Norkhame
ປັບຕາມສະພາບ ປັບຕາມສະພາບ
ການປັບຕົວ, ກາຍເປັນປັດໃຈສຳຄັນ ໃນການເຮັດວຽກ. ສຳລັບສັງຄົມທີ່ມີຫຼາກຫຼາຍເຊື້ອຊາດ,​ ການຕອບສະໜອງ ແລະ ຕອບຮັບ ບົນໜ້າທີ່ຮັບຜິດຊອບ, ມີຄວາມສຳຄັນ ສຳລັບການພິຈາລະນາຄວາມສຳເລັດ. ມັນຂື້ນຢູ່ກັບຄວາມສາມາດທີ່ຈະຮັບຮອງສະຖານະການອັນບໍ່ຄາດຝັນ ແລ້ວດຳເນີນການຕໍ່ໄປໃຫ້ໄດ້. ເຮົາຕ້ອງໃຫ້ຄົນຮູ້ແຜນການທີ່ທ່ານກຳລັງຈະເຮັດ. ແຕ່ຢ່າຄາດຫວັງໃຫ້ເຂົາຮ່ວມວາງແຜນທຸກໆກິດຈະກຳກັບທ່ານ.ເວັ້ນແຕ່ເຂົາຈະມີຄວາມສາມາດພິເສດ ໃນວຽກງານນັ້ນໆ ອັນຈະພາໃຫ້ເກີດມີ ຈິນຕະນາການເປົ້າໝາຍຊັດເຈນ. ເຮັດໃຫ້ເຂົາເຈົ້າສາມາດ ວາງແຜນ ແລະ ມີຄວາມສາມາດແກ້ໄຂບັນຫາ ທີ່ໜ້າເບື່ອຢ່າງບໍ່ມີທີ່ສີ້ນສຸດ. ນິໄສທີ່ປານີປານອມ ໂດຍທຳມະຊາດເຮັດ... ປັບຕາມສະພາບ

ການປັບຕົວ, ກາຍເປັນປັດໃຈສຳຄັນ ໃນການເຮັດວຽກ. ສຳລັບສັງຄົມທີ່ມີຫຼາກຫຼາຍເຊື້ອຊາດ,​ ການຕອບສະໜອງ ແລະ ຕອບຮັບ ບົນໜ້າທີ່ຮັບຜິດຊອບ, ມີຄວາມສຳຄັນ ສຳລັບການພິຈາລະນາຄວາມສຳເລັດ. ມັນຂື້ນຢູ່ກັບຄວາມສາມາດທີ່ຈະຮັບຮອງສະຖານະການອັນບໍ່ຄາດຝັນ ແລ້ວດຳເນີນການຕໍ່ໄປໃຫ້ໄດ້.

ເຮົາຕ້ອງໃຫ້ຄົນຮູ້ແຜນການທີ່ທ່ານກຳລັງຈະເຮັດ. ແຕ່ຢ່າຄາດຫວັງໃຫ້ເຂົາຮ່ວມວາງແຜນທຸກໆກິດຈະກຳກັບທ່ານ.ເວັ້ນແຕ່ເຂົາຈະມີຄວາມສາມາດພິເສດ ໃນວຽກງານນັ້ນໆ ອັນຈະພາໃຫ້ເກີດມີ ຈິນຕະນາການເປົ້າໝາຍຊັດເຈນ. ເຮັດໃຫ້ເຂົາເຈົ້າສາມາດ ວາງແຜນ ແລະ ມີຄວາມສາມາດແກ້ໄຂບັນຫາ ທີ່ໜ້າເບື່ອຢ່າງບໍ່ມີທີ່ສີ້ນສຸດ.

ນິໄສທີ່ປານີປານອມ ໂດຍທຳມະຊາດເຮັດ ຄົນມີຄ່າກັບເກືອບທຸກທີມ. ເມື່ອເກີດເຫດຜົນຜິດພາດ ຫຼື ແຜນການຜິດພ້ຽນໄປ ເຂົາຈະປັບຕົວເຂົ້າກັບສະຖານະການໃໝ່ແລ້ວພະຍາຍາມກ້າວຕໍ່ໄປ. ເຂົາຈະບໍ່ອອກໄປນັ່ງຄຽດຢູ່ຂ້າງສະໜາມການແຂ່ງຂັນ ຫຼື ຫ້ອງໃຫ້ທີ່ໃດໜຶ່ງງຽບໆ ຫຼື ປ່ອຍອາຣົທຈິດບໍ່ດີອອກມາ.

ຄົນທີ່ມີທັກສະການປັບຕົວ, ເຂົາຈະມີປະສິດທິຜົນໄດ້ຫຼາຍທີ່ສຸດໃນວຽກໄລຍະສັ້ນ ທີ່ຕ້ອງອາໄສການລົງມືໃນທັນທີ, ຄົນເຫຼົ່ານີ້ມັກຊີວິດທີ່ເຕັມໄປດ້ວຍການປະທະກັນໜ້ອຍໜຶ່ງ ເປັນບາງຄັ້ງ, ຫຼາຍກວ່າຍຸດທະການທີ່ຍືດເຍື້ອຍາວນານ.

ຈາກສຳຫຼວດລັກສະນະທີ່ໂດດເດັ່ນອື່ນໆຂອງຄົນຮູ້ຈັກປັບຕົວ,  ຈະມີພອນສະຫວັນດ້ານຄວາມເຫັນອົກເຫັນໃຈ. ທ່ານອາດລອງວາງຕຳແໜ່ງໃຫ້ເຂົາຕ້ອງໃຊ້ຄວາມລະອຽດອ່ອນ ຕໍ່ຄວາມຕ້ອງການທີ່ຫຼາກຫຼາຍຂອງລູກຄ້າ ແລະ ຕອບສະໜອງຄວາມຕ້ອງການນັ້ນ. ຖ້າເຂົາແຂງແກ່ນດ້ານການພັດທະນາວຽກງານ, ທ່ານຄວນໃຫ້ເຂົາເປັນຜູ້ສອນວຽກແກ່ທີມງານ. ການທີ່ເຂົາຍອມ ມື່ນໄຫຼໄປຕາມສະຖານະການ ເຮັດໃຫ້ເຂົາສ້າງສະພາບແວດລ້ອມໃຫ້ຜູ້ອື່ນສາມາດທົດລອງ ແລະ ຮຽນຮູ້ໄດ້.

ບໍ່ໝາຍວ່າ ຄົນເຊື້ອຊາດດຽວກັນ, ສາດສະໜາດຽວກັນ ຫຼື ເພດດຽວກັນ ຈະບໍ່ມີການປະທະ ຫຼື ບໍ່ເຂົ້າໃຈກັນ. ທັກສະການປັບຕົວ ເປັນທັກສະທີ່ສຳຄັນຫຼາຍ ທີ່ທຸກໆຄົນໃນທີມງານ ຕ້ອງໄດ້ສຶກສາ ແລະ ພັດທະນາ. ການໃຊ້ອາຣົມຮ້າຍດ່າ ຖືກກຳນົດໄວ້ໃນກົດໝາຍປົກປ້ອງພະນັກງານ ໃນຫຼາຍໆປະເທດພັດທະນາ. ການປັບຕົວ ບໍ່ໝາຍວ່າຈະໃຫ້ຝ່າຍຮັບປັບຫາຜູ້ອື່ນ, ຫາກມັນໝາຍເຖິງ ຄົນທັງທີມງານ ຕ້ອງໄດ້ຫາຈຸດລົງຕົວ ໃນການຈັດຕັ້ງໜ້າທີ່ວຽກງານ ໃຫ້ໄດ້ຕາມເປົ້າໝາຍຂອງອົງກອນ.

ໃຫ້ປະຄວາມເປັນຕົວຕົນເອງ, ຄວາມບໍ່ເກງໃຈ ແລະ ນິດໃສສ່ວນຕົວໄວ້ໃນເຮືອນ ເພາະຫ້ອງການ ທ່ານຈະບໍ່ມີເວລາພໍກ່າວຄຳຂໍໂທດກັບທີມງານ ຫາກເຮັດຫຍັງບໍ່ດີລົງໄປ. ການປັບຕົວ, ເກັບອາຣົມ ແລະ ພັດທະນາທັກສະການສື່ສານ ທີ່ແທດເໜະາກັບກຸ່ມແນວຄິດ,​ ອາຍຸ ແລະ ຕໍາແໜ່ງໜ້າທີ່ ທຸກໆລະດັບ ຈະເຮັດໃຫ້ທ່ານ ສາມາດຖືກຍອມຮັບໃນສັງຄົມຫ້ອງການຫຼາຍຂື້ນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.