Norkhame
ໃຫ້ເວລາແກ່ຄົນມີຄ່າ ໃຫ້ເວລາແກ່ຄົນມີຄ່າ
ຖ້າທ່ານບໍ່ຮູ້ວ່າໃຜຄືຄົນສຳຄັນ, ທ່ານກໍ່ຈະເສຍເວລາກັບຄົນທີ່ບໍ່ສຳຄັນ.ຈົ່ງ​ຮູ້​ວ່າ​ໃຜ​ຄື​ຄົນ​ທີ່​ມີ​ຄ່າ​ທີ່​ສຸດ ແລະ ຫາ​ເວ​ລາ​ຢູ່​ກັບ​ພວກ​ເຂົ​າ​ຢ່າງ​ເຕັມ​ທີ່. ທຸກໆຄົນມີເວລາ 24 ຊົ່ວໂມງຊຳກັນ. ເມື່ອໃດທ່ານໃຊ້ກັບຄົນທີ່ບໍ່ເຫັນຄ່າຂອງທ່ານ, ເມື່ອນັ້ນທ່ານເສຍເວລາໂດຍບໍ່ມີປະໂຫຍດ. ເຊັ່ນດຽວກັນກັບການເຮັດໜ້າທີ່. ເມື່ອທ່ານຮູ້ອັນໃດເປັນວຽກງານສຳ ຄັນສຳຄັນ, ທ່ານຈະຍອມທຸ້ມເທໃນການສ້າງສິ່ງນັ້ນໃຫ້ເກີດຂື້ນມາໄດ້. ຄວາມສຸກຄືສິ່ງທີ່ທ່ານສາມາດເລືອກເອງໄດ້. ທ່ານຄວນຕັ້ງຄວາມຫວັງ ໃຫ້​​ຕົວ​ເອງ​ມີ​ຄວາມ​ສຸກ​ຫລາຍກວ່າ​ທີ່​ເຄີຍມີໃນວັນຜ່ານໆມາ. ມັນບໍ່ແມ່ນ​ເລື່ອງ​ຫ​ນ້າ​ແປກ​ໃຈຫາກທ່ານຈະເຫັນຕົນເອງມີຄວາມສຸກ. ຫຼາຍຄົນທີ່ເປັນທຸກ ເປັນຍ້ອນເພາະເຂົາຄິດວ່າ: ຄວາມ​ສຸກ​ຄື​ທາງ​ເລືອກ​ທີ່​ພວກ​ເຂົາ​ບໍ່​ເຄີຍ​ເລືອກ. ເມື່ອໃດເຮົາບໍ່ເອົາຕົນເອງໄດ້​ຕິດ​ຢູ່​ໃນ​ຮູບ​ແບບ​ເກົ່າ​ແລະ​ເລື່ອງ​ບໍ່ດີທີ່ທ່ານພົບພໍ້ມາໃນອາດີດ, ສິ່ງບໍ່ດີກໍ່ຈະບໍ່​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ຊີ​ວິດ​ ແລະ ກັດແຫ້ນຄວາມ... ໃຫ້ເວລາແກ່ຄົນມີຄ່າ

ຖ້າທ່ານບໍ່ຮູ້ວ່າໃຜຄືຄົນສຳຄັນ, ທ່ານກໍ່ຈະເສຍເວລາກັບຄົນທີ່ບໍ່ສຳຄັນ.ຈົ່ງ​ຮູ້​ວ່າ​ໃຜ​ຄື​ຄົນ​ທີ່​ມີ​ຄ່າ​ທີ່​ສຸດ ແລະ ຫາ​ເວ​ລາ​ຢູ່​ກັບ​ພວກ​ເຂົ​າ​ຢ່າງ​ເຕັມ​ທີ່. ທຸກໆຄົນມີເວລາ 24 ຊົ່ວໂມງຊຳກັນ. ເມື່ອໃດທ່ານໃຊ້ກັບຄົນທີ່ບໍ່ເຫັນຄ່າຂອງທ່ານ, ເມື່ອນັ້ນທ່ານເສຍເວລາໂດຍບໍ່ມີປະໂຫຍດ. ເຊັ່ນດຽວກັນກັບການເຮັດໜ້າທີ່. ເມື່ອທ່ານຮູ້ອັນໃດເປັນວຽກງານສຳ ຄັນສຳຄັນ, ທ່ານຈະຍອມທຸ້ມເທໃນການສ້າງສິ່ງນັ້ນໃຫ້ເກີດຂື້ນມາໄດ້.

ຄວາມສຸກຄືສິ່ງທີ່ທ່ານສາມາດເລືອກເອງໄດ້. ທ່ານຄວນຕັ້ງຄວາມຫວັງ ໃຫ້​​ຕົວ​ເອງ​ມີ​ຄວາມ​ສຸກ​ຫລາຍກວ່າ​ທີ່​ເຄີຍມີໃນວັນຜ່ານໆມາ. ມັນບໍ່ແມ່ນ​ເລື່ອງ​ຫ​ນ້າ​ແປກ​ໃຈຫາກທ່ານຈະເຫັນຕົນເອງມີຄວາມສຸກ. ຫຼາຍຄົນທີ່ເປັນທຸກ ເປັນຍ້ອນເພາະເຂົາຄິດວ່າ: ຄວາມ​ສຸກ​ຄື​ທາງ​ເລືອກ​ທີ່​ພວກ​ເຂົາ​ບໍ່​ເຄີຍ​ເລືອກ. ເມື່ອໃດເຮົາບໍ່ເອົາຕົນເອງໄດ້​ຕິດ​ຢູ່​ໃນ​ຮູບ​ແບບ​ເກົ່າ​ແລະ​ເລື່ອງ​ບໍ່ດີທີ່ທ່ານພົບພໍ້ມາໃນອາດີດ, ສິ່ງບໍ່ດີກໍ່ຈະບໍ່​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ຊີ​ວິດ​ ແລະ ກັດແຫ້ນຄວາມ ສຸກໃຫ້ຫາຍໄປ.  ບໍ່​ເວັ້ນ​ແມ້​ແຕ່​ເລື່ອງ​ເຈັບ​ປວດ ເລື່ອງ​ທີ່​ຄວນ​ໃຫ້​ອະ​ໄພ​ກໍ​ປົງ​ຫລື​ປ່ອຍ​ວາງ​ບໍ່​ໄດ້. ພວກ​ເຮົາບໍ່ຄວນ​ທົນ​ໃຊ້​ຊີ​ວິດກັບຄວາມ​ທຸກ​ ຫລື​ ສິ່ງຫ​ນ້າ​ເບື່ອ​ແບບ​ທີ່ເຄີຍພົບມາໃນ​ທຸກວັນ.

ເພື່ອໃຫ້ຄົນທີ່ເຮົາຮັກເປັນສຸກ ຫຼື ສະບາຍໃຈ, ຫຼາຍຄົນ​​ຫລອກ​ຕົວ​ເອງ​ ແລະ ​ຕົວະຄົນ​ອື່ນ​ວ່າ​ຕົນ​ຍັງ​ສະ​ບາຍ​ດີ​ທັ້ງ​ທີ່​ພາຍ​ໃນ​ໃຈ​ເລິກໆ​ຂອງ​ພວກ​ເຂົາ​ປາ​ຖະ​ຫ​ນາສິ່ງທີ່ແຕກຕ່າງ ກວ່າວັນນີ້. ​​ສ່ວນເລິກໆໃນຫົວໃຈ, ອາດຄິດເຖິງສິ່ງທີ່ ຢາກເຮັດ ແລະ ທຸ້ມເທ, ສະຖານທີ່ຕ້ອງການໄປ, ວຽກງານທີ່ຕົນເອງຕ້ອງການຢາກເຮັດ ແລະ ຄົນທີ່ຢາກໃຊ້ເວ ລານຳ. ເມື່ອໃດທ່ານເລີ່ມ ຄິດເຫັນສິ່ງດັ່ງກ່າວໃນຈິດສຳນຶກ, ໝາຍວ່າຕອນນີ້ ຍັງ​ມີ​ໂອ​ກາດ​ໃຊ້​ຊີ​ວິດ​ໄປຕາມທາງທີ່ ທ່ານຕ້ອງການ. ແນ່ນອນ ທ່ານອາດບໍ່ສາມາດເຮັດໄດ້ໃນຊົ່ວພິບຕາ, ຢ່າງນ້ອຍໆກໍ່ເຊື່ອວ່າ ແນວຄິດຈະເປັນຫົນທາງ ພາທ່ານອອກສູ່ ເສັ້ນທາງ ທີ່ທ່ານຕ້ອງການໄປເຖິງຈຸດໝາຍ.

ໃນບາງສະຖານະການ, ທ່ານອາດຢ້ານຄຳເຫັນຂອງຄົນອື່ນ. ຫາກເຮົາໃສ່ໃຈຄຳເວົ້າຂອງເຂົາເຈົ້າຫຼາຍເກີນໄປ ຈະເຮັດ ໃຫ້ທ່ານຕ້ອງ ລະເລີຍວຽກງານ ແລະ ສິ່ງທີ່ທ່ານຕ້ອງການເຮັດ. ເປັນໄປໄດ້ຍາກສຳລັບບາງກໍລະນີ ຖ້າກິດຈະກຳ ຂອງທ່ານ ຕິດພັນກັບຫຼັກເກນ ຂອງຊົນຊັ້ນ, ສາດສະໜາ ຫຼື ວັດຖະນະທຳ ທາງສັງຄົມ. ທ່ານຈະຕ້ອງໄດ້ໃຊ້ຍຸດ ທະວິທີ ແລະ ຫົວຄິດ ໃນການທີ່ຈະດຳເນີນຊີວິດ ນອກຂີດຈຳກັດຂອງສັງຄົມ.

ຄຳຄິດເຫັນຄົນອື່ນກະສຳຄັນໃນຊີວິດຄົນເຮົາຄືກັນ. ເຮົາຄວນນຳມາປັບປຸງ ແທນການຢຸດເຮັດວຽກງານ ຫຼື ດຳລົງ ຊີວິດທີ່ທ່ານຕ້ອງການ. ນະວັດຕະກຳ ໃນການສ້າງສິນຄ້າໃໝ່ ເປັນຕົ້ນ ລົດ, ຍົນ, ດອກໄຟ, ຄອມພີວເຕີ້ ແລະ ອື່ນໆ ຕ່າງໄດ້ຮັບຄຳຫົວຂັວນເຍາະເຍີ້ຍ ຈາກຄົນໃນສັງຄົມ. ແລ້ວກັບມາຖາມເບິ່ງວ່າ ສິ່ງທີ່ທ່ານເຮັດແລ້ວເປັນສຸກ ອັນຈະ ນຳຜົນປະໂຫຍດມາສູ່ສັງຄົມ ກໍ່ໜ້າຈະເປັນໄປໄດ້ ຫາກທ່ານສືບຕໍ່ດຳເນີນຢ່າງມີແນວຄິດ. 

​ເພາະຄົນອື່ນຄິດວ່າເປັນໄປບໍ່ໄດ້, ບໍ່ໄດ້ໝາຍວ່າທ່ານຈະເຮັດບໍ່ໄດ້. ເມື່ອໃດທ່ານຍອມຮັບເອົາແນວຄິດເຫຼົ່າ ນັ້ນເຂົ້າ ມາ, ​ພວກ​ເຮົາກໍ່ຈະສູນເສຍຊີວິດ ທີ່ທ່ານຕ້ອງການມີ. ດັ່ງ​ນັ້ນ​, ຈົ່ງ​ເຫັນ​ແກ່​ຕົວ​. ເລືອກ​ຄວາມ​ສຸກຈາກການ ໄດ້ເຮັດ ໃນສິ່ງທີ່ທ່ານມັກ ແລະ ໄດ້ຢູ່ກັບຄົນທີ່ທ່ານຮັກ. ​ຈັດ​ລຳ​ດັບ​ຄວາມ​ສຳ​ຄັນ​ໃຫ້​ຕົວ​ເອງ​ ແລະ ສິ່ງເຫຼົ່ານັ້ນຢູ່​ເປັນ​ອັນ​ດັບ​ຕົ້ນໆຂອງການມີຊີວິດໃນແຕ່ລະວັນ. ການດຳລົງຊີວິດແນວນັ້ນ, ຈະຍິ່ງນຳພາ​ຕົວ​ເອງ​​ສ້າງ​ຄວາມ​ຊົງ​ຈຳ​ທີ່​ດີ ​ໃນຊ່ວງ ການມີຊີວິດບົນໜ້າໂລກ. ຄວາມ​ຝັນ​ຂອງ​ເຮົາ​ສາ​ມາດ​ເປັນ​ຈິງ​ໄດ້ ຖ້າ​ເຮົາ​ມີ​ຄວາມ​ກ້າ​ຫານ​ພໍ​ທີ່​ຈະ​ໄລ່​ຕາມ​ຄວາມ​ຝັນ. ​ຖ້າ​ທ່ານ​ສາ​ມາດ​ຝັນ​ໄດ້​ທ່ານ​ຈະ​ເຮັດ​ໄດ້.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.