Norkhame
ຕົວກຳນົດຈຸດແຂງ ຕົວກຳນົດຈຸດແຂງ
ເພື່ອຄວາມຊັດເຈນ ເຮົາກໍານົດໃຫ້ພິຖີພິຖັນກວ່າເດີມວ່າ “ຈຸດແຂງ” ຫມາຍເຖິງຫຍັງ? ຄໍາວ່າຈຸດແຂງທີ່ເຮົາຈະໃຊ້ໃນນີ້ຂ້ອນຂ້າງຈະສະເພາະເຈາະຈົງ ໂດຍໝາຍເຖິງ “ການປະຕິບັດກິດຈະກໍາຢ່າງໃດຢ່າງໜຶ່ງໄດ້ເກືອບຈະສົມບູນແບບຢ່າງສະໝໍາສະເໝີ”. ຈາກນິຍາມນີ້ ຄວາມສາມາດ ໃນການຕັດສິນໃຈຢ່າງຖືກຕ້ອງ ແລະໃນການປຸກໃຈພະນັກງານໃຫ້ປະຕິບັດຕາມວັດຖຸປະສົງລວມຂອງອົງກອນ ຈັດເປັນຈຸດແຂງ. ຄວາມສາມາດພິເສດເປັນຕົ້ນໝໍ ຮັກສາເກັ່ງສະເພາະດ້ານ, ທັກສະໃນການໃນການສ້າງສັນງານສິນລະປະ ເປັນຕົ້ນເຫຼົ່ານີ້ຖືເປັນຈຸດແຂງ. ຕົວຢ່າງ ນັກກິລາກ໊ອບ ໄທເກີ້ ວູດສ໌. ລາວມີຄວາມສາມາດຕີລູກໄກ ຂອງລາວ ນີ້ກໍ່ເປັນຈຸດແຂງ. ຝີມືການຕີລູກໃນຫຼາກຫຼາຍສະພາບພື້ນຫຍ້າ... ຕົວກຳນົດຈຸດແຂງ

ເພື່ອຄວາມຊັດເຈນ ເຮົາກໍານົດໃຫ້ພິຖີພິຖັນກວ່າເດີມວ່າ “ຈຸດແຂງ” ຫມາຍເຖິງຫຍັງ? ຄໍາວ່າຈຸດແຂງທີ່ເຮົາຈະໃຊ້ໃນນີ້ຂ້ອນຂ້າງຈະສະເພາະເຈາະຈົງ ໂດຍໝາຍເຖິງ “ການປະຕິບັດກິດຈະກໍາຢ່າງໃດຢ່າງໜຶ່ງໄດ້ເກືອບຈະສົມບູນແບບຢ່າງສະໝໍາສະເໝີ”.

ຈາກນິຍາມນີ້ ຄວາມສາມາດ ໃນການຕັດສິນໃຈຢ່າງຖືກຕ້ອງ ແລະໃນການປຸກໃຈພະນັກງານໃຫ້ປະຕິບັດຕາມວັດຖຸປະສົງລວມຂອງອົງກອນ ຈັດເປັນຈຸດແຂງ. ຄວາມສາມາດພິເສດເປັນຕົ້ນໝໍ ຮັກສາເກັ່ງສະເພາະດ້ານ, ທັກສະໃນການໃນການສ້າງສັນງານສິນລະປະ ເປັນຕົ້ນເຫຼົ່ານີ້ຖືເປັນຈຸດແຂງ.

ຕົວຢ່າງ ນັກກິລາກ໊ອບ ໄທເກີ້ ວູດສ໌. ລາວມີຄວາມສາມາດຕີລູກໄກ ຂອງລາວ ນີ້ກໍ່ເປັນຈຸດແຂງ. ຝີມືການຕີລູກໃນຫຼາກຫຼາຍສະພາບພື້ນຫຍ້າ ເໜືອຊັ້ນ ນັກກິລາກ໋ອບ ຄົນອື່ນໆ. ທາງດ້ານທຸລະກິດ, ອັດສະລິຍະພາບຂອງ “ທ່ານ ບຼິ ເກຕ໌” ໃນການນະວັດຕະກໍາຕ່າງໆມາແປງໃຫ້ເປັນລະບົບວຽກທີ່ໃຊ້ງ່າຍ ນັ້ນກໍ່ເປັນຈຸດແຂງ. ທາງດ້ານສິນລະປະ ຄວາມສາມາດຂອງ ສິນລະປິນ ໃນການແຕ່ງເນື້ອເພງໃຫ້ສົມບູນແບບນັ້ນເປັນຈຸດແຂງ. ລວມທັງຄົນຂຽນບົດ ຄວາມໂຕລະຄອນ ແລະ ເຄົ້າໂຄງເລື່ອງຂອງລາວ ໃນໜ້າຈໍກໍ່ຖືເປັນຈຸດແຂງ. ເມື່ອເຮົານິຍາມຈຸດແຂງເຊັ່ນນີ້ວ່າ ເປັນການປະຕິບັດກິດຈະກໍາຢ່າງໃດຢ່າງໜຶ່ງໄດ້ເກືອບຈະສົມບູນແບບຢ່າງສະໝໍ່າສະເໝີ ກໍ່ຈະເຫັນຫຼັກການສາມຂໍ້ທີ່ສໍາຄັນທີ່ສຸດໃນການໃຊ້ຈຸດແຂງໃຫ້ເປັນປະໂຫຍດຕໍ່ຊີວິດ.

         ຂໍ້ທໍາອິດ ຈະຖືກິດຈະກໍາໃດໆເປັນຈຸດແຂງໄດ້ ກໍ່ຕໍ່ເມື່ອທ່ານສາມາດເຮັດກິດຈະກໍານັ້ນໄດ້ຢ່າງສະໝໍາສະເໝີຈົນສາມາດຄາດຫວັງໄດ້. ໃນກໍລະນີນັກກິລາມືອາຊີບ ເຊັ່ນ ນັກກອບ ໄທເກີ້ ວູດ, ກະບໍ່ແມ່ນລາວຈະໄດ້ແຊ໊ມຕະຫຼອດ. ມີວັນໄດ້ວັນເສຍ. ຫາກຜົນລວມດີກວ່າຄົນອື່ນ, ກະໝາຍວ່າລາວມີລັກສະນະເດັ່ນ ກວ່າຄົນໆອື່ນ. ການໄດ້ແຊ໊ມຂອງນັກກິລາເຫຼົ່ານັ້ນ, ມັກມີປະຈຳ ແລະ ບໍ່ແມ່ນບັງເອີນ. ມັນເກີດຈາກການເຝິກຊອມທັກສະຈຸດແຂງທີ່ມີ. ເຮົາຈະບໍ່ເອີ້ນວ່າເປັນຈຸດແຂງຖ້າທ່ານບໍ່ສາມາດເຮັດໃຫ້ເຫັນທຸກຄັ້ງຊໍ້າໆ ແລະທ່ານຕ້ອງຮູ້ສຶກມັກກັບກິດຈະກໍາ. ລວມທັງອາຊີບເເພດເກັ່ງໆສະເພາະດ້ານ. ເຂົາແນ່ນອນໃນການບົ່ງພະຍາດ ແລະ ວາງຢາ. ທີ່ແນ່ໆຄື, ເຂົາເຈົ້າມັກປົວຄົນ. ທ່ານຈະຮູ້ໄດ້ວ່າ ສິ່ງທີ່ທ່ານມີເປັນຈຸດແຂງແນ່ນອນ ກໍ່ຕໍ່ເມື່ອຄວາມສາມາດທີ່ມີ ກາຍເປັນຈິນຕະນາການ ທີ່ທ່ານສາມາດເຮັດຊໍ້າແລ້ວຊໍ້າອີກຢ່າງມີຄວາມສຸກ ແລະ ເປັນຜົນສໍາເລັດ.

         ຂໍ້ສອງ ທ່ານບໍ່ຕ້ອງມີຈຸດແຂງ ຄືກັບຄົນອື່ນໆ. ທັກສະຂອງທ່ານອາດແຕກຕ່າງຈາກຄົນທີ່ກ່າວມາ. ການຮູ້ຈັກຈຸດແຂງຕົນເອງ ຈະເຮັດໃຫ້ເຮົາຮູ້ຈັກວາງຕົວໃນໜ້າທີ່, ຮູ້ຊອກແນວພັດທະນາຄວາມສາມາດ ແລະ ເພີດເພີນໄປກັບການປະຕິບັດໜ້າທີ່. ປຽບສະເໜືອນ “ໄພ້ຕາຍ” ຢູ່ໃນມື ພວກເຮົາ. ພຽງນໍາໃຊ້ໄພ້ທີ່ໄດ້ຮັບມາໃຊ້ໃຫ້ດີທີ່ສຸດເທົ່ານັ້ນ. ຄວາມຄິດທີ່ວ່າຜູ້ປະຕິບັດໄດ້ດີເລີດຕ້ອງເກັ່ງຮອບດ້ານ, ຫຼື ຮູ້ທຸກໆເລື່ອງກວ່າຄົນອື່ນ. ນັ້ນເປັນເລື່ອງທີ່ບໍ່ມີສາລະ ທີ່ເຊື່ອຖືກັນຢ່າງແພ່ຫຼາຍໃນສັງຄົມ. ເມື່ອເຮົາສຶກສາຜູ້ມີຜົນງານດີເດັ່ນໃນສາຂາອາຊີບຕ່າງໆ, ເຂົາເຈົ້າບໍ່ແມ່ນຄົນເກັ່ງຮອບດ້ານ. ໃນທາງກົງກັນຂ້າມ, ພວກເຂົາແຫຼມຄົມກັນສະເພາະດ້ານ ແລະ ເສີມຂະຫຍາຍທັກສະທີ່ມີເກາະກາຍ ທັກສະອື່ນໆ ທີ່ຈຳເປັນໃນການເຮັດວຽກງານ.

       ຂໍ້ສາມ ທ່ານເປັນເລີດໄດ້ດ້ວຍການເພີ່ມພູນຈຸດແຂງຂອງຕົນໃຫ້ຫຼາຍທີ່ສຸດ. ໂດຍບໍ່ຄິດດ້ອຍກັບສິ່ງດ້ອຍຂອງຕົນເອງ. ຖ້າເມົາແຕ່ສົນໃຈຈຸດອ່ອນ, ທ່ານບໍ່ມີວັນເປັນເລີດ. ເວົ້າແນວນີ້ບໍ່ໄດ້ໝາຍວ່າ “ຢ່າໄປສົນໃຈຈຸດອ່ອນ” ບຸກຄົນທີ່ຍົກຂື້ນມາກ່ອນໜ້ານີ້ ບໍ່ໄດ້ລະເລີຍຈຸດອ່ອນຂອງຕົນເອງ. ພວກເຂົາເຮັດເລື່ອງທີ່ມີປະໂຫຍດກ່າວຫຼາຍ ຜ່ານທັກສະທີ່ຕົນເອງມີ. ໂດຍຫາວິທີປັບປຸງຈຸດອ່ອນ ເຊິ່ງຊ່ວຍໃຫ້ເຂົາມີເວລາເຝິກ ຈຸດແຂງຂອງຕົນໃຫ້ແຫຼມຄົມກ່າວເກົ່າ. ເວລາຮູ້ຈຸດອ່ອນຕົນເອງ, ບໍ່ແມ່ນຈະຄິດດ້ອຍ ແຕ່ມັນເປັນໂອກາດໃຫ້ເຮົາໄດ້ ຮ່ວມເຮັດວຽກກັບຄົນອື່ນ. ເປັນໂອກາດໃຫ້ເຮົາຕ້ອງຮູ້ຄົນອື່ນ, ຮູ້ຮ່ວມງານ ແລະ ເຮັດວຽກຮ່ວມກັນ.

ແຕ່ລະຄົນທີ່ປະສົບຜົນສໍາເລັດ ແລະ ສົມຫວັງກັບວຽກງານຂອງຕົນໃນອາຊີບທີ່ແຕກຕ່າງກັນຫຼາຍເພາະພວກເຂົາຈົງໃຈໃຊ້ຈຸດແຂງ. ເຮົາຕ້ອງການໃຫ້ທ່ານເຮັດສິ່ງດຽວກັນ ເພື່ອໃຫ້ທ່ານໃຊ້ປະໂຫຍດຈາກຈຸດແຂງຂອງທ່ານ ບໍ່ວ່າຈະເປັນເລື່ອງໃດ ແລະ ຫາວິທີຄຸມ ຫຼື ປັບປຸງຈຸດອ່ອນຂອງທ່ານ ບໍ່ວ່າຈະເປັນເລື່ອງໃດໆກໍ່ຕາມ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.