Norkhame
ຜູ້ນໍາໂລກລົມກັນ ຜູ້ນໍາໂລກລົມກັນ
ນຳໂດຍອົງການສະຫະປະຊາຊາດ, ໄດ້ຊຸກຍູ້ໃຫ້ຜູ້ນຳທົ່ວໂລກ ເລັ່ງໃສ່ວຽກງານການປິ່ນປົວ. ບັນດາຜູ້ນຳໂລກ ໄດເໃຫ້ຄຳໝັ້ນສັນຍາວ່າ ຈະເລັ່ງພັດທະນາຢາ ແລະ ການຮັກສາທີ່ມີປະສິດຕິຜົນ. ລວມທັງການກວດກາເຊື້ອ ທີ່ວ່ອງໄວ. ປະຈຸບັນ ບັນດາການນຳເກືອບທຸກປະເທດ ໄດ້ຮ່ວມກັນຄົ້ນຄ້ວາ ແລະ ການທົດສອບຢາວັກຊີນສຳລັບ ໂຄວິດ19.ປະທານາທິບໍດີຝຣັ່ງ, ນາຍົກລັດຖະມົນຕີເຢຍລະມັນ ແລະ ປະທານາທິບໍດີອາຟຣິກາໃຕ້ ແມ່ນໜຶ່ງໃນບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມຜ່ານທາງ ວິດີໂອໃນວັນສຸກ ຮ່ວມກັບອົງການອານາໄມໂລກ WHO ເປັນການຮ່ວມມືທີ່ສຳ... ຜູ້ນໍາໂລກລົມກັນ

ນຳໂດຍອົງການສະຫະປະຊາຊາດ, ໄດ້ຊຸກຍູ້ໃຫ້ຜູ້ນຳທົ່ວໂລກ ເລັ່ງໃສ່ວຽກງານການປິ່ນປົວ. ບັນດາຜູ້ນຳໂລກ ໄດເໃຫ້ຄຳໝັ້ນສັນຍາວ່າ ຈະເລັ່ງພັດທະນາຢາ ແລະ ການຮັກສາທີ່ມີປະສິດຕິຜົນ. ລວມທັງການກວດກາເຊື້ອ ທີ່ວ່ອງໄວ.

ປະຈຸບັນ ບັນດາການນຳເກືອບທຸກປະເທດ ໄດ້ຮ່ວມກັນຄົ້ນຄ້ວາ ແລະ ການທົດສອບຢາວັກຊີນສຳລັບ ໂຄວິດ19.ປະທານາທິບໍດີຝຣັ່ງ, ນາຍົກລັດຖະມົນຕີເຢຍລະມັນ ແລະ ປະທານາທິບໍດີອາຟຣິກາໃຕ້ ແມ່ນໜຶ່ງໃນບັນດາຜູ້ທີ່ເຂົ້າຮ່ວມກອງປະຊຸມຜ່ານທາງ ວິດີໂອໃນວັນສຸກ ຮ່ວມກັບອົງການອານາໄມໂລກ WHO ເປັນການຮ່ວມມືທີ່ສຳ ຄັນ ເພື່ອຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ19.

ຈຸດປະສົງກອງປະຊຸມ ແມ່ນເລັ່ງໃສ່ການພັດທະນາຢາທີ່ປອດໄພ ແລະ ມີປະສິດຕິຜົນ, ລວມທັງການທົດສອບແລະ ຊອກວັກຊີນເພື່ອປ້ອງກັນໃນຕໍ່ໜ້າ ແກ່ຄົນທຸກໆຄົນໃນໂລກ ລວມທັງຄົນທຸກຍາກ ທີ່ບໍ່ສາມາດຊື້ໄດ້. ຜູ້ອຳ ນວຍການໃຫຍ່ຂອງ ອົງການອານາໄມໂລກ ກ່າວວ່າ “ພວກເຮົາກຳລັງປະເຊີນກັບໄພຂົ່ມຂູ່ ທີ່ພວກເຮົາສາມາດເອົາຊະນະໄດ້ດ້ວຍ ຢາວັກຊີນປ້ອງກັນເທົ່ານັ້ນ. ປະທານຄະນະກຳມາທິການສະຫະພາບເອີຣົບ ກ່າວວ່າ: ທາງອີຢູ ໃຫ້ຄຳໝັ້ນສັນຍາ ໃນຕົ້ນເດືອນພຶດສະພານີ້ ເພື່ອລະດົມເງິນ 7,5 ຕື້ເອີໂຣ ($ 8.1bn) ເພື່ອຊຸກຍູ້ວຽກງານກ່ຽວກັບການປ້ອງກັນ, ການບົ່ງມະຕິແລະການຮັກສາ ໃນຂອບເຂດທົ່ວໂລກ. ນີ້ແມ່ນບາດກ້າວ ທຳອິດເທົ່ານັ້ນ, ແຕ່ຍັງມີຄວາມຈຳເປັນຫຼາຍອັນທີ່ຕ້ອງໄດ້ເຮັດໃນອະນາຄົດ”.

ສຳລັບປະເທດ G7 ແລະ G20 ໄດ້ມີການລະດົມທຶນ ແລະ ມີຄວາມຫວັງ ທີ່ຈະສາມາດຈັດການກັບການເຈລະຈາຂໍ້ລິເລີ່ມຮ່ວມກັນ ກັບຈີນ ແລະ ສະຫະລັດ, ເພາະວ່ານີ້ແມ່ນ ການຕໍ່ສູ້ຕ້ານ COVID-19 ແມ່ນເພື່ອການຢູ່ລອດ ຂອງມະນຸດທຸກໆຊົນຊາດ ແລະ ສີຜີວ. ບໍ່ຄວນມີການແບ່ງແຍກເພື່ອທີ່ຈະໄດ້ຮັບໄຊຊະນະໃນການສູ້ຮົບນີ້. ປະທານສະຫະພັນອາຟຣິກາ ໄດ້ເຕືອນວ່າ ທະວີບອາບຟຼິກາ ມີມາດຕະຖານດ້ານການຮັກສາສຸຂະພາບ ທີ່ມີຄວາມສ່ຽງທີ່ສຸດຕໍ່ການຖືກຂ້າລ້າງ ຍ້ອນພະຍາດໂຄວິດ ແລະ ກຳລັງຕ້ອງການການສະໜັບສະໜູນ.

ໃນຂະນະທີ່ຫຼາຍປະເທດຮ່ວມກັນແກ້ໄຂ, ຄັ້ງນີ້ ຈະບໍ່ມີການເຂົ້າຮ່ວມຢ່າງເປັນທາງການຂອງສະຫະລັດ. ພວກເຮົາຫວັງວ່າຈະໄດ້ຮຽນຮູ້ເພີ່ມເຕີມກ່ຽວກັບຂໍ້ລິເລີ່ມນີ້ໃນການສະໜັບສະໜູນ ການຮ່ວມມືສາກົນ ເພື່ອພັດທະນາວັກຊີນຕ້ານ ໂຄວິດ19 ໃຫ້ໄວເທົ່າທີ່ຈະໄວໄດ້. ຫວ່າງໝໍໆມານີ້, ປະທານາທິບໍດີສະຫະລັດປະກາດໂຈະການໃຫ້ທຶນ.ໃນອະດີດສະຫະລັດໄດ້ນຳໜ້າໃນຊ່ວງເວລາທີ່ເກີດວິກິດໂລກ ແຕ່ວ່າເວລານີ້ມັນແຕກຕ່າງກັນ.

ມາຮອດປະຈຸບັນ, ຫລາຍກວ່າ 2,7 ລ້ານຄົນໃນທົ່ວໂລກໄດ້ຕິດເຊື້ອໄວຣັສ ແລະ ຫລາຍກວ່າ 190,000 ຄົນໄດ້ເສຍຊີວິດຍ້ອນເຊື້ອໄວຣັສດັ່ງກ່າວ. ຜູ້ອຳນວຍການໃຫຍ່ຂອງກຸ່ມພັນທະມິດຢາວັກຊີນໄດ້ກ່າວວ່າ: ພວກເຮົາຕ້ອງຮັບປະກັນວ່າມີຢາວັກຊີນພຽງພໍສຳລັບທຸກໆຄົນ, ພວກເຮົາກຳລັງຕ້ອງການຄວາມເປັນຜູ້ນຳທົ່ວໂລກເພື່ອກຳນົດແລະ ຈັດລຳດັບຄວາມສຳຄັນຂອງຜູ້ຈະໄດ້ຮັບ ຢາວັກຊີນ ໃນຮ່າງກາຍທຸກໆຄົນ. ທະນາຄານໂລກກຳລັງເບິ່ງບັນຫາດັ່ງກ່າວ.

ວັກຊີນກັນເປັນກຸນແຈສຳຄັນໃນການເຮັດໃຫ້ມະນຸດກັບມາເດີນທາງ ແລະ ໃຊ້ຊີວິດຄືເກົ່າ. ບໍ່ດັ່ງນັ້ນການກັກຕົວ ໃນການເດີນທາງໄປຕ່າງປະເທດ 14 ວັນກ່ອນປ່ອຍຕົວເຂົ້າປະເທດນັ້ນໆ ກໍ່ຈະຍັງມີຕໍ່ໄປ. ໃນວັນນີ້, ປະເທດຈີນ ກໍ່ຍັງໃຊ້ມາດຕະການນີ້ ສຳລັບຄົນເຂົ້າປະເທດ. ເຖິງວ່າວັນນີ້ ຈີນລາຍງານວ່າບໍ່ມີຜູ້ເສຍຊີວິດຍ້ອນໂຣກ ໂຄວິດ ໃຫມ່ເປັນເວລາສິບວັນຕິດຕໍ່ກັນ. ສຳລັບ ສ ປ ປ ລາວ, ຖ້າບໍ່ມີຄົນຕິດເຊື້ອເພີ່ມ ໃນວັນ 3 ພຶດສະພາ, ການເຂົ້າ ມາຂອງຄົນທາງນອກ ຈາກປະເທດອື່ນ ກໍ່ຕ້ອງມີການເຂັ້ມງວດໃນການກວດສອບ. ບໍ່ຊັ້ນ ມາດຕະການ ກັກຕົວໃນເຮືອນກັບທີ່ ທີ່ມີປະສິດທິຜົນໃນຜ່ານມາ ຄົງບໍ່ສາມາດຕ້ານການລະບາດໄດ້ໃນຕໍ່ໜ້າ. ໃນຊ່ວງ ວັກຊິນກັນທາງການຍັງບໍ່ທັນຖືກຄົ້ນພົບ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.