Norkhame
ຕິດຈີນບໍ່ຕິດໂຣກ ຕິດຈີນບໍ່ຕິດໂຣກ
ໂລກຕ້ອງຕະລືງ, ຖ້າ ສ ປ ປ ລາວ ຍັງເປັນປະເທດປອດພະຍາດໂຄວິດ. ສິ່ງດັ່ງກ່າວ, ມັນເກີດຂື້ນແລ້ວ ກັບປະເທດ ເກົາຫຼີເໜືອ. ເຊິ່ງມີການລາຍງານວ່າ ບໍ່ມີເຊື້ອໄວຣັສໂຄວິດເທື່ອ. ເກົາຫຼີເໜືອ ຍັງຄົງປອດໄພຈາກ ຈາກໂຣກໂຄວິດ. ເຈົ້າໜ້າທີ່ສາທາລະນະສຸກຂັ້ນສູງຢືນຢັນວ່າ, ເຖິງວ່າຈະມີ ຄົນທີ່ຕ່າງປະເທດສົງໃສ ກັບຜົນດັ່ງກ່າວ. ປະເທດທີ່ມີອຸປະກອນທາງດ້ານ ອາວຸດນິວເຄລຍ ໄດ້ປິດຊາຍແດນຂອງຕົນໃນເດືອນມັງກອນ ຫລັງຈາກໄດ້ກວດພົບເຊື້ອໄວຣັສດັ່ງກ່າວເປັນຄັ້ງທຳອິດໃນປະເທດເພື່ອນບ້ານຂອງຈີນ... ຕິດຈີນບໍ່ຕິດໂຣກ

ໂລກຕ້ອງຕະລືງ, ຖ້າ ສ ປ ປ ລາວ ຍັງເປັນປະເທດປອດພະຍາດໂຄວິດ. ສິ່ງດັ່ງກ່າວ, ມັນເກີດຂື້ນແລ້ວ ກັບປະເທດ ເກົາຫຼີເໜືອ. ເຊິ່ງມີການລາຍງານວ່າ ບໍ່ມີເຊື້ອໄວຣັສໂຄວິດເທື່ອ.

ເກົາຫຼີເໜືອ ຍັງຄົງປອດໄພຈາກ ຈາກໂຣກໂຄວິດ. ເຈົ້າໜ້າທີ່ສາທາລະນະສຸກຂັ້ນສູງຢືນຢັນວ່າ, ເຖິງວ່າຈະມີ ຄົນທີ່ຕ່າງປະເທດສົງໃສ ກັບຜົນດັ່ງກ່າວ. ປະເທດທີ່ມີອຸປະກອນທາງດ້ານ ອາວຸດນິວເຄລຍ ໄດ້ປິດຊາຍແດນຂອງຕົນໃນເດືອນມັງກອນ ຫລັງຈາກໄດ້ກວດພົບເຊື້ອໄວຣັສດັ່ງກ່າວເປັນຄັ້ງທຳອິດໃນປະເທດເພື່ອນບ້ານຂອງຈີນ ແລະໄດ້ວາງມາດຕະການຄວບຄຸມສານເຄມີຢ່າງເຂັ້ມງວດ.

ສຳນັກງານໃຫຍ່ເພື່ອຕ້ານໂລກລະບາດສູນກາງຂອງເກົາຫຼີເໜືອກ່າວວ່າ ຄວາມພະຍາຍາມດັ່ງກ່າວໄດ້ປະສົບຜົນສຳ ເລັດຢ່າງຈົບງາມ. ບໍ່ມີແມ່ນແຕ່ຄົນດຽວຕິດເຊື້ອໄວຣັດ ໂຄວິດໃນປະເທດນີ້. ຈາກການລາຍງານທາງການ.

ຄົນເກົາຫຼີເໜືອ ໄດ້ປະຕິບັດມາດຕະການຮັກສາຕົນເອງ, ຊຸມຊົນ ບົນຫຼັກການທາງວິທະຍາສາດເຊັ່ນ: ການກວດກາແລະ ການສະກັດກັ້ນພະນັກງານທຸກຄົນ ທີ່ເຂົ້າມາໃນປະເທດ ຕ້ອງຂ້າເຊື້ອສິນຄ້າທຸກຢ່າງ ຢ່າງລະອຽດພ້ອມທັງປິດຊາຍແດນ ແລະ ປິດເສັ້ນທາງທະເລ ແລະ ທາງອາກາດ. ໃນຂະນະທີ່ ເກົາຫຼີໃຕ້ກຳລັງຕໍ່ສູ້ກັບການລະບາດຂອງໄວຣັດຊະນິດນີ້ ທີ່ຖືວ່າຮ້າຍແຮງທີ່ສຸດ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 45,000 ຄົນໃນທົ່ວໂລກ.

ບັນດາຜູ້ຊ່ຽວຊານດ້ານວິຊາການສາກົນຕີລາຄາວ່າ ເກົາຫຼີເໜືອ ມີຄວາມສ່ຽງທີ່ຈະຕິດໂຣກໂຄວິດ ຍ້ອນລະບົບການແພດທີ່ອ່ອນແອ ແຕ່ເກົາຫຼີເໜືອ ຍັງຄົງປອດໄພຈາກ ຈາກໂຣກໂຄວິດ. ເຈົ້າໜ້າທີ່ສາທາລະນະສຸກຂັ້ນສູງຢືນຢັນວ່າເຖິງວ່າຈະມີ ຄົນທີ່ຕ່າງປະເທດສົງໃສກັບຜົນດັ່ງກ່າວ.

ທັງສອງການນຳການເມື່ອງຂອງເກົາຫຼີເໜືອ ແລະ ໃຕ້, ໄດ້ປະກາດຢຸດການພົວພັນທາງການທູດ ເພື່ອສະກັດກັ້ນການລະບາດ ໃນເດືອນກ່ອນໜ້ານີ້. ໃນຂະນະທີ່ເນື້ອໃນຂອງຈົດໝາຍບໍ່ໄດ້ຖືກເຜີຍແຜ່ຕໍ່ສາທາລະນະຊົນ, ແຕ່ມີເນື້ອໃນ ລະບຸວ່າມັນເຕັມໄປດ້ວຍຄວາມກັງວົນ ແລະ ມີຄວາມປາດຖະໜາດີກ່ຽວກັບການສະກັດກັ້ນການລະບາດຂອງ COVID-19 ໃນປະເທດທັງສອງ. ການປະຕິບັດດັ່ງກ່າວ, ເປັນທ່າທີການສະແດງ ການຮັບມືຂອງເກົາຫຼີເໜືອ ແຕ່ຫົວທີ່.

ທາງການເກົາຫຼີເໜືອ ຍັງເປີດຮັບການຊ່ວຍເຫຼືອທາງສາກົນ ໃນການຕ້ານພະຍາດໂຄວິດ. ເປັນຕົ້ນຈາກ ຣັດເຊຍ ໄດ້ສະໜອງ ຊຸດທົດລອງການບົ່ງມະຕິໂຣກ ໂຄວິດ ຈຳນວນ 1.500 ໜ່ວຍ ຕາມຄຳຮ້ອງຂໍຂອງທາງການເກົາຫຼີເໜືອ. ອົງການສະຫະປະຊາຊາດໄດ້ໃຫ້ການຍົກເວັ້ນ ການປິດກັ້ນເກົາຫຼີເໜືອ ພ້ອມທັງສະໜອງແພດ-ໝໍ ແລະອົງການເດັກສາກົນ ກໍ່ໄດ້ໃຫ້ເຄື່ອງມືການແພດເດັກ ເປັນຕົ້ນ ເຄື່ອງກວດພະຍາດ, ໜ້າກາກ, ອຸປະກອນປ້ອງກັນ ແລະ ຢາຂ້າເຊື້ອໂລກ. ອົງການອະນາໄມໂລກວາງແຜນທີ່ຈະໃຊ້ງົບປະມານ 900,000 ໂດລາເພື່ອສະໜັບສະໜູນກິດຈະກຳ ຕ້ານການຕິດຕໍ່ໂຣກ ໂຄວິດຢ່າງຈິງຈັງ ທີເກົາຫຼີເໜືອ.

 

Viengsombath Bangonesengdet Editor in chief

ຊ່ວຍສ້າງສັນສິງເປັນປະໂຫຍດແກ່ສັງຄົມ. ມີຄວາມສາມາດທີ່ມາຈາກປະສົບການ ແລະ ການສຶກສາ ຕິດພັນກັບຂົງເຂດ: ຍຸດທະສາດການບໍລິຫານ, ການຕະຫຼາດ, ການວາງແຜນທຸລະກິດ, ການຄ້າ ທາງອອນໄລ, ນະໂຍບາຍບຸກຂະລາກອນ, ປັບປຸງອົງການຈັດຕັ້ງ, ການສ້າງຍີ່ຫໍ້ສິນຄ້າ ແລະ ສອນ ເຕັກນິກການນຳພາ. ທ່ານສາມາດ ໃຊ້ບໍລິການພິເສດ ຫຼື ຕິດຕາມເຕັກນິກຜ່ານທາງເວັບໄຊນີ້.

Copy Protected by Chetan's WP-Copyprotect.