Norkhame
ເລືອກເຮັດ
ຈົ່ງປ່ຽນ​ຂໍ້​ອ້າງ​ເປັນ​ຫາ​ວິ​ທີ​ເຮັດວຽກ. ເມື່ອ​ທ່ານ​ປ່ຽນ​ວິ​ທີ​ທີ່​ທ່ານ​ເບິ່ງ ​ສິ່ງ​ອ້ອມ​ຂ້າງ​ສິ່ງ​ເຫລົ່າ​ນັ້ນ​ກໍ​ປ່ຽນ​ໄປ. ການ​ບໍ່​ເລືອກ​ຄື​ທາງ​ເລືອກ​ທີ່​ທ່ານ​ເລືອກ. ທ່ານ​ເລືອກ​ທີ່ຈະ​ບໍ່​ເຮັດ​ຫ​ຍັງ​ໃຫ້​ດີ​ຂຶ້ນບໍ່? ຫຼື ​ທ່ານ​ເລືອກ​ທີ່​ຈະ​ໃຊ້​ຊີ​ວິດ​ໄປ​ເລື່ອຍໆ? ​ທ່ານ​ເລືອກ​ທີ່​ຈະ​ໃຊ້​ຊີ​ວິດ​ແບບ​ນີ້​ຕໍ່​ໄປເປັນຕົ້ນ. ອ່ານເພີ່ມ
ຄາຖານຳໂຊກ
ຈົ່ງ​ຮູ້​ວ່າ​ທ່ານ​ໂຊກ​ດີ. ຄົນ​ບາງ​ຄົນ​ຕາບອດມືດ​ມິດ​ບໍ່​ສາ​ມາ​ດ​ເບິ່ງ​ເຫັນ​ວັນ​ທີ່​ສວຍ​ງາມ​ໄດ້. ສ່ວນ​ຄົນ​ຕາ​ດີ​ມາແຕ່ເກີດຢ່າງ​ທ່ານ ຢ່າໄດ້ຄິດ​ວ່າ​ຊີ​ວິດ​ທ່ານ​ບໍ່​ດີ​ແບບ​ໃດ? ທ່າານໜ້າຈະ ເບິ່ງ​ໄປ​ອ້ອມໆ​ ເບິ່ງໃຫ້​ເຫັນ​ວັນ​ທີ່​ສວຍງ​າມ ​ແລະ ​ຮູ້​ສຶກ​ເຖິງ​ສິ່ງເກີດຂື້ນດ້ວຍ​ຄວາມ​ຮັກ ​ແລະ ​ຄວາມ​ໃສ່​ໃຈ. ບໍ່ເພັ້ງສິ່ງທີ່. ​ຢ່າໄປເບິ່ງ​ແຕ່​ສິ່ງ​ບໍ່​ດີ​ທີ່​ເຮັດ​ໃຫ້​ທ່ານ​ຂຸ້ມ​ມົວ. ອ່ານເພີ່ມ
ຄົນຜິດ, ຄົນງາມ
ໃນ​ຄວາມ​ຜິດ​ພາດ​ລ້ວນ​ມີ​ຄວາມ​ງາມ​ໃຫ້​ຄົ້ນ​ຫ​າ. ຊີ​ວິດ​ທີ່​ຫ​ນ້າ​ສຶກ​ສາ​ບໍ່​ແມ່ນ​ຊີ​ວິດ​ທີ່ສົມ​ບູນ​ພ້ອມ​ພຽງ​. ​ແຕ່​ການ​ຮູ້​ຈັກ​ຢູ່​ກັບ​ຄວາມ​ບົກ​ພ່ອງ​ທີ່​ມີ​ ແລະ​ ຮູ້​ຈັກ​ໃຊ້​ສະຕິປັນຍາແກ້ໄຂ ຢ່າງ​ມີ​ສີ​ລະ​ປະ​ຕ່າງ​ຫາກ ​ທີ່​ສ້າງໃຫ້ຊີວິດຫ​ນ້າ​ສົນ​ໃຈ​.​ ​ບໍ່ມີໃຜຈ້າງປີ້ເຂົ້າໄປເບິ່ງໜັງທີ່ບໍ່ມີປັນຫາ. ໃຜລະຈະຢາກເບິ່ງຊີວິດສຸກສະບາຍ? ຊີວິດແນວນັ້ນ, ບໍ່ໄດ້ສ້າງພະເອກ, ນາງເອກ ໃຫ້ກາຍເປັນຄົນໜ້າສົນໃຈ. ອ່ານເພີ່ມ
ຖິ້ມຂີ້ເຫຍືອໃຈ
ເມື່ອຄວາມ​ໃຈ​ເຢັນ​ເຂົ້າ​ໄປ​ແຊກຊ້ອນ​ໃນ​ຈິດ​ໃຈ​ໄດ້​ແລ້ວ, ​ຄວາມ​ຮູ້​ສຶກ​ທີ່​ເກີດ​ຂຶ້ນກໍ່​ພ້ອມ ​ທີ່​ຈະ​ເອື້ອ​ເຟື້ອ​ຕໍ່​ທຸກ​ຊີ​ວິດ​ຜ່ານເຂົ້າມາໃນຊີວິດ. ເຮົາກໍ່ຈະໄດ້ສຳພັດຊື່ອມ​ໂຍງ​ຄວາມ​ຮູ້​ສຶກ​ຕ່າງໆ​ຢ່າງ​ເປັນ​ມິດ ​ແລະ ​ພ້ອມ​ຈະ​ເຊີນ​ຊວນ​ສິ່ງ​ຊົ່ວ​ຮ້າຍ​ທີ່​ມີ​ໃຫ້​ກາຍ​ເປັນ​ສິ່ງ​ທີ່​ດີ​, ມີ​ມິດ​ຕະ​ພາບມອບ​ໃຫ້ແທນ​ ເຮັດ​ໃຫ້​ສິ່ງ​ດີ​ໄດ້​ມີ​ໂອ​ກາດ​ເຕີບ​ໂຕ​ດ້ວຍ​ຄວາມ​ເອື້ອ​ອາ​ທອນ​ຕໍ່​ກັນ. ອ່ານເພີ່ມ
ປັນຫາພາສ້າງບາລະມີ
ຫາກ​ເຝິກ​ເບິ່ງ​ບັນ​ຫາ​ເພື່ອ​ເປັນ​ການ​ສ້າງ​ບາ​ລະ​ມີ​ໃຫ້​ແກ່​ຕົວ​ເອງ​ຢູ່​ຕະ​ຫລອດ​ ຈາກ​ສິ່ງ​ທີ່​ເຄີຍ​ຄິດ​ວ່າ​ເປັນ​ຄວາມ​ຊົ່ວ​ຮ້າຍ. ໃຫ້ເປີດໃຈ​​ຍ່ອມ​ໃຫ້​ເຮົາ​ໄດ້​ຮຽນ​ຮູ້​ທີ່​ຈະ​ແຂງ​ແກ່ນ​ຂຶ້ນ. ​ພ້ອມກັນ​ກັບ​ຊ່ວຍ​ກະ​ຕຸ້ນ​ໃຫ້​ເຮົາ​ໄດ້​ມີ​ໂອ​ກາດ​ຄົ້​ນ​​ຫາສິ່ງ​ທີ່​ຍິ່ງ​ໃຫ່​ຍ​ສະ​ເຫມີ. ອ່ານເພີ່ມ
ຮຽນຮູ້ຈາກຄັ້ງທຳອິດ
“ຍັງບໍ່ລືມປະສົບການເຮັດວຽກຄັ້ງທຳອິດ, ໄດ້ຮຽນຮູ້ຫຼາຍໆອັນ. ສິ່ງທີ່ນຳໃຊ້ໃນປະຈຸບັນ ຍັງມີອິດທິພົນຈາກການຖອດ ຖອນບົດຮຽນ ໃນຄັ້ງນັ້ນ” ອ່ານເພີ່ມ
ຄ່າຂອງເງິນ, ຄົນ ແລະ ງານ
ໃຜແດ່ວ່າເງິນບໍ່ສຳຄັນ. ຂ້າພະເຈົ້າ ເປັນຄົນໜຶ່ງທີ່ເຫັນວ່າເງິນມີຄວາມສຳຄັນຫຼາຍກັບການດຳລົງຊີວິດ. ຄົນຕ້ອງ ການເງິນເພື່ອຊື້ການ ບໍລິການ ແລະ ສິນຄ້າເພື່ອນຳໃຊ້ເຂົ້າໃນ ການດຳລົງຊີວິດ.​ ອ່ານເພີ່ມ
ຈົ່ງຢ່າຢຸດບໍລິການແກ່ສັງຄົມ
ທ່ານເຄີຍມີຄວາມຄິດບໍ່ວ່າ ຄວາມໝາຍຂອງການມີຊີວິດ ແມ່ນຫຍັງ? ໃນປະສົບການຂອງຂ້າພະເຈົ້າ, ຄວາມໝາຍ ຂອງການມີຊີວິດ ຄືການໄດ້ຢູ່ເພື່ອຮັບໃຊ້ ຫຼື ໃຫ້ບໍລິການແກ່ຕົນເອງ, ຄົນໃກ້ຕົວ ແລະ ສັງຄົມ. ອ່ານເພີ່ມ
ສ້າງຕົນເອງໃຫ້ກາຍເປັນ ຜູ້ນຳທີ່ດີເລີດ
ການກະທຳທີ່ຊ່ວຍໃຫ້ທ່ານພັດທະນາຕົນເອງກາຍເປັນຜູ້ນຳທີ່ດີເລີດ ໃນຂະນະທີ່ຫຼາຍໆຄົນໄດ້ເວົ້າວ່າ ຄຸນລັກສະນະຂອງການເປັນຜູ້ນຳເປັນ ລັກສະນະພິເສດສະເພາະຕົວມີມາແຕ່ເກີດ. ແຕ່ໃນຄວາມເປັນຈິງແລ້ວ ຜູ້ນຳຫຼາຍໆຄົນ ໄດ້ພັດທະນາຕົນເອງເປັນ ເວລາ ຫຼາຍສິບປີ ແລະ ຜ່ານປະສົບການ ຫຼາຍໆຢ່າງ ບໍ່ແມ່ນແຕ່ວ່າຖືກສ້າງມາຕັ້ງແຕ່ເກີດ. ແນ່ນອນ ສະພາບຂອງຄອບຄົວ ອາດມີອິດທິພົນໃນການ ພັດທະ ນາການນຳ ເຊັ່ນ ຄອບຄົວທີ່ມີພໍ່ແມ່ ແລະ ສັງຄົມ ອ້ອມຮອບໄປດ້ວຍ ສະພາບແວດລ້ອມການນຳ, ພຶດຕິກຳຂອງຄົນ ແລະ ແນວຄວາມຄິດ ຈະພັກດັນໃຫ້ພວກເພີ່ນພັດທະນາທັກສະມາຕັ້ງແຕ່ເກີດ. ແຕ່ບໍ່ວ່າຈະເກີດ ໃນສະຖານທີ່ໃດ ການ ເຂົ້າຫາແຫຼ່ງຄວາມຮູ້ ແລະ ຮັບຝັງສິ່ງດີໆ ເພື່ອເປັນບ່ອນອີງໃນການຮຽນຮູ້ ຈະເຮັດໃຫ້ຄົນໃນ ທີ່ສຸດສາມາດ ພັດທະນາຕົນເອງໄດ້. ອ່ານເພີ່ມ
Copy Protected by Chetan's WP-Copyprotect.