Norkhame
ຮູ້ຈັກຄວາມເຈັບປວດ ຮູ້ຈັກຄວາມເຈັບປວດ
“ໃຫ້ທຸກໆມື້ເປັນໂອກາດຂອງການຮຽນຮູ້, ແກ້ໄຂ ແລະ ຫາປະສົບການ. ຖ້າເຈີ້ແນວບໍ່ຫວັງ ກໍ່ບໍ່ໝາຍວ່າໂຊກ ຮ້າຍຕະຫຼອດໄປ ຫຼື ຖ້າພົບແນວດີກໍ່ບໍ່ໝາຍວ່າໂຊກດີຕະຫຼອດໄປ. ຊີວິດມັນກໍ່ເປັນແນວນີ້ແຫຼ້, ຊີວິດມັນປຽບ ກັບການເດີນທາງ” ບໍ່ມີຊີວິດໃຜບໍ່ມີປັນຫາ. ຫຼາຍໆຄົນໃຊ້ຊີວິດຫຼົບຫຼີກບັນຫາ, ເນື່ອງຈາກວ່າພວກເພີ່ນບໍ່ຕ້ອງການປະເຊີນໜ້າກັບ ຄວາມເປັນຈິງ. ມີຫຼາຍໆຄົນບໍ່ແກ້ບັນຫາ ແລະ ມັກເຮັດໃຫ້ມັນຊຳ້ເຮື້ອຈົນແກ້ບໍ່ຕົກໃນພາຍຫຼັງ. ຄົນທີ່ມັກມີບັນ ຫາກໍ່ຈະມັກ ຫຼົບຫຼີກ. ວຽກງານທີ່ບໍ່ຢາກເຮັດ ກໍ່ຈະປ່ອຍວາງມັນໄວ້... ຮູ້ຈັກຄວາມເຈັບປວດ

“ໃຫ້ທຸກໆມື້ເປັນໂອກາດຂອງການຮຽນຮູ້, ແກ້ໄຂ ແລະ ຫາປະສົບການ. ຖ້າເຈີ້ແນວບໍ່ຫວັງ ກໍ່ບໍ່ໝາຍວ່າໂຊກ ຮ້າຍຕະຫຼອດໄປ ຫຼື ຖ້າພົບແນວດີກໍ່ບໍ່ໝາຍວ່າໂຊກດີຕະຫຼອດໄປ. ຊີວິດມັນກໍ່ເປັນແນວນີ້ແຫຼ້, ຊີວິດມັນປຽບ ກັບການເດີນທາງ”

ບໍ່ມີຊີວິດໃຜບໍ່ມີປັນຫາ. ຫຼາຍໆຄົນໃຊ້ຊີວິດຫຼົບຫຼີກບັນຫາ, ເນື່ອງຈາກວ່າພວກເພີ່ນບໍ່ຕ້ອງການປະເຊີນໜ້າກັບ ຄວາມເປັນຈິງ. ມີຫຼາຍໆຄົນບໍ່ແກ້ບັນຫາ ແລະ ມັກເຮັດໃຫ້ມັນຊຳ້ເຮື້ອຈົນແກ້ບໍ່ຕົກໃນພາຍຫຼັງ. ຄົນທີ່ມັກມີບັນ ຫາກໍ່ຈະມັກ ຫຼົບຫຼີກ. ວຽກງານທີ່ບໍ່ຢາກເຮັດ ກໍ່ຈະປ່ອຍວາງມັນໄວ້ ແລະ ໃຊ້ເວລາອ່ານສິ່ງທີ່ບໍ່ເປັນປະໂຫຍດ ນຳທາງອິນເຕີເນັດ ຈົນເຮັດໃຫ້ວຽກງານມີຄວາມຫຼ້າຊ້າ.

ສຳລັບຄົນທີ່ຫັວງຫຼຸດນຳໜັກ ກໍ່ມັກຈະມີພຶດຕິກຳເກົ່າ ແລະ ຄິດແຕ່ວ່າມື້ອື່ນຈະເຮັດມັນໃຫ້ໄດ້. ການບໍ່ປະຕິບັດ ໃນສິ່ງທີ່ຄວນເຮັດ ຈະບໍ່ເຮັດໃຫ້ຫຍັງດີຂື້ນມາ. ຖ້າພວກບໍ່ໃສ່ໃຈໃນການແກ້ປັນຫາເຫຼົ່ານີ້ ປັນຫາມັນຈະຍິງເຕີບ ໂຕໄວ ຂື້ນ ແລະ ໃຫຍ່ຂື້ນ. ເຊັ່ນ: ຖ້າບໍ່ໃສ່ໃຈຈ່າຍໃບບິນໄຟຟ້າ ໃຫ້ທັນກັບເວລາ ເຮືອນຂອງທ່ານອາດຈະຖືກ ຕັດໄຟ ຫຼື ອາດຕ້ອງຖືກປັບໄໝ. ຖ້າຫາກບໍ່ເຮັດວຽກ ຈະເຮັດໃຫ້ບໍ່ປະຕິບັດຕາມເວລາ, ຖ້າບໍ່ຄຸມອາຫານ ຫວານ ອາດເຮັດໃຫ້ ເປັນໂລກເບົາຫວານ ແລະ ບັນຫາກໍ່ຈະຕາມມາ.

ການບໍ່ເບິ່ງບັນຫາທີ່ເກີດຂື້ນ ຈະບໍ່ສາມາດຫາທາງແກ້ໄດ້. ແທນທີ່ຈະປ່ອຍປະລະເລີຍ ຄົນຄວນຫັນເຂົ້າຫາປັນຫາ. ການປະເຊີນກັບສິ່ງທີ່ເກີດຂື້ນມັນຈະເຮັດໃຫ້ເຫັນ ແລະ ຄິດກ່ຽວກັບສິ່ງທີ່ເກີດຂື້ນວ່າມັນແມ່ນຫຍັງ? ແລະ ມັກຈະຫາທາງອອກໄດ້.

ວຽກງານມັກມີປັນຫາເຂົ້າມາເລີຍໆ. ບາງປັນຫານັ້ນໃຫຍ່ຫຼາຍ ທັງເປັນສິ່ງໄໝ່ ຈົນເຮັດໃຫ້ບໍ່ສາມາດເບິ່ງເຫັນ ທາງແກ້ໄດ້. ແຕ່ຖ້າປະປ່ອຍມັນໄປ ເວລາຈະບໍ່ສາມາດແກ້ໄຂຫຍັງໄດ້ ຫຼື ອາດຈະເພີ່ມທະວີຄູນກາຍ ເປັນບັນ ຫາໄໝ່ທີ່ຍິງມີຄວາມຫຍຸ້ງ ຍາກໃນການແກ້ໄຂໄດ້.

ຕໍ່ກັບບັນຫາການຮັກສາສຸກກະພາບ, ຫາກປ່ອຍຕາມໃຈກິນ ແລະ ດື່ມທຸກຢ່າງ ອາດເຮັດໃຫ້ມີຮ່າງກາຍຕຸ້ຍ ແລະ ບໍ່ສົມສ່ວນ. ການຮີບຮ້ອນຄົ້ນຄິດບັນຫາ ແລະ ທາງແກ້ໃຫ້ແກ່ວຽກງານທີ່ສັບສົນ ໂດຍການປຶກສາຫາລື ກັບຄົນມີ ສ່ວນຮ່ວມ ແລະ ສຶກສາສ່ວນຕົວ ຈະເຮັດໃຫ້ສາມາດຊອກຫາແນວຄວາມຄິດທີ່ດີ ແລະ ທັນກັບເວລາຕໍ່ກັບວຽກ ງານທີ່ກຳລັງປະຕິບັດຢູ່.

ສິ່ງໜຶ່ງທີ່ຂ້າພະເຈົ້າມັກເຮັດກໍ່ຄືໃຫ້ເວລາກັບຕົນເອງ ເຮັດສະມາທິເພື່ອເຮັດໃຫ້ຈິດໃຈເປັນອິດສະຫຼະ. ມີຫຼາຍ ເທື່ອທີ່ມີແຕ່ເຮັດວຽກ ແລະ ຫຍຸ້ງກັບເລື່ອງອື່ນຈົນບໍ່ມີເວລາສົນໃຈເລື່ອງການເຮັດສະມາທິ ມັນເຮັດໃຫ້ການມີ ສະມາທິຫຼຸດລົງ.

ມີຫຼາຍເທື່ອ ຂ້າພະເຈົ້າບໍ່ຢາກປະເຊີນກັບບັນຫາ ເພາະມີຄວາມຢ້ານ. ແລະ ນັ້ນເປັນສາເຫດໜຶ່ງເຮັດໃຫ້ຕ້ອງ ຫຼົບຫຼີກບັນຫາ. ແຕ່ທ່ານສາມາດຊະນະຄວາມຢ້ານ ແລະ ປະເຊີນໜ້າກັບມັນໄດ້. ທ່ານຄວນເບິ່ງປັນຫາແບບ ກົງໄປກົງມາ ແລະ ເປີດຕົວເອງໃຫ້ມີການຮຽນຮູ້. ມີແຕ່ແນວນັ້ນຈະເຮັດໃຫ້ທ່ານສາມາດແກ້ໄຂມັນໄດ້, ແລະ ທ່ານກໍ່ຈະຮູ້ວ່າ ມັນບໍ່ໄດ້ເປັນສິ່ງທີ່ໜ້າຢ້ານກົວເລີຍ. ເນື່ອງຈາກວ່າເວລາທີ່ຫຼົບຫຼີກຈາກບັນຫາມັນໝາຍວ່າ ຕົວເອງ ໃຫ້ອຳນາດ ຄວາມຢ້ານມາເປັນເຈົ້າ, ແລະ ເຮັດໃຫ້ຄວາມຢ້ານຄວບຄຸມຊີວິດຂອງທ່ານເອງ.

ຈົງຢ່າໃຫ້ຄວາມຢ້ານເຫຼົ່ານັ້ນເຂົ້າມາລົບກວນ ແລະ ເປີດຕົວເຂົ້າຫາປັນຫາ. ຢ່າຢ້ານຄວາມເຈັບປວດແຕ່ໃຫ້ ຮູ້ສຶກ ຄວາມຢ້ານ ແລະ ເຮັດສິ່ງໃດສິ່ງໜຶ່ງໃຫ້ດີຂື້ນ. ເພື່ອຮັກສາຕົນເອງໃຫ້ຫາຍຈາກຄວາມເຈັບປວດ. ທ່ານ ຕ້ອງເລີ່ມ ສ້າງສິ່ງໃດໜຶ່ງໄໝ່ໆ ແລະ ສິ່ງອັດສະຈັນໃຈຈາກປະສົບການຂອງຄວາມເຈັບປວດ ທີ່ເຊື່ອງຊ້ອນ ໃນຄວາມມືດມົນ.

ການເຂົ້າປະເຊີນກັບປັນຫາ ມັນເປັນການເຮັດໃຫ້ທ່ານກ້າວເຂົ້າສູ່ສິ່ງໃດໜຶ່ງທີ່ສ່ວຍງາມ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.