວນຄືນໃນເວລາທີ່ ທ່ານເຄີຍເຮັດວຽກທີ່ທ່ານມັກ ມັນແທ້ມັກວ່າ, ໃນເວລານັ້ນ ທ່ານຈະເຫັນໄດ້ວ່າລືມສັງເກດເບິ່ງເວລາໄປເລີຍ. ເຖິງວ່າມັນຈະໃຊ້ເວລາເປັນຫຼາຍໆຊົ່ວໂມງ ແຕ່ທ່ານກັບຮູ້ສຶກວ່າມັນເປັນ ພຽງຊ່ວງໄລຍະເວລາແຕ່ນາທີເທົ່ານັ້ນ. ການເຮັດວຽກແບບ ແບບມີຄວາມເພີດເພີນດັ່ງກ່າວ ແມ່ນສິ່ງສຳຄັນ ສຳລັບການ ຍົກສະມັດຕະພາບການຜະລິດ. ຖ້າຫາກ ທ່ານຢາກເປັນຄົນມີຄວາມສຸກ ແລະ ເຮັດວຽກໄດ້ດີ ໃຫ້ທ່ານວາງແຜນການ ເຮັດວຽກ, ແລະ ບໍ່ຕ້ອງຜິດຫວັງກັບຜົນທີ່ໄດ້ຮັບຂອງວຽກງານ ໂດຍສະເພາະໃນຍາມທີ່ບໍ່ບັນລຸເປົ້າ ແຕ່ຄວນສ້າງການ ສຶກສາ ແລະ ພະຍາຍາມຕໍ່ໄປ.

ສິ່ງໜຶ່ງທີ່ຄ້າຍໆຄືກັນຂອງກຸ່ມຄົນທີ່ປະສົບຜົນສຳເລັດໃນໜ້າທີ່ວຽກງານ, ພວກເພີ່ນຈະພິຈາລະນາ ວິທີການເບິ່ງໂລກ ຂອງຕົວເອງວ່າ ໃນແຕ່ລະໄລຍະການຮັບຮູ້ ພາຍໃນຕົນເອງມີ “ລັກຊະນະແນວຄວາມຄິດແບບໃດ? ເບິ່ງໂລກໃນແງ່ດີຫຼື ຮ້າຍ” ການສະແດງອອກທາງຮ່າງກາຍ ສາມາດບົງບອກເຖິງຮູບແບບການຄິດ ຂອງບຸກຄົນໆນັ້ນທີ່ມີມາຫຼາຍປີ ເຊິ່ງມີອິດ ທິພົນໃນຕົວຂອງທ່ານໃຫ້ຄິດ ແລະ ສະແດງແນວນັ້ນອອກມາຕະຫຼອດ.

ວິທີທ່ານຄິດມັນເປັນສິງທີ່ສຳຄັນກ່ວາວ່າທ່ານຄິດຫັຍງ. ຄຸນລັກສະນະທີ່ເຫັນໄດ້ແຈ້ງລະຫ່ວາງສິ່ງທີ່ດີ ກັບສິ່ງດີເລີດ,​ ຫຼື ເພື່ອນຝູງທີ່ປະສົບຜົນສຳເລັດ ແລະ ລົ້ມລະລາຍ ແມ່ນຄວາມສາມາດໃນການຄິດກ່ຽວກັບຕົນເອງ. ຄົນປະສົບຜົນສຳເລັດ ມີຄວາມຄິດກ່ຽວກັບຄວາມສຳເລັດ ຫຼື ກ້າວເຂົ້າຫາຄວາມສຳເລັດ ແລະ ກົງກັນຂ້າມກັບຄົນທີ່ລົ້ມເຫວ ເຊິ່ງມີຄວາມຢ້ານ ແລະ ວາດພາບຄວາມພາຍແພ້ຂອງຕົນເອງໄວ້ ໃນເວລາ ທີ່ພົບກັບສິ່ງທ້າທ່ານ. ແນວໃດກໍ່ຕາມ “ຄວາມສຳເລັດ” ແມ່ນນິ ຍາມທີ່ ທ່ານກຳນົດຂື້ນເອງ ວ່າມັນແມ່ນຫຍັງ ຫຼື ທ່ານຕ້ອງການບັນລຸຫຍັງ?

ບາງຄັ້ງຄົນມີຄວາມກົດດັນ ກັບຫຼາຍສິ່ງຫຼາຍຢ່າງ. ທັກສະທີ່ສຳຄັນອັນໜຶ່ງເພື່ອເຮັດໃຫ້ຕົນເອງມີຄວາມສຸກ ແມ່ນຕ້ອງຄິດ ປາດສະຈາກຄວາມຕ້ອງການຄວບຄຸມສິ່ງອ້ອມຂ້າງໃຫ້ເປັນໃນສິ່ງທີ່ຕົນຢາກໃຫ້ເປັນ. ໃຫ້ທ່ານຈົ່ງຕັ້ງຄຳຖາມ ກັບຕົນເອງ ວ່າ:​ ທ່ານເຮັດຫຍັງຢູ່ ເພື່ອຢາກໃຫ້ຄົນອື່ນຮູ້ຈັກ? ທ່ານຕ້ອງການເຮັດຫຍັງ? ແມ່ນຫຍັງທີ່ເປັນໄປໄດ້? ຮູບແບບການຕອບ ຄຳຖາມດັ່ງກ່າວແມ່ນສະແດງອອກມາເປັນບຸກຄະລິກ ແລະ ການປະພຶດຕົວຈິງ. ການປ່ຽນແປງເລີ່ມຂື້ນ ຈາກສິ່ງທີ່ທ່ານ ບອກຕົວທ່ານເອງ ແລະ ມັນກໍ່ສົ່ງກະແສ ຄຳເວົ້າດັ່ງກ່າວຜ່ານທາງຈິດຫາຄົນທີ່ທ່ານຄົບຫາ. ຄຳຕອບທີ່ແຕກຕາງໃນແຕ່ ລະໄລຍະ, ມັນສາມາດປ່ຽນ ພາບລັກຂອງຕົວທ່ານເອງ. ເຫັນໄດ້ວ່າແນວຄວາມຄິດ ແລະ ວິທີເບິ່ງໂລກ ມີອິດທິພົນໃນການ ສ້າງຮູບແບບການດຳລົງຊີວິດ.

ໃຫ້ຟັງສິ່ງທີ່ທ່ານເວົ້າອອກມາ ແລະ ພິຈາລະນາຄວາມຄິດຂອງຕົນເອງໃນແຕ່ລະວັນ. ທ່ານກຳລັງເວົ້າ ຫຼື ຄິດໃນທາງ ບວກຫຼືບໍ່? ໃນກຸ່ມບາງຄົນເມື່ອພົບປັນຫາພວກເພີ່ນຈະຄິດວ່າ: “ຕົນເອງມັກເຈີ້ປັນຫາທີ່ຮ້າຍ ແຮງກ່ອນທີ່ຈະສະບາຍໃນ ບັ້ນສຸດທ້າຍ.” ຫຼື ອີກກຸ່ມຄົນໜຶ່ງ ຈະຄິດໃນທາງລົບໄປເລີຍ ເຊັ່ນ: ໝົດກັນທໍ່ນີ້, ຈຸດຈົບແນ່ນອນ. ຫຼືວ່າ ໃນມືນີ້ “ຕາເວັນກຳ ລັງສ່ອງແສງສ່ວຍງາມ, ແຕ່ພະຍາກອນອາກາດອາດພັດແຈ້ງ ວ່າຈະມີຝົນຕົກໃນທ້າຍອາທິດ” ຂ່າວດັ່ງກ່າວມັນຈະເປັນ ການສ້າງວັນພັກທີ່ບໍ່ສະດວກສຳລັບການເດີນທາງໃຫ້ກັບ ກຸ່ມຄົນບາງຄົນ ແຕ່ເບິ່ງອີກແງ່ດີແລ້ວມື້ຝົນ ຕົກຈະເຮັດໃຫ້ອາ ກາດເຢັນສະບາຍ ແລະ ສາມາດກັບມາບ້ານຕອນຄໍ່າໆໄດ້ ໂດຍບໍ່ຕ້ອງກັງວົນກັບວ່າໃຜຈະຫົດນຳ້ດອກໄມ້.

ບົດເຝິກຫັດຕໍ່ໄປນີ້ ເປັນການເຝິກພາຍໃນ 15 ນາທີ ເພື່ອໃຫ້ເຫັນໄດ້ວ່າ ທ່ານມີວິທີເບິ່ງປັນຫາໃນປະຈຸ ບັນຄືແນວໃດ ແລະ ທ່ານຈະຮູ້ວ່າມັນໄດ້ຜົນຫຼືບໍ່, ແລະ ມັນເຮັດໃຫ້ທ່ານຮູ້ວ່າ ທ່ານຄວນຕ້ອງໄດ້ ປັບປຸງ ອັນໃດຕື່ມອີກ. ໃຫ້ທ່ານຕອບບັນຫາຕໍ່ ໄປນີ້ແບບຊື່ສັດທີ່ສຸດ ແລະ ຂຽນຄຳຕອບລົງໃນເຈ້ຽຍສະເພາະ:

  • ຊີວິດແມ່ນ
  • ເງິນແມ່ນ
  • ລົດໂດຍສານທາງໄກແມ່ນ
  • ເປົ້າໝາຍແມ່ນ
  • ວຽກງານແມ່ນ
  • ຄົນເຈົ້າລະບຽບແມ່ນ

ວິທີ່ທີ່ທ່ານຕອບບັນຫາດັ່ງກ່າວ ແມ່ນຮູບແບບການເບິ່ງໂລກຂອງທ່ານເອງ. ຄຳຕອບຕໍ່ໄປນີ້ເປັນຕົວຢ່າງ ທີ່ສະແດງໃຫ້ ເຫັນຮູບແບບການເບິ່ງໂລກຂອງຄົນສອງກຸ່ມທີ່ຢູ່ໃນກຸ່ມບວກ ແລະ ລົບ.

  • ຊີວິດແມ່ນມີແຕ່ແນວດີ-ຊີວິດມີແຕ່ຄວາມລຳບາກ
  • ເງິນແມ່ນສິ່ງທີ່ຂ້ອຍໃຊ້ໃນການສ້າງໂອກາດ-ເງິນແມ່ນສາເຫດຂອງສິ່ງຊົວຮ້າຍທັງປວງ
  • ຍົນໂດຍສານມີໄວ້ສຳລັບໃຫ້ຄົນໄດ້ເຄື່ອນຍ້າຍ-ລົດໂດຍສານທາງໄກມີໄວ້ສຳລັບຄົນມີເງິນ
  • ເປົ້າໝາຍມີໄວ້ເພື່ອໃຫ້ຕົນເອງມີຄວາມກະຕືລືລົ້ນຫຼາຍຂື້ນ-ເປົ້າໝາຍແມ່ນສິ່ງທີ່ສວຍງາມ, ແຕ່ວ່າຂ້ອຍບໍ່ມີເວລາ ພໍທີ່ຈະເຮັດມັນ
  • ວຽກງານແມ່ນສິ່ງທີ່ຂ້ອຍເຮັດເພື່ອສະແດງຄວາມເປັນຕົວຂອງຂ້ອຍ-ວຽກງານບໍ່ສີ້ນສຸດຈັກເທື່ອ
  • ຄົນເຈົ້າລະບຽບເຮັດວຽກໄດ້ດີ-ຄົນເຈົ້າລະບຽບເປັນຄົນລຳລິລຳໄລ

ເມື່ອທ່ານປຽບທຽບຄຳຕອບຂອງຕົນເອງ ກັບຕົວຢ່າງຄຳຕອບຂ້າງເທິງ, ມັນຈະເປັນຕົວບອກໃຫ້ທ່ານຮູ້ວ່າ ທ່ານຕ້ອງການ ປ່ຽນມູມມອງ ຕໍ່ກັບການເບິງປັນຫາໃດ ໜຶ່ງໃນຊີວິດຂອງທ່ານຫຼືບໍ່? ການປັບປຸງໃຫ້ດີຂື້ນ ບໍ່ໄດ້ໝາຍວ່າມີສິ່ງໃດຜິດພາດໃນ ຊີວິດຂອງທ່ານ. ແຕ່ການປັບຕົວ ມັນສະແດງເຖິງການກ້າວໄປຂ້າງໜ້າ ເພື່ອສິ່ງໄໝ່ໆໃດໜຶ່ງ ແລະ ມີຄວາມເປັນໄປໄດ້ ທີ່ຈະມີຊີວິດທີ່ດີກ່ວາເກົ່າ.

ຄົນໃຊ້ເວລາສ່ວນໃຫຍ່ໃນຫ້ອງການ, ດັ່ງນັ້ນ ການມີປະສິດທິພາບສູງ ໃນການເຮັດວຽກເປັນສິ່ງຈຳເປັນເພື່ອ ສ້າງເງື່ອນໄຂ ໃນການພັດທະນາຕົນເອງ ແລະ ຜົນປະໂຫຍດອື່ນໆທີ່ຈະໄດ້ຮັບຈາກອົງການຈັດຕັ້ງ. ໃນເມື່ອອາລົມຈິດຂອງຄົນມີຜົນສຳ ລັບການເຮັດວຽກຂອງຕົວທ່ານເອງແລ້ວ, ການສ້າງໃຫ້ຕົນເອງມີອາລົມຈິດຍີ້ມແຍ້ມ ແຈ່ມໃສ ຈຳເປັນສຳລັບອົງການຈັດ ຕັ້ງ. ຂໍຝາກຄຳເວົ້າໃຫ້ໄດ້ຄົ້ນຄິດ ນຳກັນວ່າ: “ການກະທຳຈະບໍ່ນຳມາ ເຊິ່ງຄວາມສຸກສະເໜີໄປ; ແຕ່ຈະບໍ່ມີ ຄວາມສຸກ ຖ້າປາດສະຈາກການກະທຳ”

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.