Norkhame
ເປີດບໍ່ເປີດ ເປີດບໍ່ເປີດ
ເມື່ອຄົນອາເມລິກາບໍ່ຍອມຢູ່ເຮືອນ, ປະຊາກອນພາກັນອອກມາ ເດີນຂະບວນປະທ້ວງ ແນວທາງ ການຢູ່ບ້ານ. ເປັນຕາໜ້າສຽງຫຼາຍຂື້ນ ທີ່ຈະມີການຕິດໂຣກ ແລະ ສູນເສຍຊີວິດຄົນອາເມລິກາ ຖ້າຫາກບໍ່ໄດ້ຮັບການຮ່ວມມື. ເຈົ້າຄອງນະຄອນຫຼວງວໍຊິງຕັນ ກ່າວຫາ ປະທານປະເທດຂອງຕົນເອງ ທີ່ອາດຢູ່ເບື້ອງຫຼັງການຊັກນໍາໃຫ້ ປະຊາຊົນ ອອກມາ ຂັດວຂວາງແນວທາງການຢູ່ບ້ານ ໃນຊ່ວງລະບາດໂຄວິດ. ຂໍ້ຄວາມທາງ ທະວິດເຕີ້ ຂອງປະທານາທິບໍດີ ໄດ້ຊີ້ໃຫ້ເຫັນການສະໜັບສະໜູນຂະບວນການບໍ່ຢູ່ເຮືອນ ໂດຍມີຂໍ້ຄວາມວ່າ “ລັດມີອິດສະຫຼະພາບ”... ເປີດບໍ່ເປີດ

ເມື່ອຄົນອາເມລິກາບໍ່ຍອມຢູ່ເຮືອນ, ປະຊາກອນພາກັນອອກມາ ເດີນຂະບວນປະທ້ວງ ແນວທາງ ການຢູ່ບ້ານ. ເປັນຕາໜ້າສຽງຫຼາຍຂື້ນ ທີ່ຈະມີການຕິດໂຣກ ແລະ ສູນເສຍຊີວິດຄົນອາເມລິກາ ຖ້າຫາກບໍ່ໄດ້ຮັບການຮ່ວມມື.

ເຈົ້າຄອງນະຄອນຫຼວງວໍຊິງຕັນ ກ່າວຫາ ປະທານປະເທດຂອງຕົນເອງ ທີ່ອາດຢູ່ເບື້ອງຫຼັງການຊັກນໍາໃຫ້ ປະຊາຊົນ ອອກມາ ຂັດວຂວາງແນວທາງການຢູ່ບ້ານ ໃນຊ່ວງລະບາດໂຄວິດ. ຂໍ້ຄວາມທາງ ທະວິດເຕີ້ ຂອງປະທານາທິບໍດີ ໄດ້ຊີ້ໃຫ້ເຫັນການສະໜັບສະໜູນຂະບວນການບໍ່ຢູ່ເຮືອນ ໂດຍມີຂໍ້ຄວາມວ່າ “ລັດມີອິດສະຫຼະພາບ” ຂໍ້ຄວາມດັ່ງກ່າວ ມີເນື້ອໃນສະໜັບສະໜູນການສະແດງອິດສະຫຼະທີ່ຈະບໍ່ປະຕິບັດກົດລະບຽບ. ເຈົ້າຄອງນະຄອນຫຼວງວໍຊິງຕັນຖືວ່າ ຄຳເວົ້າຂອງທ່ານປະທານປະເທດ ເປັນການ ກະຕຸ້ນການປະຕິເສດກົດລະບຽບ ພາຍໃນປະເທດ ໃຫ້ແຜ່ຂະຫຍາຍຕາມຄວາມຕ້ອງການຂອງເຂົາເອງ. ທັງເປັນການຊຸກຍູ້ການກະທຳທີ່ຜິດກົດໝາຍ ແລະ ເປັນອັນຕະລາຍ. ລາວກຳລັງເຮັດໃຫ້ປະຊາຊົນຫຼາຍລ້ານຄົນຕົກຢູ່ໃນອັນຕະລາຍຂອງການຕ້ານພະຍາດໂຄວິດ.

ທ່ານເຈົ້າຄອງນະຄອນ ວໍຊິຕັນ ຍັງກ່າວຕື່ມວ່າ “ສຽງສະໜັບສະໜູນທາງອ້ອມ ຮຽກຮ້ອງໃຫ້ປະຊາຊົນ ນໍາໄປສູ່ຄວາມຮຸນແຮງໄດ້. ໝາຍວ່າ ປະທານາທິບໍດີກໍາລັງກະຕຸ້ນການກະບົດພາຍໃນ ແລະ ແຜ່ຂະຫຍາຍໃນວົງກ້ວາງ. ມັນເປັນອັນຕະລາຍຮ້າຍແຮງ ແລະ ພວກເຮົາຕ້ອງມີເສັ້ນທາງທີ່ຍາວໄກກ່ອນທີ່ຈະສາມາດຄວບຄຸມການລະບາດ. ລັດທີ່ກຳລັງເດີນຂະບວນພ້ອມດ້ວຍອາວຸດແມ່ນ ລັດມິນິໂຊຕ໋າ, ມິຊິແກນ, ແລະ ເວີຈີເນຍ. ການຂໍຮ້ອງຈາກລັດຕ່າງໆ ເພື່ອຂໍຄວາມຊ່ວຍເຫລືອຈາກລັດຖະບານກາງ ໃນການເລັ່ງການທົດລອງຕິດເຊື້ອໄວຣັດ, ແຕ່ປະທານາທິບໍດີ ໄດ້ຕອບກັບພວກເຂົາວ່າ: “ບັນດາລັດຕ້ອງກ້າວໄປສູ່ການທົດສອບຄວາມສາມາດຂອງພວກເຂົາ!”

ຕາມແນວທາງຂອງ ທ່ານ ທຼໍາ ແມ່ນຢາກໃຫ້ ທຸລະກິດເປີດໃໝ່ຢ່າງວ່ອງໄວ ແລະ ໄດ້ອ້າງວ່າ ໃນຕົ້ນອາທິດນີ້ ທ່ານມີ “ສິດອຳນາດທັງໝົດໃນການຕັດສິນໃຈໃຫ້ຄົນກັບມາເຮັດວຽກ” ຕໍ່ບັນຫານີ້, ເຖິງແມ່ນວ່າການປິດລ້ອມ ແລະມາດຕະການສັງຄົມອື່ນໆໄດ້ຖືກກຳນົດໂດຍຜູ້ນຳລັດ ແລະ ທ້ອງຖິ່ນ, ບໍ່ແມ່ນວໍຊິງຕັນດີຊີ. ບາງລັດກ່າວວ່າ ຈະບໍ່ ຢຸດມາດຕະການຈຳກັດການເກັບຕົວໃນເຮືອນ.

ໃນລັດ ຝຼໍລິດ໋າ, ຜູ້ປົກຄອງລັດ ໄດ້ໃຫ້ໄຟຂຽວແກ່ບັນດາເທດສະບານເມື່ອງ ເພື່ອເປີດຊາຍຫາດ ແລະ ສວນສາທາລະນະຄືນໃໝ່ ຢ່າງປອດໄພ. ຢູ່ລັດເທັກຊັສ, ຜູ້ປົກຄອງລັດກ່າວວ່າ ບັນດາຮ້ານສາມາດເລີ່ມຂາຍສິນຄ້າຕ່າງໆຕາມປົກກະຕິ ແລະ ສວນສາທາລະນະຂອງລັດກໍ່ສາມາດເປີດຄືນໄດ້. ແຕ່ບັນດາຜູ້ປົກຄອງຂອງທັງສອງຝ່າຍ ໄດ້ແນະນຳວ່າພວກເຂົາຈະລະມັດລະວັງ ໃນການກັບຄືນສູ່ສະພາບປົກກະຕິໂດຍມີບາງຄົນເຕືອນວ່າພວກເຂົາບໍ່ສາມາດເຮັດໄດ້ ໂດຍບໍ່ມີການຊ່ວຍເຫຼືອຈາກວໍຊິງຕັນ ໃນການຂະຫຍາຍການທົດສອບມາດຕະການດັ່ງກ່າວ.

ທ່ານເຈົ້າຄອງນະຄອນນິວຢອກກ່າວວ່າ “ລັດຖະບານກາງບໍ່ສາມາດກຳນົດມື້ເປີດປະເທດໄດ້ຜູ້ດຽວ. ພວກເຮົາບໍ່ສາມາດເຮັດມັນໄດ້ໂດຍບໍ່ມີການຊ່ວຍເຫຼືອຈາກລັດຖະບານກາງ. ຜູ້ປົກຄອງລັດ ເວີຈີເນຍ ກ່າວວ່າ ທ່ານຈະຮັບຟັງຜູ້ຊ່ຽວຊານດ້ານການແພດໃນການຕັດສິນໃຈວ່າຈະກ້າວໄປຂ້າງ ໜ້າໄດ້ແນວໃດ. ຜູ້ປົກຄອງລັດມີຄວາມລະວັງ ທີ່ຈະຈະບໍ່ເຮັດບາງສິ່ງບາງຢ່າງ ທີ່ບໍ່ດີທີ່ຈະເປັນໄພອັນຕະລາຍຕໍ່ປະຊາຊົນຂອງ. ຢູ່ໃນເຂດຊົນນະບົດສ່ວນໃຫຍ່ທີ່ມີປະຊາກອນນ້ອຍເຊັ່ນ: ວາຍໂອມີ້ງ, ໝ່າຍ, ແລະ ເຊົ້າດາກໍຕ໋າ ບັນດາເຈົ້າເມືອງກ່າວວ່າພວກເຂົາ ບໍ່ໄດ້ກັງວົນທີ່ຈະສືບຕໍ່ດຳເນີນທຸລະກິດແບບປົກກະຕິໃນໄວໆນີ້. ຈົນກ່ວາພວກເຮົາຈະແນ່ໃນວ່າພະຍາດບໍ່ລະບາດ. ນອກຈາກນັ້ນ, ລັດອື່ນໆ ເຊັ່ນ: ໄອໂອວ່າ, ຢູທາ, ອາຄັນຊໍ ແມ່ນ ໜຶ່ງໃນບັນດາລັດທີ່ຕ້ອງການລໍຖ້າຈົນຮອດກາງເດືອນ ມິຖຸນາ ຫລື ຕົ້ນເດືອນກໍລະກົດ. ນັກຄົ້ນຄວ້າຈາກມະຫາວິທະຍາໄລກ່າວວ່າ ປະມານເຄິ່ງໜຶ່ງຂອງລັດຄວນລໍຖ້າ ຈົນກ່ວາຢ່າງໜ້ອຍໃນຕົ້ນເດືອນມິຖຸນາເພື່ອເປີດຄືນໃໝ່ ແລະ ທຸກຄົນຄວນກວດສອບຄວາມສາມາດຂອງລະບົບສາທາລະນະສຸກ ຂອງພວກເຂົາເພື່ອຈັດການກັບການລະບາດ.

ຈຳ ນວນຜູ້ເສຍຊີວິດຢ່າງເປັນທາງການໃນສະຫະລັດມີຫລາຍກວ່າ 36,000 ຄົນ, ເຊິ່ງມີຜູ້ຕິດເຊື້ອຫລາຍກວ່າ 692,000 ຄົນ. ການປິດປະຕູໄດ້ສ້າງຄວາມເສຍຫາຍຢ່າງໜັກ ໃຫ້ແກ່ບັນດາພື້ນຖານເສດຖະກິດທົ່ວໂລກ. ໃນສະຫະລັດ, ວິກິດການດັ່ງກ່າວໄດ້ເຮັດໃຫ້ຊາວອາເມລິກາຢ່າງ ໜ້ອຍ 22 ລ້ານຄົນ ເສຍວຽກເຮັດງານທຳຂອງພວກເຂົາ, ເຊິ່ງເຮັດໃຫ້ອັດຕາການຫວ່າງງານ ຢູ່ໃນລະດັບທີ່ບໍ່ ເຄີຍມາມານັບຕັ້ງແຕ່ເກີດສະພາບຊຸດໂຊມລົງເສດຖະກິດໃນຕົ້ນປີ 1930.

ຊາວອາເມລິກາຫຼາຍຄົນ, ໂດຍສະເພາະໃນເຂດຊົນນະບົດ ແລະ ເຂດອື່ນໆຂອງປະເທດທີ່ຍັງບໍ່ທັນໄດ້ເຫັນການລະບາດຂອງພະຍາດໃຫຍ່, ໄດ້ຮຽກຮ້ອງໃຫ້ເຈົ້າແຂວງເປີດກວ້າງເສດຖະກິດຂອງພວກເຂົາ. ມີຜູ້ປະທ້ວງໄດ້ເດີນທາງໄປຕາມຖະໜົນຫົນທາງໃນ ຫຼາຍລັດ ລວມມີຄົນຫຼາຍກວ່າ 3,000 ຄົນໄດ້ອອກມາໃນວັນພຸດນີ້. ການປະທ້ວງຍັງ ດຳເນີນຕໍ່ໄປໃນວັນສຸກ. ຜູ້ຊ່ຽວຊານດ້ານສາທາລະນະສຸກໄດ້ກ່າວເຕືອນວ່າການຜ່ອນຄາຍ ມາດຕະການກັກຕົວກັບບ້ານ ຕ້ອງໄດ້ຮັບການປະກອບດ້ວຍການທົດສອບທີ່ກວ້າງຂວາງ ແລະ ການຕິດຕາມຄົນທີ່ຕິດເຊື້ອເພື່ອບໍ່ໃຫ້ເຊື້ອໄວຣັດກັບມາລະບາດ.

ລັດຖະບານອາເມລິກາ ຕ້ອງຈົກເງິນກອງກາງເປັນຈຳນວນຫຼວງຫຼາຍ ເພື່ອມາຈ່າຍໃຫ້ກັບຄົນຕົກງານ ນັບ ສິບໆລ້ານ. ມາກຕະການໃຫ້ຄົນກັບມາເຮັດວຽກ ແລະ ດຳເນີນທຸລະກິດໃນ ເວລາທີ່ຍັງມີການລະບາດສູງເປັນອັນດັບ 1 ຂອງໂລກ ແລະ ມີຄົນເສຍຊີວິດຈາກພະຍາດນີ້ ແມ່ນເປັນການສ້າງຄວາມສ່ຽງໃນການສູນເສຍທີ່ໃຫຍ່ຫຼວງທາງດ້ານເສດຖະກິດ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.