ໂຄວິດ ເປັນວິກິດທີ່ເປີດໂອກາດໃຫ້ແກ່ການນຳລະດັບໂລກໄດ້ຮ່ວມມືກັນແກ້ໄຂ. ຜູ້ນຳປະເທດ ຣັດເຊຍ ທ່ານ ພູທິນ ແລະ ຜູ້ນຳຈີນ ທ່ານ ສີ, ກຳລັງນຳໃຊ້ວິກິດ ເພື່ອຂະຫຍາຍສາຍພົວພັນທາງການເມື່ອງໄປຍັງປະເທດອື່ນໃນທົ່ວໂລກ.
Tag Archives: ການສົ່ງອອກ
ຈ່າຍປອດໄພ
ການຈ່າຍ-ຮັບເງິນທາງອອນໄລ, ກາຍເປັນສ່ວນປະກອບທີ່ສຳຄັນສຳລັບ e - business, ໃນພາກນີ້ ຈະໄດ້ອະທິບາຍກ່ຽວກັບທາງເລືອກໃນການຈ່າຍຜ່ານທາງເອເລັກໂທຼນິກ ທີ່ມີຢູ່ໃນອິນເຕີເນັດ, ທີ່ໄດ້ຮັບການຍອມຮັບຈາກລູກຄ້າ ແລະ ຄົນຂາຍເຄື່ອງອອນໄລ.
ເຂົ້າໃຈຜູ້ດື່ມກາເຟ
ກາເຟມີຄວາມສຳຄັນຫຼາຍກັບການເປັນຢູ່ຂອງປະຊາຊົນລາວ ແລະ ເສດຖະກິດຂອງຊາດ. ປະມານ 300,000 ຄົນມີລາຍຮັບທາງກົງ ແລະ ທາງອ້ອມ ຈາກອາຊີບກາເຟ. ຄາດວ່າມີປະມານ 20,000 ຄອບຄົວຜະລິດກາເຟເປັນລາຍຮັບ.
ເຂົ້າໃຈຕະຫຼາດກາເຟ
ຕະຫຼາດກາເຟຍີ່ປຸ່ນມີຄວາມຕ້ອງການກາເຟຫຼາກຫຼາຍຄຸນນະພາບ. ຄາດວ່າໃນອີກ 10-20ປີຂ້າງໜ້າ, ປະລິມານຄວາມຕ້ອງການກາເຟຄຸນນະພາບສູງຈະເພີ່ມຂື້ນ.
ວັດແທກຄຸນນະພາບກາເຟ
ແມ່ນຫຍັງເປັນຕົວຊີ້ວັດຄຸນນະພາບກາເຟ? ເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ດື່ມກາເຟຕາມລາຄາທີ່ຕົນເອງພໍໃຈຈ່າຍ, ຈິ່ງມີອົງການກວດສອບຄຸນນະພາບກາເຟ ເພື່ອຊ່ວຍຢັ້ງຢືນຄຸນນະພາບກາເຟ ແລະ ປ້ອງກັນບໍ່ໃຫ້ຜູ້ຜະລິດເອົາປຽບຜູ້ບໍລິໂພກ.
ຜູ້ຢັ້ງຢືນວ່າດີ?
ຍີ່ປຸ່ນນອນໃນບັນດາປະເທດພັດທະນາ, ລາຍຮັບສູງ ແລະ ຄົນມີການສຶກສາ. ການບໍລິໂພກຂອງກຸ່ມຄົນດັ່ງກ່າວ ຄຳນຶງເຖິງຄວາມປອດໄພຂອງອາຫານ ແລະ ເຄື່ອງດື່ມຫຼາຍ. ໂດຍສະເລ່ຍຄົນຍີ່ປຸ່ນເປັນປະເທດທີ່ມີອາຍຸຍືນທີ່ສຸດໃນໂລກ. ສະແດງວ່າ: ເຂົາເຈົ້າເລືອກດື່ມສິ່ງທີ່ປອດໄພ.
ໂຄສະນາຄຸນຄ່າແກ່ກາເຟ
ການຜະລິດທີ່ຕິດພັນກັບຄຸນນະພາບແລະຄວາມຕ້ອງການຂອງຄົນຍີ່ປຸ່ນ ເປັນບາດກ້າວໃນການສ້າງຄວາມໜ້າເຊື່ອຖືແກ່ກາເຟຂອງທ່ານ. ການຕະຫຼາດ, ເປັນອີກໜຶ່ງຫົນທາງໃນການສ້າງໃຫ້ກາເຟຂອງທ່ານມີຄວາມໜ້າເຊື່ອຖື, ເຮັດໃຫ້ມະຫາຊົນໄດ້ຮັບຊາບຄຸນລັກສະນະສະເພາະທີ່ກາເຟຂອງທ່ານຈະສະໜອງໃນຕະຫຼາດ ແລະ ສ້າງໃຫ້ຄົນມີຄວາມນິຍົມຊົມຊອບ.
ເຂົ້າຫາລູກຄ້າເປົ້າໝາຍ
ຕະຫຼາດກາເຟຍີ່ປຸ່ນມີຫຼາຍລະດັບ. ສຳລັບກາເຟຄຸນນະພາບດີ, ລາຄາກາເຟກໍ່ສູງ ແຕ່ຂະໜາດຕະຫຼາດມີຈຳກັດ. ຜູ້ຜະລິດຕ້ອງເນັ້ນໃສ່ຄວາມສາມາດຂອງຕົນເອງໃນການພັດທະນາກາເຟຄຸນນະພາບໃຫ້ແທດເໜາະກັບຕະຫຼາດ. ບໍ່ວ່າຈະເປັນກາເຟໃນລະດັບໃດ, ຄວາມປອດໄພຂອງກາເຟເປັນຂໍ້ບັງຄັບເບື້ອງຕົ້ນທີ່ຕ້ອງປະຕິບັດ.
ກາເຟປະເທດ ໂຄລົມເບຽ
ກາເຟມີເປັນໜຶ່ງສິນຄ້າຍຸດທະສາດຂອງປະເທດ ໂຄລົມເບຽ. ເຖິງປະຈຸບັນ, ກາເຟບໍ່ແມ່ນສິນຄ້າສ້າງລາຍຮັບຫຼັກໃຫ້ແກ່ປະເທດ, ແຕ່ມີປະຊາຊົນເປັນຈຳນວນຫຼວງຫຼາຍ ຕາມເຂດພູສູງ, ຫ່າງໄກຊອກຫຼີກ ທີ່ເຮັດການຜະລິດກາເຟ.
ເມັດເງິນ, ເມັດຄຳ
ເຮົາອາດບໍ່ມີຍົນ ຫຼື ເຄື່ອງທັນສະໃໝເປັນສິນຄ້າສົ່ງອອກຄືປະເທດອື່ນ. ສິ່ງທີ່ຄົນລາວຄວນພາກພູມໃຈແມ່ນສິ່ງທີ່ໄດ້ມາຈາກປະຊາຊົນ ເຮັດການປູກກາເຟ. ເຂົາເຈົ້າກຳລັງແຂ່ງຂັນການຜະລິກາເຟຄຸນນະພາບໃນລະດັບໂລກ. ນີ້ເປັນສິ່ງສ້າງຄວາມເອກອ້າງທະນົງໃຈໃຫ້ຄົນລາວ.