Norkhame
ການກົດຂີ່ຈິດໃຈ ໃນຫ້ອງການ ການກົດຂີ່ຈິດໃຈ ໃນຫ້ອງການ
ມີໂອກາດເປັນໄປໄດ້ສູງ ວ່າທ່ານອາດຖືກການກົດຂີ່ທາງດ້ານຈິດໃຈ ໃນຫ້ອງການເຮັດວຽກ. ຖ້າຫາກທ່ານ ເຮັດວຽກຮ່ວມກັບຄົນອື່ນ ທ່ານຈະຕ້ອງພົບກັບບັນຫານີ້ ບໍ່ວ່າຫຼາຍກໍ່ໜ້ອຍ ຕະຫຼອດ ໄລຍະການເຮັດວຽກ ຂອງທ່ານ. ການສຳຫຼວດບັນຫາດັ່ງກ່າວ ໄດ້ມີຂື້ນທີ່ປະເທດອາເມລິກາ ເຊິ່ງເປັນບ່ອນທີ່ມີການແຂ່ງຂັນກັນເຮັດວຽກ ເປັນຈຳ ນວນຫຼວງຫຼາຍ ພົບວ່າປະມານ 37% ຂອງຄົນງານກຳມະກອນ ຫຼື ປະມານ 54 ລ້ານຄົນ ຖືກ ການດູຖູກຢຽດຢາມ... ການກົດຂີ່ຈິດໃຈ ໃນຫ້ອງການ

ມີໂອກາດເປັນໄປໄດ້ສູງ ວ່າທ່ານອາດຖືກການກົດຂີ່ທາງດ້ານຈິດໃຈ ໃນຫ້ອງການເຮັດວຽກ. ຖ້າຫາກທ່ານ ເຮັດວຽກຮ່ວມກັບຄົນອື່ນ ທ່ານຈະຕ້ອງພົບກັບບັນຫານີ້ ບໍ່ວ່າຫຼາຍກໍ່ໜ້ອຍ ຕະຫຼອດ ໄລຍະການເຮັດວຽກ ຂອງທ່ານ.

ການສຳຫຼວດບັນຫາດັ່ງກ່າວ ໄດ້ມີຂື້ນທີ່ປະເທດອາເມລິກາ ເຊິ່ງເປັນບ່ອນທີ່ມີການແຂ່ງຂັນກັນເຮັດວຽກ ເປັນຈຳ ນວນຫຼວງຫຼາຍ ພົບວ່າປະມານ 37% ຂອງຄົນງານກຳມະກອນ ຫຼື ປະມານ 54 ລ້ານຄົນ ຖືກ ການດູຖູກຢຽດຢາມ ໃນຫ້ອງການ, ຫຼື ຖືກປະຕິບັດໃນຮູບແບບທີ່ຊັກນຳໄປຫາ ຄວາມສ່ຽງດ້ານສຸກກະພາບ. ຂໍ້ມູນດັ່ງກ່າວແມ່ນໄດ້ມາຈາກ ການສຳຫຼວດຂອງອົງການສາກົນ ຊື່: ຊອກບີ້. ເຊິ່ງມີປະມານ 49% ພະນັກງານໃນຫ້ອງການ ຫຼື ປະມານ 71 ລ້ານຄົນເຫັນເຫດການ.

ບັນຫາມີຢູ່ບ່ອນວ່າ, ບໍ່ວ່າທ່ານຈະຖືກທ່າລຸນນະກຳຢ່າງຮຸນແຮງ ທ່ານບໍ່ສາມາດໃຈ້ແຍກມັນໄດ້ວ່າ ເປັນການທ່າຮຸນ ທາງຈິດໃຈ.

ຊ່ຽວຊານຂະແໜງການດັ່ງກ່າວໄດ້ເວົ້າວ່າ ສາເຫດຂອງການບໍ່ຮັບຮູ້ການຖືກທ່າຮຸນກໍ່ແມ່ນ ຍ້ອນ ວ່າປະເພດພຶດຕິ ກຳທີ່ກ່າວມາ ຍັງບໍ່ທັນເປັນທີ່ຈະແຈ້ງໃນສັງຄົມ. ບັນຫານີ້ເອງເຮັດໃຫ້ຄົນທົ່ວໄປບໍ່ ຮູ້ວ່າເຈົ້ານາຍ ຫຼື ເພື່ອນຮ່ວມງານ ເຮັດການທາຮຸນນະກຳ. ນອກນັ້ນ ກໍ່ຍັງຕິດພັນກັບຄວາມອັບອາຍສ່ວນຕົວ ທີ່ບໍ່ຢາກເປີດເຜີຍວ່າຕົນເອງຖືກທ່າຮຸນ.

ຫຼາຍຄົນຖືກທ່າຮຸນຈົນເຖິງຂັ້ນກັບວ່າມີອາລົມທາງຈິດບໍ່ປົກກະຕິ ແລະ ບໍ່ຢາກໄປເຮັດວຽກ ຫຼື ອາດເປັນຜົນກະທົບ ຕໍ່ກັບປະສິດທິພາບການເຮັດວຽກ. ມີຫຼາຍຄົນກໍ່ບໍ່ຮູ້ວ່າສາເຫດທີ່ເຮັດ ໃຫ້ຕົນເອງປ່ຽນໄປໃນທາງທີ່ບໍ່ດີ ອັນເນື່ອງມາ ຈາກການຖືກທ່າຮຸນໃນຫ້ອງການ ຈົນກວ່າຕົກຢູ່ໃນອາການໜັກ. ບັນຫາດັ່ງກ່າວ ແມ່ນກໍ່ໃຫ້ເກີດປັນຫາໃຫຍ່ຫຼວງ ຕາມມາສຳລັບຜູ້ໃຊ້ແຮງງານ ແລະ ລູກຈ້າງ.

ຜົນເສຍກໍ່ຄືວ່າປະມານ 45% ທີ່ໄດ້ຮັບການທ່າຮຸນໃນຫ້ອງການ ມີປັນຫາດ້ານຄວາມກົນດັນ ຈົນເຮັດໃຫ້ເກີດບັນຫາ ໂລກຈິດ ແລະ ສຸກກະພາບອ່ອນເພຍ ເຊັ່ນ: ເຮັດໃຫ້ການໄຫຼວຽນ ຂອງເລືອດຜິດປົກກະຕິ, ລະບົບຂັບຖ່າຍບໍ່ປົກກະຕິ, ກັງວົນ ແລະອາດເກີດເປັນໂລກຄວາມກົດ ດັນລະດັບແຮງ.

ບັນຫາການທາຮຸນພະນັກງານເປັນຜົນເສຍຕໍ່ກັບຄວາມໜ້າເຊື່ອຖືຂອງບໍລິສັດ ເຊິ່ງມັນຫຼາຍກວ່າ ການສູນເສຍເງິນ ໃຫ້ພະນັກງານໃນກໍລະນີອື່ນໆ. ຖ້າຫາກມີຂ່າວແຜ່ຫຼາຍໃນວົງກວ້າງ, ຈະເປັນຜົນ ຕໍ່ກັບການດຶງດູດພະນັກງານເຂົ້າ ມາເຮັດວຽກ ແລະ ຜົນເສຍອື່ນໆໃນໄລຍະຍາວ.

ຜົນການວິໄຈຂອງມະຫາວິທະຍາໄລ ມານິໂຕບາ ໄດ້ພົບວ່າ% ການທ່າຮຸນ ມີຄວາມຮຸນແຮງກວ່າ ກ່າວການແບ່ງ ແຍກເພາະມັນເປັນສາເຫດໃຫ້ການເຮັດວຽກມີຄວາມກົດດັນ, ບໍ່ມີກຳລັງໃຈໃນການເຮັດວຽກ ແລະ ມີຄວາມກັງວົນ ສູງ.

ໃນບາງປະເທດມີກົດໝາຍຄຸ້ມຄອງພຶດຕິກຳຂອງບຸກຄົນພາຍໃນບໍລິສັດ, ພະນັກງານແຕ່ລະຄົນ ຈະຖືກສອນໃຫ້ຮັບຮູ້ ບັນຫາຕິດພັນກັບການທາຮຸນກ່ອນການເຮັດວຽກ. ເຊັ່ນ:  ຖ້າຫາກພະນັກງານຄົນໃດ ຫາກມີການເຈັບປ່ວຍກ່ອນ ການເລີ່ມເຮັດວຽກປະຈຳອາທິດ, ທ່ານຕ້ອງໄດ້ໃຊ້ຄວາມຄິດທົບທວນ ເບິ່ງວ່າ ມັນແມ່ນຍ້ອນເກີດຈາກການທ່າຮຸນ ໃດໆບໍ່.

ຄວນເບິ່ງວ່າມີເຫດການໃດທີ່ຕິດພັນກັບຫົວໜ້າທີ່ ມີພຶດຕິກຳ ຮ້ອງແຮງໆໃສ່ທ່ານ ຕໍ່ໜ້າພະນັກງານຄົນອື່ນ ຫຼື ເຮັດ ໃຫ້ທ່ານໝົດຄວາມໝາຍ ຫຼື ຕຳນິກ່ຽວກັບການເຮັດວຽກໃນລະຫວ່າງກອງປະ ຊຸມ, ຫຼື ພຶດຕິກຳທີ່ສ້າງສະຖານະ ການກົດດັນຕ່າງໆໂດຍທີ່ບໍ່ໄດ້ເວົ້າອອກມາ. ເຄີຍຖືກຕັດອອກ ຈາກກຸ່ມໃນຊ່ວງອາຫານທ່ຽງ ຫຼື ການພົບປະ? ສິ່ງນັ້ນ ມັນໝາຍເຖິງການທ່າຮຸນ ເຊັ່ນດຽວກັນ.

ຖ້າຫາກທ່ານພົບກັບບັນຫາດັ່ງກ່າວນັ້ນແລ້ວ ທ່ານຕ້ອງຖາມຕົນເອງວ່າ ມັນຈະເປັນການດີບໍ່ ທີ່ຕ້ອງສ່ຽງສຸກກະ ພາບ ແລະ ຊີວິດກັບສະຖານທີ່ເຮັດວຽກດັ່ງກ່າວ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.