ວັນນີ້, ເປັນມື້ຄົນອາເມລິກາຕາຍຫຼາຍທີ່ສຸດຍ້ອນພະຍາດໂຄວິດ. ຢ່າງໜ້ອຍ 3,332 ຄົນເສຍຊີວິດ ໃນ 24 ຊົ່ວໂມງຜ່ານມາ ເຊິ່ງເຮັດໃຫ້ຈຳນວນຜູ້ເສຍຊີວິດເກືອບຮອດ 50,000 ຄົນ ແລະ ຫລາຍກວ່າ 869,000 ຄົນຕິດເຊື້ອ.
Category Archives: ສັງຄົມສິວິໄລ
ຍົນຕົກງານ
ອຸດສາຫະກຳການບິນໄດ້ເປັນໜຶ່ງໃນຂະແໜງທຸລະກິດ ທີ່ກຳລັງໄດ້ຮັບຜົນກະທົບຈາກໂຄວິດຢ່າງໜັກ. ບໍ່ວ່າຈະໃຫຍ່ຊໍາໃດ, ໂຄວິດກະບໍ່ໃຫ້ບິນຂື້ນໜ່ານຟ້າໄດ້. ເນື່ອງຈາກ ຄົນເດີນທາງທີ່ບໍ່ມີການກວດສອບ ສາມາດແຜ່ພະຍາດໃນປະເທດທີ່ຍົນໄປຮອດ. ມາເບິ່ງນຳກັນວ່າທຸລະກິດການບິນໃດແດ່ກຳລັງຈອດຍົນຄ້າງສາງ.
ສັດຕູບໍ່ມີປືນ
ຣັດເຊຍ, ກໍ່ເປັນປະເທດໜຶ່ງທີ່ກຳລັງຕໍ່ສູ້ກັບ ໂຄວິດ19 ຫຼື ອີກຊື່ໜຶ່ງແມ່ນ ສັດຕູບໍ່ມີອາວຸດປືນໃນສົງຄາມ. ແຕ່ມັນໜ້າຢ້ານຫຼາຍ. ແພດກຳລັງເຮັດໜ້າທີ່ປຽບສະເໜືອນທະຫານທີ່ບໍ່ໄດ້ນຳໃຊ້ອາວຸດໃນການປາບ ແຕ່ຫາກແມ່ນຢາ ແລະ ການປ້ອງກັນບໍ່ໃຫ້ປະຊາຊົນຕິດເພີ່ມ. ການລະບາດ ມັນເຮັດໃຫ້ເສດຖະກິດ ແລະ ຊີວິດກຳລັງລຳບາກ.
ນໍ້າມັນສູນກີບ
ເປັນປະຫັວດສາດ, ເມື່ອນໍ້າມັນລົງຮອດ ສູນກີບ ໃນມື້ວານນີ້ທີ່ຕະຫຼາດຊື້ຂາຍນໍ້າມັນ. ບໍ່ພໍທໍ່ໃດ, ໂຊກດີແກ່ພໍ່ຄ້ານໍ້າມັນ, ລາຄາໄດ້ເດັ້ງຂື້ນມາທີ່ 1,1 ດອນລ້າ. ນີ້ເປັນເຫດການຄັ້ງປະຫວັດສາດ. ທີ່ມີການຊື້ຂາຍຕໍ່າກວ່າ 0 ໂດລາເປັນຄັ້ງທຳອິດ.
ກັກຕົວທຸລະກິດ
ການກັກຕົວກັນລະບາດໄວຣັດໂຄວິດ ທີ່ໃຫຍ່ທີ່ສຸດໃນໂລກຊ່ວຍຊີວິດ ຄົນອິນເດຍ, ແຕ່ກໍ່ເຮັດໃຫ້ທຸລະກິດຂອງພວກເຮົາເຈັບປວດໜັກຫຼາຍ. ຍ້ອນວ່າຄົນຕິດໂຄວິດ, ເພີ່ມຂື້ນໃນປະເທດອິນເດຍ ແລະ ການປິດປະເທດຖືກຂະຫຍາຍອອກໄປຫຼາຍອາທິດ, ເຮັດໃຫ້ຫຼາຍຄົສົງໃສວ່າ ແມ່ນຫຍັງຈະເກີດຂື້ນກັບທຸລະກິດ?
ຊອກຄົນຮັບຜິດ
ມີການຕູ່ ແລະ ກ່າວຫາກັນ ລະຫວ່າງປະເທດມະຫາອຳນາດ, ໂດຍສະເພາະແມ່ນ ຈີນ ແລະ ອາເມລິກາ. ຍັງເປັນການກ່າວຫາທີ່ຍັງບໍ່ມີຫຼັກຖານວ່າ ມີຄົນສ້າງໄວຣັດນີ້ຂື້ນແທ້ບໍ່? ແລ້ວປ່ອຍໃສ່ທຳຮ້າຍກັນ? ຫຼື ມັນມາຈາກການກິນສັດປ່າ?
ເປີດບໍ່ເປີດ
ເມື່ອຄົນອາເມລິກາບໍ່ຍອມຢູ່ເຮືອນ, ປະຊາກອນພາກັນອອກມາ ເດີນຂະບວນປະທ້ວງ ແນວທາງ ການຢູ່ບ້ານ. ເປັນຕາໜ້າສຽງຫຼາຍຂື້ນ ທີ່ຈະມີການຕິດໂຣກ ແລະ ສູນເສຍຊີວິດຄົນອາເມລິກາ ຖ້າຫາກບໍ່ໄດ້ຮັບການຮ່ວມມື.
ຈີນຮ່ວມຣັດເຊຍປາບ
ທາງການຈີນ ໄດ້ປັບຕົວເລກຄົນເສຍຊີວິດຈາກໂຄວິດເພີ່ມຂື້ນເປັນ ອີກ 1290 ຄົນ, ລວມທັງໝົດ ເປັນ 4632 ຄົນ. ຕົວເລກດັ່ງກ່າວ ໄດ້ມີການເກັບກຳ ແລະ ກວດສອບຫຼັງການລະບາດຄັ້ງໃຫຍ່.
ຢາແກ້ທຸລະກິດ
ນັກເສດຖະສາດຈີນ ແລະ ສາກົນ ບໍ່ອາດຕີລາຄາສະພາບເສດຖະກິດດີເກີນຄວາມເປັນຈິງ. ນັກວິຄາະຕ່າງ ອອກເປັນສຽງດຽວກັນວ່າ: ເສດຖະກິດ ປະຈຳໄຕມາດທຳອິດ ຂອງຈີນມີການຂະຫຍາຍຕົວນ້ອຍກວ່າທີ່ເປັນ.
ເອົາ 400 ລ້ານຄືນມາ
ລາວສືບຕໍ່ຕ້ານ. ທາງການລາວຈະຂະຫຍາຍມາດຕະການກັກຕົວໃນເຮືອນອີກ 14 ວັນ, ຈົນຮອດ 3 ພຶດສະພາ, 2020. ການສະ ກັດກັ້ນຄາດວ່າຈະເຮັດໃຫ້ລາວເຮົາຫ່າງໃກຈາກການລະບາດ. ໃນອີກມູມໂລກໜຶ່ງ, ທີ່ສະຫະລັດອາເມລິກາ ກຳລັງຈະມີການຢຸດການສະກັດກັ້ນໃນຂະນະທີ່ຍັງມີການລະບາດສູງຫຼາຍທີ່ສຸດໃນໂລກ.