Norkhame
ຮັກຕົນເອງແລ້ວໄດ້ຫຍັງ? ຮັກຕົນເອງແລ້ວໄດ້ຫຍັງ?
ໃນສັງຄົມທົ່ວໆໄປ, ມັກເຫັນຄົນຄ່ອຍຊອກຫາຄົນໆໃດໜຶ່ງມາຮັກ. ເລື່ອງອົກຫັກ ຫຼື ການໄປຮັກຄົນອື່ນ ແລ້ວເຂົາບໍ່ ຮັກເຮົາ ມັກພົບເຫັນໃນຊີວິດຫຼາຍ. ການມີຄົນອື່ນຮັກກະດີ,​ ໝາຍວ່າ ທ່ານອາດໄດ້ຮັບການໃສ່ໃຈເປັນພິເສດ; ມີຄົນຄິດຫາ ແລະ ໃຫ້ການຊ່ວຍເຫຼືອແກ່ທ່ານ, ຕ່າງໆນາໆ. ບາງທີ່ມັນຍາກທີ່ຈະໃຫ້ຄົນແປກໜ້າມາຍອມ ຮັບ ໃນຕົວທ່ານເປັນ ຈົນເກີດຄວາມຮັກ ແລະ ສະນິດສະໜົມ. ໂດຍບໍ່ຕ້ອງຮຽກຮ້ອງໃຫ້ໄດ້ຮັກຈາກຄົນອື່ນເປັນ ບູລິມະສິດ, ຫາກທ່ານຮູ້ຈັກຮັກຕົນເອງ,... ຮັກຕົນເອງແລ້ວໄດ້ຫຍັງ?

ໃນສັງຄົມທົ່ວໆໄປ, ມັກເຫັນຄົນຄ່ອຍຊອກຫາຄົນໆໃດໜຶ່ງມາຮັກ. ເລື່ອງອົກຫັກ ຫຼື ການໄປຮັກຄົນອື່ນ ແລ້ວເຂົາບໍ່ ຮັກເຮົາ ມັກພົບເຫັນໃນຊີວິດຫຼາຍ. ການມີຄົນອື່ນຮັກກະດີ,​ ໝາຍວ່າ ທ່ານອາດໄດ້ຮັບການໃສ່ໃຈເປັນພິເສດ; ມີຄົນຄິດຫາ ແລະ ໃຫ້ການຊ່ວຍເຫຼືອແກ່ທ່ານ, ຕ່າງໆນາໆ.

ບາງທີ່ມັນຍາກທີ່ຈະໃຫ້ຄົນແປກໜ້າມາຍອມ ຮັບ ໃນຕົວທ່ານເປັນ ຈົນເກີດຄວາມຮັກ ແລະ ສະນິດສະໜົມ. ໂດຍບໍ່ຕ້ອງຮຽກຮ້ອງໃຫ້ໄດ້ຮັກຈາກຄົນອື່ນເປັນ ບູລິມະສິດ, ຫາກທ່ານຮູ້ຈັກຮັກຕົນເອງ, ທ່ານ​ຈະ​ໄດ້​ຜົນປະໂຫຍດ ຫຼາຍໆຢ່າງ, ເປັນຕົ້ນ:

  1. ເມື່ອ​ທ່ານ​ຮັກ​ຕົວ​ເອງ​ທ່ານ​ຈະ​ໃຫ້ການເບິ່ງແຍງ ​ແລະ ​ເບິ່ງ​ເຫັນ​ຄຸນ​ຄ່າ​ໃນ​ຕົວ​ເອງ. ທ່ານ​ຈະ​ຫາ​ວິ​ທີ​ທີ່​ຈະ​ເຮັດ​ໃຫ້​ຕົນ​ເອງ​ມີ​ຊີ​ວິດ​ທີ່​ດີ​ຂຶ້ນ, ມີ​ສຸ​ຂະ​ພາບ​ທີ່​ດີ​ຂຶ້ນ ​ແລະ​ ຄວາມ​ສະ​ຫງົບ​ສຸກ​ໃນ​ໃຈ​ຫລາຍ​ຂຶ້ນ. ສິ່ງ​ນີ້ມີ​ສ່ວນ​ຊ່ວຍ​ໃຫ້​ທ່ານ​ປະ​ສົບ​ຄວາມ​ສຳ​ເລັດ​ງ່າຍ​ຂຶ້ນ,
  2. ທ່ານ​ຈະ​ເຄົາ​ລົບ​ຕົວ​ເອງ ແລະ ​ເບິ່ງ​ເຫັນ​ປະ​ສິດ​ທິ​ພາບ​ຂອງ​ຕົນ​ວ່າ​ເປັນ​ຄົນ​ທີ່​ມີ​ຄຸນ​ຄ່າ​ທາງ​ສັງ​ຄົມ. ທ່ານຈະ​ເບິ່ງ​ເຫັນ​ຕົວ​ເອງວ່າ​ເປັນ​ຜູ້​ທີ່​ເຕັມ​ໄປ​ດ້ວຍ​ໂອ​ກາດ​ ແລະ ​ພ້ອມ​ຈະ​ໃຫ້ ຫລາຍກວ່າ​ເປັນ​ຄົນ​ທີ່​ດ້ອຍ​ໂອ​ກາດ​ ຫລື​ ເຍື່ອ​ຂອງ​ສັງ​ຄົມ,
  3. ທ່ານ​​ເຂັ້ມແຂງ​​ຂຶ້ນ​ຢ່າງ​ມີ​ປະ​ສິດ​ທິ​ພາບ ​ແລະ​ ມີ​ພະ​ລັງ​ໃນ​ການ​ພັດ​ທະ​ນາ​ຄວາມ​ສາ​ມາດ​ຂອງ​ຕົນເອງ. ທ່ານ​ຮູ້​ຕົວ​ວ່າ​ຈະ​ສາ​ມາດ​ເຮັດຫ​ຍັງ​ໄດ້​ຫລາຍ​ຂຶ້ນ​ແລະ​ດີ​ຂຶ້ນ ໂດຍ​ທີ່​ທ່ານ​ຈະ​ບໍ່​ຕໍານິ​ຕົນ​ເອງ ເມື່ອ​ເກີດມີຂໍ້​ຜິດ​ພາດ ​ແລະ ​ຍັງ​ບໍ​ເຖິງ​ເປົ້າ​ຫມາຍ. ເພາະ​ທ່ານ​ຮູ້​ວ່​າທ່ານໄດ້ມີການ​ ​ພັດ​ທະ​ນາຕົວ​ເອງ​ໄປ​ເຖິງ​ຈຸດ​ນັ້ນ​ຈົນ​ໄດ້,
  4. ​ທ່ານຈະ​ຮູ້​ວ່າ​ຕົນເອງ​ມີ​ຄວາມ​ສາ​ມາດສະເພາະດ້ານໃດໜຶ່ງ. ທ່ານ​ຈະ​ກາຍ​ເປັນ​ຄົນ​ທີ່​ມີ​ຄວາມ​ຫມັ້ນ​ໃຈ​ໃນ​ການ​ແກ້​ບັນ​ຫາ​  ແບບບໍ່ຕ້ອງກັງວົນ. ທ່ານ​ຈຶ່ງ​ມີ​ຄວາມ​ຫມັ້ນ​ຄົງ​ແລະ​ມີ​ອິດ​ສະ​ຫລະ​ໃນ​ຕົວ​ເອງ. ທ່ານ​ຈະ​ແປກ​ໃຈ​ທີ່​ໄດ້​ຮູ້​ວ່າ ທ່ານ​ມີ​ພະ​ລັງ​ດີໆ​ຫລາຍ​ຢ່າງ ທີ່​ຈະ​ພາ​ທ່ານ​ໄປ​ສູ່​ຈຸດ​ມຸ່ງ​ຫມາຍ​ທີ່​ທ່ານ​ຢໄຝ່​ຝັນ,
  5. ເມື່ອ​ທ່ານ​ຫມັ້ນ​ຄົງ ​ແລະ​ ເປັນອິດ​ສະ​ຫລະ ທ່ານ​ຈະ​ຮຽນ​ຮູ້​ທີ່​ຈະ​ໃຫ້​ ແລະ​ ໃສ່​ໃຈ​ຜູ້​ຄົນ​ຫລາຍ​ຂຶ້ນ​ຢ່າງ​ມີ​ເມດ​ຕາ ຜູ້​ຄົນ​ຈະ​ຍອມ​ຮັບ ​ແລະ​ ຮູ້​ສຶກ​ເຖິງ​ຄຸນ​ຄ່າ​ຂອງ​ທ່ານ​ເມື່ອ​ທ່ານ​ຍອມ​ຮັບ ​ແລະ ​ຮັກ​ຕົວ​ຕົນ​ທີ່​ແທ້​ຈິງ​ ໃນແບບທີ່ທ່ານ ເປັນ. ນັ້ນ​ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ຄວາມ​ສຸກ​ທີ່​ແທ້​ຈິງ.
  6. ຈິດໃຈ​ຈະດີ ໂອບ​ອ້ອມອາຣີຫຼາຍຂື້ນ. ເມື່ອໃດທ່ານຮູ້ຈັກຮັກຕົນເອງ, ທ່ານຈະເຫັນຄົນອື່ນມີຄວາມເປັນມະ ນຸດຄືກັນ. ບາງຄົນເຫັນໄປຮອດຄຸນຄ່າ ການມີຊີວິດຂອງສັດ ແລະ ພືດ. ທຸກໆການເຈັບປວດ ແລະ ຄວາມທຸກຂອງ ຄົນອື່ນ ຫຼື ສັດເຫຼົ່ານັ້ນ ກໍ່ບໍ່ຕ່າງຫຍັງກັບທ່ານ. ດັ່ງນັ້ນ, ເມື່ອໃດເຮົາເຫັນຕົວເຮົາສຸກ, ເຮົາກໍ່ຈະເຫັນຄຸນຄ່າຂອງ ຄວາມສະຫງົບ ແລະ ສະບາຍ. ຈາກແນວຄິດດັ່ງກ່າວ ຈິ່ງເຮັດໃຫ້ເຮົາບໍ່ຄິດທຳຮ້າຍສິ່ງອ້ອມຂ້າງ.
  7. ທ່ານຈະລະ​ວັ​ງ​ຄຳ​ເວົ້າທີ່ບໍ່ເຮັດໃຫ້ເກີດຄວາມສຸກ. ເນື່ອງຈາກຈິດໃຈຂອງທ່ານສະຫງົບຂື້ນ, ຄຳ​ເວົ້າ​ວ່າບໍ່​ດີ, ​ປະ​ໂຫຍກ​ທີ່​ເປັນ​ລົບ ໃນຈິດໃຕ້​ສຳ​ນຶກ​ຂອງ​ທ່ານ​ຈະ​ຫາ​ຍໄປ. ທ່ານຈະສັນຫາແຕ່ຄຳເວົ້າທີ່ດີໆແກ່ຕົນເອງ ແລະ ເປັນດ້ານບວກຫຼາຍຂື້ນ. ເພາະທ່ານຮູ້ດີວ່າ ນີ້ຄືການເຮັດໃຫ້ຕົນເອງເປັນສຸກໄດ້.

ເມື່ອ​ທ່ານ​ຮູ້​ແລ້ວ​ວ່າ​ ການ​ຮັກ​ຕົວ​ເອງ​ມີ​ປະ​ໂຫຍດ​ຊ່ຳ​ໃດ, ແລ້ວ​ພວກເຮົາຄວນເລີ່ມ​ ​ທົບ​ທວນ​ຄວາມ​ຄິດ ຄວາມ​ຮູ້​ສຶກ​ແລະ​ ຄ່ອຍໆ ເຝິກ​ຮັກ​ຕົວ​ເອງ. ປ່ຽນ​ແປງ ປົດ​ປ່ອຍ ສ້າງ​ຕົວ​ເອງ​ໃນ​ທຸກວັນ ໃຫ້ມີ​ພະ​ລັງ​ແບບ​ທີ່​ທ່ານ ​ຕ້ອງການ.

ມັນ​ບໍ່ຊ້າ ​ເກີນ​ໄປ​ທີ່​ຈະ​ເລີ່ມ​ຕົ້ນ​ໃຫ່​ມ ຖ້າ​ທ່ານ​ບໍ່​ມີ​ຄວາມ​ສຸກ​ກັບອາດີດ ກໍ່ຄວນລອງ​ສິ່ງ​ທີ່​ແຕກ​ຕ່າງ​ໄປ​ໃນ​ວັນ​ນີ້. ຢ່າ​ຢຸດ​ຢັ້ງ​ເຮັດ​ໃຫ້​ດີກວ່າ​ເດີມ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.