…ຕອນຈາກລາ

ບໍ່ມີຫຍັງເປັນຂອງເຮົາ, ຫຼື ເຮົາບໍ່ໄດ້ເປັນເຈົ້າຂອງຊີວິດໃຜ, ເຮົາມາພົບ ແລະ ກະຈາກ. ຄຳເວົ້າຂອງພະພຸດທະເຈົ້າ ປະເພດແນວນີ້ຄືແມ່ນຕົວຈິງຫຼາຍ. ການຈາກ​ລາ ມີຄຸນ​ຄ່າ​ທີ່ເຊື່ອງຊ້ອນ​ຢູ່​ໃນ​ຄວາມ​ສູນ​ເສຍ. ລອງເປີດໃຈເບິ່ງ.

ລະກ່ອນບິນ

ຄົນອື່ນມັກເວົ້າແນວບໍ່ດີໃສ່ກັນແລະກັນຢູ່ແລ້ວ. ທ່ານບໍ່ຄວນເປັນຄົນເວົ້າແນວບໍ່ດີໃສ່ຕົນເອງ. ຄຳເວົ້າບໍ່ດີ, ຢ່າເວົ້າໃຫ້ຕົນເອງເດັດຂາດ. ມັນເປັນການພາວະນາເອົາແນວບໍ່ດີມາໃນຊີວິດຕົນເອງ. ​ຄົ​ນ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ ເຂົາບໍ່​ເຄີຍ​ເວົ້າ​ກັບ​ຕົວ​ເອງໃນດ້ານລົບ. ໄດ້ຍົກເອົາສິ່ງສຳຄັນທີ່ສຸດ ທີ່ບໍ່ຄວນເວົ້າມີຄື:

ສຸກ…ເພາະວາງໃຈ

ຫາກ​ປ່ອຍ​ໄປ​ໃນ​ຈັງ​ຫວະ​ທີ່​ຄວນ​ປ່ອຍ, ກະເປັນການ​ຈາກ​ລາ​ຂອງ​ສິ່ງ​ນັ້ນໆ​. ຈະ​ບໍ່​ນຳ​ພາ​ໃຫ້​ໃຈ​ຮູ້​ສຶກວ່າ​ເສຍ​ດາຍ​ ເພາະ​ມັນ​ເປັນ​ເຫດ​ຜົນ​ຂອງ​ປັນ​ຍາ​ທີ່ບອກວ່າ​ຄວນ​ປ່ອຍ​ມັນ​ໄປ. ​ແຕ່​ຫາກ​ບໍ່​ຮູ້​ວ່າ​ຢັບ​ຢັ້ງ​ໄວ້​ເພື່ອ​ຫ​ຍັງ ​ການ​ຄອບ​ຄອງ​ສິ່ງ​ທີ່​ບໍ່​ຮູ້​ຈັກ​ປ່ອຍ​ໃຫ້​ມັນ​ຜ່ານ​​ໄປຈາກຊີວິດ ​ກໍ​ຈະ​ເປັນ​ສິ່ງ​ທີ່​ກັບ​ມາ​​ທຳຮ້າຍ​ຕົວ​ເຮົາ​ໃຫ້​ເຈັບ​ຊ້ຳ​ໄດ້​ໃນ​ພາຍ​ຫລັງ.

ປັບຕາມສະພາບ

ການປັບຕົວ, ກາຍເປັນປັດໃຈສຳຄັນ ໃນການເຮັດວຽກ. ສຳລັບສັງຄົມທີ່ມີຫຼາກຫຼາຍເຊື້ອຊາດ,​ ການຕອບສະໜອງ ແລະ ຕອບຮັບ ບົນໜ້າທີ່ຮັບຜິດຊອບ, ມີຄວາມສຳຄັນ ສຳລັບການພິຈາລະນາຄວາມສຳເລັດ. ມັນຂື້ນຢູ່ກັບຄວາມສາມາດທີ່ຈະຮັບຮອງສະຖານະການອັນບໍ່ຄາດຝັນ ແລ້ວດຳເນີນການຕໍ່ໄປໃຫ້ໄດ້.

ຮູ້ຢ່ອນຈິດ

ຄວາມຕືງຄຽດ ເປັນພຶດຕິກໍາທີ່ທໍາລາຍສຸກກະພາບຈິດ, ສຸກກະພາບກາຍ ແລະ ການເຮັດວຽກໄດ້. ສະຖານະການແບບໃດ? ເຫດການແບບໃດ? ບັນຫາປະເພດໃດ? ຫຼືການຕັດສິນໃຈແບບໃດ ທີ່ເຮັດໃຫ້ເກີດຄວາມຄຽດ ຈົນເຖິງຈຸດໜຶ່ງ ແລະ ໃນສະຖານະການໃດ ທີ່ເຈົ້າຮູ້ສຶກວ່າ ມີຄວາມຄຽດຈົນຕ້ອງເພິ່ງຢາ ເພື່ອຫຼຸດຄວາມຄຽດ ຫຼື ເພິ່ງສິ່ງເສບຕິດ.

ອີກມູມຂອງຊີວິດ

ມຸ​ມ​ ແລະ​ ລະ​ບຽງ​ອົງ​ສາ​​ອຽງ​ ຂອງຕຶກ ຊື່ “ປີຊາ ທາວເວີ້ – Pisa Tower” ໃນປະເທດ ອິຕາລີ້, ກາຍເປັນສິ່ງກໍ່ສ້າງ ທີ່ຫຼາຍໆຄົນຢາກເຫັນ. ຊີ​ວິດ​ຂອງ​ເຮົາ​ບໍ່ຍາກ​ເກີນ​ໄປ​ທີ່​ຈະ​ສ້າງ​ມູມມອງ ແລະ ​ລະ​ບຽງ​ທີ່​ດີ​ໃຫ້​ກັບ​ຕົວ​ເອງ. ເຊິ່ງ​ເປັນ​ການ​ປັບ​ອົງ​ສາ​ຂອງ​ຊີ​ວິດ​ຈິດ​ໃຈ​ໃຫ້​ມີ​ຫລຽມ​ ທີ່​ເຮັດໃຫ້​ເບິ່ງຄືວ່າສັບ​ສົນ ອາດ​ເປັນ​ຄວາມ​ອ່ຽງ​ເຊິ່ງ​ອາດ​ເບິ່ງ​ແຕກ​ຕ່າງ​ຈາກວິ​ທີ່​ຄິດ​ທົ່ວ​ໄປ. ​ແຕ່​ກໍ່ເປັນ​ຄວາມ​ອຽງ​ທີ່​ມີ​ຄວາມ​ອີ່ມ​ເອີບ​ໃຈ​ ໃນ​ຄວາມ​ຖືກ​ຕ້ອງ​ແຝງ​ຢູ່​ສະ​ເຫມີ.

ຜົວແກ້ວ ເມຍທິບ

ວັນ​ອອກ​ພັນ​ສາ, ​ເປັນ​ນິມິດໝາຍ​ໃຫ້ຫຼາຍໆກິດຈະກຳ​ທາງ​ບຸນ​ກຸສົນ. ​ເຫດການ​ສຳຄັນ​ທີ່​ຫຼາຍໆຄົນ​ຢາກ​ໃຫ້​ເກີດ​ກໍ່ຄື​ງານ​ແຕ່ງດອງ. ​ໃຜໆທີ່​ຄົບ​ກັນ​ມາ​ຫຼາຍປີ​ແລ້ວ​ກໍ່ຄົງ​ຈະ​ບໍ່ຢາກ​ປະ​ໃຫ້​ອອກ​ພັນ​ສາ​ສົກ​ປີ 2017-2018 ກາຍ​ເປັນ​ປີ​ຮ້າງ​ດອງ​ອີກ​ຕໍ່​ໄປ.

ໃຈໄຮ້ຮັກ

ການແຕ່ງງານມັກມີຫຼາຍປັດໃຈເຂົ້າມາກ່ຽວຂ້ອງ. ມັນຫຼາຍກ່ວາການມີສຳພັນທາງກາຍ ແລະ ຈິດໃຈຂອງສອງບ່າວສາວ. ປັດໃຈທາງສັງຄົມເປັນຕົ້ນຄອບຄົວທີ່ມີຖານະ ມັກຈະມີຜູ້ໃຫຍ່ເຂົ້າມາມີສ່ວນຮ່ວມໃນການຕັດສິນໃຈຊີວິດຄູ່.

ຊ່ວຍເຫຼືອເພື່ອນໃນການສ້າງສາຍພົວພັນ

ເພື່ອນມີຄວາມສຳຄັນຫຼາຍໃນການເລືອກຄົນຮັກ. ອັນໜຶ່ງນອກຈາກຈະສະໜັບສະໜູນ ຍັງເປັນຄົນຄອຍໃຫ້ກຳລັງໃຈ ແລະ ໃຫ້ການໂອ້ລົມໄດ້. ນີ້​ເປັນ​ສ່ວນ​ຄຳ​​ແນະນຳໜຶ່ງທີ່​ຈະ​ຊ່ວຍ​ໃຫ້​ເພື່ອນ​ຂອງ​ທ່ານ​ສາມາດ​ຜ່ານ​ຜ່າ​ສາຍ​ພົວພັນ​ທີ່​ມີ​ປັນຫາ ​ຫຼື ອອກ​ຈາກ​ສາຍ​ພົວພັນ​ທີ່​ບໍ່ດີ.

ຄົນທີ່ຮັກທ່ານຕະຫຼອດການ

ຮັກ-ຮັກ​ຄື​ການ​ເຮັດ​ໃຫ້ຄົນທຳ​ມະ​ດາ​ຄົນໜຶ່ງມີ​ຄວາມ​ສຳຄັນ. ພວກ​ເຮົາ​ຕ່າງ​ປະຫຼາດ​ໃຈ​ກັບ​ຄວາມ​ຮັກ ​ໃນ​ເວລາ​ຕົກ​ຫຼຸມຮັກ. ​ແຕ່​ອາດ​ແມ່ນ​ບາບກຳ​ເກົ່າ​ທ່​ເຮັ​ດ​ໃຫ້​ຮັກ​ທີ່​ພົບ​ບໍ່​ຕ້ອງ​ພົບ​ກັບ​ບັນຫາ ​ແລະ ​ເຮັດ​ໃຫ້​ເຮົາ​ຜິດ​ຫວັງ​ຫຼາຍໆຄັ້ງ.

Copy Protected by Chetan's WP-Copyprotect.