Norkhame
ໃນຍາມຮູ້ສຶກໂດດດຽວ ໃນຍາມຮູ້ສຶກໂດດດຽວ
ສຳລັບຫຼາຍໆທ່ານການເຮັດທຸລະກິດ ເປັນການເຂົ້າໄປຢູ່ໃນມ່ວນຊົນ ເປັນຈຳນວນຫຼວງຫຼາຍ. ຄວາມຮູ້ສຶກໂດດດ່ຽວ ມັນບໍ່ໄດ້ເກີດຂື້ນກັບ ການໃຊ້ເວລາຢູ່ຄົນດຽວ ແຕ່ມັນເປັນຊ່ວງທີ່ບາງຄັ້ງ ອາດບໍ່ມີໃຜສະໜັບສະໜູນ ຫຼື ເຂົ້າໃຈແນວທາງທຸລະກິດ ທີ່ຕົນເອງຕ້ອງການ ຫຼື ຊອກຫາ ຫົນ ທາງຮ່ວມງານກັນ ໃນວິກິດໃດໆໜຶ່ງ.ໃນສະພາບດັ່ງກ່າວ ເຖິງຈະຢູ່ຮ່ວມເປັນຫຼາຍໆສິບຄົນແຕ່ ຄວາມຮູ້ສຶກໂດດດຽວມັກຈະມາຖາມຫາ. ຄວາມຮູ້ສຶກໂດດດ່ຽວມັນເກີດຂື້ນກັບຊີວິດຄູ່ເຊັ່ນດຽວກັນ. ມັນປຽບເໝືອນກັບແວ່ນແຍງ ໃຫ້ ຕົນເອງເຫັນວ່າເປັນຄົນແປກ ຈາກກຸ່ມໂດຍທີ່ອາດບໍ່ມີໃຜໆໃນເວົ້າຫຍັງແນວນັ້ນອອກມາ.  ຈົນ... ໃນຍາມຮູ້ສຶກໂດດດຽວ

ສຳລັບຫຼາຍໆທ່ານການເຮັດທຸລະກິດ ເປັນການເຂົ້າໄປຢູ່ໃນມ່ວນຊົນ ເປັນຈຳນວນຫຼວງຫຼາຍ. ຄວາມຮູ້ສຶກໂດດດ່ຽວ ມັນບໍ່ໄດ້ເກີດຂື້ນກັບ ການໃຊ້ເວລາຢູ່ຄົນດຽວ ແຕ່ມັນເປັນຊ່ວງທີ່ບາງຄັ້ງ ອາດບໍ່ມີໃຜສະໜັບສະໜູນ ຫຼື ເຂົ້າໃຈແນວທາງທຸລະກິດ ທີ່ຕົນເອງຕ້ອງການ ຫຼື ຊອກຫາ ຫົນ ທາງຮ່ວມງານກັນ ໃນວິກິດໃດໆໜຶ່ງ.ໃນສະພາບດັ່ງກ່າວ ເຖິງຈະຢູ່ຮ່ວມເປັນຫຼາຍໆສິບຄົນແຕ່ ຄວາມຮູ້ສຶກໂດດດຽວມັກຈະມາຖາມຫາ. ຄວາມຮູ້ສຶກໂດດດ່ຽວມັນເກີດຂື້ນກັບຊີວິດຄູ່ເຊັ່ນດຽວກັນ. ມັນປຽບເໝືອນກັບແວ່ນແຍງ ໃຫ້ ຕົນເອງເຫັນວ່າເປັນຄົນແປກ ຈາກກຸ່ມໂດຍທີ່ອາດບໍ່ມີໃຜໆໃນເວົ້າຫຍັງແນວນັ້ນອອກມາ.  ຈົນ ເຮັດໃຫ້ທ່ານອາດມີຄວາມຮູ້ສຶກຫວ່າງເປົ່າ, ໂດດດ່ຽວປ່ຽວພອຍ ແລະ ມັນເປັນຄວາມ ຮູ້ສຶກທີ່ ຫຼາຍໆຄົນບໍ່ຢາກພົບພໍ້.

ຈາກຄວາມຮູ້ສຶກໂດດດ່ຽວ, ບາງຄົນທີ່ບໍ່ສາມາດອອກຈາກຄວາມຮູ້ສຶກດັ່ງກ່າວ ມັນອາດພັດທະ ນາກາຍເປັນໂລກຄວາມກົດດັນລະດັບສູງ. ຈົນເຮັດໃຫ້ເສຍສຸກກະພາບກາຍ ແລະ ຈິດ, ຫຼື ສ້າງ ພຶດຕິກຳທີ່ບໍ່ດີຕໍ່ ຮ່າງກາຍ ເຊັ່ນ: ກິນອາຫານບໍ່ຕົງກັບເວລາ, ຂາດສະມາທິ ແລະ ອາດເປັນການ ສ້າງບຸກຂະລິກກະພາບທີ່ບໍ່ດີໃນອານາຄົດ. ຍາມໃດກໍ່ຕາມທີ່ຕົວທ່ານມີຄວາມຮູ້ສຶກດັ່ງກ່າວ ຈົ່ງ ໃຫ້ທ່ານປະເຊີນໜ້າກັບຄວາມຮູ້ສຶກດັ່ງກ່າວ.

ມີຫຼາຍຄົນເວລາພົບກັບຄວາມຮູ້ສຶກດັ່ງກ່າວ ມັກຈະຫາສິ່ງບັນເທິງ ເພື່ອສ້າງໃຫ້ຕົນເອງ ມີສີສັນ. ເນື່ອງຈາກວ່າຕ້ອງການ ສິ່ງໄໝ່ໆເຂົ້າມາໃນຊ່ວງເວລາດັ່ງກ່າວ ເພື່ອເຮັດໃຫ້ລື່ມສະຖານນະການ ນັ້ນໄປ, ເຊັ່ນ: ບາງຄົນກິນເຫຼົ້າເພື່ອດັບເສົ້າ. ແຕ່ຖ້າຫາກຕົນເອງ ເຂົ້າໃຈຄວາມຮູ້ສຶກໂດດ ດຽວ ເຊິ່ງເປັນຄວາມຮູ້ສຶກຫວ່າງເປົ່າ, ແລະ ກົດດັນນັ້ນ ມັນຈະເຮັດໃຫ້ຕົນເອງເຫັນໄດ້ສະພາບຂອງ ຄວາມຮູ້ສຶກນັ້ນໆ.

ເມື່ອຕົນເຫັນຄວາມຮູ້ສຶກໂດດດຽວເປັນແນວໃດແລ້ວ, ການທີ່ຈະຫັນເຂົ້າຫາຄວາມຮູ້ສຶກອື່ນ ແທນນັ້ນມັນເປັນສິ່ງທີ່ຕ້ອງໄດ້ເຝິກຫັດ ແລະ ຮຽນຫຼາຍໆເຕັກນິກ. ການຮຽນຮູ້ທີ່ດີທີ່ສຸດກໍ່ຄືການ ເປີດຕົວເອງເຂົ້າສູ່ຄວາມຮູ້ສຶກໂດດດຽວ, ເປີດໃຫ້ຕົວ ເອງຮູ້ສຶກກັບມັນ ແລະ ເຫັນຕົວຕົນຂອງ ຄວາມຮູ້ສຶກໂດດດ່ຽວ. ນີ້ເປັນໂອກາດທີ່ຈະເຮັດໃຫ້ຕົນເອງຮຽນຮູ້ ກ່ຽວກັບຕົວທ່ານເອງ, ຮູ້ຈັກ ຄວາມເຈັບປວດ ແລະ ຊອກຫາທາງອອກດ້ວຍຕົວທ່ານເອງ.

ໃນໄລຍະການເປິດຕົວເອງໃຫ້ຮູ້ຈັກຄວາມຮູ້ສຶກດັ່ງກ່າວ ຈະເຮັດໄດ້ໂດຍການເຮັດສະມາທິ ເພື່ອໃຫ້ ເຫັນວ່າ ຮ່າງກາຍຂອງທ່ານມີຄວາມຮູ້ສຶກແນວໃດ? ຄວາມຮຸນແຮງຂອງສະພາບ ແລະ ຈະຫັນ ປ່ຽນຕົນເອງໄປຫາທາງໃດ? ທ່ານຕ້ອງໄດ້ເພີ່ມຄວາມສົນໃຈຫາກັບທຸກໆຄວາມຮູ້ສຶກ ທີ່ທ່ານຮັບຮູ້ ນັ້ນໆໃຫ້ລະອຽດ ແລະ ມັນກໍ່ບໍ່ເປັນສິ່ງທີ່ທ່ານຈະຮູ້ດີວ່າ ມັນບໍ່ໄດ້ມີຄວາມຫຍຸ້ງຍາກແຕ່ແນວໃດ.

ໃຫ້ທ່ານເບິ່ງເລິກເຂົ້າໄປ ແລະ ເບິ່ງໃຫ້ເຫັນວ່າ ມີສິ່ງໃດແດ່ທີ່ເປັນຄວາມຮູ້ສຶກໃນໄລຍະນັ້ນໆ ດ້ວຍ ຄວາມຕັ້ງໃຈ: ມັນແມ່ນຄວາມຮູ້ສຶກຕ້ອງການຄວາມເຂົ້າໃຈ, ຄວາມໃກ້ຊິດ, ການປັບຕົວໃຫ້ດີຂື້ນ, ຫຼື ອື່ນໆ. ໃຫ້ສັງເກດເບິ່ງທຸກໆຄວາມຮູ້ສຶກ ໃນຂະນະນັ້ນ.

ແລະ ສິ່ງໃດແດ່ທີ່ທ່ານສາມາດເຕີມເຕັມໄດ້ດ້ວຍທ່ານເອງ ແລະ ສິ່ງໃດຕ້ອງການຈາກຄົນອື່ນ.

ມັນບໍ່ເປັນເລື່ອງງ່າຍທີ່ຈະເຝິກສະມາທິໃຫ້ເຫັນຕົນເອງ. ແຕ່ຖ້າຫາກທ່ານບໍ່ໃຊ້ເວລາໃນການພິຈາ ລະນາດ້ວຍຕົນເອງ ຫຼື ການຊອກຫາສິ່ງອື່ນ ຫຼື ຄົນອື່ນມາເຕີ່ມເຕັມຕະຫຼອດ ມັນຈະເປັນການ ສ້າງໃຫ້ມີການເອືອຍອີງ ແລະ ຮູ້ສຶກຂາດໃນເວລາ ທີ່ບໍ່ມີສິ່ງນັ້ນໆເຂົ້າມາໃນຊີວິດ. ຕົວທ່ານ ຄວນໃຊ້ເວລາໃດໜຶ່ງໃນການຢູ່ຫ່າງໄກຈາກສຽງລົບກວນ, ແລະ ຄວາມວຸ້ນວາຍ ເພາະວ່າການ ເຫັນຕົນເອງມີແຕ່ ກໍລະນີທີ່ທ່ານນັ່ງສະມາທິ ແລະ ໃຊ້ເວລາໃນການສັງເກດເບິ່ງຕົວຕົນ ແລະ ສະພາບແວດລ້ອມ ທີ່ຕົນເອງດຳລົງຢູ່.

ໃນຂະນະທີ່ທ່ານພົບເຫັນຄວາມຮູ້ສຶກທາງໃນ ທ່ານຈະພົບວ່າຕົວທ່ານເອງເປັນຄົນກຳນົດຄວາມ ຮູ້ສຶກ ຫຼື ສ້າງຄວາມຮູ້ສຶກ ໂດດດ່ຽວນັ້ນຂື້ນມາ ແລະ ມີແຕ່ຕົວທ່ານເອງ ຈະເປັນຜູ້ທີ່ກຳນົດຄວາມ ຮູ້ສຶກມີຄວາມສຸກ ໃນຂະນະທີ່ທ່ານນັ່ງຢູ່ ຫຼື ຈະເລືອກເປັນທຸກ. ແລ້ວທ່ານຈະເຫັນຈາກການ ນັ່ງສະມາທິວ່າ ບໍ່ວ່າຈະຢູ່ ຄົນດຽວ ຫຼື ຫຼາຍຄົນ ການກຳນົດຄວາມຮູ້ສຶກ ເປັນສິ່ງທີ່ທ່ານເຮັດໄດ້ ດ້ວຍຕົວທ່ານເອງ.

ການເຝິກນັ່ງສະມາທິເປັນປະຈຳ ມັນຈະເຮັດໃຫ້ຄົນເຫັນຄວາມຮູ້ສຶກຂອງຕົນເອງ ໃນແຕ່ລະໄລ ຍະ. ທ່ານ ອາດຈະເຂົ້າຮ່ວມ ນັ່ງສະມາທິເປັນກຸ່ມ ຫຼື ເຂົ້າຮ່ວມການເຝິກອົບຮົມໃນກໍລະນີທີ່ຕ້ອງ ການຮຽນຮູ້ເຕັກນິກໄໝ່ໆ. ມັນຈະເປັນການເປີດໂອກາດ ໃຫ້ທ່ານໄດ້ແລກປ່ຽນປະສົບການກັບຄົນ ອື່ນໆ ທີ່ມີຄວາມສົນ ໃຈຄ້າຍຄືກັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.