ເມັດເງິນ, ເມັດຄຳ

ເຮົາອາດບໍ່ມີຍົນ ຫຼື ເຄື່ອງທັນສະໃໝເປັນສິນຄ້າສົ່ງອອກຄືປະເທດອື່ນ. ສິ່ງທີ່ຄົນລາວຄວນພາກພູມໃຈແມ່ນສິ່ງທີ່ໄດ້ມາຈາກປະຊາຊົນ ເຮັດການປູກກາເຟ. ເຂົາເຈົ້າກຳລັງແຂ່ງຂັນການຜະລິກາເຟຄຸນນະພາບໃນລະດັບໂລກ. ນີ້ເປັນສິ່ງສ້າງຄວາມເອກອ້າງທະນົງໃຈໃຫ້ຄົນລາວ.

ເຮັດຈາກລາວ

ໂທລະສັບມືຖື ແລະ Facebook ເປັນຕົວຢ່າງສິນຄ້າ ແລະ ການບໍລິການ ທີ່ເຮັດໃຫ້ຄົນສາມາດເຊື່ອມຕໍ່ກັນໄດ້ງ່າຍຂື້ນ. ທັງຍັງເປັນການແລກ ປ່ຽນຂ່າວສານໃນຍາມທີ່ຕ້ອງການ. ຍັງມີຫຼາຍໆສິນຄ້າ ແລະ ການບໍລິການທີ່ເຮັດໃຫ້ຊີວິດຄົນເຮົາມີຄວາມສະດວກສະບາຍກວ່າແຕ່ເກົ່າ.

ສາວລາວຍອມນຸ່ງສີ້ນຂາດ

“ສີ້ນ” ກາຍ​ເປັນ​ປັດ​ໃຈ​ຈຳ​ເປັນ​ ​ແລະ ການສະ​ແດງ​ອອກຂອງ​ແມ່ຍິງ​ລາວ. ຖ້າ​ຈະ​ເວົ້າ​ໃນ​ວົງ​ກວ້າງ, ສີ້ນ​ເປັນ​ສິ່ງ​ສຳຄັນ ສຳລັບ​​​ເອກອ້າງວັດ​ຖະນະ​ທຳ​ລາວ. ດັ່ງນັ້ນ, ​ແມ່ຍິງ​ຈິງ​ການ​ເປັນ​ກຸ່ມ​ຄົນ​ທີ່​ສຳຄັນ​ໃນ​ກາ​ນສ​ະ​ແດງ ​ແລະ ປົກ​ປັກ​ຮັກສາ​ວັດ​ຖະນະ​ທຳ.

ເຂົ້າລາວ ຄືໜຶ່ງເອກະລັກຂອງຊາດ

​ຕາມ​ຖະໜົນຫົນທາງ​ທົ່ວ​ທຸກ​ແຂວງ ​ແລະ ​ໃນ​ບາງ​ເຂດ​ຂອງ​ນະຄອນຫຼວງວຽງຈັນ ກໍ່ມັກ​ຈະ​ພົບ​ເຫັນ ທົ່ງ​ນາປູກ​ເຂົ້າ. ຖ້າ​ຈະ​ທຽບຄວາມ​ງາມ​ແລ້ວ ກໍ່ບໍ່ຕ່າງ​ຫຍັງ​ກັບ​ສວນ​ດອກ​ໄມ້ ທີ່​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ແຕ່​ກ້າ​ເຂົ້າ ຈົນ​ຮອດ​ກາຍ​ເປັນ​ຮວງ​ທີ່​ຫອມ​ຫວນ ພ້ອມ​ເກັບ​ກ່ຽວ.

ຂ້ອຍ…ຫຼົງຮັກລາວ

ທ່ານຈັກບໍ່ຄວາມຄິດຮອດບ້ານເກີດນັ້ນ ຈັ່ງແມ່ນຫົດຫູ່. ຂ້າພະເຈົ້າມີຄວາມຮູ້ສຶກດັ່ງກ່າວ ຄັ້ງທຳອິດ ຕອນເດີນທາງໄປສຶກສາທີ່ປະເທດ ໂປແລນ. ຈັ່ງແມ່ນຫວ່າງເວ່. ເຖິງຈະໄປກັບເພື່ອນທີ່ດີໆ ອີກ ສິບກວ່າຊີວິດ ແຕ່ຄວາມຮູກສຶກໂດດດ່ຽວປ່ຽວພອຍ ເຮັດໃຫ້ກັ້ນນຳ້ຕາໄວ້ບໍ່ໄດ້ ວັນທີ່ສອງ ໃນເມື່ອ ຕ້ອງຮູ້ວ່າຈະໄດ້ ມາຢູ່ນີ້ຕັ້ງ 6 ປີ.

ທິດນີ້ໄປ “ອຸດອນ” ນຳກັນບໍ່?

ຮອດຍາມວັນພັກປະຈຳອາທິດ, ໜ້າຈະເປັນເວລາຊື້ເຄື່ອງເຂົ້າເຮືອນຊານ, ຫຼື ໃຊ້ເວລາໄປກິນເຂົ້ານອກບ້ານ, ປິນປົວ, ເຮັດທຸລະກິດ ແລະ ຊື້ອຸປະກອນຕ່າງໆ ທີ່ສາມາດນຳເຂົ້າມາໄດ້ ໂດຍບໍ່ຕ້ອງເສຍພາສີນຳເຂົ້າ.

ສ້າງໂອກາດແກ່ການສົ່ງອອກ

ການຕັດສິນໃຈສົ່ງອອກ ເປັນຄວາມກ້າຂອງຜູ້ປະກອບການໜ້າສັນເສີນ. ການສົ່ງອອກເປັນການສະແດງຄວາມສາມາດການຜະລິດຂອງ ປະຊາຊົນລາວ. ທັງຍັງເປັນການເປີດໂອກາດເຂົ້າຫາ ຕະຫຼາດ ແລະ ລູກຄ້າຈາກຕ່າງແດນ.

ຜົນດີຈາກ ການສົ່ງອອກ

ທຸລະກິດ ກາຍເປັນສິ່ງເຊື່ອມຕໍ່ກັນໄດ້ງ່າຍຂື້ນ. ການສົ່ງອອກກາຍເປັນເລື່ອງງ່າຍດາຍຂື້ນກວ່າແຕ່ເກົ່າ ເນື່ອງຈາກການຂົນສົ່ງ, ການຈ່າຍເງິນ ແລະ ລະບົບເຕັກນິກຕ່າງໆເຮັດໃຫ້ ຊາວຄ້າຂາຍທົ່ວທຸກມູມ ໂລກສາມາດ ຕິດຕໍ່ຊືຂາຍກັນໄດ້ງ່າຍຂື້ນ.

Copy Protected by Chetan's WP-Copyprotect.