Norkhame
ຄາຖານຳໂຊກ ຄາຖານຳໂຊກ
ຈົ່ງ​ຮູ້​ວ່າ​ທ່ານ​ໂຊກ​ດີ. ຄົນ​ບາງ​ຄົນ​ຕາບອດມືດ​ມິດ​ບໍ່​ສາ​ມາ​ດ​ເບິ່ງ​ເຫັນ​ວັນ​ທີ່​ສວຍ​ງາມ​ໄດ້. ສ່ວນ​ຄົນ​ຕາ​ດີ​ມາແຕ່ເກີດຢ່າງ​ທ່ານ ຢ່າໄດ້ຄິດ​ວ່າ​ຊີ​ວິດ​ທ່ານ​ບໍ່​ດີ​ແບບ​ໃດ? ທ່າານໜ້າຈະ ເບິ່ງ​ໄປ​ອ້ອມໆ​ ເບິ່ງໃຫ້​ເຫັນ​ວັນ​ທີ່​ສວຍງ​າມ ​ແລະ ​ຮູ້​ສຶກ​ເຖິງ​ສິ່ງເກີດຂື້ນດ້ວຍ​ຄວາມ​ຮັກ ​ແລະ ​ຄວາມ​ໃສ່​ໃຈ. ບໍ່ເພັ້ງສິ່ງທີ່. ​ຢ່າໄປເບິ່ງ​ແຕ່​ສິ່ງ​ບໍ່​ດີ​ທີ່​ເຮັດ​ໃຫ້​ທ່ານ​ຂຸ້ມ​ມົວ. ຈົ່ງ​ເອົາ​ພະ​ອາ​ທິດ​ຂອງ​ທ່ານ​ໄປ​ນຳ​ສະ​ເຫມີ ເຖິງວ່າ​ທ້ອງ​ຟ້າ​ຈະ​ມືດມົນຊ່ຳ​ໃດ​ກໍ​ຕາມ. ໃນ​ໂລກ​ໃບ​ນີ້​ຍັງ​ມີ​ສິ່ງ​ທີ່​ດີໆ​ອີກ​ຫລາຍ​ຢ່າງ​. ຂໍ​ແຕ່​ທ່ານ​ດຶງ​ເວ​ລາ​ທີ່​ເສຍ​ໄປ​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ທ່ານ​ຂາດສຸກ.​ ແລ້ວ​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃຫ້​ໃຈ ​ແລະ ຕົວ​ຂອ​ງ​ທ່ານ​ມີ​ຄວາມ​ສຸກ. ຄວາມ​ສຸກ​ບໍ່​ໄດ້​ຫມາຍ​ຄວາມ​ວ່າ ທ່ານ​ມີ​ຄົບ​ໄປ​ຫມົດ​ທຸກ​ຢ່າງ ແຕ່​ຄວາມ​ສຸກ​ຫມາຍ​ເຖິງ​ເຮົາ​ຮູ້​ສຶກ​ຂອບ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ມີຕ່າງ​ຫາກ. ຈົ່ງ​​ຮູ້​ສຶກ​ຂອບ​ໃຈ... ຄາຖານຳໂຊກ

ຈົ່ງ​ຮູ້​ວ່າ​ທ່ານ​ໂຊກ​ດີ. ຄົນ​ບາງ​ຄົນ​ຕາບອດມືດ​ມິດ​ບໍ່​ສາ​ມາ​ດ​ເບິ່ງ​ເຫັນ​ວັນ​ທີ່​ສວຍ​ງາມ​ໄດ້. ສ່ວນ​ຄົນ​ຕາ​ດີ​ມາແຕ່ເກີດຢ່າງ​ທ່ານ ຢ່າໄດ້ຄິດ​ວ່າ​ຊີ​ວິດ​ທ່ານ​ບໍ່​ດີ​ແບບ​ໃດ? ທ່າານໜ້າຈະ ເບິ່ງ​ໄປ​ອ້ອມໆ​ ເບິ່ງໃຫ້​ເຫັນ​ວັນ​ທີ່​ສວຍງ​າມ ​ແລະ ​ຮູ້​ສຶກ​ເຖິງ​ສິ່ງເກີດຂື້ນດ້ວຍ​ຄວາມ​ຮັກ ​ແລະ ​ຄວາມ​ໃສ່​ໃຈ. ບໍ່ເພັ້ງສິ່ງທີ່. ​ຢ່າໄປເບິ່ງ​ແຕ່​ສິ່ງ​ບໍ່​ດີ​ທີ່​ເຮັດ​ໃຫ້​ທ່ານ​ຂຸ້ມ​ມົວ.

ຈົ່ງ​ເອົາ​ພະ​ອາ​ທິດ​ຂອງ​ທ່ານ​ໄປ​ນຳ​ສະ​ເຫມີ ເຖິງວ່າ​ທ້ອງ​ຟ້າ​ຈະ​ມືດມົນຊ່ຳ​ໃດ​ກໍ​ຕາມ. ໃນ​ໂລກ​ໃບ​ນີ້​ຍັງ​ມີ​ສິ່ງ​ທີ່​ດີໆ​ອີກ​ຫລາຍ​ຢ່າງ​. ຂໍ​ແຕ່​ທ່ານ​ດຶງ​ເວ​ລາ​ທີ່​ເສຍ​ໄປ​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ທ່ານ​ຂາດສຸກ.​ ແລ້ວ​ເບິ່ງ​ເຫັນ​ສິ່ງ​ທີ່​ເຮັດ​ໃຫ້​ໃຈ ​ແລະ ຕົວ​ຂອ​ງ​ທ່ານ​ມີ​ຄວາມ​ສຸກ. ຄວາມ​ສຸກ​ບໍ່​ໄດ້​ຫມາຍ​ຄວາມ​ວ່າ ທ່ານ​ມີ​ຄົບ​ໄປ​ຫມົດ​ທຸກ​ຢ່າງ ແຕ່​ຄວາມ​ສຸກ​ຫມາຍ​ເຖິງ​ເຮົາ​ຮູ້​ສຶກ​ຂອບ​ໃຈ​ໃນ​ສິ່ງ​ທີ່​ເຮົາ​ມີຕ່າງ​ຫາກ. ຈົ່ງ​​ຮູ້​ສຶກ​ຂອບ​ໃຈ ຮຽນເບິ່ງ​ເຫັນ​ຄວາມ​ສຸກ. ບາງ​ທີ​ມັນ​ຢູ່​ທາງ​ຫ​ນ້າ​ເຮົາ. ຢູ່​ໃກ້​ເຮົາ​ແຕ່​ເຮົາ​ຫ​ຍຸ້ງ​ຈົນ​ເລີມບໍ່​ເຫັນ​ມັນ. ຫລື​ລືມ​ຮູ້​ສຶກ​ມັນ​ໄປ. ​ເມື່ອ​ຮູ້​ສຶກວ່າ​ຕົວ​ເອງ​ໂຊກ​ດີ​ເທົ່າ​ໃດ​ແລ້ວ ຄວາມຮູ້ສຶກ​ຂອບ​ໃຈ ​ແລະ ເຫັນ​ຄຸນ​ຄ່າ​ຂອງ​ສິ່ງ​ທີ່​ຕົວ​ເອງ​ມີ ຍິ່ງ​ໃຊ້​ຊີ​ວິດ​ດົນ​ຂຶ້ນ. ກັບ​ຮູ້​ວ່າ​ຊີ​ວິດ​ສວຍງ​າມ ​ຫລາຍ​ຂຶ້​ນ​ທຸກ​ເທື່ອ. ເພາະ​ເຮົາ​ມີ​ປະ​ສົບ​ການ​ຫລາຍ​ພໍ​ທີ່​ຈະ​ເຂົ້າ​ໃຈ​ຊີ​ວິດ ຮູ້​ຈັກ​ຊື່​ນ​ຊົມ​ຄວາມ​ສວຍງ​າມ. ຮູ້​ຈັກ​ປ່ອຍ​ວາງ. ຮູ້​ວ່າ​ຕົນ​ຕ້ອງ​ການ​ຫ​ຍັງ ແລະ ​ບໍ່​ມັກ​ຫ​ຍັງ​.

ເມື່ອ​ຮູ້ແລ້ວ, ເຮົາ​ກໍ​ຈະ​ບໍ່​ຍອມ​ໃຫ້​ຕົວ​ເອງ​ຢູ່​ໃນ​ຈຸດ​ທີ່​ບໍ່​ມັກ. ບໍ່​ຍອມ​ໃຫ້​ໃຜ​ມາ​ດຶງ​ຕົວ​ເອງ​ໄປ​ຢູ່​ໃນ​ຈຸດ​ທີ່​ເຮົາ​ບໍ່​ມີ​ຄວາມ​ສຸກ. ໃຊ້​ເວ​ລາ​ກັບ​ຄວາມ​ສຸກ​ໃຫ້​ຫລາຍ​ຂຶ້ນ. ເຂົ້າ​ໃຈ​ວ່າ​ບໍ່​ມີ​ຫ​ຍັງ​ຫາ​ມາ​ໄດ້​ງ່າຍໆ. ດັ່ງ​ນັ້ນ​ຕ້ອງ​ສູ້ ​ແລະ ​ພະ​ຍາ​ຍາມ​ໃຫ້​ຫລາຍ​ຂຶ້ນ ແຕ່​ກໍ​ຮູ້​ຈັກ​ຂໍ​ເມື່ອ​ຕ້ອງ​ການ​ຫ​ຍັງ ແລະ ​ກ້າ​ພໍ​ທີ່​ຈະ​ສະ​ແດງ​ຄວາມ​ຄິດ​ເຫັນ​ກັບ​ທຸກ​ເລື່​ອງ​ເປັນ​ອິດ​ສະ​ຫລະ​ຈາກ​ຄວາມ​ຄິດ​ເຫັນ​ຂອງ​ຜູ້​ຄົນ. ຍິ່ງ​ມີ​ຊີ​ວິດ​ຫລາຍ​ຂຶ້ນ. ຍິ່ງ​ຫາ​ຈຸດ​ທີ່​ໃຈ​ອີ່ມ​ໄດ້​ຫລາຍ​ຂຶ້ນ.

ຈົ່ງ​ເຊື່ອ​ໃນ​ປະ​ຕິ​ຫານ (ບໍ່ແມ່ນເຊື່ອງົມງວາຍ). ​ປະ​ຕິ​ຫານ​ ໃນ​ຄະ​ນະ​ທີ່​ຊີ​ວິດ​ຂອງ​ທ່ານ​ຕ່ຳ​ລົງ ຫລື​ ເບິ່ງວ່າ​ບໍ່​ມີ​ທາງ​ອອກ​ໃຫ້​ແກ່​ທຸກ​ບັນ​ຫາ. ຈົ່ງ​ເຮັດ​ໃຫ້​ຮ່າງ​ກາຍ​ຂອງ​ທ່ານ​ແຂງ​ແຮງ ​ແລະ ​ສອນ​ໃຈ​ຂອງ​ທ່ານ​ໃຫ້​ແຂງ​ແກ່ນກວ່າວັນວານ. ເປັນ​ຄົນ​ທີ່​ເຂັ້ມ​ແຂງ ເປັນ​ສະ​ບັບ​ທີ່​ດີ​ທີ່​ສຸດ​ຂອງ​ຕົວ​ເອງ. ປະ​ຕິ​ຫານ​ຈະ​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ເຊື່ອ​ໃນ​ປະ​ຕິ​ຫານ ມັນ​ງ່າຍ​ຫລາຍໆ​ທີ່​ຈະ​ປ່ອຍ​ໃຫ້​ເວ​ລາ​ນັ້ນ​ຜ່ານ​ໄປ ໂດຍ​ບໍ່​ທັນ​ໄດ້​ເບິ່ງ​ໂລກ​ໃບ​ນີ້​ຮອບໆ​ຕົວ​ທ່ານ. ຊີ​ວິດມັນ​ສວຍງ​າມ​ຫລາຍ. ຈົ່ງ​ມີ​ຄວາມ​ສຸກ​ກັບ​ມັນ​ໃຫ້​ໄດ້​ທຸກວັນ ​ແລະ ຈົ່ງ​ຮູ້​ສຶກ​ເປັນ​ສຸກ​ທີ່​ມີ​ໂອ​ກາ​ດ​ໄດ້​ໃຊ້​ຊີ​ວິດ. ຊີ​ວິດ​ຄື​ຄວາມ​ມ່ວນ ຖ້າ​ທ່ານ​ເຮັດ​ທຸກ​ມື້​ໃຫ້​ແຕ​ກຕ່າງ.ຈົ່ງ​ໃຊ້​ຊີ​ວິດ​ຄື​ດັ່ງ​ໂລກ​ເປັນ​ສະ​ຫ​ນາມ​ເດັກ​ຫລິ້ນ​ຂອງ​ທ່ານ.  ຄົນ​ທີ່​ບໍ່​ເຊື່ອ​ໃນ​ປະ​ຕິ​ຫານ ມັກ​ບໍ່​ເຄີຍ​ພົບ​ກັບ​ຄວາມ​ມະ​ຫັດ​ສະ​ຈັນ​ໃນ​ຊີ​ວິດ.

ຈົ່ງ​ອ່ອນ​ແອ. ຢ່າ​ປ່ອຍ​ໃຫ້​ໂລກ​ນີ້ ເຮັດ​ໃຫ້​ທ່ານ​ແຂງກະ​ດ້າງ. ຢ່າ​ປ່ອຍ​ໃຫ້​ຄວາມ​ເຈັບ​ປວດ ເຮັດ​ໃຫ້​ທ່ານ​ເປັນຄົນອະກຸສົນແລະ ​ຄຽດ​ແຄ້ນ. ຢ່າ​ປ່ອຍ​ໃຫ້​ຄວາມ​ຂົມ​ຂື່ນ ມາ​ທຳ​ລາຍ​ຄວາມ​ອ່ອນ​ຫວານ​ຂອງ​ທ່ານ. ຈົ່ງ​ມີຄວາມ​ພູມ​ໃຈ​ໃນ​ຕົວ​ເອງ​ ເຖິງວ່າ​ຄົນ​ທັງ​ໂລກ​ຈະ​ບໍ່​ເຫັນ​ດີ​ນຳ​ກັບ​ທ່ານ​. ແຕ່​ຈົ່ງ​ເຊືອ​ວ່າ​ໂລກ​ນີ້​ຍັງ​ສວຍ​ງາມ​ສະ​ເຫມີ.

ຂ້າງນອກ​ຈະ​ເປັນ​ແນວ​ໃດ​ກໍ​ຊ່າງ. ຂໍ​ແຕ່​ຄວບ​ຄຸມ​ຈິດ​ໃຈ​ຂອງ​ຕົນ​ໃຫ້​ໄດ້​ກໍ​ພໍ. ຄວາມ​ສະ​ຫງົບ​ສຸກ​ໃນ​ໃຈ ເລີ່ມ​ຕົ້ນ​ເມື່ອ​ທ່ານ​ເລືອ​ກ​ທີ່​ຈະ​ບໍ່​ຍອມ​ໃຫ້ ຜູ້​ຄົນ​ຫລື​ເຫດ​ການ​ຕ່​າງໆ ຄວບ​ຄຸມ​ຄວາມ​ຮູ້​ສຶກ​ແລະ​ອາ​ລົມ​ຂອງ​ທ່ານ. ຈົ່ງ​ໃຫ້​ອະ​ໄພ​ຕົວ​ເອງ​. ບໍ່​ວ່າ​ໃນ​ອາ​ດີດ​ທ່ານ​ເຮັດ​ເລື່ອງ​ທີ່​ຜິດ​ພາດ​ຫລື​ຮ້າຍ​ແຮງ ຈາກ​ນີ້​ໄປ​ຈົ່ງ​ເຮັດ​ປັດ​ຈຸ​ບັນ​ໃຫ້​ດີ​ທີ່​ສຸດ ​ເພື່ອ​ໃຫ້​ຕົວ​ທ່ານໃນ​ອາ​ນາ​ຄົດ ຈະພົບສິ່ງປາດຖະໜາ ແລະ ມີ​ຄວາມ​ສະ​ຫງົບ​ສຸກ.

ສິ່ງ​ດຽວ​ທີ່​ຈະ​ຢຸດ​ຊີ​ວິດ​ທ່ານ. ມີ​ແຕ່​ສິ່ງ​ດຽວ​ທີ່​ຈະ​ຢຸດ​ຊີ​ວິດ​ທ່ານ​ບໍ່​ໃຫ້​ເຮັດ​ສິ່ງ​ນັ້ນ​ໄດ້, ຖ້າ​ທ່ານ​ຄິດ​ວ່າ​ທ່ານ​ເລີ່ມ​ຊ້າ, ກໍ​ໃຫ້​ຢ້ຳ​ຕົວ​ເອງວ່າ​: ທ່ານ​ບໍ່​ມີ​ເວ​ລາ​ພໍ​ທີ່​ຈະ​ທໍ້​ຖອຍ. ​ແລ້ວ​ເດີນ​ຕໍ່​ໄປ​ບໍ່​ຕ້ອງ​ເບິ່ງ​ໃຜ. ຊ້າບໍ່ເປັນຫຍັງ. ເບິ່ງ​ແບບ​ເຕົ່າ. ກົ້ມ​ຫ​ນ້າ​ກົ້ມ​ຕາ​ຍ່າງ​ແບບ​ບໍ່​ສົນ​ໃຈ​ວ່າ​ໃຜ​ຈະ​ແລ່ນ​ໄປ​ກ່ອນ ​ເພາະ​ເຮົາ​ບໍ່​ໄດ້​ແຂ່ງ​ກັບ​ໃຜ. ໃຫ້​ບອກ​ຕົວ​ເອງວ່າ ຂ້ອຍ​ຈະ​ຍ່າງ​ຕໍ່​ໄປ​ຂ້າງ​ຫ​ນ້າ ໃນ​ທາງ​ທີ່​ຂ້ອຍ​ເຄີຍ​ຝັນ​ ແລະ​ ຈະ​ບໍ່​ລົ້ມ​ເລີກຈົນກວ່າຈະບັນລຸ. ຖ້າ​ທ່ານ​ຫາ​ທາງ​ໄປ​ບໍ່​ເຫັນ, ກໍ​ໃຫ້​ເດີນ​ໄປ​ໃນ​ທາງ​ທີ່​ທ່ານ​ຮັກ.

ຝັນ​ຂອງ​ທ່ານ​ບໍ່​ມີ​ວັນ​ຫ​ມົດ​ອາ​ຍຸ.  ແຕ່​ຢ່າ​ຖ້າ​ຈົນ​ເຖິງວັນ​ສຸດ​ທ້າຍ. ທ່ານ​ອາດ​ຈະ​ເສຍ​ໃຈ ທີ່​ທ່ານ​ບໍ່​ເຄີຍ​ເຮັດ​ຕາມ​ຝັນ. ບໍ່​ມີ​ຄຳ​ວ່າ​ຊ້າ​ເກີນ​ໄປ ສຳ​ລັບ​ການ​ເລີ່ມ​ຕົ້ນ​ໃຫ່​ມ. ບໍ່ວ່າ​ຈະ​ເປັນ​ເລື່ອງ​ຄວາມ​ສຳ​ພັນ, ການ​ສຶກ​ສາ, ຫ​ນ້າ​ທີ່​ການ​ງານ, ເປົ້າ​ຫມາຍ​ໃນ​ຊີ​ວິດ ຫລື​ ແມ່ນ​ແຕ່​ຄວາມ​ຝັນ. ຖ້າ​ທ່ານ​ບໍ່​ເລີ່ມ​ຕົ້ນ​ປ່ຽນ​ຫ​ຍັງ ວັນ​ນີ້, ​ໃນ​ປີ​ຫ​ນ້າ​ຫລື​ປີ​ຖັດ​ໄປ, ທ່ານ​ຈະ​ເສຍ​ໃຈ​ທີ່​ບໍ່​ໄດ້​ເຮັດ​ຕັ້ງ​ແຕ່​ມື້​ນີ້ ແລະ 20ປີ​ນັບ​ຈາກ​ນີ້ ທ່ານ​ຈ​ະ​ຜິດ​ຫວັງ​ຈາກ​ສິ່ງ​ທີ່​ບໍ່​ເຄີຍ​ເຮັດ ​ຫລື ບໍ່​ມີ​ໂອ​ກາດ​ໄດ້​ເຮັດ ຫລາຍກວ່າ​ຈາກ​ສິ່ງ​ທີ່​ເຄີຍ​ເຮັດ​ພາດ​ໄປ.

ໃຊ້​ຊີ​ວິດ​ຢ່າງ​ລຽບ​ງ່າຍ ເຮັດ​ໃຈ​ໃຫ້​ສະ​ຫງົບ​ຝັນ​ໃຫ້​ຍິ່ງ​ໃຫ່​ຍ​ໄປ​ໃຫ້​ເຖິງ. ຂອບ​ໃຈ​ຊີ​ວິດ​ຫມັ່ນ​ຄິດ​ດີ. ມີ​ເວ​ລາ​ໃຫ້​ຄົນ​ຮັກ. ພັກ​ຜ່ອນ​ກັບ​ຄອບ​ຄົວ. ຫົວ​ໃຫ້​ຕະ​ຫລອ​ດ. ໃຈ​ເຢັນ​ໃຫ້​ໄດ້. ໃສ່​ໃຈ​ຄົນ​ອ້ອມ​ຂ້າງ. ປ່ອຍ​ວາງ​ເກັ່ງ. ແຕ້ມ​ແຕ່ງ​ສີ​ສັນ​ຂອງ​ຊີ​ວິດ​ໃຫ້​ມ່ວນ. ເຊົາ​ທຸກ​ກັບ​ເລື່ອງ​ທີ່​ແກ້​ໄຂ​ບໍ່​ໄດ້. ຈົ່ງ​ຫມັ່ນ​ຫາ​ປະ​ສົບ​ການ​ຂອງ​ຊີ​ວິດ. ຢ່າ​ປ່ອຍຈິດກັບການປະລາໄຊ. ຈົ່ງ​ເຊື່ອ​ໃນ​ຄວາ​ມະ​ຫັດ​ສະ​ຈັນ.

ຮັບຟັງຄວາມຄິດເຫັນ, ແລະ ສິ່ງ​ສຳ​ຄັນ​ທີ່​ສຸດ​ບໍ່​ແມ່ນ​ ຈະຟັງແນວຄິດອະກຸສົນຂອງໃຜໃນຊີວິດ. ຮູ້ສິ່ງເປັນຈິງໃນຕົວຕົນ. ຈົ່ງ​ຫມັ່ນ​ຫົດ​ນຳ​ມື້​ລະ​ນ້ອຍ ຫລໍ່​ລ້ຽງ​ຫົວ​ໃຈ​ຂອງ​ເຮົາ​ເຝິກ​ຈິດ​ຫາ​ຈຸດ​ທີ່​ໃຈ​ນິ້ງ ແລະ ຖາມ​ຕົວ​ເອງວ່າ​ບ່ອນ​ໃດ​ທີ່​ໃຈ​ເຮົາ​ອີ່ມ. ສິ່ງ​ທີ່​ເຮັດ​ທຸກ​ມື້​ນີ້​ມີ​ຄວາມ​ພໍ​ໃຈ​ຊ່ຳ​ໃດ? ຢ່າ​ຍຶດ​ຕິດກັບ​ຜູ້​ຄົນບໍ່ຄິດພັດທະນາ. ແນວຄິດຫຼ້າຫຼັງ. ຄຳ​ສອນ​ເກົ່າ​ແກ່ທີ່ບໍ່ເປັນຜົນແກ່ການສ້າງສັນສິ່ງທີ່ດີກວ່າ. ຄຳ​ຂອງ​ຄົນ​ຮອບ​ຂ້າງ ຄຳ​ອ້າງ​ຂອງ​ຜູ້​ຮູ້ ຫລື ​ແມ້​ແຕ່​ບັນ​ທັດ​ຖານ​ຂອງ​ສັງ​ຄົມ. ຈົ່​ງ​ໃຊ້ເວລາທົບທວນຮູບແບບການເຮັດວຽກ, ແລະ ເຮັດໃຈໃຫ້​ສະ​ຫງົບ​ສຸກ. ​ຫາ​ຈຸດ​ທີ່​ເຮັດ​ໃຫ້​ໃຈ​ອີມ. ອ່ານ​ໃຫ້​ຫລາຍ​ຂຶ້ນ ການ​ອ່ານ​ຫ​ນັງ​ສື​ເຮັດ​ໃຫ້​ເຮົາ​ດີ​ຂຶ້ນ ແລະ ຄົ້ນຫາຫຼາກຫຼາຍແນວຄິດຈາກຊີວິດຕົວຈິງ ເພື່ອມາດັດປັບນຳໃຊ້.

 

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.