Norkhame
ຮັບຄຳຕິ ຮັບຄຳຕິ
ທ່ານເຄີຍຖາມຕົນເອງບໍ່ວ່າ: ຂ້ອຍຈະເປັນຜູ້ນໍາທີ່ດີໄດ້ແນວໃດ? ຕໍາແໜງຜູ້ນຳອົງກອນ ຫຼື ບໍລິສັດ ອາດຕ້ອງໃຊ້ຫຼາຍຍຸດທະວິທີເພື່ອໃຫ້ໄດ້ໂອກາດເຂົ້າໄປໃນຈຸດໆນັ້ນ. ຖ້າເວົ້າທັກສະ ແລະ ສະພາວະການເປັນຜູ້ນຳ, ທຸກໆຊີວິດແມ່ນຈຳເປັນຫຼາຍ ເພື່ອນຳພາຊີວິດຄອບຄົວ ແລະ ບັນລຸເປົ້າໝາຍຕົນເອງ. ການຮັບຄຳຕິຊົມໃນທາງກໍ່ສ້າງຈາກໝູ່ເພື່ອນ ເປັນຮູບແບບການປັບຕົວຮູບແບບການນຳພາທີ່ດີຂື້ນ. ທັກສະການສື່ສານເປັນສິ່ງທີ່ຈຳເປັນ. ຖ້າທ່ານຕ້ອງສື່ສານ, ຈົ່ງສື່ສານໃຫ້ກຸ່ມຄົນເຂົ້າໃຈເຖິງສິ່ງທີ່ທ່ານຕ້ອງການວ່າ ທ່ານຕ້ອງການໃຫ້ພວກເຂົາມີຄວາມຈິງໃຈຕໍ່ທ່ານ, ເຖິງວ່າມັນຈະເປັນຄວາມຈິງທີ່ເຈັບປວດ ຈາກນັ້ນກໍ່ປັບປຸງຕົນເອງ. ທ່ານຈະພົບວ່າລູກນ້ອງຂອງທ່ານ ອາດມີແນວຄິດບໍ່ຈິງໃຈ ຫຼື... ຮັບຄຳຕິ

ທ່ານເຄີຍຖາມຕົນເອງບໍ່ວ່າ: ຂ້ອຍຈະເປັນຜູ້ນໍາທີ່ດີໄດ້ແນວໃດ? ຕໍາແໜງຜູ້ນຳອົງກອນ ຫຼື ບໍລິສັດ ອາດຕ້ອງໃຊ້ຫຼາຍຍຸດທະວິທີເພື່ອໃຫ້ໄດ້ໂອກາດເຂົ້າໄປໃນຈຸດໆນັ້ນ. ຖ້າເວົ້າທັກສະ ແລະ ສະພາວະການເປັນຜູ້ນຳ, ທຸກໆຊີວິດແມ່ນຈຳເປັນຫຼາຍ ເພື່ອນຳພາຊີວິດຄອບຄົວ ແລະ ບັນລຸເປົ້າໝາຍຕົນເອງ. ການຮັບຄຳຕິຊົມໃນທາງກໍ່ສ້າງຈາກໝູ່ເພື່ອນ ເປັນຮູບແບບການປັບຕົວຮູບແບບການນຳພາທີ່ດີຂື້ນ.

ທັກສະການສື່ສານເປັນສິ່ງທີ່ຈຳເປັນ. ຖ້າທ່ານຕ້ອງສື່ສານ, ຈົ່ງສື່ສານໃຫ້ກຸ່ມຄົນເຂົ້າໃຈເຖິງສິ່ງທີ່ທ່ານຕ້ອງການວ່າ ທ່ານຕ້ອງການໃຫ້ພວກເຂົາມີຄວາມຈິງໃຈຕໍ່ທ່ານ, ເຖິງວ່າມັນຈະເປັນຄວາມຈິງທີ່ເຈັບປວດ ຈາກນັ້ນກໍ່ປັບປຸງຕົນເອງ. ທ່ານຈະພົບວ່າລູກນ້ອງຂອງທ່ານ ອາດມີແນວຄິດບໍ່ຈິງໃຈ ຫຼື ເຮັດວຽກງານ ແບບບໍ່ຮັບຜິດຊອບ ຈົນເປັນການບໍ່ບັນລຸຜົນສຳເລັດ.

ໃນຂະນະທີ່ທ່ານເອງອາດຈະຄິດບໍ່ເຖິງແນວຄິດບໍ່ຫວັງດີດັ່ງກ່າວ, ເພາະສິ່ງທີ່ທໍາລາຍຕົວທ່ານກໍ່ຄືຄວາມສາມາດໃນການຄອບຄຸມກິດຈະກຳໃຫ້ໄປຕາມແຜນ ແລະ ຄຳສັ່ງທີ່ທ່ານມີ. ທຸກມື້ພວກເຂົາອາດຈະເວົ້າເຖິງການຫຼຽນໄຫຼຂອງການເຮັດວຽກ ຜ່ານຮູບແບບການລາຍງານໂດຍກົງ ຫຼື ທາງບົດລາຍງານ. ຖ້າທ່ານບໍ່ເດັດຂາດກັບການຕັດສິນໃຈ ໃນເລື່ອງທີ່ສໍາຄັນສໍາລັບທ່ານແລ້ວ ຕົວທໍາລາຍເຫຼົ່ານີ້ຈະຖືກບົດບັງເອົາໄວ້ ໂດຍສະເພາະຢ່າງຍິ່ງຈາກສາຍຕາຂອງທ່ານເອງ. ໂດຍທີ່ຄົນອື່ນທີ່ໄດ້ເຮັດວຽກກັບທ່ານມາໄລຍະໜຶ່ງຈະສັງເກດເຫັນຂໍ້ເສຍໃນຕົວທ່ານເປັນຢ່າງດີ ເພາະພວກເຂົາຈະຕ້ອງຫາທາງອອກເອົາເອງ. ຫາກທ່ານມີຂໍ້ເສຍໃນເລື່ອງນີ້ ກໍ່ຂໍໃຫ້ຄິດຫວນກັບໄປເຖິງຫຼາຍຄົນທີ່ທ່ານເຄີຍຮ່ວມວຽກນໍາໃນອະດີດວ່າ ພວກເຂົາມີພຶດຕິກໍາທີ່ຂະນະນີ້ທ່ານໄດ້ຮູ້ແລ້ວວ່າມັນເປັນລາງບອກເຫດ ຂອງພຶກດຕິກໍາທີ່ທໍາລາຍຫຼືບໍ່? ທ່ານຄິດວ່າພວກເຂົາສາມາດເຫັນບັນຫາຄືກັນກັບທ່ານຫຼືບໍ່? ແລະຖ້າແມ່ນ ມັນແມ່ນຫຍັງ? ທ່ານອາດຈະຕ້ອງການໃຫ້ທີມຂອງທ່ານຕອບຄໍາຖາມກ່ຽວກັບຕົວທ່ານ ເພີ່ມດັ່ງຕໍ່ໄປນີ້:

  • ຂ້ອຍໄດ້ເຮັດຫຍັງທີ່ເຮັດໃຫ້ທ່ານ ມີແນວຄິດຈົນເກີດຄວາມອຸກອັ່ງໃຈບໍ່?
  • ຂ້ອຍໄດ້ບັງຄັບໃຫ້ພວກທ່ານ ຕ້ອງປັບຕົວເພື່ອທີ່ຈະເຮັດວຽກໃຫ້ເຂົ້າກັບຂ້ອຍ ແທນທີ່ຈະເປັນການເຮັດວຽກຮ່ວມກັນແນວໃດແດ່?
  • ແນວຄວາມຄິດຂອງຄົນເປັນກຸ່ມຄິດແນວໃດ ກັບພຶດຕິກຳຂອງຕົວທ່ານ?
  • ເມື່ອຂ້ອຍຕົກຢູ່ໃນຄວາມຄຼຽດ ແມ່ນຫຍັງທີ່ຂ້ອຍໄດ້ເຮັດ ຊຶ່ງທ່ານຄິດວ່າມັນບໍ່ເປັນການສ້າງສັນ?

ທ່ານຈະຕ້ອງໃຫ້ຄວາມໝັ້ນໃຈກັບລູກນ້ອງຂອງທ່ານວ່າ ສິ່ງທີ່ພວກເຂົາເວົ້າຈະບໍ່ຖືກນໍາມາຕໍ່ຕ້ານພວກເຂົາ ແລະ ທ່ານຄວນທີ່ຈະມຸ່ງເນັ້ນໄປທີ່ສິ່ງທີ່ພວກເຂົາລາຍງານກັບທ່ານ ໂດຍບໍ່ເນັ້ນໄປທີ່ຕົວບຸກຄົນວ່າໃຜ ເປັນຄົນເວົ້າ ແລະ ເວົ້າແນວໃດ? ນອກຈາກນີ້ເຈົ້າຈະຕ້ອງຮັກສາສັນຍານໍາບໍ່? ເຊັ່ນ: ນັ້ນເຈົ້າກໍ່ອາດຈະສ່ຽງຕໍ່ການສູນເສຍຄວາມໜ້າເຊື່ອຖື ຫາກພວກເຂົາມີຄວາມຈິງໃຈຕໍ່ທ່ານ. ພວກເຂົາກໍ່ຍອມບອກທ່ານເຖິງພຶດຕິກໍາທໍາລາຍທີ່ສ່ຽງຕໍ່ຄວາມລົ້ມເຫຼວຂອງທ່ານ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.