Norkhame
ຕິດຈີນບໍ່ຕິດໂຣກ
ໂລກຕ້ອງຕະລືງ, ຖ້າ ສ ປ ປ ລາວ ຍັງເປັນປະເທດປອດພະຍາດໂຄວິດ. ສິ່ງດັ່ງກ່າວ, ມັນເກີດຂື້ນແລ້ວ ກັບປະເທດ ເກົາຫຼີເໜືອ. ເຊິ່ງມີການລາຍງານວ່າ ບໍ່ມີເຊື້ອໄວຣັສໂຄວິດເທື່ອ. ອ່ານເພີ່ມ
ບິນມາຊ່ວຍເຈົ້າ
ນັບມື້ນັບຮ້າຍແຮງຂື້ນ. ຫົວໜ້າອົງການສະຫະປະຊາຊາດປະກາດວ່າ ໂຄວິດ19 ຮ້າຍແຮງກວ່າສົງຄາມໂລກຄັ້ງທີ່ 2.  ຜູ້ເສຍຊີວິດຂອງສະຫະລັດແມ່ນເກີນປະເທດຈີນ ແລະ ມີຄົນຕິດເຊື້ອ ອາດເພີ່ມເປັນ 3 ເທົ່າຂອງປະເທດ ຈີນໃນໄວໆນີ້. ຄົນຕິດເຊື້ອທົ່ວໂລກ ປະມານ 860,000 ຄົນທົ່ວໂລກ ໄດ້ຮັບການຢືນຢັນວ່າເປັນພະຍາດດັ່ງກ່າວ. ອ່ານເພີ່ມ
ເລີ່ມອອກອາການ
ຄົນອາເມລິກາເລີ່ມມີການລະບາດ ແລະ ເສຍຊີວິດເປັນຈຳນວນຫຼວງຫຼາຍ. ທັງໆທີ່ເຫັນການລະບາດທີ່ ຈີນມາ ກ່ອນໜ້ານີ້, ແຕ່ການຮັບມືຍັງໜ້າເປັນຫ່ວງ ເພາະມີຄົນຕິດເຊື້ອ ແລະ ເສຍຊີວິດນັບມື້ນັບຫຼາຍຂື້ນ. ປະທານາທິບໍດີສະຫະລັດອາເມລິກາ ຕ້ອງໃຊ້ມາດຕະການ ໃຫ້ປະຊາຊົນກັກຕົວ ແລະ ອອກຫ່າງຈາກຊຸມຊົນ. ອ່ານເພີ່ມ
ນະໂຍບາຍປີ້ນລ້ອມ
ບໍແມ່ນແຕກຕື່ນ ຫຼື ຢ້ານກົວ, ຫາກເປັນການປ້ອງກັນທີ່ໄດ້ຜົນ. ດັ່ງນັ້ນ, ຫຼາຍໆປະເທດຈິ່ງໄດ້ນຳໃຊ້ມາດຕະການ ຈຳກັດການເຄື່ອນຍ້າຍປະຊາກອນໃຫ້ຢູ່ໃນບ້ານ. ເພື່ອເອົາຊະນະສັດຕູທີ່ບໍ່ມີຕົວຕົນ. ອ່ານເພີ່ມ
ນັກສູ້ໂຄວິດ
“ມາທາດໍ – ນັກສູ້ງົວກະທິງ” ເປັນວັດທະນະທຳ ສະແດງໃຫ້ເຫັນວ່າ ຄົນສະເປນ ເປັນນັກສູ້. ເມື່ອໂຄວິດລະບາດ, ເບິ່ງຄືວ່າຄົນທັງປະເທດກຳລັງປະລາໄຊ ແລະ ກາຍເປັນຈຳເລີຍແກ່ພະຍາດ. ມີການລະບາດ ແລະ ເສຍຊີວິດຫຼາຍ ຕາມຫຼັງອິຕາລີຕິດໆ. ອ່ານເພີ່ມ
ໂຄວິດລ້າງໂລກ
ພະລັງຂອງພະຍາດໂຄວິດ19, ພາກພໍ່ແມ່, ລູກຫຼານ ແລະ ຄົນຮັກຂອງຄົນທົ່ວໂລກໄປຫຼາຍຊີວິດ. ສິ່ງໜຶ່ງທີ່ຄົນ ລຸ້ນຕໍ່ໄປຈະມີໂອກາດໄດ້ຮັບຫຼາຍຂື້ນ ແມ່ນໂອກາດໃນການພັດທະນາ ໄປພ້ອມໆກັບການຮັກສາສະພາບ ແວດລ້ອມ. ພາຍຫຼັງນັກການເມື່ອງເຫັນໂລກສະອາດຂື້ນຍ້ອນການຢຸດກິດຈະກໍາຂອງຄົນ. ອ່ານເພີ່ມ
ເສດຖະກິດຕິດເຊື້ອ
ການຄໍ້າຈຸນເສດຖະກິດເປັນອີກວຽກຮີບດ່ວນໃນຊ່ວງນີ້. ການບໍ່ໃຫ້ຄົນອອກໄປທີ່ສາທະລະນະ, ເປັນການຫຼຸດກຳລັງການຊື້ຂອງຄົນ. ທັງການບໍລິການຮ້ານອາຫານ, ແລະ ທຸລະກິດທີ່ມີການໂຮມຕົວຄົນຖືກສັ່ງໂຈະ. ງານມະຫາກຳຕ່າງໆກະຖືກໂຈະ. ເຮັດໃຫ້ທຸລະກິດຂາດ ໂອກາດໃນ ການເຮັດທຸລະກິດ. ລັດຖະບານຕ່າງພາກັນຊອກວິທີກອບກູ້ເສດຖະກິດ ບໍ່ໄໃຫ້ຕາຍໄປກັບເຊື້ອພະຍາດໂຄວິດ19. ອ່ານເພີ່ມ
ປົກປ້ອງຄົນພັນລ້ານ
ຈະເກີດຫຍັງຂື້ນ, ຖ້າມີການລະບາດໜັກໃນປະເທດອິນເດຍ, ທີ່ໆມີປະຊາກອນ 1,3 ພັນລ້ານຄົນ. ການສັ່ງການປິດລ້ອມການເຄື່ອນໃຫວເປັນເວລາ 21 ວັນ ເປັນມາດຕະການເຄັ່ງຄັດທີ່ສຸດໃນປະຈຸບັນ ເພື່ອສະກັດກັ້ນ ການລະບາດ. ອ່ານເພີ່ມ
ປົກປ້ອງທຸກຊີວິດ
ການລະບາດຂອງໂຄວິດ19, ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດ, ຊີວິດຊຸມຊົນ, ແລະ ເສດຖະກິດ ໃນທົ່ວທຸກມູມໂລກ. ບັນດາອົງການຈັດຕັ້ງໃນທົ່ວໂລກ, ກຳລັງພ້ອມກັນຊອກຫາວິທີການ ເພື່ອຫຼຸດຜ່ອນຜົນກະທົບ ບໍ່ສະເພາະແຕ່ ຊີວິດມະນຸດ, ຫາກທັງຍັງລວມເອົາ ຜົນກະທົບຕໍ່ຕໍ່ເສດຖະກິດ. ອ່ານເພີ່ມ
ພະຍາດການເມື່ອງ
ໂຄວິດ ເປັນວິກິດທີ່ເປີດໂອກາດໃຫ້ແກ່ການນຳລະດັບໂລກໄດ້ຮ່ວມມືກັນແກ້ໄຂ. ຜູ້ນຳປະເທດ ຣັດເຊຍ ທ່ານ ພູທິນ ແລະ ຜູ້ນຳຈີນ ທ່ານ ສີ, ກຳລັງນຳໃຊ້ວິກິດ ເພື່ອຂະຫຍາຍສາຍພົວພັນທາງການເມື່ອງໄປຍັງປະເທດອື່ນໃນທົ່ວໂລກ. ອ່ານເພີ່ມ
Copy Protected by Chetan's WP-Copyprotect.