ແຫຼ່ງແນວຄິດ

ທ່ານເຄີຍຖາມຕົວເອງບໍ່ວ່າ: ຄວາມຕ້ອງການເກີດຂຶ້ນຈາກສ່ວນໃດຂອງສະໝອງ? ຄວາມຕ້ອງການມີວິວັດທະນາການມາຈາກ “ການຢາກມີຊີວິດຢູ່ລອດ” ມາສູ່ “ຄວາມເປັນຢູ່ທີ່ດີຂຶ້ນ” ໃນສະໝອງຂອງເຮົາມີຄວາມຕ້ອງການພື້ນຖານທີ່ລະອຽດຊັບຊ້ອນຢູ່ຄູ່ກັນມາດົນແສນດົນ.

ໂຄວິດເຂົ້າຄຸກ

ອີກໜຶ່ງຄວາມລຳບາກ ໃນການຄວບຄຸມການລະບາດເຊື້ອໂຄວິດ. ຖ້າເກີດໃນຄຸກຄຸມຂັງທີ່ໃດ, ຊີວິດນັກໂທດອາດດັບຫາຍ. ເພາະຄວາມແອອັດ ແລະ ການອອກຫ່າງຈາກກັນ ເປັນເລື່ອງລຳບາກ ແລະ ສ້າງຂໍ້ຫຍຸງຍາກໃຫ້ແກ່ທຸກໆແຫ່ງ.

ນະໂຍບາຍປີ້ນລ້ອມ

ບໍແມ່ນແຕກຕື່ນ ຫຼື ຢ້ານກົວ, ຫາກເປັນການປ້ອງກັນທີ່ໄດ້ຜົນ. ດັ່ງນັ້ນ, ຫຼາຍໆປະເທດຈິ່ງໄດ້ນຳໃຊ້ມາດຕະການ ຈຳກັດການເຄື່ອນຍ້າຍປະຊາກອນໃຫ້ຢູ່ໃນບ້ານ. ເພື່ອເອົາຊະນະສັດຕູທີ່ບໍ່ມີຕົວຕົນ.

ໂຄວິດຕິດຈໍ

ເຊື້ອພະຍາດໂຄວິດ, ຍັງເປັນທີ່ຈັບຕາ ແລະ ເຝົ້າລະວັງຂອງຫຼາຍໆປະເທດ. ຕາມໜ້າຈໍໃດ, ກະມີແຕ່ຂ່າວນີ້. ໃນຊ່ວງເວລາທີ່ຫຍຸ້ງຍາກນີ້ ຄົນໃນທົ່ວໂລກ ແຕ່ລະຄົນມີບົດບາດ ສຳຄັນໃນການຊ່ວຍຫຼຸດຜ່ອນຜົນກະທົບ ດ້ວຍການເບິ່ງແຍງຕົວເອງ ແລະ ເຊິ່ງກັນແລະກັນ.

ຢ່າປະປ່ອຍເວລາ

ແຕ່ລະຄົນຕ່າງມີຄວາມຈຳກັດດ້ານເວລາ. ທຸກຄົນມີເວລາ 24 ຊົວໂມງຕໍ່ມື້. ຍ້ອນເວລາມີຈຳກັດ ມັນຈິ່ງເປັນສິ່ງທີ່ ຕ້ອງໄດ້ ຄິດວ່າຈະໃຊ້ເວລາແນວໃດໃຫ້ເປັນປະໂຫຍດທີ່ສຸດ. ສຳນຶກພາບເບິ່ງວ່າ, ຖ້າຫາກທ່ານຈະມີເວລາ ພຽງແຕ່ ເດືອນດຽວ ໃນການດຳລົງຊີວິດ ທ່ານຈະໃຊ້ເວລາແນວໃດ?

ເຮັດແນວໃດຈິ່ງຈະເປັນເລີດ?

“ຄວາມເປັນເລີດຈະບໍ່ເກີດຂື້ນໄດ້ ຖ້າຫາກຍັງມີຄວາມກັງວົນ ແລະ ຖ້າຫາກຍັງມີຄວາມສັບສົນວຸ້ນວາຍ ໃນຊີວິດການ ເປັນຢູ່. ຄວາມດີເລີດມັນຕິດພັນກັບການສ້າງສິ່ງດີໆ ທີ່ແຕກຕ່າງຂື້ນມາໃນໂລກ ມັນຈະເກີດ ຂື້ນມາບໍ່ໄດ້ຫາກປ່ອຍໃຫ້ອາລົມຮ້າຍມາຄວບຄຸມ” ສະນັ້ນ ຖ້າຫາກທ່ານຕ້ອງການເປັນເລີດ ຄວນຖາມຕົນເອງວ່າ ທ່ານຈະສ້າງຫຍັງທີ່ມີຄວາມແຕກຕ່າງ ໃຫ້ແກ່ຊີວິດ ອື່ນໆໃນສັງຄົມ. ໃຫ້ທ່ານທົບທວນເບິ່ງໜ້າວຽກທີ່ທ່ານກຳລັງເຮັດຢູ່, ເຊິ່ງອາດຈະກຳລັງເປັນການ ສ້າງສິ່ງແຕກຕ່າງຂື້ນມາຢູ່ ແລ້ວ-ແລ້ວທ່ານຈະຫັນກັບເຂົ້າມາຫາຕົວເອງ ເພື່ອເຮັດໜ້າທີ່ວຽກງານນັ້ນໃຫ້ໄດ້ດີ ຄືແນວໃດ? ຫຼື ຄວນພິຈາລະນາ ສ້າງໂຄງການໃດໜຶ່ງຕິດຕາມໄປນຳ ແລະ ໃຊ້ເວລາໃນການເຮັດມັນຂື້ນມາ ພ້ອມໆກັບໜ້າວຽກອື່ນ.

ການກົດຂີ່ຈິດໃຈ ໃນຫ້ອງການ

ມີໂອກາດເປັນໄປໄດ້ສູງ ວ່າທ່ານອາດຖືກການກົດຂີ່ທາງດ້ານຈິດໃຈ ໃນຫ້ອງການເຮັດວຽກ. ຖ້າຫາກທ່ານ ເຮັດວຽກຮ່ວມກັບຄົນອື່ນ ທ່ານຈະຕ້ອງພົບກັບບັນຫານີ້ ບໍ່ວ່າຫຼາຍກໍ່ໜ້ອຍ ຕະຫຼອດ ໄລຍະການເຮັດວຽກ ຂອງທ່ານ.

Copy Protected by Chetan's WP-Copyprotect.