Norkhame
ສູ່ຈຸດສຸດຍອດ ສູ່ຈຸດສຸດຍອດ
ແນ່ນອນ ການລົ້ມລະລາຍ ເປັນສິ່ງທີ່ນັກທຸລະກິດ ບໍ່ຢາກພົບພໍ່. ໃຜໆກໍ່ຕ່າງທີ່ຢາກຈະໄດ້ກຳໄລ ກັບ ສິ່ງທີ່ຕົນເອງສ້າງຂື້ນມາ. ການສ້າງທຸລະກິດໃຫ້ມີກຳໄລທາງດ້ານການເງິນ ຫຼື ສ້າງຜົນກຳ ໄລໃຫ້ແກ່ສັງຄົມໄດ້ຢ່າງມີປະສິດທິພາບ.  ຫຼາຍໆຄົນພະຍາຍາມຫຼີກລ່ຽງການລົ້ມລະລາຍ ແຕ່ມີຫຼາຍໆຄົນໄດ້ພົບ ກັບການລົ້ມລະລາຍ ເປັນ ຊ່ວງໄລຍະເວລາໃດໜຶ່ງ ຫຼື ບາງຄົນອາດຈະເປັນເວລາຫຼາຍໆປີ ກ່ອນຈະມີກຳໄລ ແລະ ກາຍເປັນຕຳ ນານຂອງວົງການໄປເລີຍ. ໃນເວລາລົ້ມລະລາຍ ມັນເປັນຈຸດຫັນປ່ຽນຂອງນັກ... ສູ່ຈຸດສຸດຍອດ

ແນ່ນອນ ການລົ້ມລະລາຍ ເປັນສິ່ງທີ່ນັກທຸລະກິດ ບໍ່ຢາກພົບພໍ່. ໃຜໆກໍ່ຕ່າງທີ່ຢາກຈະໄດ້ກຳໄລ ກັບ ສິ່ງທີ່ຕົນເອງສ້າງຂື້ນມາ. ການສ້າງທຸລະກິດໃຫ້ມີກຳໄລທາງດ້ານການເງິນ ຫຼື ສ້າງຜົນກຳ ໄລໃຫ້ແກ່ສັງຄົມໄດ້ຢ່າງມີປະສິດທິພາບ. 

ຫຼາຍໆຄົນພະຍາຍາມຫຼີກລ່ຽງການລົ້ມລະລາຍ ແຕ່ມີຫຼາຍໆຄົນໄດ້ພົບ ກັບການລົ້ມລະລາຍ ເປັນ ຊ່ວງໄລຍະເວລາໃດໜຶ່ງ ຫຼື ບາງຄົນອາດຈະເປັນເວລາຫຼາຍໆປີ ກ່ອນຈະມີກຳໄລ ແລະ ກາຍເປັນຕຳ ນານຂອງວົງການໄປເລີຍ. ໃນເວລາລົ້ມລະລາຍ ມັນເປັນຈຸດຫັນປ່ຽນຂອງນັກ ທຸລະກິດທີ່ປະສົບຜົນ ສຳເລັດຫຼາຍໆຄົນ. ມີຫຼາຍຄົນ ຫັນປ່ຽນຫາສິ່ງໄໝ່ໆທີ່ຍິງໃຫຍ່ກວ່າເກົ່າ ໂດຍມີການຄົ້ນຄິດຕຶກຕອງ, ການຄົ້ນຄິດພິຈາລະນາ ແລະ ພະຍາຍາມຕໍ່ໄປ.

<blockquote>ໃນເວລາລົ້ມ ສິ່ງສຳຄັນຕ້ອງໄດ້ພິຈາລະນາກໍ່ຄືວ່າ: ຈະເຮັດແນວໃດ ກັບເຫດ ການ ດັ່ງກ່າວ ແລະ ຮຽນຮູ້ຫຍັງແດ່ຈາກການລົ້ມລະລາຍ ຫຼື ຜິດຫວັງ.</blockquote>

ໃນນີ້ຈະຍົກ ຫົກຜູ້ປະກອບການມາເປັນຕົວຢ່າງໃຫ້ທ່ານໄດ້ເຫັນວ່າ ພວກເພີ່ນໄດ້ ມີການລຸກຂື້ນ ມາສືບຕໍ່ທຸລະກິດ ພາຍຫຼັງລົ້ມລະລາຍແນວໃດ. ປະສົບການການຜ່ານຜ່າຂອງຄົນເຫຼົ່ານັ້ນຈົບ ລົງດ້ວຍ ຜົນສຳ ເລັດອັນຍິງໃຫຍ່ຫຼາຍກ່ວາທີ່ເຄີຍຄິດມາກ່ອນ, ແລະ ແນ່ນອນທ່ານຈະເຫັນວ່າ ການຜິດຫັວງ ຫຼື ລົ້ມລະລາຍ ບໍ່ແມ່ນສິ່ງຢຸດຄວາມຝັນໄດ້ ຖ້າຫາກມີຄວາມຕັ້ງໃຈຫຼາຍພໍ.  ຕົວ ຢ່າງຂອງພວກເພີ່ນ ສະແດງ ໃຫ້ເຫັນວ່າ ເປັນຫຍັງການລົ້ມລະລາຍຈະບໍ່ສາມາດຢຸດສະຕາກຳ ການດຳເນີນທຸລະກິດ ຫຼື ເປົ້າໝາຍຊີວິດຂອງຄົນໄດ້. ສິ່ງສຳຄັນໃນການເດີນຄັ້ງຕໍ່ໄປກໍ່ຄື ການ ກັບມາມີວິໃສທັດ ແລະ ການດຳເນີນງານທີ່ຕັ້ງໜ້າ.

1. ເຈົ້າຂອງເວັບ ຊື່ ອາດີອານນາ ຫັບຝິງຕັນ ໄດ້ຮັບການປະຕິເສດ ຈາກສຳນັກພິມ 36 ຄັ້ງ

ອາດບໍ່ມີໃຜເຊື່ອໄດ້ວ່າ ຄົນທີ່ເປັນທີ່ຮັບຮູ້ຫຼາຍທີ່ສຸດ ທາງອອນໄລ ເຄີຍຖືກປະຕິເສດ ຈາກສຳນັກ ພິມ ມາແລ້ວປະມານສາມໂຫຼ. ປື້ມຫົວທີ່ສອງ ຂອງລາວ ໄດ້ເປີດເຜີຍກ່ຽວກັບເລື່ອງນີ້ວ່າ ກ່ອນ ລາວຈະສ້າງເວັບໄຊ ຈົນກາຍເປັນຮັບຮູ້ຂອງຄົນທົ່ວໂລກນັ້ນ ລາວເຄີຍມີປະສົບການຖືກປະຕິ ເສດມາຫຼາຍຄັ້ງ ຈົນກວ່າຈະໄດ້ພົບກັບສຳນັກພິມ ທີ່ຍອມເປີດໂອກາດໃຫ້ລາວເຮັດວຽກ.

ເຖິງວ່າ ເວັບໄຊ ອອນໄລ ຂອງລາວຈະບໍ່ປະສົບຜົນສຳເລັດ ທັນທີ່ທີ່ລາວເປີດຕົວ. ໃນເວລາ ທີ່ ລາວເປີດ ເວັບໃຫ້ບໍລິການ, ມີຫຼາຍໆຫາງສຽງດ້ານລົບອອກມາ ກ່ຽວກັບເວັບທີ່ ລາວເຮັດ ວ່າ ບໍ່ມີຄຸນນະພາບ ແລະ ບໍ່ມີທ່າວ່າຈະໄປໄດ້ດີ. ໃນຕໍ່ມາ ເວັບຂອງລາວ ໄດ້ລົບຄຳວິພາກວິຈານ ແລະ ນຳພາຕົວລາວ ກ້າວເປັນ ຜູ້ທີ່ປະສົບຜົນສຳເລັດຄົນໜຶ່ງ ຕໍ່ກັບການເຮັດທຸລະກິດຂ່າວ ສານທາງເວັບ.

2. ບໍລິສັດທຳອິດຂອງ ບິວ ເກດ ບໍ່ປະສົບຜົນສຳເລັດ

ບິວ ເກດ ເປັນຄົນທີ່ຮັ່ງມີທີ່ສຸດໃນໂລກ ແຕ່ວ່າລາວກໍ່ບໍ່ໄດ້ກ້າວເຂົ້າສູ່ຄວາມສຳເລັດ ໄດ້ໂດຍກົງ. ທ່ານ ເກດ ເຄີຍສ້າງບໍລິສັດ ທີ່ມີຊື່ວ່າ Traf-O-Data ເຊິ່ງ ມີເປົ້າໝາຍໃນການ ຈັບການໄຫຼ່ ວຽນຂອງຂໍ້ມູນ ໃນກະແຊັດ.

ລາວພະຍາຍາມ ຂາຍແນວຄວາມຄິດ ໃຫ້ແກ່ເພື່ອນຮ່ວມທຸລະກິດ ຂອງລາວ ຊື່ ພອນ ອາເລັນ, ແຕ່ວ່າ ມັນກໍ່ເຮັດວຽກ ບໍ່ໄດ້ດີ ແລະ ກໍ່ຖືກປະຕິເສດໄປ. ມັນເປັນການລົ້ມລະລາຍຍິງໃຫຍ່ ແຕ່ແນວໃດກໍ່ ຕາມ, ສິ່ງນັ້ນ ມັນບໍ່ໄດ້ເຮັດໃຫ້ ທ່ານ ເກດ ຕ້ອງທໍ້ຖອຍ ແຕ່ມັນພັດເຮັດໃຫ້ ລາວຊອກຫາໂອກາດໄໝ່ໆ, ແລະ ໃນ ສອງ ສາມປີຕໍ່ມາ ລາວກໍ່ໄດ້ສ້າງ ບໍລິສັດ ໄມໂຄຼຊອບ ຂື້ນມາ ແລະ ກໍ່ສ້າງຄວາມສຳເລັດມາຮອດ ປະຈຸບັນ.

3. ທ່ານ ຈອດ ສະຕາຍເນີ ສ້າງຄວາມລົ້ມລະລາຍໃຫ້ແກ່ທີມງານມາກ່ອນ

ກ່ອນທີ່ ຈອດສ ສະຕຼາຍເບນເນີ ຈະສ້າງຊື່ໃຫ້ແກ່ຕົນເອງ ກ່ອນການເປັນເຈົ້າຂອງ ທີມກິລາ ບາດບານບ້ວງ ທີມ ນິວຍອກ, ລາວໄດ້ເປັນເຈົ້າຂອງທີມ ບານບ້ວງທີມນ້ອຍໆແຫ່ງ ໜຶ່ງ ທີ່ມີຊື່ວ່າ: ແຄຼເວີແລນ ໄພ ເປີ ໃນປີ 1960. ແຕ່ໃນປີ 1962​ ທຸລະກິດຂອງລາວ ໄດ້ລົ້ມລະ ລາຍໝົດເລີຍ.

ນອກນັ້ນ ຄວາມລົ້ມລະລາຍ ຍັງໄດ້ຕິດຕາມ ລາວມາອີກໃນປີ 1970 ໂດຍທີມໄດ້ເສຍນັດການ ແຂ່ງຂັນຕິດຕໍ່ມາຫຼາຍຄັ້ງ ໃນຊຸມປີ 1980 ແລະ 1990.​ ມີສຽງຈົມວ່າຈາກມວນຊົນຫຼາຍ ແລະ ມັນສ້າງຄວາມກົດດັນໃຫ້ລາວຂຽນໃບລາອອກ.  ແຕ່ໃນທີ່ສຸດ ລາວກໍ່ໄດ້ນຳພາທີມໃຫ້ປະສົບຜົນ ສຳເລັດ ໂດຍການ ຄອງແຊມ  ຫົກຄັ້ງ ໃນຊຸມປີ 1996 ຫາ 2003 ແລະ ກາຍເປັນທີມທີ່ສ້າງ ຜົນກຳໄລຫຼາຍທີ່ສຸດໃນປະຫວັດສາດ ຂອງ ກິລາບານບ້ວງຂອງອາເມລິກາ.

4. ທ່ານ ວໍ ດີດສນີ ເຄີຍຖືກບອກວ່າ ເປັນຄົນທີ່ບໍ່ມີຄວາມຄິດສ້າງສັນ

ຄົນທີ່ມີຄວາມຄິດສ້າງສັນທີ່ສຸດໃນສັດຕະວັດທີ່ 20 ເຄີຍຖືກໄລອອກຈາກ ສຳນັກໜັງສືພິມ ເນື່ອງຈາກວ່າ ເຈົ້ານາຍເວົ້າວ່າລາວບໍ່ມີຄວາມຄິດສ້າງສັນ. ລາວໄດ້ພະຍາຍາມ ຮັກສາບໍລິສັດ ສ້າງໜັງ ຊື່ Laugh-O-Gram ເຊິ່ງເປັນບໍລິສັດສ້າງກະຕຸນທຳອິດຂອງລາວ ໂດຍການລະດົມ ເງິນທຶນໄດ້ເຖິງ 15 ພັນດອນລາ ແຕ່ບາດສຸດທ້າຍແລ້ວ ລາວກໍ່ບໍ່ສາມາດຮັກສາມັນໄວ້ໄດ້, ຈົນ ເຮັດໃຫ້ລາວ ແລະ ເພື່ອນຮ່ວມງານ ຕ້ອງໄດ້ປິດບໍລິສັດ.

ອົກຫັກຈາກການດຳເນີນທຸລະກິດ ແລະ ບໍ່ມີເງິນ, ທ່ານ ດີດສນີ ໄດ້ຊອກຫົນທາງເຂົ້າສູ່ ວົງ ການໜັງ Hollywood ແຕ່ລາວກໍ່ພົບກັບສຽງວິຈານຢ່າກໜັກ ແລະ ກໍ່ບໍ່ປະສົບຜົນສຳເລັດ ອີກຄັ້ງ, ຈົນກວ່າລາວ ໄດ້ສ້າງໜັງ 2-3 ເລື່ອງຕິດຕໍ່ກັນທີ່ມີຄວາມນິຍົມສູງສຸດ ໃນຕໍ່ມາ.

5. ສະຕີບຈອບ ຖືກໄລອອກຈາກບໍລິສັດຂອງຕົນເອງ

ສະຕິບ ຈອບ ເປັນຄົນໜຶ່ງອັດສະຮິຍະ ແລະ ທີ່ສ້າງຄວາມອັດສະຈັນ ໃນວົງການຜູ້ປະກອບການ ຫຼາຍໆຄົນ. ເນື່ອງຈາກວ່າລາວ ເປັນຄົນທີ່ມີຄວາມຄິດວິວັດທະນາການ, ແລະ ລາວກໍ່ຍັງເປັນ ຄົນທີ່ມີເລື່ອງການລົ້ມແລ້ວລຸກ ທີ່ວິເສດ ໃຫ້ຫຼາຍໆຄົນໄດ້ເປັນບົດຮຽນ. ທ່ານ ສະຕີບ ສ້າງບໍລິ ສັດ ໃນຊ່ວງອາຍຸ 20 ປີ ໃນເວລາທີ່ ບໍລິສັດ ແອບໂປ ມີການຂະຫຍາຍຕົວຍິ່ງໃຫຍ່ ແຕ່ໃນຕອນ ອາຍຸ 30 ປີ ຄະນະບໍລິຫານງານ ຂອງບໍລິສັດ ຕັດສິນໄຈ ໄລລາວອອກການ.

ການບໍ່ຢ້ານຕໍ່ການລົ້ມລະລາຍ, ທ່ານ ສະຕີບໄດ້ສ້າງ ບໍລິສັດຂື້ນມາໄໝ່ ແລະ ໃນຕອນຫຼັງກໍ່ໄດ້ ຮ່ວມຕົວ ກັບບໍລິສັດ ແອບໂປ ອີກຄັ້ງ. ໃນທີ່ສຸດແລ້ວລາວກໍ່ກັບຄືນສູ່ບໍລິສັດ ແອບໂປ, ສະຕີບ ໄດ້ ພິສູດໃຫ້ເຫັນ ຄວາມເປັນອັດສະລີຍະ ໃນການສ້າງບໍລິສັດໃຫ້ມີໜ້າຕາ ແລະ ນຳພາຍີ່ຫໍ້ສິນຄ້າ ຫຼາຍໆອັນຂອງບໍລິສັດສູ່ ຄວາມສຳເລັດອັນສູງສົ່ງ.

6. ທ່ານ ມີວ ຕັນ ເຮີສະເຮ ສ້າງບໍລິສັດເຂົ້າໝົມອົມ ທີ່ເຄີຍລົ້ມລະລາຍມາສາມຄັ້ງ ກ່ອນຈະກາຍ ເປັນບໍລິສັດ ເຮີສະເລ–ຕຳນານແຫ່ງອຸດສາຫະກຳເຂົ້າໝົມອົມ

ຫຼາຍໆຄົນຮູ້ຈັກບໍລິສັດ ເຮີສເລ ໂຊໂກແລັດ, ແຕ່ໃນເວລາທີ່ ທ່ານ ເຮີສເລ ສ້າງບໍລິສັດ ລາວເປັນ ຄົນ ທີ່ບໍ່ມີໃຜຮູ້ຈັກ. ພາຍຫຼັງຖືກໄລ່ອອກຈາກການເປັນພະນັກງານ ທີ່ໂຮງພິມໜັງສື, ທ່ານ ເຮີສະເລ ໄດ້ເລີ່ມ ສ້າງບໍລິສັດເຂົ້າໝົມ ໄດ້ ສາມບໍລິສັດ ແລະ ລາວໄດ້ນັ່ງເບິ່ງການລົ້ມລະລາຍ ຂອງຕົນເອງເຖິງສາມຄັ້ງ.

ໃນຄັ້ງທີ່ສີ່, ທ່ານ ເຮີສະເລ ໄດ້ສ້າງ ບໍລິສັດ ຄີມ ຄາລາເມວ ແລນແຊດເຕີ້ ແລະ ໄດ້ເລີມມີຜົນສຳ ເລັດ. ການເຊື່ອໜັ້ນໃນ ວິໃສທັດຂອງນົມ ໂຊໂກແລັດຂອງລາວ, ໃນທີ່ສຸດ ລາວກໍ່ພົບກັບຄວາມ ສຳເລັດ ໂດຍການ ສ້າງ ບໍລິສັດ ເຮີສະເລ ແລະກາຍເປັນ ຄົນທີ່ມີການຮັບຮູ້ເປັນຈຳນວນຫຼວງ ຫຼາຍ ໃນອຸດສາຫະກຳຂະແໜງດັ່ງກ່າວ.

ການເບິ່ງປະສົບການຂອງຄົນເຫຼົ່ານີ້ ມັນສ້າງແຮງບັນດານໃຈໃຫ້ແກ່ຄົນລຸ້ນຫຼັງຫຼາຍໆຄົນ ທີ່ດຳ ເນີນ ທຸລະກິດ ແລະ ອາດຈະພົບກັບປະສົບການຂອງການລົ້ມລະລາຍ ບໍ່ວ່າພວກເພີ່ນ ຈະຢູ່ໃນ ຂະໜາດໃດ ຫຼື ຂະແໜງທຸລະກິດໃດ.​ ໃນຂະນະທີ່ລົ້ມລະລາຍ, ທ່ານອາດຈະຄິດວ່າ ມັນແມ່ນ ຈຸດຈົບ, ແຕ່ໃຫ້ທ່ານຈົດຈຳໄວ້ວ່າ ບໍ່ມີໃຜທີ່ປະສົບຜົນສຳເລັດອັນຍິ່ງໃຫຍ່ ໂດຍບໍ່ຜ່ານປະສົບການ ອັນເຈັບແສບຈາກການລົ້ມລະລາຍມາກ່ອນ.

ໃຫ້ທ່ານ ຈົ່ງຮຽນຈາກຄວາມຜິດພາດ, ໃຫ້ເບິ່ງວ່າມັນກຳລັງສອນຫຍັງກັບທ່ານຢູ່ ແລະ ຮັບ ຄວາມລົ້ມລະລາຍ, ແຕ່ໃຫ້ທ່ານ ລອງຖາມເບິ່ງຕົນເອງອີກເບິ່ງວ່າ ຊີວິດນີ້ມີເປົ້າໝາຍຫຍັງ ແລະ ຈະມີການ ກ້າວຕໍ່ໄປໄດ້ແນວໃດ ເພື່ອໃຫ້ໄດ້ໃນສິ່ງທີ່ເປັນເປົ້າໝາຍໃນຊີວິດ ບໍ່ວ່າແມ່ນ ຫຍັງຈະເກີດຂື້ນ. ການຄິດແນວນັ້ນ ມັນຈະເຮັດໃຫ້ທ່ານຍັງມີວິໃສທັດກັບເປົ້າໝາຍລວມ ແລະ ພ້ອມທີ່ຈະລົງມືເຮັດສິ່ງທີ່ດີໆທີ່ທ່ານຕ້ອງການຂື້ນມາໄດ້ອີກຄັ້ງ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.