Norkhame
ເຮັດວຽກກັບເຈົ້ານາຍ ທີ່ກຳລັງມີອາລົມເສຍ ເຮັດວຽກກັບເຈົ້ານາຍ ທີ່ກຳລັງມີອາລົມເສຍ
ພະນັກງານຈະມີວິທີການເຮັດວຽກກັບເຈົ້ານາຍທີ່ກຳລັງມີອາລົມເສຍແນວໄດ້ແນວໃດ? ຫຼາຍໆທ່ານຄິດບໍ່ວ່າ ອາລົມຂອງ ຫົວໜ້ານັ້ນ ມັກແປປວນໄດ້ທຸກຂະນະ. ສະເພາະຕົນເອງເຂົ້າໃຈ ຄວາມຮູ້ສຶກຂອງ ເພີ່ນດີວ່າ ພວກທີ່ເປັນຫົວໜ້າ ຕ່າງກໍ່ ປະເຊີນກັບຫຼາຍໆບັນຫາ ເຊັ່ນ: ຮອດທ້າຍເດືອນ ເພີ່ນກໍ່ຈະກັງວົນວ່າເຮັດແນວ ໃດ ຈະມີເງິນຈ່າຍໃຫ້ແກ່ພະນັກງານ, ຈະ ເຮັດໃຫ້ຍອດຂາຍ ໄດ້ດີກວ່າເດືອນທີ່ຜ່ານມາໄດ້ຈັງໃດ, ຫຼື ຈະເຮັດແນວໃດ ໃຫ້ມີຕົ້ນທຶນການຜະລິດຫຼຸດລົງ, ຫຼື ມີກຳໄລ... ເຮັດວຽກກັບເຈົ້ານາຍ ທີ່ກຳລັງມີອາລົມເສຍ

ພະນັກງານຈະມີວິທີການເຮັດວຽກກັບເຈົ້ານາຍທີ່ກຳລັງມີອາລົມເສຍແນວໄດ້ແນວໃດ? ຫຼາຍໆທ່ານຄິດບໍ່ວ່າ ອາລົມຂອງ ຫົວໜ້ານັ້ນ ມັກແປປວນໄດ້ທຸກຂະນະ. ສະເພາະຕົນເອງເຂົ້າໃຈ ຄວາມຮູ້ສຶກຂອງ ເພີ່ນດີວ່າ ພວກທີ່ເປັນຫົວໜ້າ ຕ່າງກໍ່ ປະເຊີນກັບຫຼາຍໆບັນຫາ ເຊັ່ນ: ຮອດທ້າຍເດືອນ ເພີ່ນກໍ່ຈະກັງວົນວ່າເຮັດແນວ ໃດ ຈະມີເງິນຈ່າຍໃຫ້ແກ່ພະນັກງານ, ຈະ ເຮັດໃຫ້ຍອດຂາຍ ໄດ້ດີກວ່າເດືອນທີ່ຜ່ານມາໄດ້ຈັງໃດ, ຫຼື ຈະເຮັດແນວໃດ ໃຫ້ມີຕົ້ນທຶນການຜະລິດຫຼຸດລົງ, ຫຼື ມີກຳໄລ ຫຼາຍໆ. ນອກນັ້ນ ພວກທີ່ເປັນຫົວໜ້າຍັງອາດເຈັບຫົວກັບພະນັກງານ ທີ່ບໍ່ປະຕິບັດລະບຽບ, ຫຼື ບໍ່ຕັ້ງໃຈເຮັດວຽກສົມກັບ ເງິນເດືອນ ທີ່ ຈ້າງມາຈົນເປັນເຫດໃຫ້ບໍ່ສາມາດສຳເລັດ ວຽກງານ ຫຼືໂຄງ ການຕາມທີ່ໄດ້ວາງແຜນໄວ້……..ຕ່າງໆນາໆ. ການຜິດພາດເຮັດໃຫ້ທຸລະກິດອາດພົບກັບການລົ້ມລະລາຍ. ນາຍບາງຄົນມີຄວາມກົດດັນຫຼາຍ ຈົນກາຍເປັນຄົນປວຍ ທາງຈິດກໍ່ເປັນໄດ້.

ສຳລັບພະນັກງານແລ້ວ ຈະເຮັດແນວໃດ ໃຫ້ສາມາດປະຕິບັດວຽກງານ ໃນສະພາບການທີ່ ຫົວໜ້າມີແນວ ຄວາມຄິດ ແປປວນງ່າຍ.

ບໍ່ວ່າອາລົມນາຍຈະເປັນແນວໃດ, ລູກນ້ອງກໍ່ຕ້ອງໄດ້ສືບຕໍ່ປະຕິບັດວຽກງານໃຫ້ສຳເລັດ ໂດຍທີ່ບໍ່ຈຳເປັນ ຕ້ອງໄດ້ມີອາ ລົມຮ່ວມກັບຄວາມກັງວົນຂອງຫົວໜ້າໃນແຕ່ລະວັນ. ດັ່ງນັ້ນ ຈະມີວິທີໃດບໍ່ທີ່ ຈະເຮັດໃຫ້ທ່ານ ບໍ່ໄດ້ຮັບຜົນກະທົບ ໃດໆຈາກອາລົມເສຍ ຂອງເຈົ້ານາຍ?

ຂ້າພະເຈົ້າກໍ່ເຄີຍຕົກໃນສະພາບການ ໃນເວລາທີ່ເຈົ້ານາຍບໍ່ສາມາດຄຸມອາລົມ ແລະ ສິ່ງລົບກວນທາງຈິດ ແລະ ກໍ່ມາ ລະບາຍໃສ່ກັບລູກນ້ອງ ໂດຍສະເພາະແລ້ວແມ່ນຕົວຂ້າພະເຈົ້າເອງ. ຕອນຕົ້ນໆກໍ່ຮູ້ສຶກບໍ່ດີ ເພາະບໍ່ໄດ້ຮັບຜິດຊອບ ຫຼື ບາງຄັ້ງກໍ່ຮູ້ ສຶກວ່າ ມັນເປັນເລື່ອງທີ່ບໍ່ກ່ຽວກັບຕົນເອງເລີຍ ເປັນຫຍັງຈິ່ງຕ້ອງມາລົງໃສ່ກັນ. ແຕ່ໃນ ຫຼັງໆມານີ້ ຂ້າພະ ເຈົ້າໄດ້ສຶກສາຫຼາຍ ຢ່າງ ໃນການຮັບມືກັບອາລົມ ເສຍຂອງນາຍ ແລະ ກໍ່ນຳມາປະຕິບັດຈົນໄດ້ຜົນ. ຂ້າພະເຈົ້າບໍ່ ຕ້ອງເປັນຮ້ອນເປັນຮົນ ແລະ ກໍ່ບໍ່ນຳອາລົມ ເສຍຂອງນາຍມາເປັນຂອງຂ້ອຍອີກຕໍ່ໄປ. ທ່ານໜ້າຈະ ລອງນຳໃຊ້ເຕັກ ນິກເຫຼົ່ານີ້ເບິ່ງ.

ຢ່າປ່ອຍໃຫ້ອາລົມເສຍຂອງນາຍເຂົ້າມາເຕີບໃຫຍ່ໃນຕົວທ່ານ

ໃນເວລາທີ່ຫົວໜ້າຂອງທ່ານ ເຂົ້າມາພົບໃນຫ້ອງ ອາດຈະປະກາດໃຫ້ທຸກຄົນຮັບຊາບທັນທີວ່າ ວຽກງານທີ່ເຮັດມີ ຄວາມຫຼ້າຊ້າຫຼາຍ ຈົນຈະບໍ່ທັນກັບແຜນການວາງໄວ້, ຈະບໍ່ໄດ້ດັ່ງຈຸດປະສົງ ຄາດໝາຍໄວ້, ແລະ ບໍ່ມີໃຜສືບຕໍ່ລາຍ ງານຄວາມຄືບໜ້າໃຫ້ຮັບຊາບເລີຍ, ຮູບແບບການເວົ້າວ່າ ແນວນັ້ນຂອງເຈົ້ານາຍ ມັນຈະ ເຮັດໃຫ້ພະນັກງານແຕ່ລະ ຄົນເລີມ ມີອາລົມຄ້ອຍຕາມການເວົ້າ ຂອງຫົວໜ້າ. ພວກທ່ານຮູ້ສຶກບໍ່: ເວລາ ຫົວໜ້າມີຄວາມສຸກ ລູກນ້ອງກໍ່ມີ ຄວາມສຸກ ແລະ ເວລາ ຫົວໜ້າວຸ້ນວາຍ ລູກນ້ອງກໍ່ວຸ້ນວາຍ ເຊັ່ນດຽວກັນ. ການຮັບຝັງແຕ່ບໍ່ນຳຄຳເວົ້າເຫຼົ່ານັ້ນມາ ເປັນອາລົມຂອງຈະເຮັດໃຫ້ເປັນສຸກຂື້ນ.

ໃຫ້ທ່ານຈົດຈຳໄວ້ວ່າ ຫົວໜ້າອາລົມເສຍ ມັນບໍ່ແມ່ນໜ້າທີ່ເຈົ້າຕ້ອງໄດ້ອາລົມເສຍນຳ ພຽງແຕ່ປະຕິບັດໜ້າ ທີ່ໃຫ້ດີທີ່ ສຸດ.

ຈະເຮັດແນວນັ້ນໄດ້ແນວໃດ? ຈະເລີ່ມຄິດທາງບວກໄດ້ແນວໃດ ໃນສະຖານະການດັ່ງກ່າວ. ຖ້າເຈົ້ານາຍມີ ອາລົມເສຍ ກັບໂຄງການທີ່ບໍ່ມີການລາຍງານຄວາມຄືບໜ້າເປັນປະຈຳໃຫ້ລາວໄດ້ຮັບຊາບ, ຖ້າຫາກທ່ານບໍ່ ໄດ້ຢູ່ໃນໂຄງການ, ທ່ານກໍ່ບໍ່ ຄວນນຳຄຳເວົ້າມາເປັນອາລົມ. ຖ້າຫາກທ່ານມີສ່ວນ ຮ່ວມໃນໂຄງການມັນກໍ່ ແມ່ນໜ້າທີ່ຂອງຫົວໜ້າໂຄງ ການທີ່ ຕ້ອງໄດ້ພິຈາລະນາ.

ສາເຫດທີ່ເຮັດໃຫ້ຜູ້ຈັດການໂຄງການບໍ່ປະຕິບັດໜ້າທີ່ຕາມທີ່ເຈົ້ານາຍທ່ານຕ້ອງການ ມັນກໍ່ເປັນ ບັນຫາທີ່ ວ່າໂຄງ ການ ແລະ ບູລິມະສິດການເຮັດວຽກງານ ເປັນໜ້າທີ່ທີ່ຜູ້ຈັດການຕ້ອງໄດ້ປະຕິບັດ. ດັ່ງນັ້ນ, ຖ້າຫົວໜ້າອາລົມເສຍ ຍ້ອນບັນຫາດັ່ງກ່າວ ທ່ານກໍ່ບໍ່ຄວນໃຫ້ອາລົມຂອງເຈົ້ານາຍ ມາເປັນຂອງເຈົ້າ.

ໃຫ້ເບິ່ງທີ່ສາເຫດ

ໃຫ້ທ່ານຕັ້ງໃຈເບິ່ງພຶດຕິກຳຂອງຫົວໜ້າ ວ່າອັນໃດເຮັດໃຫ້ລາວອາລົມເສຍ, ແລະ ພິຈາລະນາແຕ່ລະເຫດການ. ເຊັ່ນ: ຫົວໜ້າທ່ານມັກມີອາລົມເສຍໃນເວລາກ່ອນ ລາຍງານປະຈຳອາທິດໃຫ້ ຈະມາເຖິງ? ຫຼື ເວລາ ອາຫານທ່ຽງ, ຫຼື ໃນ ເວລາທີ່ລາວເລັ່ງໃຫ້ສຳເລັດວຽກງານ ໃກ້ເວລາເລີກການ ເພື່ອໄປຮັບລູກທີ່ໂຮງຮຽນ ຫຼື ລາວມັກມີອາລົມເສຍນັບແຕ່ ເຊົ້າຈົນຮອດເວລາທີ່ລາວ ດື່ມກາເຟໄປແລ້ວ 2-3 ຈອກ.

ບໍ່ວ່າຈະນອນໃນສະຖານະການແນວໃດ, ຖ້າຫາກທ່ານສາມາດຈັບຈຸດໄດ້ວ່າ ເວລາໃດ ແລະ ສາເຫດໃດທີ່ ມັກເຮັດໃຫ້ ລາວມີອາລົມເສຍແລ້ວ ທ່ານຈະສາມາດແກ້ບັນຫາໄດ້ງ່າຍຂື້ນ ຫຼື ຫາ ທາງຫຼົບຫຼີກ ຊ່ວງເວລາ ນັ້ນຈົນກວ່າມັນຈະ ຜ່ານໄປ. ເຊິ່ງມັນຈະນຳທ່ານໄປສູ່:

ຫຼົບຫຼີກຖ້າເປັນໄປໄດ້

ໂດຍສະເພາະເວລາທີ່ທ່ານຮູ້ສາເຫດຂອງການມີອາລົມເສຍຂອງຫົວໜ້າ, ຫຼື ຖ້າຫາກທ່ານບໍ່ຮູ້ກໍ່ຕາມ, ສິ່ງທີ່ຖືກແທ້ ແນ່ນອນກໍ່ຄືການຫຼົບຫຼີກໃນເວລາຫົວໜ້າມີອາລົມເສຍ ໃນເວລາອັນສົມຄວນ ແລະ ໃນຍາມເປັນໄປໄດ້.

ແລະຈະເຮັດແນວໃດ ຖ້າທ່ານບໍ່ສາມາດອອກມາຈາກສະຖານະການດັ່ງກ່າວ. ເຊັ່ນ ວ່າໃນກໍລະນີ ທີ່ທ່ານກຳລັງລາຍ ງານ ຫຼື ມີຕາຕະລາງເຂົ້າພົບປະ ເພື່ອຕອບຄຳຖາມອັນສຳຄັນ ແລະ ຮີບດວນ ແບບໜ້າຕໍ່ໜ້າ ກັບລາວ…ມັນເປັນສະ ຖານະການທີ່ຫຼີກຍາກຫຼາຍ. ຖ້າຫາກຕົກໃນກໍລະນີນີ້ ທ່ານກໍ່ອາດຈະອ້າງວ່າມີ ວຽກອັນຈຳເປັນ ແລະ ຕ້ອງສົ່ງຂໍ້ມູນ ແລະ ຄຳຖາມ ຫຼື ຄຳຕອບຜ່ານທາງອີເມວ ແລະ ກໍ່ແຈ້ງວ່າຈະເຂົ້າມາ ລາຍງານດ່ວນໃນເວລາແລ້ວພາລະກິດດັ່ງ ກ່າວ.

ແນ່ນອນ ອາດມີຫຼາຍໆທາງໃນການຫຼີກລ່ຽງ ສະພາບການດັ່ງກ່າວ ແຕ່ການປະເຊີນໜ້າ ບໍ່ໄດ້ເຮັດໃຫ້ສະຖານະພາບ ອາລົມຂອງຫົວໜ້າດີຂື້ນ.

ບໍ່ໃຫ້ຕີລາຄາວ່າ ບັນຫາເປັນສາເຫດເກີດມາຈາກທ່ານແຕ່ຜູ້ດຽວ

ໃນເວລາທີ່ທ່ານຕົກໃນສະຖານະການ ທີ່ຫົວໜ້າກຳລັງມີອາລົມເສຍໃນຫ້ອງການ, ມັນເປັນການ ກະຕຸ້ນໃຫ້ທ່ານ ຕ້ອງ ໄດ້ຝ້າວຝັງ ເຮັດວຽກເພື່ອບັນທອນອາລົມຮຸນແຮງຂອງຫົວໜ້າລົງ.

ໃຫ້ທ່ານຄຳນຶງໄວ້ວ່າ:​ຫົວໜ້າອາດມີບັນຫາອັນເກີດມາຈາກໃນຕົວຂອງເພີ່ນເອງ. ເຊັ່ນ ຫົວໜ້າ ອາດຈະມີ ການເຝິກ ອົບຮົມຫຼັກສູດຄວາມສາມາດໃນການບໍລິຫານງານແບບສັ້ນໆ. ມັນອາດເປັນ ຍ້ອນວ່າລາວດຳ ເນີນ ໂຄງການໃຫຍ່ ເກີນໄປຈົນເຮັດໃຫ້ລາວບໍ່ສາມາດ ປະຕິບັດວຽກງານຮ່ວມກັບອ້າຍນ້ອງໄດ້ທັນກັບເວລາ. ຫຼື ລາວອາດມີປັນຫາສ່ວນ ຕົວອັນເນື່ອງມາຈາກສະພາບຄອບຄົວ ຫຼື ປະສົບການໃນຍາມເດັກ ແລະ ສິ່ງດັ່ງກ່າວນີ້ ມັນເປັນຜົນກະທົບຕໍ່ກັບພຶດ ຕິກຳ ແລະ ການເຮັດວຽກໃນຫ້ອງການຂອງລາວ.

ຖ້າຫາກອາລົມຂອງຫົວໜ້າ ບໍ່ສາມາດຫຼີກລ່ຽງການປະເຊີນໜ້າໄດ້ແລ້ວ,  ທ່ານກໍ່ຄວນກຽມ ພ້ອມປະເຊີນ ໜ້າກັບ ສະຖານະການນັ້ນໆ, ແຕ່ທ່ານຕ້ອງແນ່ໃຈວ່າ ທ່ານສະແດງທ່າທາງທີ່ອ່ອນນ້ອມ ແລະ ມີສະຕິ ຄວບຄຸມພຶດຕິກຳ ຂອງຕົນເອງ ໃນຂະນະທີ່ປະເຊີນໜ້າກັບສະຖານະການ.

ຕົວຢ່າງ, ຫາກເຈົ້ານາຍໃຈຮ້າຍ ກ່ຽວກັບໂຄງການຂະໜາດໃຫຍ່ ທີ່ບໍ່ດຳເນີນໄປຕາມແຜນແລ້ວ, ໃຫ້ທ່ານ ຕອບໄປ ວ່າ: ຂ້ອຍເຫັນໄດ້ຄວາມກັງວົນທີ່ຫົວໜ້າມີ. ມີຫຍັງທີ່ຊ່ວຍໄດ້ບໍ່ ຍິນດີເຕັມທີ່. ແຕ່ຖ້າຫາກຫົວໜ້າ ເບິ່ງ ດ້ວຍສາຍຕາ ທີ່ບໍ່ມັກກັບຄຳເວົ້າທີ່ທ່ານຫາກໍ່ເວົ້າອອກໄປແລ້ວ ທ່ານຄິດວ່າ ຄວນຈະເຮັດແນວໃດດີຕື່ມ ອີກ?

ເຖິງວ່າຫົວໜ້າອາດຈະບໍ່ເຂົ້າໃຈວ່າ ສິ່ງທີ່ທ່ານພະຍາຍາມສະແດງຄວາມເຂົ້າໃຈ ເປັນວິທີທີ່ຄົນມີວັດຖະນະ ທຳໃຊ້ ລົມກັນແລ້ວ, ມັນກໍ່ເປັນການສະແດງໃນທາງອ້ອມວ່າ ລາວບໍ່ມີຄວາມສາມາດ ໃນການສະແດງການ ສື່ສານທີ່ເປັນ ຜົນໄດ້.

ທ່ານ ບໍ່ສາມາດຄວບຄຸວແນວຄວາມຄິດ ຂອງຫົວໜ້າໄດ້-ແຕ່ທ່ານສາມາດຄວບຄຸມ ວິທີການສະແດງທ່າ ທາງຂອງ ຕົນເອງໄດ້. ຄຳແນະນຳສຸດທ້າຍກໍ່ຄື ໃຫ້ເຮັດຕົນເອງເປັນຄົນມີວັດຖະນະທຳທີ່ສຸດ, ຄິດດີ ແລະ ເຮັດວຽກເລື້ອຍໆໄປ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.