Norkhame
ພະຍາດການເມື່ອງ ພະຍາດການເມື່ອງ
ໂຄວິດ ເປັນວິກິດທີ່ເປີດໂອກາດໃຫ້ແກ່ການນຳລະດັບໂລກໄດ້ຮ່ວມມືກັນແກ້ໄຂ. ຜູ້ນຳປະເທດ ຣັດເຊຍ ທ່ານ ພູທິນ ແລະ ຜູ້ນຳຈີນ ທ່ານ ສີ, ກຳລັງນຳໃຊ້ວິກິດ ເພື່ອຂະຫຍາຍສາຍພົວພັນທາງການເມື່ອງໄປຍັງປະເທດອື່ນໃນທົ່ວໂລກ. ບ່ອນໃດ ຂອງໂລກເຫັນວ່າມີຄວາມອັນຕະລາຍ, ການສະໜອງເຄື່ອງມື ແລະ ໝໍ ກາຍເປັນຮູບແບບ ຊ່ວຍເຫຼືອ ເພື່ອນມະນຸດ ແລະ ສານສາຍພົວພັນການເມືອງ. ທຸກສິ່ງທຸກຢ່າງແມ່ນຢູ່ໃນຄວາມສ່ຽງ. ການນໍາໃນຖານະທີ່ເປັນປະເທດມະຫາອຳນາດຂອງໂລກໃນຫຼາຍໆດ້ານ... ພະຍາດການເມື່ອງ

ໂຄວິດ ເປັນວິກິດທີ່ເປີດໂອກາດໃຫ້ແກ່ການນຳລະດັບໂລກໄດ້ຮ່ວມມືກັນແກ້ໄຂ. ຜູ້ນຳປະເທດ ຣັດເຊຍ ທ່ານ ພູທິນ ແລະ ຜູ້ນຳຈີນ ທ່ານ ສີ, ກຳລັງນຳໃຊ້ວິກິດ ເພື່ອຂະຫຍາຍສາຍພົວພັນທາງການເມື່ອງໄປຍັງປະເທດອື່ນໃນທົ່ວໂລກ.

ບ່ອນໃດ ຂອງໂລກເຫັນວ່າມີຄວາມອັນຕະລາຍ, ການສະໜອງເຄື່ອງມື ແລະ ໝໍ ກາຍເປັນຮູບແບບ ຊ່ວຍເຫຼືອ ເພື່ອນມະນຸດ ແລະ ສານສາຍພົວພັນການເມືອງ. ທຸກສິ່ງທຸກຢ່າງແມ່ນຢູ່ໃນຄວາມສ່ຽງ. ການນໍາໃນຖານະທີ່ເປັນປະເທດມະຫາອຳນາດຂອງໂລກໃນຫຼາຍໆດ້ານ ກຳລັງສະແດງຄວາມກ້າວໜ້າທາງດານສາທາລະນະສຸກ ໃນເວທີໂລກ. ຄວາມສຳເລັດ ໃນການແກ້ໄຂບັນຫາໂຄວິດ ທີ່ຈີນ, ເປັນໜຶ່ງຜົນສຳເລັດທີ່ປະເທດອື່ນໆສາມາດຮຽນຮູ້ໄດ້. ມັນກາຍເປັນໄຊຊະນະຂອງຄົນທັງຊາດ ໃນການຕໍ່ຕ້ານພະຍາດ, ພາຍໃຕ້ການນຳພາຢ່າງເປັນເອກະພາບ ຂອງຄະນະການນຳລະດັບສູງ ຂອງລັດຖະບານຈີນ. ຈາກທີ່ເຄີຍປະນາມໃນຫຼາຍໆສື່, ທີ່ທາງການຈີນມີການປົກປິດພະຍາດນີ້, ແຕ່ຮູບແບບການແກ້ໄຂບັນຫາ ດ້ວຍການນຳພາທີ່ເດັດຂາດ, ມີປະສິດທິພາບ ແລະ ມີຄວາມໄວໃນການຕໍ່ສູ້ກັບການລະບາດຂອງໂລກ, ກາຍເປັນສິ່ງຢັ້ງຢືນການເປັນການນຳທີ່ໜ້າເຫຼື້ອມໃສ.

ຢູ່ເໜືອປະເທດຈີນ, ຣັດເຊຍ ກໍ່ກຳລັງມີໄຊກັບການດຳເນີນນະໂຍບາຍເພື່ອຕໍ່ຕ້ານການລະບາດ. ທ່ານ ພູທິນ ກຳລັງໃຊ້ໂອກາດນີ້ເຊັ່ນດຽວກັນ ສະແດງສະກາຍພາບການເປັນການນຳ ຢູ່ພາຍໃນແລະ ໃນສາກົນ. ມາດຕະການ ຮັກສາ ຊີວິດມະນຸດ ອັນຈະເປັນຜົນເສຍຕໍ່ການຂະຫຍາຍຕົວທາງເສດຖະກິດ ຖືກປະຕິບັດຢ່າງເຂັ້ມງວດ. ບັງຄັບໃຫ້ທຸກຄົນຢູ່ເຮືອນ ເພື່ອຢຸດເຊົາໂອກາດການແຜ່ລະບາດຂອງໄວຣັດ. ຜົນຕາມມາໄລຍະສັ້ນ ຈະກະທົບຕໍ່ເສດຖະກິດ, ເຮັດໃຫ້ເຈົ້າຂອງກິດຈະການ ຕິດຫນີ້ເປັນ ຈຳນວນຫລາຍ. ຈຳເປັນຕ້ອງເລືອກຊີວິດ ມາກ່ອນອີກໝົດ. ເຖິງຫຼາຍໆຄົນອາດຕິດໜີ້. ໃນຫຼາຍໆປະເທດ ກໍ່ກຳລັງສ້າງແຜນນະໂຍາຍກະຕຸ້ນທຸລະກິດ. ລວມທັງຣັດເຊຍ.

ທັກສະການແກ້ໄຂບັນຫາໂຄວິດ, ເປັນການສ້າງຄ່ານິຍົມ ໃຫ້ແກ່ທ່ານ ພູທິນ, ຜູ້ທີ່ມີໂອກາດ ຢູ່ໃນຕໍ່າແໜ່ງປະ ທານປະເທດ ຫຼັງປີ 2024. ຄ້າຍໆກັບວ່າ, ສະພາບການໂຄວິດ ນຳຄວາມສ່ຽງມາສູ່ຣັດເຊຍ ແລະ ທົ່ວໂລກ, ແຕ່ມັນກາຍເປັນຮົ່ມບັງໃຫ້ ທ່ານ ພູທິນ ໄດ້ສະແດງທັກສະການເປັນຜູ້ນຳ ທີ່ສັງຄົມຕ້ອງການ ເພື່ອແກ້ໄຂ ບັນຫາໃຫຍ່ໆຂອງໂລກ. ເປັນຕົ້ນ: ນໍ້າມັນ, ແລະ ບັນຫາອື່ນໆໃນຂອບເຂດທົ່ວໂລກ.

ໃນສະຖານະການວິກິດດຽວກັນ, ເບິ່ງຄືວ່າ ຈີນ, ຣັດເຊຍ ກຳລັງເຮັດໄດ້ດີກວ່າອາເມລິກາ. ຈາກຕົວເລກ ສະຖິຕິ ການລາຍງານ ແລະ ຮູບແບບການແຊກແຊງຂອງລັດຖະບານ. ນອກຈາກຈະປາບພະຍາດ, ຈີນ ຍັງຈະມີບົດ ບາດໃນການຝື້ນຝູ ສະພາບທົດຖອຍເສດຖະກິດ. ຕາມການສັນນິຖານ. ສິ່ງນີ້ ຈິ່ງເປັນຕົວຊີ້ບອກທີ່ແນ່ຊັດວ່າ, ປະທານາທິບໍດີຈີນ, ກຳລັງຫູີ້ນບົດບາດ ເປັນການນຳ ຜູ້ສ້າງຄວາມໄວ້ວາງໃຈ ໃນເວທີສາກົນ. ບັນດາປະເທດ ພັນທະວິດອາເມລິກາ, ໂດຍສະເພາະ ກຸ່ມປະເທດ ນາໂຕ, ອາດມີຄຳຖາມວ່າ ຈະໄດ້ຮັບການຮ່ວມມືດ້ານ ໃດແດ່ໃນກຸ່ມດຽວກັນ.

ຖ້າທຽບສົງຄາມ ເປັນການລຸກລໍ້າໜ້າດິນເພື່ອໃຫ້ມີອຳນາດໃນການຄອບຄອງທາງດ້ານການເມື່ອງ, ເສດຖະກິດ ແລະ ສັງຄົມ, ໂຣກ ໂຄວິດ19 ທີ່ມີການລະບາດໄປທຸກໆມູມໂລກ ໃນພູມສັນຖານທີ່ແຕກຕ່າງທາງດ້ານການເມືອງໃນປະຈຸບັນ, ການຮ່ວມກັນຕໍ່ຕ້ານ ແລະ ຟື້ນຟູ ສະພາບເສດຖະກິດ, ອາດເປີດໂອກາດໃຫ້ໂຄງຮ່າງພູມສາດການເມື່ອງແຕກຕ່າງຈາກທີ່ເປັນໃນປະຈຸບັນ.

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.