Norkhame
ຊີວິດທີ່ສົມບູນແບບ ຊີວິດທີ່ສົມບູນແບບ
“ບໍ່ເບິ່ງໃນສິ່ງທີ່ຕົນເອງຂາດ, ເບິ່ງໃນສິ່ງທີ່ທ່ານມີ ເພາະມັນຈະເຮັດໃຫ້ທ່ານ ຮູ້ວ່າຕົນເອງບໍ່ໄດ້ດ້ອຍກ່ວາ ໃຜ. ທຸກໆຄົນ ມີແນວດີ ທ່ານຕ້ອງເບິ່ງຈຸດນັ້ນໃຫ້ອອກແລ້ວ ນຳໃຊ້ທັກສະໃນການສ້າງໃຫ້ກາຍເປັນຈຸດເດັ່ນ” ໃຜແນ່ບໍ່ເຄີຍປຽບທຽບຕົນເອງໃສ່ກັບຄົນອື່ນ. ໃນເວລາທີ່ເຫັນຄົນອື່ນ ມັນເປັນການເບິ່ງສະພາບພາຍນອກ ຂອງຄົນແລ້ວ ກໍ່ຕົວເອງກໍ່ຄິດ ໃນໃຈວ່າ ລາວສູງກວ່າ, ດຳກວ່າ ຫຼື ຕ່າງໆນາໆ ຫຼື ນັກທຸລະກິດ ກໍ່ຈະມັກເບິ່ງ ທີ່ວ່າບໍລິສັດໃຫຍ່ກວ່າຕ່າງ ໆນາໆເຊັ່ນດຽວກັນ.... ຊີວິດທີ່ສົມບູນແບບ

“ບໍ່ເບິ່ງໃນສິ່ງທີ່ຕົນເອງຂາດ, ເບິ່ງໃນສິ່ງທີ່ທ່ານມີ ເພາະມັນຈະເຮັດໃຫ້ທ່ານ ຮູ້ວ່າຕົນເອງບໍ່ໄດ້ດ້ອຍກ່ວາ ໃຜ. ທຸກໆຄົນ ມີແນວດີ ທ່ານຕ້ອງເບິ່ງຈຸດນັ້ນໃຫ້ອອກແລ້ວ ນຳໃຊ້ທັກສະໃນການສ້າງໃຫ້ກາຍເປັນຈຸດເດັ່ນ”

ໃຜແນ່ບໍ່ເຄີຍປຽບທຽບຕົນເອງໃສ່ກັບຄົນອື່ນ. ໃນເວລາທີ່ເຫັນຄົນອື່ນ ມັນເປັນການເບິ່ງສະພາບພາຍນອກ ຂອງຄົນແລ້ວ ກໍ່ຕົວເອງກໍ່ຄິດ ໃນໃຈວ່າ ລາວສູງກວ່າ, ດຳກວ່າ ຫຼື ຕ່າງໆນາໆ ຫຼື ນັກທຸລະກິດ ກໍ່ຈະມັກເບິ່ງ ທີ່ວ່າບໍລິສັດໃຫຍ່ກວ່າຕ່າງ ໆນາໆເຊັ່ນດຽວກັນ. ໃນຊີວິດປະຈຳວັນຄວາມຄິດປຽບທຽບຕ່າງມີຂື້ນພາຍໃນໃຈ ໃນເວລາທີ່ ເຫັນ ຄົນອື່ນກຳລັງເຄື່ອນ ໃຫວໃນກິດຈະກຳໃດໜຶ່ງ ແລະ ບາງຄັ້ງອາດຈະຄິດວ່າຕົນໜ້າຈະເຮັດ ຄືກັບກຸ່ມຄົນນັ້ນ ຫຼື ດີກວ່າ.

ຫຼື ບາງຄັ້ງ ເວລາເຫັນພຶດຕິດກຳຂອງຄົນອື່ນ ອາດຈະຕັດສິນການກະທຳຂອງວ່າເປັນສິ່ງທີ່ຄວນ ຫຼື ບໍ່ຄວນ ຫຼື ອາດ ຄິດວ່າ ຕົນໜ້າຈະເຮັດໄດ້ດີກວ່າຄົນອື່ນ.

ບາງຄົນເຮັດໃຫ້ຮູ້ສຶກບໍ່ດີ ໃນຂະນະທີ່ຄົນອື່ນເຮັດຫຼາຍໆສິ່ງເປັນເລີດກວ່າຕົນເອງກໍ່ເກີດມີການອິດສາ ຫຼື ຮູ້ສຶກວ່າຕົນເອງ ດ້ອຍ. ສິ່ງນີ້ແຫຼ້ ທີ່ກໍ່ໃຫ້ຈິດໃຈບໍ່ເປັນສຸກ.

ບໍ່ວ່າແນວໃດກໍ່ຕາມ ບໍ່ມີໃຜເຮັດໃຫ້ເຈົ້າເປັນສຸກໄດ້ດອກ. ຈະສຸກຫຼືທຸກມັນຂື້ນກັບຄວາມຄິດຂອງທ່ານເອງ. ມັນເກີດຈາກ ວ່າຄວາມຢາກໄດ້ຢາກມີ ທີ່ຕົນເອງມີໃນປະຈຸບັນ ອາດບໍ່ຄືກັນກັບຄົນອື່ນ ແລ້ວກໍ່ຄິດວ່າຕົນເອງດ້ອຍ. ມາລອງເບິ່ງສອງສາມຕົວຢ່າງຕໍ່ໄປນີ້.

ຕົວຢ່າງ 1: ລອງເບິ່ງ Facebook

ເຄື່ອງມືສື່ສານອອນໄລ ເຮັດໃຫ້ຄົນສາມາດ ສະແດງກິດຈະກຳ ອອກທາງອອນໄລ ໄດ້ທຸກໆເວລາ. Facebook ເປັນບ່ອນທີ່ ສະມາຊິກ ນຳຮູບພາບກິດຈະກຳຕ່າງໆລົງ ເຊັ່ນເວລາໄປທ່ຽວສະຖານທີ່ງາມໆ, ມີງານສັງສັນອັນ ເລີດຫຼູ, ໄປທ່ຽວທະເລ ແລະ ຫາດຊາຍອັນງົດງານ, ກິນອາຫານໃນສະຖານທີ່ທ່ອງທ່ຽວແພງໆ ຫຼື ຄົບກັບຄົນສຳ ຄັນລະດັບປະເທດ, ເດີນທາງ ດ້ວຍສາຍການບິນລາຄາແພງ, ອອກກຳລັງກາຍໃນສະຖານທີ່ພິເສດ ຫຼື ຢູ່ກັບບຸກຄົນ ພິເສດ, ໂດຍລວມແລ້ວມັນເປັນການ ສະແດງກິດຈະກຳການດຳ ລົງຊີວິດທີ່ດີເລີດ ທີ່ແຕ່ລະຄົນ ສາມາດສັນຫາມາ ສະແດງໄດ້.

ຖ້າຫາກທ່ານເບິ່ງຊີວິດແນວນັ້ນເປັນປະຈຳ ບໍ່ຫຼາຍກໍ່ໜ້ອຍຄົນມັກມີການປຽບທຽບໃສ່ກັບຊີວິດຂອງຕົນເອງ.  ທຸກຄົນສາ ມາດ ເບິ່ງຂໍ້ມູນດັ່ງກ່າວໄດ້ຜ່ານທາງເຄື່ອງມືຫຼາຍຢ່າງ ແລະ ໃນປະຈຸບັນມືຖືກໍ່ສາມາດ ເຊື່ອມຕໍ່ກັບ ເຄື່ອງມືສືສານອອນໄລ ຫຼາຍປະເພດ ແລະ ຈະເຫັນວ່າຄົນສ່ວນໃຫຍ່ມີຊີວິດທີ່ສົມບູນແບບ-ມີ ເງິນ, ມີຮູບຮ່າງ ດີ ແລະ ມີແຕ່ ຄວາມວ່ນຊື່ນ. ນັ້ນ ມັນເປັນສິ່ງກະຕຸ້ນ ໃຫ້ຄົນອື່ນຢາກເຮັດນຳ ເຊັ່ນ: ເຮັດ ວຽກມີລາຍໄດ້ ຫຼາຍຂື້ນ, ກິນອາຫານທີ່ມີສຸກກະພາບ, ເດີນທາງ, ແລະ ອອກກຳລັງກາຍ ຫຼືເຮັດໃນສິ່ງທີ່ ທ່ານບໍ່ເຄີຍເຮັດມາກ່ອນ ຈົນເປັນ ການຝືນຄວາມຮູ້ສຶກ ແລະ ຄວາມຕ້ອງການ ຕົວຈິງ.

ມັນເປັນສິ່ງທີ່ບໍ່ເໜາະສົມທີ່ຈະປຽບທຽບຊີວິດການເປັນຢູ່ຂອງຕົນເອງໃສ່ກັບຄົນອື່ນ ເພາະວ່າຄົນອື່ນໆຕ່າງ ກໍ່ມີບັນຫາທີ່ ອາດຄ້າຍໆຄືກັນ ເຊັ່ນ: ຄົນຈະບໍ່ໄດ້ນຳພາບໃນເວລາທີ່ເສຍໃຈລົງ, ຫຼື ໃນເວລາທີ່ຜິດຖຽງກັນ ໃນ ຄອບຄົວ, ບໍ່ມີແນວເຮັດ ຫຼື ເວລາທີ່ກັງວົນ, ບໍ່ສະບາຍໃຈ ຫຼື ຄວາມຮູ້ສຶກທີ່ບໍ່ດີພາຍໃນລົງ. ຄົນແຕ່ລະຄົນ ຕ່າງ ກໍ່ມີປະສົບການທີ່ມີທັງສຸກ ແລະ ທຸກ ປົນເປກັນ, ມີທັງຫິວ ແລະ ອີມ, ມີມື້ທີ່ສັງສັນກັບຄົນເປັນຮ້ອຍແຕ່ບາງມື້ກໍ່ ຢູ່ຄົນດຽວ. ຊີວິດຂອງ ຄົນອື່ນໆກໍ່ເປັນເຊັ່ນນັ້ນ ຄືກັນ.

ການປຽບທຽບຊີວິດຂອງຕົນກັບຄົນອື່ນໆ ມັນເຮັດໃຫ້ຊີວິດມີຄວາມສຸກຫຼາຍຂື້ນຊັ້ນບໍ່? ຄົນເຫຼົ່ານັ້ນໄດ້ສະແດງໃຫ້ ເຫັນບໍ່ວ່າ ການຈະມີຄວາມສຸກນັ້ນ ຕ້ອງເຮັດແນວໃດ ຫຼື ຊີວິດທີ່ມີຄວາມສຸກເປັນແນວໃດ?

ໃນຄວາມຄິດສ່ວນຕົວແລ້ວ, ຄວາມສຸກແມ່ນມາຈາກການຍອມຮັບໃນສິ່ງທີ່ມີ ໃນເວລາປະຈຸບັນ, ບໍ່ແມ່ນວ່າຈະຢູ່ໃນ ເງື່ອນ ໄຂໃດ ຫຼື ອາທິຖານວ່າ ຂ້ອຍຈະເປັນສຸກ ຖ້າຫາກຂ້ອຍໄດ້ເຮັດ ຫຼື ໄດ້ເປັນ. ບໍ່ຈຳເປັນຕ້ອງດີ ກວ່າຄົນ ຫຼື ເໜືອກວ່າຄົນອື່ນ ເພື່ອເຫັນສຸກ: ພຽງແຕ່ຕ້ອງໄດ້ຮັກໃນບ່ອນ ທີ່ຕົນກຳລັງດຳລົງຊີວິດຢູ່ ແລະ ມັກໃນສິ່ງທີ່ ເຮັດຢູ່ ແລະ ຮັກໃສສິ່ງທີ່ເປັນຢູ່ ນັ້ນເປັນສິ່ງທີ່ສຳຄັນ.

ການປຽບທຽບບໍ່ໄດ້ເຮັດໃຫ້ຄົນມີຄວາມສຸກຫຼາຍຂື້ນ ຫຼື ການສັນເສີນຊີວິດຂອງຄົນອື່ນວ່າດີກວ່າ ມັນເຮັດໃຫ້ຕົນເອງຂາດ ຄວາມມັກ-ຮັກໃນຊີວິດຂອງຕົນເອງ ແລະ ຮູ້ສຶກບໍ່ດີກັບສິ່ງທີ່ເປັນຢູ່. ມັນເຮັດໃຫ້ຜິດຫວັງ ກັບຕົວເອງກໍ່ເປັນໄດ້.

ຕົວຢ່າງ 2: ການຕັດສິນຊີວິດຂອງຄົນອື່ນ

ຕົວຢ່າງທ່ານອາດຈະເປັນຄົນທີ່ເຮັດວຽກໜັກ, ມີສັບສົມບົດຫຼາຍ ແລະ ມີການດຳລົງຊີວິດທີ່ພ້ອມໄປ ດ້ວຍສິ່ງອຳນວຍ ຄວາມສະດວກແກ່ຊີວິດ. ແຕ່ໃນເມືອເບິ່ງຊີວິດຂອງຄົນອື່ນ ເຊັ່ນ: ຄົນຕິດຢາເສບຕິດ, ຂີ້ຄ້ານ ແລະ ມັກລັກ ເຄື່ອງຂອງຄົນ ອື່ນ. ສິ່ງທີ່ຫຼາຍໆຄົນຈະມີຄວາມຄິດຄືກັນກໍ່ຄືວ່າ ເວລາເບິ່ງກຸ່ມຄົນເຫຼົ່ານັ້ນມັກຈະວິຈານ ຫຼື ຄິດກັບຄົນກຸ່ມນັ້ນວ່າ: ເປັນ ຫຍັງ ຕ້ອງໄປຕິດໃນສິ່ງທີ່ບໍ່ດີ? ເປັນຫຍັງບໍ່ອອກໄປເຮັດວຽກ ເພື່ອເຮັດໃຫ້ຊີ ວິດດີຂື້ນ? ຫຼື ເປັນຫຍັງຕ້ອງ ສຽຍຊື່ສຽງໄປ ລັກຂອງຄົນອື່ນມາກິນ? ພວກນັ້ນຄວນອອກແຮງ ໃນການ ເຮັດວຽກຫຼາຍຂື້ນ ຖ້າຫາກຢາກມີຊີວິດ ການເປັນຢູ່ທີ່ດີຂື້ນ.

ການເຮັດແນວນັ້ນເປັນການໄປຕັດສິນຊີວິດຂອງຄົນອື່ນ ແລະ ມັນເປັນຮູບບບການປຽບທຽບ ຊີວິດຂອງຕົນ ເອງກັບຄົນອື່ນ ໂດຍທີ່ຕົນເອງອາດບໍ່ຮູ້ຕົວ. ການເຫັນວ່າຕົນເອງມີຄວາມດີເລີດກວ່າຄົນອື່ນ. ນີ້ມັນບໍ່ໄດ້ເຮັດ ໃຫ້ຊີວິດທ່ານມີ ຄວາມສຸກ ຫຼາຍຂື້ນແຕ່ມັນເປັນການສ້າງໃຫ້ທ່ານມີຄວາມ ຊັງໃນຕົວກຸ່ມຄົນທີ່ທ່ານເບິ່ງຫຼາຍກວ່າ. ສິ່ງນັ້ນມັນບໍ່ ແມ່ນຄວາມສຸກ ແຕ່ມັນເປັນການສະແດງຄວາມ ໜ້າລັງກຽດໃນຊີວິດທີ່ເປັນໃນຕົວຂອງ ຄົນອື່ນ.​ ໃນດ້ານໜຶ່ງແມ່ນ ຫວັງຢາກໃຫ້ ຄົນອື່ນ ເປັນໃນສິ່ງທີ່ຕົນເອງເປັນ.

ທ່ານກຳລັງພາວະນາໃຫ້ຄົນອື່ນເປັນຄ້າຍຄືກັບຕົວທ່ານເປັນຫຼາຍຂື້ນ, ຫຼື ອາດຮູ້ກສຶກບໍ່ດີຖ້າຫາກຄົນອື່ນບໍ່ ເປັນໃນສິ່ງທີ່ ຕົນເອງກຳລັງປະຕິບັດຢູ່.

ສິ່ງນີ້ມັນບໍ່ໄດ້ເຮັດໃຫ້ຄົນຊົມຊື່ນໃນການມີຊີວິດຂອງຄົນອື່ນຫຼາຍຂື້ນເລີຍ ກົງກັນຂ້າມ ມັນເຮັດໃຫ້ຮູ້ສຶກແຕກ ຕ່າງ ແລະ ບໍ່ພໍໃຈວ່າເປັນຫຍັງຄົນບໍ່ເປັນຄືກັບຕົນເອງ.

ໃນທາງກັບກັນ,ອາດຈະຕ້ອງໄດ້ພິຈາລະນາຕົນເອງເພື່ອເປີດໂອກາດໃຫ້ໄດ້ມີຄວາມເຂົ້າໃຈໃນຕົວຄົນອື່ນໃຫ້ຫຼາຍຂື້ນ. ທ່ານ ເຄີຍມີບັນຫາກັບການສ້າງນິໃສແບບນີ້ຫຼື ບໍ? ຫຼື ທ່ານເຄີຍມີປະສົບການ ທີ່ມີຄວາມຮູ້ສຶກບໍ່ມັກໃນສິ່ງທີ່ ຕົນເອງເປັນຢູ່?ຫຼາຍ ຄົນທີ່ກຳລັງອ່ານ ແລະ ໂດຍສະເພາະແມ່ນຄົນຂຽນ ມີປະສົບການນີ້ຄືກັນ. ເຄີຍມີປະ ສົບການບໍ່ດີໃນ ເວລາທີ່ຕ້ອງການ ປ່ຽນພຶດຕິກຳຂອງຕົນເອງແຕ່ເຮັດບໍ່ໄດ້, ຈົນເຮັດໃຫ້ຮູ້ສຶກໝົດຫວັງ ທີ່ບໍ່ ສາມາດປ່ຽນໃນສິ່ງທີ່ ຢາກປ່ຽນ. ຄວນເຂົ້າໃຈ ຄວາມຮູ້ສຶກເຫຼົ່ານັ້ນ ແລະ ມາແຍງເບິ່ງວ່າ ບັນດາຄົນທີ່ມີການ ດຳລົງຊີວິດທີ່ແຕກຕ່າງກັບ ຕົວເອງ ກໍ່ອາດຈະຢາກປ່ຽນ ເຊັ່ນດຽວກັນ. ແຕ່ບາງຄັ້ງຄົນເຫຼົ່ານັ້ນອາດຈະເຮັດ ບໍ່ໄດ້ເທື່ອ ແລະ ບາງເທື່ອອາດຈະ ລອງຄິດເບິ່ງວ່າພວກເພີ່ນອາດ ຈະຍັງມີຄວາມຫຍຸ້ງຍາກ ແລະ ສັບສົນທີ່ ຈະປ່ຽນຕົນເອງ. ແທ່ນທີ່ຈະຄິດຢາກໃຫ້ ພວກເພີ່ນເປັນໃນສິ່ງທີ່ຕົນເອງຢາກໃຫ້ ເປັນ ການພາວະນາໃຫ້ ພວກເພີ່ນຜ່ານພົ້ນຈາກການຕົກໃນຊ່ວງເວລາອັນ ສັບສົນນີ້ໄວທີ່ສຸດຈະເຮັດໃຫ້ຕົນເອງບໍ່ມີສ່ວນ ຮ່ວມກັບ ພຶດຕິກຳຂອງຄົນອື່ນ

ສອງພຶດຕິກຳ

ໃນສອງກໍລະນີດັ່ງກ່າວ, ການປຽບທຽບມັນເປັນການນຳໄປສູ່ຄວາມຮູ້ສຶກບໍ່ດີກ່ຽວກັບຊີວິດຂອງຕົນເອງ ແລະ ຄົນອື່ນ. ມັນເຮັດໃຫ້ຕົນເອງຜິດຫວັງ ເພາະວ່າຖ້າເປັນຄົນດີ ແລະ ຫວັງຢາກໃຫ້ຄົນອື່ນເປັນຄືກັນ. ມັນເປັນ ການຫວັງດີ ແລະ ເປັນ ການປຽບທຽບກັບສິ່ງທີ່ດີ ແລະ ມັນກັບກາຍເປັນສິ່ງທຳລາຍຄວາມຮູ້ສຶກຂອງຕົນເອງ ໃນຕໍ່ມາ. ໃນນີ້ຈະສະເໜີສອງພຶດ ຕິກຳເພື່ອປ່ຽນແທນສອງພຶດຕິກຳທີ່ກ່າວມາຂ້າງເທິ່ງນັ້ນ:

ໃຫ້ທ່ານຊື່ນຊົມໃນບ່ອນທີ່ທ່ານຢູ່. ແທ່ນທີ່ຈະເບິ່ງຊີວິດຂອງຄົນອື່ນ, ໃຫ້ທ່ານຈົ່ງເບິ່ງສິ່ງດີໆໃນຊີວິດຂອງ ຕົນເອງ. ຊື່ນ ຊົມໃນທຸກໆເວລາ ແລະ ນາທີ່ ທີ່ທ່ານໃຊ້ຊີວິດ. ແລະ ຈົ່ງມີຄວາມ ສຸກກັບຊີວິດຂອງທ່ານ. ໃນເວລາທີ່ທ່ານ ເລີ່ມມີຄວາມ ຮູ້ສຶກທີ່ປຽບທຽບຊີວິດຂອງຕົນເອງກັບຄົນອື່ນ ໃຫ້ທ່ານເລີ່ມຫັນມາເບິ່ງຕົນ ເອງໃນຂະນະທີ່ທ່ານກຳລັງໃຊ້ມັນໄປຢູ່ ແລະ ຊື່ນຊົມກັບຊີວິດທີ່ທ່ານມີ.

ພະຍາຍາມເຂົ້າໃຈ, ບໍ່ໃຫ້ຕັດສິນ. ໃນເວລາທີ່ທ່ານພົບວ່າກຳລັງມີຄວາມກັງວົນກັບສິ່ງທີ່ຄົນອື່ນເປັນຢູ່, ຫຼື ພິດຈາລະ ນາກັບພຶດຕິກຳຂອງພວກເພີ່ນ…ແທນທີ່ຈະຮູ້ສຶກແນວນັ້ນ ໃຫ້ທ່ານພະຍາຍາມເຂົ້າໃຈຮັບຮູ້ ວ່າພວກເພີ່ນ ອາດຈະມີ ຄວາມສັບສົນໃດໜຶ່ງໃນຊີວິດ? ມີຄວາມຮ້ອນຮົນ, ກັງວົນໃຈ? ຮູ້ສຶກຜິດຫວັງ? ທ່ານເຄີຍຕົກໃນສະພາບ ການດັ່ງກ່າວບໍ່ວ່າ ມັນເປັນແນວໃດ? ຖ້າຫາກຕົນເອງເຂົ້າໃຈໃນຕົວບຸກຄົນ, ຕົນເອງກໍ່ຈະບໍ່ ຕີລາຄາຄົນອີກຕໍ່ໄປ ຫຼື ຕັດສິນການກະທຳຂອງຄົນ ອື່ນວ່າຜິດ-ຖືກ ຫຼື ພວກເພີ່ນຄືບໍ່ເຮັດແນວນັ້ນ ແນວນີ້ ໃນແນວທີ່ຕົນເອງຢາກໃຫ້ເປັນ.

ຕໍ່ກັບສອງວິທີທີ່ກ່າວມານັ້ນ, ຈະເຮັດໃຫ້ໜາກຫົວໃຈຂອງຕົນເອງກັບເຂົ້າສູ່ສະຖານທີ່ທີ່ເໜາະສົມ. ແລະ ຕົນເອງກໍ່ຈະ ປ່ອຍວາງການປຽບທຽບຂອງຕົນເອງ ແລະ ຈະບໍ່ຄິດໃນສິ່ງທີ່ບໍ່ມີຄວາມຈຳເປັນ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.