Norkhame
ສ້າງໂອກາດແກ່ການສົ່ງອອກ ສ້າງໂອກາດແກ່ການສົ່ງອອກ
ການຕັດສິນໃຈສົ່ງອອກ ເປັນຄວາມກ້າຂອງຜູ້ປະກອບການໜ້າສັນເສີນ. ການສົ່ງອອກເປັນການສະແດງຄວາມສາມາດການຜະລິດຂອງ ປະຊາຊົນລາວ. ທັງຍັງເປັນການເປີດໂອກາດເຂົ້າຫາ ຕະຫຼາດ ແລະ ລູກຄ້າຈາກຕ່າງແດນ. ການສົ່ງອອກມີສິ່ງທ້າທາຍຫຼາຍ. ເພື່ອເຮັດໃຫ້ບໍລິສັດ ໄດ້ຮັບຜົນປະໂຫຍດຈາກການສົ່ງອອກ, ສິ່ງທີ່ຕ້ອງໄດ້ກະກຽມໂດຍພື້ນຖານມີດັ່ງນີ້: ກະກຽມງົບປະມານ: ການສົ່ງອອກ ອາດກໍ່ໃຫ້ພົບກັບບັນຫາ ຂາດເຂີນເງີນໜູນວຽນໄລຍະ ສັ້ນ, ເຊັ່ນ: ການເດີນທາງໄປຕ່າງປະເທດ, ການສ້າງສິ່ງພິມໂຄສະນາສິນຄ້າ ແລະ ບາງເທື່ອ ອາດຈະຕ້ອງໄດ້ຈ້າງພະນັກງານເພີ່ມເຕີ່ມເພື່ອເຮັດວຽກສະເພາະໃດໜຶ່ງ. ຫຼື... ສ້າງໂອກາດແກ່ການສົ່ງອອກ

ການຕັດສິນໃຈສົ່ງອອກ ເປັນຄວາມກ້າຂອງຜູ້ປະກອບການໜ້າສັນເສີນ. ການສົ່ງອອກເປັນການສະແດງຄວາມສາມາດການຜະລິດຂອງ ປະຊາຊົນລາວ. ທັງຍັງເປັນການເປີດໂອກາດເຂົ້າຫາ ຕະຫຼາດ ແລະ ລູກຄ້າຈາກຕ່າງແດນ.

ການສົ່ງອອກມີສິ່ງທ້າທາຍຫຼາຍ. ເພື່ອເຮັດໃຫ້ບໍລິສັດ ໄດ້ຮັບຜົນປະໂຫຍດຈາກການສົ່ງອອກ, ສິ່ງທີ່ຕ້ອງໄດ້ກະກຽມໂດຍພື້ນຖານມີດັ່ງນີ້:

  • ກະກຽມງົບປະມານ: ການສົ່ງອອກ ອາດກໍ່ໃຫ້ພົບກັບບັນຫາ ຂາດເຂີນເງີນໜູນວຽນໄລຍະ ສັ້ນ, ເຊັ່ນ: ການເດີນທາງໄປຕ່າງປະເທດ, ການສ້າງສິ່ງພິມໂຄສະນາສິນຄ້າ ແລະ ບາງເທື່ອ ອາດຈະຕ້ອງໄດ້ຈ້າງພະນັກງານເພີ່ມເຕີ່ມເພື່ອເຮັດວຽກສະເພາະໃດໜຶ່ງ. ຫຼື ທ່ານອາດຈະ ຕ້ອງໄດ້ອອກແບບການຫຸ້ມຫໍ່ຄືນໄໝ່ ເພື່ອເຮັດໃຫ້ແທດເໜາະກັບຕະຫຼາດຕ່າງປະເທດ.
  • ເພີ່ມຄວາມຕັ້ງໃຈ: ຕ້ອງໄດ້ໃຊ້ເວລາ, ຄວາມຕັ້ງໃຈອັນສູງສົ່ງ, ຄວາມພະຍາຍາມ ແລະ ອຸປະກອນ ເພື່ອສ້າງ ແລະຮັກສາລູກຄ້າໃນຕະຫຼາດຕ່າງປະເທດ.
  • ເພີ່ມຄວາມອົດທົນ: ໃນເມື່ອການສົ່ງອອກ ເປັນຄວາມຕັ້ງໃຈໜຶ່ງຂອງບໍລິສັດຂອງທ່ານແລ້ວ, ບໍລິສັດທີ່ປະສົບຜົນສຳເລັດການຂາຍທີ່ຕ່າງປະເທດກໍ່ຄື ການພົບກັບບັນຫາທີ່ຫຼາກຫຼາຍ ແກ່ຍາວ ເປັນເດືອນ ຫຼື ເປັນປີ ກ່ອນທີ່ຈະເລີ່ມມີລາຍຮັບ ແລະ ກຳໄລຈາກການລົງທຶນ.
  • ຄວາມແຕກຕ່າງວັດຖະນະທຳ: ທ່ານຈະຕ້ອງໄດ້ສ້າງຄວາມຄຸ້ນເຄີຍກັບພາສາທີ່ແຕກຕ່າງ, ວັດຖະນະທຳທີ່ແຕກຕ່າງ ແລະ ການເຮັດທຸລະກິດທີ່ບໍ່ຄືກັບໃຜ. ຖ້າຫາກທ່ານບໍ່ສາມາດປັບຕົວແລ້ວ, ຄວາມສ່ຽງກໍ່ຈະມີຫຼາຍ ເພາະທ່ານຈະບໍ່ສາມາດເຂົ້າກັບລູກຄ່າກຸ່ມເປົ້າໝາຍ ແລະ ອາດສົ່ງຜົນໃຫ້ເສຍຍອດຂາຍ.
  • ເພີ່ມເອກະສານ: ທ່ານອາດຈະຕ້ອງໄດ້ລື້ງເຄີຍກັບເອກະສານຫຼາຍຂື້ນ. ການສົ່ງອອກ ມັກຈະຕ້ອງໄດ້ມີການແລ່ນເອກະສານ ເຊັ່ນ: ແຫຼ່ງກຳເນີດສິນຄ້າ, ແລະ ໃບຢັ້ງຢືນຕ່າງໆ ກ່ອນຈະສົ່ງອອກ ຫຼື ນຳເຂົ້າໃນປະເທດນັ້ນໆ.
  • ເປີດຕົວເອງອອກ: ທ່ານຈະຕ້ອງສ້າງໂອກາດໃຫ້ຄົນອື່ນໆ ສາມາດຕິດຕໍ່ກັບທ່ານໄດ້ຫຼາຍຂື້ນ. ເຊັ່ນ: ທາງອີເມວ, ແລະ ເຄື່ອງສື່ສານຕ່າງໆ.
  • ເພີ່ມການແຂ່ງຂັນ: ທ່ານຈະຕ້ອງປະເຊີນກັບການແຂ່ງຂັນແນ່ນອນ. ທ່ານຕ້ອງໄດ້ຄຸ້ນເຄີຍ ແລະ ພ້ອມທີ່ຈະປະເຊີນໜ້າ. ດັ່ງນັ້ນທ່ານ ຈະຕ້ອງໄດ້ມີການຮັບຕົວການບັນຫາທີ່ຈະເຂົ້າມາ ໃຫ້ທ່ານໄດ້ມີຄຳຕອບ.

ສີ່ງທີ່ກ່າວມານັ້ນ ເປັັນອົງປະກອບພາຍໃນເປັນສ່ວນໃຫຍ່. ຖ້າຫາກທ່ານຕັດສິນໃຈຢ່າງຈິງຈັງວ່າຈະສົ່ງ ອອກແລ້ວ, ແນ່ນອນທ່ານສາມາດສ້າງ ຕົນເອງໃຫ້ມີຄວາມພ້ອມໄດ້ສະເໜີ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.