Norkhame
ບັ້ນຮົບຊີວິດ ບັ້ນຮົບຊີວິດ
ເມື່ອ​ຕ້ອງ​ແຂ່ງ​ຂັນ​ກັບ​ຈິດ​ໃຈ​ຂອງ​ຕົວ​ເອງ ແທນວິ​ຖີ​ຊີ​ວິດ​ໃນ​ວົງ​ສັງ​ຄົມ. ເຮົາ​ກໍ່ຈະບໍ່​ເປັນ​ຜູ້​ແຂ່ງ ທີ່​ເຕັມ​ໄປ​ດ້ວຍອ​າ​ລົມ​ຝ່າຍ​ລົບ ​ເພື່ອ​ໃຫ້ຕົນ​ເອງ​ແລ່ນ​ເຂົ້າ​ສູ່​ເສັ້ນ​ໄຊ​ຝ່າຍ​ດຽວ. ​ແຕ່​ຄວນ​ຮຽນ​ຮູ້​ວິ​ທີ​ແຂ່ງ​ເພື່ອ​ຊະ​ນະ​ທັງ​ອຸ​ປ​ະ​ສັກ​ນາ​ນາປະການ ​ແລະ ​ເພື່ອ​ຊະ​ນະ​ໃຈ​ຂອງ​ຕົວ​ເອງ​ ຜູ້ທີ່​ອ້ອນວອນ​ຕາມ​ຄວາມ​ຕ້ອງ​ການ​ຢ່າງບໍ່​ຮູ້​ຈົບ​. ຊີ​ວິດ​ຂອງ​ຄົນ​ເຮົາ​ປຽບ​ຄື​ກັບ​ເກມ​ກິ​ລາ​ຢ່າງ​ຫ​ນຶ່ງ​ ທີ່​ຕ້ອງ​ລົງ​ແຂ່ງ​ຂັນ​ເພື່ອ​ນຳ​ໄຊ​ຊະ​ນະ​ມາ​ຄອບ​ຄອງ​ໃຫ້​ໄດ້ ​ຢ່າງ​​ນ້ອຍ​ກໍ​ເປັນ​ການ​ສ້າງ​ການຍອມ​ຮັບ​ໃຫ້​ແກ່​ຕົວ​ເອງ ​ແລະ ​ເພື່ອ​ໃຫ້​ຜູ້​ອື່ນເຄົາລົບ​ເປັນ​ບາງ​ເວ​ລາ. ບັນ​ຫາ​ຫານ​ແຂ່ງ​ຂັນ​ຂອງ​ຊີ​ວິ​ດ​ບໍ່​ແມ່ນ​ວ່າ​ຢູ່​ທີ່​ເຮົາ​ຕ້ອງ​ເຮັ​ດ​ຫ​ນ້າ​ທີ່​ຕໍ່​ສູ້​ພຽງ​ຢ່າງ​ດຽວ. ​ເທັກ​ນິກ​ໃນ​ການ​ແຂ່ງ​ຂັນ​ກໍ​ເປັນ​ສິ່ງ​ສຳ​ຄັນ​ທີ່​ເຮົາ​ຄວນ​ມີ. ​ບໍ່​ແມ່ນ​ຈະ​ແຂ່ງ​ໄປ​ໃຫ້​ລອດ​ໄປ​ວັນ​ວັນ​ ໂດຍ​ທີ່​ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ປະ​ດັບ​ໄວ້​ໃນ​ໂລ​ກ. ເພາະ​ຊີ​ສິດ​ເປັນ​ສິ່ງ​ທີ່​ຫ​ນ້າ​ອັດ​ສະ​ຈັ​ນ​ ຖ້າ​ເຮົາ​ເຂົ້າ​ເຖິງ​ຄຸນ​ຄ່າ​ຂອງ​ມັນ. ​ຍິ່ງ​ຊີ​ວິດ​ທີ່​ຕ້ອງ​ສູ້​ກັບ​ການ​ແຂ່ງ​ຂັນ​ຫລາຍໆ​ສິ່ງ​ທີ່​ເຂົ້າ​ມາ​ກ່ຽວ​ພັນ​ເຮົາ​ຍິ່ງ​ຄວນ​ເອົາ​ໃຈ​ໃສ່​. ​ທ່ານຕ້ອງ​ກຽມ​ຄວາມ​ພ້ອມ​ທີ່​ຈະ​ແຂ່ງ​ຂັນ​ກັບ​ກາຍ​ພາຍນອກ ​ແລະ​ ຈິດ​ໃຈ​ພາຍ​ໃນ.... ບັ້ນຮົບຊີວິດ

ເມື່ອ​ຕ້ອງ​ແຂ່ງ​ຂັນ​ກັບ​ຈິດ​ໃຈ​ຂອງ​ຕົວ​ເອງ ແທນວິ​ຖີ​ຊີ​ວິດ​ໃນ​ວົງ​ສັງ​ຄົມ. ເຮົາ​ກໍ່ຈະບໍ່​ເປັນ​ຜູ້​ແຂ່ງ ທີ່​ເຕັມ​ໄປ​ດ້ວຍອ​າ​ລົມ​ຝ່າຍ​ລົບ ​ເພື່ອ​ໃຫ້ຕົນ​ເອງ​ແລ່ນ​ເຂົ້າ​ສູ່​ເສັ້ນ​ໄຊ​ຝ່າຍ​ດຽວ. ​ແຕ່​ຄວນ​ຮຽນ​ຮູ້​ວິ​ທີ​ແຂ່ງ​ເພື່ອ​ຊະ​ນະ​ທັງ​ອຸ​ປ​ະ​ສັກ​ນາ​ນາປະການ ​ແລະ ​ເພື່ອ​ຊະ​ນະ​ໃຈ​ຂອງ​ຕົວ​ເອງ​ ຜູ້ທີ່​ອ້ອນວອນ​ຕາມ​ຄວາມ​ຕ້ອງ​ການ​ຢ່າງບໍ່​ຮູ້​ຈົບ​.

ຊີ​ວິດ​ຂອງ​ຄົນ​ເຮົາ​ປຽບ​ຄື​ກັບ​ເກມ​ກິ​ລາ​ຢ່າງ​ຫ​ນຶ່ງ​ ທີ່​ຕ້ອງ​ລົງ​ແຂ່ງ​ຂັນ​ເພື່ອ​ນຳ​ໄຊ​ຊະ​ນະ​ມາ​ຄອບ​ຄອງ​ໃຫ້​ໄດ້ ​ຢ່າງ​​ນ້ອຍ​ກໍ​ເປັນ​ການ​ສ້າງ​ການຍອມ​ຮັບ​ໃຫ້​ແກ່​ຕົວ​ເອງ ​ແລະ ​ເພື່ອ​ໃຫ້​ຜູ້​ອື່ນເຄົາລົບ​ເປັນ​ບາງ​ເວ​ລາ.

ບັນ​ຫາ​ຫານ​ແຂ່ງ​ຂັນ​ຂອງ​ຊີ​ວິ​ດ​ບໍ່​ແມ່ນ​ວ່າ​ຢູ່​ທີ່​ເຮົາ​ຕ້ອງ​ເຮັ​ດ​ຫ​ນ້າ​ທີ່​ຕໍ່​ສູ້​ພຽງ​ຢ່າງ​ດຽວ. ​ເທັກ​ນິກ​ໃນ​ການ​ແຂ່ງ​ຂັນ​ກໍ​ເປັນ​ສິ່ງ​ສຳ​ຄັນ​ທີ່​ເຮົາ​ຄວນ​ມີ. ​ບໍ່​ແມ່ນ​ຈະ​ແຂ່ງ​ໄປ​ໃຫ້​ລອດ​ໄປ​ວັນ​ວັນ​ ໂດຍ​ທີ່​ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ປະ​ດັບ​ໄວ້​ໃນ​ໂລ​ກ. ເພາະ​ຊີ​ສິດ​ເປັນ​ສິ່ງ​ທີ່​ຫ​ນ້າ​ອັດ​ສະ​ຈັ​ນ​ ຖ້າ​ເຮົາ​ເຂົ້າ​ເຖິງ​ຄຸນ​ຄ່າ​ຂອງ​ມັນ. ​ຍິ່ງ​ຊີ​ວິດ​ທີ່​ຕ້ອງ​ສູ້​ກັບ​ການ​ແຂ່ງ​ຂັນ​ຫລາຍໆ​ສິ່ງ​ທີ່​ເຂົ້າ​ມາ​ກ່ຽວ​ພັນ​ເຮົາ​ຍິ່ງ​ຄວນ​ເອົາ​ໃຈ​ໃສ່​. ​ທ່ານຕ້ອງ​ກຽມ​ຄວາມ​ພ້ອມ​ທີ່​ຈະ​ແຂ່ງ​ຂັນ​ກັບ​ກາຍ​ພາຍນອກ ​ແລະ​ ຈິດ​ໃຈ​ພາຍ​ໃນ.

ຄູ່​ແຂ່ງ​ຂອງ​ກາຍ​ເຮົາ​ກໍ​ນິ​ຍາມ​ວ່າ​ຊີ​ວິດ​ນີ້​ຕ້ອງ​ການການ​ຮຽນ​ຮູ້​ທີ່​ຈະ​ຢູ່​ໃຫ້​ໄດ້​ໃນ​ທຸກໆ​ວິ​ທີ. ເພາະ​ເມື່ອ​ໃດ​ທີ່​ຈິດໃຈຍັງ​ຮ້ອງ​ຫາ​ຄວາມ​ສຳ​ເລັດ​, ທ້ອງ​ຍັງ​ໂຫຍ​ຫາອາຫານມາລ້ຽງ​ເພື່ອ​ໃຫ້​ຫາຍ​ຫິວ​ ເຮົາ​ຕ້ອງ​ຮັກ​ສາ​ໃຫ້ຈິດໃຈເຕີມເຕັມດ້ວຍ ຄວາມຝັນ ແລະ ລ້ຽງຮ່າງກາຍ​ບໍ່​ໃຫ້​ທ້ອງ​ຫີວດ້ວຍ​ການ​ຫາ​ສິ່ງ​ຕ່າງໆ​ມາ​ບຳ​ລຸງ.

ໃນ​ສ່ວນ​ທີ່​ໃຊ້​ບຳ​ລຸງ​ຈິດ​ໃຈ ກໍ​ບໍ່​ແມ່ນ​ວ່າ​ຈະ​ໃຊ້​ແຕ່​ອາ​ລົມ​ ທີ່ພັດ​ເຂົ້າ​ມາ​ສູ່​ຈິດ​ໃຈ​ໃຫ້​ຕື່ນ​ເຕັ້ນ​ ແລ້ວ​ຈາກ​ໄປ​ລ້າໆ. ແຕ່​ຕ້ອງ​ເປັນ​ຈິດ​ໃຈ​ທີ່​ເບີກ​ບານ​ດ້ວຍ​ຄວາມ​ຮູ້ສຶກ​ຕົວ ​ທີ່​ເກີດ​ຈາກ​ການ​ຮູ້​ເທົ່າ​ກັນ​ໂດຍ​ມີ​ສະ​ຕິ​ຊ່ວຍ​ປະ​ຄອງ​ການ​ເດີນ​ທາງ​ໄກ​ເພື່ອ​ໄປ​ຄວາມ​ມຸ້ງ​ຫມາຍ​ຢ່າງ​ຜູ້​ມີ​ສະ​ຕິ.

ທ່ານເຄີຍ​ສັງ​ເກດແດ່​ບໍ່​ວ່າ, ​ບໍ່​ວ່າ​ຈະ​ເປັນ​ເກມ​ຊະ​ນິດ​ໃດ​ທີ່​ຜູ້​ແຂ່ງ​ຂັນ​ຖືກຄວາມ​ໂກດ​ແຄ້ນ​ຄອບ​ງຳ​ ເຂົາ​ມັກ​ຈະ​ພ່າຍ​ແພ້​ຕໍ່​ຄູ່​ແຂ່ງ​ສະ​ເຫມີ. ​ໃນ​ຂະ​ນະ​ດຽວ​ກັນ​ຫາກ​ໃຜ​ລົງ​ແຂ່ງ​ຂັນ​ປະຊັນເພາະ​ຫວັງ​ໄຊ​ຊະ​ນະ ໂດຍເຮັດທຸກຢ່າງທີ່ບໍ່ເປັນ ທຳ, ເປັນຕົ້ນໂກງກະຕິກາການແຂ່ງຂັນ,  ​ເຖິງ​ເຂົາ​ຈະ​ໄດ້​ປຽບ​ຄູ່​ຕໍ່​ສູ້​ພຽງ​ໃດ ​ສຸດ​ທ້າຍ​ກໍ​ຈະ​ຈົບ​ລົງ​ດ້ວຍ​ການ​ພ່າຍ​ແພ້​ເພາະ​ໃຈ​ທີ່​ຢາກ​ ໄດ້​ຈົນ​ເກີນ​ເຫດ, ເຖິງວ່າ​ຈະ​ໄດ້​ແຊ້ມ​ມາ​ຄອງ​ແຕ່​ກໍ່ປຽບ​ຄື​ຄວາມ​ພ່າຍ​ແພ້​ຕໍ່​ກະ​ຕິ​ກາ​ຂອງ​ເກມ​ເພາະ​ການເອົາປຽບ​ຕໍ່​ຄູ່​ແຂ່ງ​ທີ່​ໄດ້​ສະ​ແດງ​ອອກ​ໄປ. ໃນ​ຂະ​ນະ​ທີ່​ເຮົາ​ໃຊ້​ຊີ​ວິດ​ແລະ​ຮຽນ​ຮູ້​ທຸກ​ບົດ​ບາດ​ທີ່​ກຳ​ລັງ​ກ້າວ​ໄປ, ​ຖື​ວ່າ​ເປັນ​ເກມ​ຢ່າງ​ຫ​ນຶ່ງ​ທີ່​ເຮົາ​ຕ້ອງ​ທຳ​ການ​ສຶກ​ສາ​ບໍ່​ວ່າ​ຈະ​ເປັນ​ແຂ່ງ​ກັບ​ໃຈ​ຂອງ​ຕົວ​ເອງ ຫລື ການ​ກ້າວ​ໄປ​ໃຫ້​ຮອດ​ເສັ້ນ​ໄຊ​ຢ່າງ​ທີ່​ມຸ້ງ​ຫວັງ.

ຫາກ​ເກມ​ຊີ​ວິດ​ທີ່​ເຕັ​ມ​ໄປ​ດ້ວຍ​ອາ​ລົມ​ທີ່​ຢາກ​ໄດ້​ຫລາຍ​ຈົນ​ເກີນ​ງາມ​ຮູ້​ສຶກ​ກຽດ​ຊັງ​ທີ່​ບໍ່​ໄດ້​ດັ່ງ​ຫວັງ​ແລ​ະ​ລຸ່ມ​ຫລົງ​ໃນ​ໄຊ​ຊະ​ນະ​ຢ່າງ​ອອກນອກ​ຫ​ນ້າ ເກມ​ຊີ​ວິດ​ທີ່​ກຳ​ລັງ​ແຂ່ງ​ປະ​ຊັນ ຢອມ​ປະ​ຈານ​ວິ​ຖີ​ທີ່​ເປັນ​ໄປ​ຂອງ​ເຮົ​າ​ຢູ່​ໃນ​ຕົວ. ຊ້ຳ​ບໍ່ໜໍາ, ໃຈ​ທີ່​ຖືກ​ອາ​ລົມ​ຄອບ​ງຳ ກໍ​ມັກ​ສະ​ແດງ​ອອກ​ຕໍ່​ຄູ່​ແຂ່ງ​ອີກວິ​ຖີ ​ທີ່​ບໍ່​ມີ​ຄວາມ​ເປັນ​ມິດ ​ຈຶ່ງ​ເຮັດ​ໃຫ້​ເຮົາ​ຄ້​ວາ​ດຶງ​ສິ່ງ​ທີ່​ຫມາຍ​ປອງ​ມາ​ຄອງ​ຢ່າງ​ບໍ່​ມີ​ເຫດ​ຜົນ ແທນ​ທີ່​ຈະ​ໄດ້​ຮັບ​ຮູ້​ລົດ​ຊາດ​ຂອງ​ຄວາມ​ສຸກ​ ເພາະ​ໄດ້​ຮັບ​ໄຊ​ຊະ​ນະ​ກັບ​ກາຍ​ເປັນ​ການ​ເປີດ​ທາງ​ໃຫ້​ທຸກ​ເຂົ້າ​ມາ​ກົດ​ດັນ​ແລ້ວ​ເຮັດ​ໃຫ້​ເຮົາ​ເປັນ​ຜູ້​ພ່າຍ​ແພ້​ແທນ.

ເຖິງ​ຈະ​ມີ​ສິ​ລະ​ປະ​ເອົາ​ຊະ​ນະ​ຜູ້​ຕໍ່​ສູ້​ໄດ້ດ້ວຍກົນອຸບາຍສະເພາະ, ​ສິ່ງ​ທີ່​ໄດ້​ມາ​ມັກ​ຈະ​ຕັ້ງ​ຢູ່​ຈຸດ​ທີ່​ບໍ່​ຫ​ນ້າ​ຊື່ນ​ຊົມ​ເຮັດ​ໃຫ້​ຊີ​ວິດ​ຄວນ​ຈະ​ໄດ້​ຄຳ​ນິ​ຍົມ​ກັບ​ກາຍ​ເປັນ​ຄວາມ​ຂົມ​ຂື່ນ​ແທນ. ຄຳສຸພາສິດຈີນໜຶ່ງໄດ້ກ່າວວ່າ: ​

“ບັນ​ດິດ​ຜູ້​ຜ່ານ​ການ​ເຝິກ​ຝົນ​ຂັດ​ເກົາ​ດ້ານ​ຄຸນ​ນະ​ທຳ​ແລ້ວ​ນັ້ນ ​ຄວາມ​ຄິດ​ຈິດ​ໃຈ​ຂອງ​ເຂົາ​ຈະ​ໃສ​ສະ​ຫວ່າງ​ດັ່ງ​ຟາກ​ຟ້າ​ທີ່​ບໍ່​ມີ​ເມກ​ຫມອກ ​ບໍ່​ມີ​ສິ່ງ​ໃດ​ທີ່​ຕ້ອງ​ປົກ​ປິດ​ເພື່ອ​ຊ້ອນ​ສິ່ງ​ໃດ​ສິ່ງ​ຫ​ນຶ່ງ​ຕໍ່​ຜູ້​ອື່ນ ​ແຕ່​ຄົນເຫຼົ່ານັ້ນມັກປົກປິດ​ຄວາມ​ສາ​ມາດ​ຂອງ​ເຂົາ​​ໄວ້​ໃຫ້​ມິດ​ຊິດ​ບໍ່​ໃຫ້​ຜູ້​ໃດ​ພົບ​ເຫັນ​ໄດ້​ໂດຍ​ງ່າຍ” ໝາຍວ່າ: ບໍ່ທະນົງຕົວ.

ຊີ​ວິດ​ຂອງ​ເຮົາ​ກໍ​ເຊັ່​ນ​ດຽວ​ກັນ. ​ເມື່ອ​ຕ້ອງ​ແຂ່ງ​ຂັນ​ກັບ​ຊີ​ວິດ​ຈິດ​ໃຈ​ຂອງ​ຕົວ​ເອງ ແລະ​ ວິ​ຖີ​ຊີ​ວິດ​ໃນ​ວົງ​ສັງ​ຄົມ, ​ເຮົາ​ບໍ່​ຄວນ​ເປັນ​ຜູ້​ແຂ່ງ​ຂັນ​ທີ່​ເຕັມ​ໄປ​ດ້ວຍ​ອາ​ລົມ​ຝ່າຍ​ລົບ​ ເພື່ອ​ໃຫ້​ຕົວ​ເອງ​ໄດ້​ກ້າວ​ເຂົ້າ​ສູ່​ເສັ້ນ​ໄຊ​ຝ່າຍ​ດຽວ​ ແຕ່​ຄວນ​ຮຽນ​ຮູ້​ວິ​ທີ​ແຂ່ງ​ເພື່ອ​ຊະ​ນະ​ທັງ​ອຸ​ປະ​ສັກ​ນາ​ນາ ​ແລະ ​ເພື່ອ​ຊະ​ນະ​ໃຈ​ຕົວ​ເອງ​ທີ່​ວິງວອນ​ຕາມ​ຄວາມ​ຕ້ອງ​ການ​ຢ່າງ​ບໍ່​ຮູ້​ຈົບ​ດ້ວຍ. ​ຄວນ​ເປັນ​ຊີ​ວິດ​ທີ່​ຮູ້ຈັກ​ສ້າງ​ກາຍ ​ແລະ ​ໃຈ​ໃຫ້​ສອດ​ຄ່ອງ​ຕໍ່​ກັນ​ໂດຍ​ມີ​ສະ​ຕິ​ປັນ​ຍ​າ​ຄອຍ​ສອນ​ໃຈ​ຂອງ​ເຮົາ​ໃຫ້​ຮູ້​ຈັກ​ເຕີບ​ໃຫ່​ຍ.

ຖ້າ​ເຮົາ​ໄດ້​ຮັບ​ລາງວັນ​ທີ່​ມາ​ຈາກ​ການ​ແຂ່ງ​ຂັນແບບເປັນທຳ, ເຮົາ​ຍ່ອມ​​ພາກ​ພູມ​ໃຈ​ກວ່າ ການເອົາປຽບໃນການແຂ່ງ ຂັນແບບບໍ່ເປັນທຳ. ເພາະ​ເປັນ​ລາງວັນ​ທີ່​ເກີດ​ຂຶ້ນ​ຈາກ​ຄວາມ​ພາກ​ພຽນ​ທີ່​ມີ​ຄຸນ​ນະ​ທຳ​ຊ່ວຍ​ສົ່ງ​ຕໍ່​ໃຫ້​ເຖິງ​ເປົ້າ​ຫມາຍ. ເຮັດ​ໃຫ້​ໃຈ​ຂອງ​ເຮົາ​ໄດ້​ຮຽນ​ຮູ້​ທີ່​ຈະ​ຢູ່​ຢ່າງ​ຜູ້​ຊະ​ນະ ແລະ ​ເຮັດ​ຄວາມ​ຮູ້​ຈັກ​ຄວາມ​ປ​າ​ລາ​ໄຊ​ດ້ວຍ​ຄວາມ​ເຂົ້າ​ໃຈ​ໃນ​ແກ່ນ​ແທ້​ຂອງ​ເກມ​ເມື່ອ​ວັນ​ຫ​ນຶ່ງ​ຊີ​ວິດ​ທີ່ບໍ່​ເປັນ​ໄປ​ດັ່ງ​ທີ່​ໃຈ​ຕ້ອງ​ການ. ດັ່ງ​ນັ້ນ​ເກມ​ຊີ​ວິ​ດ​ຈຶ່ງ​ເປັນ​ເກມ​ທີ່​ຕ້ອງ​ລ​ະ​ວັງ​ທຸກ​ບາດ​ກ້າວ​ຕ້ອງ​ຮູ້​ຈັກ​ລະ​ວັງ​ທັງ​ກາຍ​ທີ່​ທີ່​ເຄື່ອນ​ໄຫ​ວ​ ແລ ະ​ໃຈ​ທີ່​ຄິດ​ນຶກ. ເພາະ​ເມື່ອ​ໃດ​ເຮົາ​ເຮັດ​ໄດ້​ ບໍ່​ວ່າ​ຈະ​ລົງ​ແຂ່ງ​ຄັ້ງ​ໃດ​ຫລຽນ​ທອງ​ແຫ່ງ​ໄຊ​ຊະ​ນະ​ທີ່​ມີ​ຄ່າ​ຕໍ່​ການອວດ​ໂຊ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.